SBS Lao - SBS ພາ​ສາ​ລາວ artwork

SBS Lao - SBS ພາ​ສາ​ລາວ

1,465 episodes - Lao - Latest episode: 25 days ago - ★★★★ - 8 ratings

Independent news and stories from SBS Audio, connecting you to life in Australia and Lao-speaking Australians. - ຂ່າວທີ່ມີອິສຣະພາບແລະເຣື່ອງທີ່ເອົາທ່ານໃສ່ຊີວິດໃນອອສເຕຼເລັຍແລະຄົນອອສເຕຼລຽນທີປາກພາສລາວ.

News
Homepage Apple Podcasts Google Podcasts Overcast Castro Pocket Casts RSS feed

Episodes

ປະກາດກ່ຽວກັບ ໂຄວິດ-19 ຈາກຣັຖບານ ນີວຊາວແວນ໌ (26-6-21)

July 01, 2021 03:53 - 53 seconds - 2.06 MB

26-6-21: ປະກາດອັນສຳຄັນກ່ຽວກັບ ໂຄວິດ-19 ຈາກຣັຖບານ ນີວຊາວແວນລ໌ ທີ່ຄວນຊາບໄວ້.

ກົດເກນ ໂຄວິດ-19 ໃໜ່ (26-6-21) ສຳຮັບ ຊິດນີ

July 01, 2021 03:36 - 5 minutes - 8.18 MB

ຄົນຂອງຂົງແຄ້ວນ ຊິດນີ ຖຶກບອກເຕືອນກ່ຽວກັນທີ່ຈຳນວນຄົນເປັນ ໂຄວິດ-19 ປູດທະວີຂຶ້ນ ກະທັ້ງທີ່ຄົນນະທີ່ນັ້ນນັບເປັນຫຼາຍລ້ານຄົນ ເຂົ້າຮ່ວມເປັນສິ້ນສ່ວນຂອງ ລ໋ອກດາວ ຢ່າງກະທັນຫັນ. ຣັດ ນີວຊາວແວນລ໌ ມີຄົນເປັນ ໂຄວິດ-19 ຢ່າງມາກມາຈາກການຕິດ ແປດກັນໃນທ້ອງຖິ່ນເອງ.

ສິ່ງທີ່ທ່ານຄວນຮູ້ກ່ຽວກັບການຄັດເລືອກເຂົ້າໂຮງຮຽນມັທຍົມໃນອອສເຕຼເລັຍ

July 01, 2021 03:21 - 10 minutes - 14.1 MB

ຖ້າຫາກວ່າທ່ານກຳລັງເລືອກເອົາໂຮງຮຽນສຳຮັບຄວາມສຳເຣັດສູງສຳຮັບ ລູກໆຂອງ່ທານ ທານອາດພິຈາຣະນາເບິ່ງການຄັດເລືອກໂຮງຮຽນມັທຍົມ ບາງອັນ. ການຄັດເລືອກນັ້ນມີການແຂ່ງຂັນກັນຢ່າງມາກມາຍ.

ຂ່າວສຳຮັບຣະຍະ 26-6-21

July 01, 2021 02:42 - 14 minutes - 32.5 MB

ຂ່າວຄາວທີ່ເປັນອັນສົນໃຈໃນຮະຍະ 26-6-21 ມີຫຍັງແດ່ ເປັນຕາບຊາບນຳ?

ຣັດ ນີວຊາວແວນລ໌ ລ໋ອກດາວ

June 27, 2021 01:13 - 1 minute - 2.77 MB

ຣັຖບານ ນີວຊາວແວນລ໌ ປະກາດ ລ໋ອກດາວ ຂຶ້ນໃນ ນີວຊາວແວນລ໌ ເພື່ອສະກັດກັ້ນ ໂຄວິດ-19 ທີ່ກຳລັງແຜ່ຣະບາດຂຶ້ນໃນຮັດດັ່ງກ່າວ. ກະຣຸນາຟັງປະກາດນັ້ນໂດຍຕັ້ງໃຈ.

ລາວເຂົ້າຮ່ວມພິທີການເປີດສວນ ດຽກບຸຊ-ປາກ

June 24, 2021 10:25 - 14 minutes - 33.1 MB

ຄົນລາວຈຸແລກໆທີ່ອົພຍົບມາຢູ່ອອສເຕຼເລັຍແຕ່ປາງວັນທີ 19 ມີນາ 1976 ຢ່າງມາມາກຕັ້ງຊີວິດໃໜ່ຢູ່ໃນຂົງແຄ້ວນນະຄອນ ແຟຟຽນ ໃນພາກຈາເຕັນຕົກ ຂອງນະຄອນຊິດນີຣັດນີວຊາວແວນ. ຕໍ່ແຕ່ນັ້ນມາລາວເຮົານັ້ນໄດ້ສົ່ງເສີມ ແຟຟຽນ ນັ້ນຕລອດມາແລະໃນຫວ່າງນຶ່ງກໍ ເຂົ້າຮ່ວມການສ້າງແລະເປີດສວນ ດຽຍບຸຊວອກ ດັ່ງການສຳພາດທ່ານ ເດດ ສີແສງຣັດ ປະທານປະຊາສຳັພນຂອງສະມາຄົມສົ່ງເສີມຊຸມຊົນລາວໃນຣັດນີວຊາວແວນດັ່ງຕໍ່ໄປນີ້.

ຍີ່ປຸ່ນຈະຊົດຊ່ວຍ ໂຄວິ-19 ແກ່ ອາຊຽນ

June 24, 2021 10:06 - 4 minutes - 11.2 MB

ຄົນໃນບັນດາປະເທດ ອາຊຽນ ເປັນ ໂຄວິດ-19 ມາກມາຍທັງກໍມີຄວາມຍາກຊາ ໃນການຄວບຄຸມມັນດ້ວຍ. ເຖິງແມ່ນປະເທດຍີ່ປຸ່ນມີບັນຫາໜັກກັບ ໂຄວິດ-19 ກໍຕາມ ຍ່ີປຸານລົງໄມ້ລົງ ມືຊົດຊ່ວຍ ອາຊຽນແລ້ວ.

ຣົດໄຟຄວາມໄວສູງ ສປຈີນ ຈະມາຮອດກາສີໃນໄວໆນີ້

June 24, 2021 09:54 - 4 minutes - 10.2 MB

ເສັນທາງຣົດໄຟຄວາມສູງ ຈີນ-ລາວ ຖຶກສ່າງເກືອບສຳເຣັດແລ້ວ ຫຼືເປັນຢ່າງໜ້ອຍຈະໃຫ້ທັນວັນທີ 2 ທັນວາ 2021. ແລະຫົວຣົດໄຟຄວາມໄວສູອງຂອງ ສປຈີນ ຄັນແລກໆກໍຈະມາ ຮອດສະຖານີຣົດໄຟກາສີຂອງແຂວງວຽງຈັນໃນໄວໆນີ້ດ້ວຍ.

ສປປລາວ ຈະທຳຣາຍຣະເບີດທີ່ຄ້າງຄາຈາກສົງຄາມ 5,000 ລູກໃນໄວໆນີ້

June 24, 2021 09:40 - 5 minutes - 13 MB

ຜືນແຜນດິນລາວມີຣະເບີດທີ່ຄ້າງຄາ ບໍ່ທັນແຕດເທື່ອ ມາກມາຈາກຄົງຄາມ ໃນລາວຂອງປາງສະໃໜ່ເສິກແກວເວຽດນາມ, ຝຣັ່ງເສດແລະສະຫະຣັດອະເມ ຣິກາ. ໃນໄວໆນີ້ຣະເບີດນັ້ນປະມານ ຫ້າພັນລູກທີ່ຖຶກເກັບກູ້ໄດ້ຈະຖຶກທຳລາຍຖີ້ມກ

ອອສເຕຼເລັຍຟ້ອງຮ້ອງ ສຈີນ ຂຶ້ນສານອົງການຄ້າໂລກກ່ຽວກັບພາສີເຫຼົ້າໜາກອາງຸ່ນ

June 24, 2021 09:24 - 6 minutes - 9.12 MB

ອອສເຕຼເລັຍກຳລັງຟ້ອງຮ້ອງເອົາ ສປຈີນ ຂຶ້ນສານອົງການຄ້າໂລກກ່ຽວກັບ ທີ່ ສປຈີນ ເທຖອກພາສີ "ທາຣິບຟ໌" ໃ່ສເຫຼົ້າໜາກອາງຸ່ນຂອງອອສເຕຼເລັຍ ທີ່ເຂົ້າໃນຍັງຈີນແຜ່ນດິໃຫຍ່. ຮັ້ຖບານອອສເຕຼເລັຍເວົ້າວ່າພາສີນັ້ນສ້າງຄວາມເສັຍຫານອັນຮ້າຍແຮງໃສ່ ອຸສຫະກັມເຫຼົາໜາກອາງຸ່ນໃນອອສເຕຼເລັຍແລະອອສເຕຼເລັຍບໍ່ມີທາງເລືອກ ນອກຈາກມີແຕ່ນຳເອົາ ສປຈີນ ຂຶ້ນສານອົງການຄ້າໂລກ.

ບາງປະເທດເປີດປະຕູປະຕ່າງແຕ່ກໍມີປະເທດທີຍາກຊາຢູ່

June 24, 2021 09:05 - 8 minutes - 11.2 MB

ບາງປະເທດໃນໂລກນີ້ດັ່ງປະເທດອິນເດັຍແລະຝຣັ່ງເສດເລີ້ມເປີດປະຕູປະຕ່າງ ຂຶ້ນແລ້ວເພື່ອເປັນການກະຕຸກກະຕຸ້ນເສຖກິດຂຶ້ນໃໜ໋ ແຕ່ກໍມີປະເທດອື່ນໆ ດັ່ງຣັດເຊັຍທີ່ລ້າຊ້າໃນການສັກຢາວັກຊີນ ໂຄວິດ-19 ໃຫ້ແກ່ຄົນໃນຣັດເຊັຍຢູ່ ອັນເປັນການຈ່ອງດຶງໄວ້ຄວາມຄືບເມືອໜ້າ.

ຂ່າວສຳຮັບຣະຍະ 21-6-21

June 24, 2021 08:50 - 13 minutes - 19 MB

ຂ່າວຄາວໃນຣະຍະ 21-6-21 ທີ່ຄວນຮູ້ມີຫັຍງແດ່?

ບັດນີ້ ສປປລາວ ເລີ້ມສັກຢາວັກຊີນ ໂຄວິດ-19 ໃຫ້ແກ່ຄົນຕ່າງຊາດ

June 24, 2021 08:41 - 6 minutes - 14.3 MB

ນັບຕັ້ງແຕ່ທີ່ ສປປລວ ຖຶກບຸກຣຸກໂດຍ ໂຄວິດ-19 ປາກົດວ່າ ບັດນີ້ໃນລາວເລີ້ມ ມີການເລີ້ມສັກດຢາວັກຊີນ ໂຄວິດ-19 ໃຫ້ແກ່ຄົນຕ່າງປະເທດທີ່ຢູ່ໃນລາວແລ້ວ. ອີງຕາມຮູບພາຍໃນຊື່ມວນຊົນຕ່າງໆ ພ້ອມດຽວກັນນັ້ນກໍມີຄົນໄປໃຫ້ສັກຢາວັກຊີນ ນັ້ນຈົນມີສໍຣະວົນກັນຂຶ້ນແລະບໍ່ມີການປະຕິບັດຕາມກົດເກນການປ້ອງກັນພະຍາດ ໂຄວິດ-19 ຢ່າງຖອກຕ້ອງໃນບາງແຫ່ງ.

ພາກເໜືອ ສປປລາວ ຖືກພະຍຸ ໂຄງູມາ ຮ້າຍແຮງ

June 24, 2021 08:25 - 5 minutes - 12.8 MB

ເກືອທຸກແຫ່ງໃນພາກເໜືອ ສປປລາວ ຖຶກກະແທກຢ່າງແຮງໂດຍພະຍຸ ໂກງຸມາ. ນອກນັ້ນມັນກໍເຮັດໃຫ້ມີນ້ຳຖວມມາກມາຍດ້ວຍ ເຊັ່ນ ຕລອດເຖິງຂົງເຂດເມືອງ ວັງວຽແຂວງວຽງຈັນແລະພາກເໜືອຂອງປະເທດໄທຍ໌ນຳດ້ວຍ.

ວ່າບ້ານຖຶກເຜົາກ້ຽງໂດຍກອງທັບພະມ້າ

June 24, 2021 08:09 - 6 minutes - 8.56 MB

ໃນປະເທດພະມ້າ ບ້ານທັງບ້ານຖຶກຈູດເຜົາຈົນກ້ຽງແລະຊາວບ້ານສາມຄົນ ຖຶກຂ້າຕາຍແລະບ້ານເຮືອນຫຼາຍຮອຍຫຼັງຖຶກທະຣາຍຖິ້ມ. ນັ້ນຄືສິ່ງທີ່ເກີດມາຈາກຄວາມຮຸຮແຮງຕ່າງໃນປະເທດພະມ້າ. ເມືອງ ກິນມາ ເປັນ່ີທຢູ່ກິນຂອງຄົນປະມານນຶ່ງພັນຄົນ ແລະຖຶກ ລາຍງານມາວ່າຖຶກໂຈະໂຈງໃສ່ໂດຍກຳລັງທະຫານພະມ້າທີ່ຕາມ ຊອກຫາກຳລັງປະກອບອາວຸດໃນທ້ອງຖິ່ນ.

ເປັນຄ້າຍກັບວ່າຣັຖານອອສເຕຼເລັຍບໍ່ສອດຄ່ອງກັນກ່ຽວກັບການບໍ່ປັ່ນຄວັນ ຄາກບອນ ຈັກດີ້

June 24, 2021 07:53 - 5 minutes - 7.89 MB

ສະກອດ ມໍຣິຊັນ, ນາຍົກຣັຖມົນຕີອອສເຕຼເລັຍກັບຄືນມາຈາກການໄປຮ່ວມ ກອງປະຊຸມ ຊີ-7 ແລະ ທຸຣະກິດໃນຕ່າງປະເທດແລ້ວ ່ີທໃນກອງປະຊຸມ ຊີ-7 ນັ້ນ ເຣື່ອງການປ່ຽນແປງຂອງອາກາດເປັນຫົວຂໍ້ຣະດັຍສູງອັນນຶ່ງ. ແຕ່ບາດທ່ານກັບບ້ານແລ້ວທ່ານຕົກຢູ່ໃນສະພາບອັນເຮີະຮ້າຍກ່ວາກ່ຽວກັບ ການແປງຂອງອາກາດກ່ອນເມື່ອທີ່ທ່ານໄປປະຊຸມນັ້ນ.

ຮັຖບານທັງຫຼາຍດັນໃຫ້ຄົນໄປໃຫ້ສັກຢາວັກຊີນ ໂຄວິດ-19 ໃຫ້ໄດ້ຫຼາຍເທົ່າທີ່ຈະຫຼາຍໄດ້

June 24, 2021 07:37 - 7 minutes - 10.4 MB

ຍ້ອນທີ່ ໂຄວິດ-19 ສາຍພັນໃໜ່ ແດນຕາ ຣະບາດຂຶ້ນໃນໂລກນີ້ ຣັຖບານຂອງ ໂລກນີ້ກຳລັງດັນໃຫ້ຄົນໄປໃຫ້ສັກຢາວັກຊີ ໂຄວິດ-19 ໃຫ້ໄດ້ຫຼາຍເທົາ່ທີ່ຈະຫຼາຍໄດ້. ມະນຸດໃນໂລກນີ້ເຖິງປະມານເກືອບ 2,500 ລ້ານຄົນຖຶກສັກຢາວັກຊີນ ໂຄວິດ-19 ໃຫ້ໄປແລ້ວໃນຫວາງກ່ອນນີ້ບໍເທົ່າໃດ.

ທາງການໄຕ່ຕາມເບິ່ງການຣະບາດຂອງ ໂຄວິດ-19 ໃນຊິດນີ

June 24, 2021 07:18 - 8 minutes - 11.7 MB

ທາງການຕ່າງໆຂອງຣັດນີວຊາວແວນ ຢ່າງໜັກນໜ່ວງ ກຳລັງເຮັດວຽກຢ່າງຂະຫຍັນ ເພື່ອຄວບຄຸມພະຍາດ ໂຄວິ-19 ທີ່ຣະບາດຂຶ້ນໃນຫວ່າງນຶ່ງນີ້ ພາຍຫຼັງທີ່ຄົນຂັບຣົດຄົນ ນຶ່ງທີ່ຂົນສົ່ງຄະນະຄົນຂອງການບິນສາກົນຖຶກກວດເຫັນເປັນ ໂຄວິດ-19. ເຫດການດັ່ງກ່າວກຳລັງເປັນບັນຫາທີ່ທະວີຂຶ້ນ.

ຂ່າວສຳຣະຍະ 19-6-21

June 24, 2021 07:02 - 12 minutes - 16.8 MB

ຂ່າວຄາວທີ່ສົຈໃນສຳຮັບຣະຍະ 17-6-21ມີຫຍັງແດ່?

ການຕ້ອງຫ້າມໃໜ່ກ່ຽວກັບ ໂຄວິດ-19 ໃນຣັດວິກຕໍເຣັຍຕັ້ງແຕ່ 18-6-21

June 18, 2021 04:06 - 4 minutes - 10.6 MB

ຣັດວິກຕໍເຣັຍອອກກົດເກນໃໜ່ກ່ຽວກັບ ໂຄວິດ-19 ອອກມາແລ້ວສຳຮັບແຕ່ ວັນສຸກທີ 18-6-21 ເປັນຕົ້ນໄປຈົນກ່ວາມີການປ່ຽນແປງ. ໃນນັ້ນມີຫັຍງແດ່?

ປະຫັວດ ທອງວອນ ຂັນນະຣາ ນັກຮ້ອງລາວຄົນດັງ

June 17, 2021 06:01 - 6 minutes - 14.9 MB

ສຳພາດ : ການເປັນນັກຮ້ອງສຽງດີສຽງເດັ່ນ ບໍ່ແມ່ນຂອງງາຍໆ ແຕ່ແທ້ໆແລ້ວ ອາດຕ້ອງມີພອນສວັນຊ້ຳ. ໃນວົງສັງຄົມລາວນອກມີນັກຮ້ອງຫຼາຍຄົນທີ່ໂດ່ງດັງ. ນຶ່ງໃນນັ້ນມີຍານາງ ທອງວອນ ຂັນນະຣາ ທີ່ເປັນດາຮາຄົນດັງທີ່ຮ້ອງ ທັງເພງລາວແລະລຳໄດ້ດີແລະມ່ວນເປັນພີເສດ.

ນ້ຳບາກ ປ່ຽນເປັນສີຂຽວ

June 17, 2021 05:33 - 3 minutes - 8.52 MB

ໃນປາງສະໃໜເສີກສົງຄາມໃນລາວ ມັນເປັນແມານ້ຳຍຸທສາດອັນນຶ່ງກໍວ່າໄດ້. ສິ່ງແນ່ນນອນແມ່ນມັນທີ່ທຳມາຫາກິນຂອງົຄນໃນຂົງເຂດມາແຕ່ໃດໆ, ແຕ່ບັດນີ້ມັນປາກົດການເປັນນ້ຳສີຂຽວ. ດ້ວຍເຫດໃດກັນແທ້?

ງົວ-ຄວາຍເປັນພະຍາດ ລຳປີ ສະກິນ ຮ້າຍແຮງຂຶ້ນໃນ ສປປລາວ

June 17, 2021 05:04 - 8 minutes - 18.8 MB

ພະຍາດລຳປີສະກິນເກີດມາຈາກແມພະຍາດ ໄວຣັສ ທີສັດເປັນກັນແລະຄົນກໍເປັນໄດ້. ພະຍາດນີ້ເປັນອາການທີ່ຍັງບໍ່ຖຶກປິ່ນປົວໄດ້ນອກຈາກມີແຕ່ສັກຢາວັກດຊີນກັນໄວ້. ບັດນີ້ງົວຄວາມນໃນ ສປປລາວ ເປັນພະຍາດດັ່ງກ່ວາຫຼາຍຂຶ້ນແລະໃນຫຼາຍຫົນແຫ່ງແລ້ວ.

ຖ້ຳເສັ້ນທາງຣົດໄຟລາວ-ຈີນອັນສຸດທ້າຍຖຶກສ້າງສຳເຣັດແລ້ວ

June 17, 2021 04:50 - 6 minutes - 14.1 MB

ເສັ້ນທາງຣົດໄຟຄວາມໄວສູງຈີນຫ-ລາວຢືດຍາວແລະຕົກເປັນຣາຄາອັນມະຫາສານ ທີ່ ສປປລາວ ມີໜີ້ມີສິນກັບ ສປຈີນ ມາກມາຍແທ້ໆຍ້ອນ. ບັດນີ້ໂອມໂມງອັນສຸດທ້າຍຂອງເສັ້ນທາງນັ້ນທີ່ຍືດຍາວປະມານເກົ້າກິໂລແມດປາຍ ຖຶກສ້າງສຳເຣັດໃນ ສປຈີນ ແລ້ວ ແຕ່ໂຄງການຣົດໄຟຄວາມໄວສູງຈີນ-ລາວນັ້ນຈະ ຖຶກເປີດຂຶ້ນໂດຍເປັນທາງການແລະສົມບຸນແບບທັນເວລາທີ່ບົ່ງໄວ້ບໍ່?

ປອດພັຍບໍ່ທີ່ຈະສົ່ງຢາບ້າມາຍັງອອສເຕຼເລັຍໂດຍທາງ ອີແອມແອດສ໌?

June 17, 2021 04:36 - 4 minutes - 11 MB

ຢາ ອາຍສ໌ ເປັນຢາບ້າຊະນິດນຶ່ງທີ່ຄົນເສບມັນແລະກັບກາຍເປັນຄົນທີ່ຕິດມັນ. ຢາດັ່ງກ່າວເປັນຂອງທີ່ຫາໄດ້ຍາກ. ມັນຖຶກລັກລອບເອົາເຂົ້າມາຍັງອອສເຕຼເລັຍໂດຍນາໆວິທີການ. ແຕ່ການສົ່ງມັນມາຜ່ານ ອີແອມແອດສ໌ ມັນປອດພັຍບໍ່?

ຄົນອອສເຕຼເລັຍສູນເສັຍຫຼາຍລ້ານດອນລາແກ່ການຕົວະຕົ້ມໃນປີ 2020.

June 17, 2021 04:17 - 6 minutes - 8.36 MB

ໜັງສືລາຍງານຂັ້ນແຫ່ງຊາດບອກໃຫ້ຮູ້ເຫັນວ່າຄົນອອສເຕຼເລັຍສູນເສັຍເງິນຄຳມາກມາຍ ເປັນປະຫວັດການໃນປີ 2020 ໃຫ້ແກ່ການຕົວະຕົ້ມຕ່າງໆ. ນັ້ນຕົກເປັນ 850 ລ້ານ ດອນ. ສ່ວນໃຫຍ່ແລ້ວແມ່ນການຕົວະຕົ້ມກ່ຽວກັບການໜູນເງິນໜູນຄຳແລະການຕົວະຕົ້ມໃນ ດ້ານຄວາມຮັກອັນລຶກຊຶ້ງ.

ຄົນ ຕໍແຣສ ສະເຕຼດຕ໌ ມີອາລົມຮ້າຍກັບການສັກຢາວັກຊີນ ໂຄວິດ-19

June 17, 2021 04:03 - 7 minutes - 10.5 MB

ຄົນອອສເຕຼລຽນ່ີທຢູ່ກິນໃນຊາຍແດນທີ່ຕິດກັບປະເທດປາປົວນີວກີນີ ໃຈຮ້າຍແລະເຫຼືອອົກເຫຼືອໃຈພາຍຫຼັງນາຍົກຣຖັມົນຕີ ສະກອດຕ໌ ມໍຣິຊັນ ໃຫ້ຄຳໜັນສັນຍາຈະສັກຢາວັກຊີນ ໂຄວິດ-19 ແກ່ຂົງເຂດ ຕໍເຣັດສ໌ ສະເທດຕ໌ ຢ່າງຮີບດ່ວນແຕ່ນີ້ຍັງບໍ່ຖຶກກະທຳຂຶ້ນເທື່ອສຳຮັບເຂັມທີ່ສອງ. ຊາຍແດນອອສເຕຼເລັຍທີ່ຕິດກັບປະເທດ ປາປົວນີວກີນີ ມີັນຄົນເປັນພະຍາດ ໂຄວິດ-19 ຫຼາຍ.

ຄົນອາຟການທີ່ມີຄວາມຢ້ານກົວຕຽມໂຕບິນມາຍຢູ່ອອສເຕຼເລັຍ

June 17, 2021 03:46 - 6 minutes - 9.08 MB

ຄົນອາຟການຈຳນວນນຶ່ງທີ່ເຮັດວຽກໃຫ້ແກ່ທະຫານອອສເຕຼເລັຍ ຖຶກບອກໃຫ້ຕຽມເນື້ອຕຽມໂຕເພື່ອສຸກເສີນມາຢູ່ອອສເຕຼເລັຍ. ມີການເຂົ້າໃຈວ່າພວກເຫຼົານີ້ຈະມີຄວາມສ່ຽງພັຍມາກມາຍເມື່ອ ອອສເຕຼເລັຍຫາກຖອນໂຕອອກໄປຈາກອາຟການິສຖານແລ້ວ.

ຄົນຕັດສັນຊາດສະບານໂຕໜ້າຕໍ່ໜ້າເອົາສັນຊາດອອສເຕຼລຽນ

June 17, 2021 03:27 - 5 minutes - 6.91 MB

ພາຍທີອອສເຕຼເລັຍປິດຊາຍແດນແລະທີ່ອອສເຕຼເລັຍມີເສຖກິດອັນບໍ່ແນ່ນອນ ບັດນີ້ມີການສະບານໂຕເອົາສັນຊາດອອສເຕຼເລັຍຄືນໃໜ່ແລ້ວ. ພິທີການສະບານໂຕນັ້ນກຳລັງຖຶກເລັ່ງລັດຂຶ້ນທົ່ວອອສເຕຼເລັຍຢູ່.

ຂ່າວສຳຮັບຣະຍະ 14-6-21

June 17, 2021 03:14 - 12 minutes - 17.1 MB

ໃນຣະຍະ 14-6-21 ມີຂ່າວຄາວຫັຍງແດ່ທີ່ເປັນສິ່ງທີ່ຄວນຊາບ?

ກອງປະຊຸມພິເສດ ອາຊຽນ-ສປຈີນ ຂອງຫ່ວາງນຶ່ງນີ້

June 17, 2021 03:07 - 6 minutes - 15.5 MB

ອາຊຽນ-ສປຈີນ ມາຄວາມສຳພັນກັນມານານແນ້ວແລະໃນຫ່ວາງບໍ່ດົນນານ ແລ້ວນີ້ປະຊຸມິພເສດກັນຂຶ້ນ. ນັ້ນແມ່ນເພື່ອຫັຍງ?

ມັນປອດພັຍບໍ່ທີ່ຈະສົ່ງຢາບ້າໄປຍັງອອສເຕຼເລັຍໂດຍທາງ ອີແອມແສດສ໌?

June 17, 2021 02:56 - 4 minutes - 11 MB

ຢາບ້າຖຶກນຳເຂົ້າປະເທດໂດຍມາວິທີການ. ປະເທດອອສເຕຼເລັບມີການຕໍ່ຕ້ານຢາເສດຕິດຢ່າງເຄັງຄັດແລະໄດຜົນດີ. ວິທີການອັນນຶ່ງທີ່ນຳຢາເສດຕິດມາຍັງອອສເຕຼເລັຍແມ່ນສົ່ງມັນມາທາງ ໄປສະນີແນວໃດແນວນຶ່ງ ດັ່າງຜ່ານ ອີແອມແສດສ໌ ແຕ່ມັນຈະຕລອດປອດ ພັຍບໍ່?

ການສັກຢາວັກຊີນ ຟາຍເຊີ ໃນ ສປປລາວ

June 17, 2021 02:16 - 7 minutes - 18 MB

ສປປລາວ ຖຶກບຸກຣຸກໂດຍ ໂຄວິດ-19 ມາຊົ່ວຣະຍະນຶ່ງແລ້ວ ທີ່ໃນວັນທີ 17-6-21 ມີຄົນເປັນ ໂຄວິດ-19 ເຖິງປະມານ 2033 ຄົນແລ້ວທີ່ກໍທະວີຂຶ້ນຕລອດມາຢູ່. ສປປລາວ ໄດ້ຮັບການຊ່ວຍເຫຼືອກ່ຽວັກຍ ໂຄວິດ-19 ຈາກຕ່າງປະເທດມາກມາຍ ເຊັ່ນ ຈາກສະຫະປະຊາຊາດ (ໂຄແວກສ໌) ອອສເຕຼເລັຍ ສະຫະຣັດອະເມຣິກາ ແລະອື່ນໆ. ໃນຂະນະນີ້ ສປປລາວກຳັງຈາັກຢາວັກຊີນ ໂຄວິດ-19 ໂດຍໃຊ້ຢາ ຟາຍເຊີ ຈຳນວນນຶ່ງຢູ່.

ຄົນຕ່າງປະເທດທີ່ມາຢູ່ອອສເຕຼເລັຍ ໜີຈາກ ຍ້ອນກົດເກນຊາຍແດນອອສເຕຼເລັຍ

June 17, 2021 01:59 - 7 minutes - 10.5 MB

ການທີ່ຣັຖບານອອສເຕຼເລັຍຈະບໍ່ເປີດຊາຍແດນຕໍ່ສາກົນນາໆຊາດ ຈົນກ່ວາຮອດກາງປີ 2022 ເປັນການເຮັດໃຫ້ຄົນຕ່າງປະເທດທີ່ມາ ຢູ່ອອສເຕຼເລັຍຢ່າງຖາວອນລໍຖ້າບໍ່ໄດ້ໃນການຈະໄປຢຽມຢາມຍາດຕິ ພີ່ນ້ອງໃນຕ່າງປພເທດ. ຫຼາຍຄົນໜີໄປຈາກອອສເຕຼເລັຍຢ່າງຖາວອນແລ້ວຫຼືກຳລັງຈະໜີໄປຢູ່. ນີ້ເປັນການສ້າງຄວາມເສັຍຫາຍແກ່ເສຖກິດອອສເຕຼເລັຍທີ່ຕ້ອງການ ແຮງງານທີ່ມີຄວາມສ່ຽວຊານຢູ່ແລ້ວ.

ອົງການສາທາຣະນະສຸກໂລກເວົ້າວ່າການສັກຢາວັກຊີນເປັນທາງອອກຈາກວິກິດ ໂຄໂຣນາໄວຣຣັສ

June 17, 2021 01:41 - 6 minutes - 9.35 MB

ໂຄວິດ-19 ກຳລັງອາຣະວາດໂລກມະນຸດໂດຍນາໆວິທີການຢ່າງແຮງ ໂດຍບໍ່ສມ່ຳສເມີກັນໃນທຸກປະເທດ. ອົງການສາທາຣະນະສຸກໂລກເຫັນວ່າບາງປະເທດຄວບຄຸມພະຍາດດັ່ງ ກ່າວໄວ້ໄດ້ແລະບາງປະເທດມີຢາວັກຊີນກັນ ໂຄວິດ-19 ໂດຍຈຳກັດ. ອົງການສາທາຣະນະສຸກໂລກເຫັນວ່າການມີຢາວັກຊີນນັ້ນຢ່າງສເມີ ພາບກັນຈະເປັນບາດກ້າວໃນຂ້າງໜ້າທີ່ຈະມີປົກກະຕິຄືນໄດ້.

ນາຍົກອອສເຕຼເລັຍໄປປະຊຸມກັບຜູ້ນຳຂັ້ນໂລກ

June 17, 2021 00:41 - 8 minutes - 12.3 MB

ສະກອດ ມໍຣິຊັນ ນາຍົກຣັຖມົນຕີອອສເຼເລັຍໄປປະຊຸມອັນສຳຄັນກັບຜູ້ນຳຂັ້ນໂລກ ນະທີ່ກອງປຸຊມ ຊີ-7 + 3 ໃນປະເທດອັງກິດ. ໃນການໄປແລະກັບທ່ານກໍຈະພົບປະປະຊຸມກັນກັບຜູ້ນຳຂອງປະເທດຕ່າງໆ ເຊັ່ນ ສິງກະໂປ. ການພົບປະປະຊຸມກັນຕ່າງໆນັ້ນລ້ວນແລ້ວແຕ່ເປັນສິ່ງສຳຄັນແທ້ໆ.

ການຮັບເດັກໃນຕ່າງປະເທດມາເປັນລູກ

June 17, 2021 00:16 - 8 minutes - 19.5 MB

ຄົນອອສເຕຼເລັຍຫຼາຍຄົນຢາກເອົາເດັກໃນຕ່າງປະເທດມາເປັນລູກ. ວິທີການອັນນ່ຶງແມ່ນຜ່ານການເອົາມາແຕ່ຕ່າງປະເທດໂດຍເປັນ ທາງການ. ອອສເຕຼເລັຍມີຂໍ້ຕົກລົງເຫັນດີກັນກັບບາງປະເທດເພ່ືອໃຫ້ຄົນກະ ທຳເຊັ່ນນັ້ນໄດ້ ແຕ່ຣະບົບການແມ່ນຍືດຍາວແລະຕ້ອງມີການຕັດ ສິນໃຈອັນໜຽວແໜ້ນ.

ຂ່າວສຳຮັບຣະຍະ 12-6-21

June 16, 2021 23:59 - 10 minutes - 14 MB

ຂ່າວຄາວສຳຮັບຣະຍະ 12-6-21 ທີ່ເປັນອັນສົນໃນ ມີຫັຍງແດ່?

ການຕ້ອງຫ້າມກ່ຽວກັບ ໂຄວິດ-19 ແມນລ໌ເບີນ ຍັງບໍ່ໜົດແທ້ໆເທື່ອ

June 11, 2021 09:59 - 5 minutes - 7.13 MB

ການຕ້ອງຫ້າມ ລ໋ອກດາວ ແມນລ໌ເບິນ ແລະຂົງແຄ້ວນໜົດແລ້ວແຕ່ ມີການຕ້ອງຫ້າມຊະນິໃໜ່ມາແທນ. ບັດນີ້ກົດເກນການລ໋ອກດາວນັ້ນຖຶກຍົກເລີກແລ້ວແຕ່ການນາບຂູ່ຈາກ ໂຄວິດ-19 ຍັງມີຢູ່ແທ້ໆຢູ່. ນີ້ພາໃຫ້ມີການຕ້ອງຫ້າມບາງຢ່າງຖຶກນຳມາບັນ. ທ່ານຮູ້ອັນໃດແດ່?

ຄົນງານລາວປະສົບການກັບໜູຣະບາດໃນອອສເຕຼເລັຍ

June 10, 2021 08:12 - 14 minutes - 32.2 MB

ສຳພາດທ່ານ ສີສຸພັນ ຜູ້ນຳແຮງງານກະເສດ. ອອສເຕຼເລັຍເຄີຍມີໜູຣະບາດໃນທົ່ງກະເສດຢູ່ເລື້ອຍໆ ໂດຍສະເພາະໃນຍາມ ເກັບກ່ຽວເຂົ້າຕ່າງໆນາໆ. ໃນເວລານີ້ໜູກຳລັງເກີດແມ່ແຜ່ລູກຣະບາດຂຶ້ນໃນທົ່ງປູກເຂົ້າຕ່າງໆໃນຣັດ ນີວຊາວແວນ ອອສເຕຼເລັຍ. ນີ້ກໍກຳລັງກະຈູ້ກະຈາບລາມໄປຫຼາຍແຫ່ງຢູ່. ໃນນີ້ ການສຳພາດທ່ານ ສີສຸພັນ ຈະນຳພາທ່ານໄປຮູ້ເຫັນວ່າຫັຍງແມ່ນຫັຍງ.

ການຄ້າໄທຍ໌ກັບປະເທດຊາຍແດນພູນສຸກ

June 10, 2021 07:54 - 3 minutes - 8.32 MB

ປະເທດໄທຍ໌ເປັນປະເທດທີ່ສຳຄັນແຫ່ງນຶງໃນພາກພື້ນອາຊາຕາເວັນອອກສ່ຽງໃຕ້ ແລະມີການຄ້າີດກ່ວາຫຼາຍໆປະເທດຂອງທ່ອງຖ່ິນ. ໃນປີນີ້ປາກົດວ່າການຄ້າໄທຍ໌ກັບສີ່ປະເທດບ້ານໃກ້ເຮືອນຄຽງແມ່ນດີຫຼາຍກ່ວາ ຫ້າແນລ້ານ.

ສປປລວ ຈະນຳອອກສິນຄ້າກະເສດ 1500ລ້ານ ດອນ ໄປ ສປຈີນ

June 10, 2021 07:42 - 5 minutes - 11.9 MB

ສປປລາວ ເປັນປະເທດທີມີພົນລະເມືອງບໍ່ຫຼາຍ ແລະຕິດກັບ ສປຈີນ ທີມີພົນລະ ເມືອງບໍ່ຫຼຸດ 1400ລ້ານ ຄົນ ທີ່ມີປາກມີທ້ອງທີ່ຕ້ອງການອອາຫານການກິນມາກ ມາຍຫຼາຍແທ້ໆ. ບັດນີ້ ສປປລາວ ຈະສົງສິ້ນຄ້າກະເສດໃນລາວໄປຍັງພາກນຶ່ງຂອງ ສປຈີນ ເຖິງ ມູນຄ່າ 1500ລ້ານ ດອນ.

ສປປລາວ ໄດ້ຢາວັກຊີນ ໂຄວິດ-19 ຟຼີໆອີກແລ້ວ

June 10, 2021 07:30 - 5 minutes - 12.3 MB

ສປປລາວ ມີພົນລະເມືອງປະມານເຈັດລ້ານຄົນແລະດ້ອຍການພັທນາ. ເຖິງຈະເປັນແນວນັ້ນກໍຕາມ ໂຄວິດ-19 ມັນບໍ່ໄວ້ໜ້າແຕ່ຢ່າງໃດ. ມັນບຸກຣຸກໄປທົວເກືອບທຸກຫົນແຫ່ງແລ້ວຈົນວ່າເປັນມັນແລ້ວເກືອນ ສອງພັນຄົນ. ສາກົນນາໆຊາດກໍພາກັນຊ່ວຍເຫຼືອລາວກ່ຽວກັນ ໂຄວິດ-19 ໂດຍວິການຕ່າງໆ ເຊັ່ນໃຫ້ເງິນຄຳ ຢຸກຢາຕ່າງໆ. ໃນຫ່ວາງນຶ່ງນີ້ ສປປລາວກໍໄດ້ຮັບຢາວັກຊີນ ໂຄວິດ-19 ອີກປະມານ ນຶ່ງແສນເຂັມ.

ຈຳນວນຄົນເປັນ ໂຄວິດ-19 ໃນໄທຍ໌

June 10, 2021 07:12 - 2 minutes - 5.65 MB

ໃນເລານີ້ພົນລະເມືອງໄທຍ໌ມີເກືອຍເຖິງ 50 ລ້ານຄົນ ແລະກຳລັງຖຶກອາຣະວາດ ໂດຍ ໂຄວິດ919 ຢູ່. ປະເທດໄທຍ໌ສະກັດກັ້ນພະຍາດດັ່ງກ່ວາໄດ້ດີແລະປິ່ນປົວຄົນທີເປັນມັນໄດ້ມາກ ມາຍດ້ວຍ. ກ່ຽວກັບເຣື່ອງນີ້ຕ້ອງມອງເບິ່ງສະຖານະພາບ ໂຄວິດ-19 ໃນໄທຍ໌.

ຄຳໜັ້ນສັນຢາບໍຣິການຢາວັກຊີນ ໂຄວິດ-19 ແກ່ປະເທດທີ່ທຸກຍາກ

June 10, 2021 07:00 - 6 minutes - 8.7 MB

ປະເທດອອສເ6ູເລັຍເປັນປະເທດນຶ່ງຈາກປະເທດຈຳນວນນຶ່ງທີ່ໃຫ້ຄຳໜັ້ນສັນຍາ ໃຫ້ເງິນແກ່ໂຄງການ "ໂຄແວກ" ່ ທີ່ມີຈຸດປະສົງບໍຣິການຢາວັກຊີນ ໂຄວິດ-19 ແກ່ປະເທດທີ່ທຸກຍາກລ້ຳບາກຍາກແຄນ. ຣັຖບານອອສເຕັຍເລັຍໃຫ້ສັນຍາວ່າຈະໃຫ້ເງິນນັ້ນເຖິງຫ້າສິບບລ້ານດອນລາແກ່ ໂຄແວກ. ກ່ອນນີ້ອອເຕຼເລັຍກໍໃຫ້ແກ່ ໂຄແວກ ໄປແລ້ວແປດສິບລ້ານດອນ. ນອກນັ້ນອອສເຕັຼຍກໍໃຫ້ເງິນເຖິງຫຼາຍກ່ວາສິບຫ້າລ້ານແກ ສປປລາວ ເພືອຝຶກຫັດພະນັກງານສັກຢາວັກຊິນນັ້ນແລະເພື່ອໄປຊື້ຢາວັກຊີນ ໂຄວິດ-19 ຍີ່ຫໍ໊ ຟາຍເຊີ ນຶ່ງລ້ານເຂັມດ້ວຍ.

ຂະແໜງການດູແລຄົນແກ່ສະຣາຖຶກໄຈ້ດູເບິ່ງ

June 10, 2021 06:43 - 4 minutes - 5.79 MB

ຣັກວິກຕໍເຣັຍຈະເລັ່ງລັດການສັກຢາວັກຊິນ ໂຄວິດ-19 ສຳຮັບ ພະນັກງານການດູແລຄົນສະຣາແລະພິການ ຢ່າງຮີບດ່ວນຫ້າມື້. ໂຄວິດ-17 ອາຣະວາດສະຖານທີ່ການດູແລຄົນແກສະຣາອີກ ໃໜ່ໃນວ່ານຶ່ງນີ້. ນີ້ພາໃຫ້ມີການໄຈ້ດູເບິ່ງວຽກງານຂອງຣັຖບານອອສເຕຼເລັຍກ່ຽວ ກັບພະຍາດດັ່ງກ່າວແລະກິຈການການດູແລຄົນສະຣາແລະພິການ ດ້ວຍ.

ເບັ້ຍພັຍພິບັດ ລ໋ອກດາວ ສຳຮັບຄົນວິກຕໍເຣັຍ

June 10, 2021 06:28 - 6 minutes - 9.31 MB

ຣັກວິກຕໍເຣັຍຖຶກ ໂຄວິດ-19 ບຸກຣຸກມາເປັນຮວດໆເຖິງສີ່ຄັ້ງແລ້ວ ແລະ ລ໋ອກດາວ ແຕ່ຣະຄັ້ງເສັຍຮ້າຍຮອບດ້ານຮອບແນວ ທີ່ໃນນີ້ ມີດວຍຄົນມີບັນຫາຕ່າງໆກັບເງິນຄຳ. ຍ້ອນແນວນີ້ຣັຖບານອອສເຕຼເລັຍໃຫ້ເບັ້ຍລ້ຽງບາງຢາງແກ່ຄົນ ໃນຣັດດັ່ງກ່າວຢູ່.

ຜູ້ຍິງບໍ່ມີເງິນບຳນານສ່ວນໂຕເທົ່າກັບຂອງຜູ້ຊາຍ

June 10, 2021 06:13 - 6 minutes - 9.16 MB

ອີງຕາມ "ອິນດັສທຼີ ສຸບເປີ" ຜູ້ຍິງໃນອອສເຕຼເລັຍໄປບຳນານໂດຍມີເງິນ ພຽງແຕ່ສອງສ່ວນສາມຂອງເິງນບຳນານຂອງຜູ້ຊາຍ. ບັດນີ້ມີການຮຽກຮ້ອງຕ້ອງການໃຫ້ມີການເສັຍຄ່າກອງເງິນສຳບຳນານເມື່ອ ຜູ້ຍິງຜັກການເພື່ອລ້ຽງດູລູກ. ວ່ານີ້ແມ່ນເພື່ອເຮັດໃຫ້ເງິນບຳນານສ່ວນໂຕຂອງຜູ້ຍິງແລະຜູ້ຊາຍເທົ່າທຽມກັນ.

ຂາວສຳຮັບຣະຍະ 05-6-21

June 10, 2021 05:59 - 12 minutes - 17.1 MB

ຂ່າວຄາວທີ່ເປັນສິ່ງຄວນຮູ້ໃນຣະຍະ 05-9-21.

ໄທຍ໌ຜະຣິດຢາວັກຊີນ ໂຄວິດ-19 ອາສຕຼາຊີນິກາ ສຳເຣັດ

June 10, 2021 05:50 - 4 minutes - 10.9 MB

ໃນໂລກນີ້ມີຢາວັກຊີນ ໂຄວິດ-19 ບໍ່ເທົ່າໃດຍ່ີຫໍ້ເພາະການຄົ້າຄົ້ວຜະຣິດຢາດັ່ງກ່າວ ອອກມາລົ້ມເຫຼວໄປແລ້ວອັນ. ບັດນີ້ປະເທດໄທຍ໌ຜະລິດຢາວັກຊີນ ໂຄວິດ-19 ຍີ່ຫໍ້ອາສຕຼ່າຊີນິກາ ອອກມາບໍ່ຣິ ການສຳເຣັດແລ້ວ.