SBS Lao - SBS ພາ​ສາ​ລາວ artwork

SBS Lao - SBS ພາ​ສາ​ລາວ

1,465 episodes - Lao - Latest episode: 10 days ago - ★★★★ - 8 ratings

Independent news and stories from SBS Audio, connecting you to life in Australia and Lao-speaking Australians. - ຂ່າວທີ່ມີອິສຣະພາບແລະເຣື່ອງທີ່ເອົາທ່ານໃສ່ຊີວິດໃນອອສເຕຼເລັຍແລະຄົນອອສເຕຼລຽນທີປາກພາສລາວ.

News
Homepage Apple Podcasts Google Podcasts Overcast Castro Pocket Casts RSS feed

Episodes

ຂ່າວສຳຮັບຣະຍະ 08-3-21

March 11, 2021 06:01 - 14 minutes - 19.5 MB

ຂ່າວສຳຮັບຣະຍະ 08-3-21 ທີ່ເປັນທີ່ສົນໃຈ ມີຫັຍງແດ່?

ໄທຍ໌ຮຽກຮ້ອງເປີດສາມດ່ານກັບ ສປປລາວ

March 11, 2021 05:43 - 6 minutes - 14.1 MB

ຊາຍແດນລາວ-ໄທຍ໌ປິດແຈບຕໍ່ແຕ່ ໂຄວິດ-19 ທີ່ລາມມາຈາກ ສປຈີນ ອາຣະວດຂົງເຂດແມ່ນ້ຳຂອງ. ການກະທຳນັ້ນເສັຍຫຼາຍດ້ານຫຼາຍແນວ ເຊັ່ນ ເສຖກິດການຄ້າ... ບັດນີ້ປະເທດໄທຍ໌ຕ້ອງການເປີດຊາຍແດນອີກສາມຈຸດແລະໄດ້ຮ້ອງ ຂໍເຖິງທາງການລາວແລ້ວແຕ່ຍັງບໍ່ມີການຊີ້ຂາດໃດໆເທື່ອໃນເວລານີ້.

ສປປລາວ ຂາຍເຂົ້າ 2,000 ຕັນ ໄປ ສປຈີນ

March 11, 2021 05:27 - 4 minutes - 11 MB

ໃນບໍ່ນານກ່ອນນີ້ ສປປລາວ ໄດ້ຮັບການຊ່ວຍເຫຼືອເຂົ້າຈາກຕ່າງ ປະເທດ ດັ່ງຈາກ ສະຫະຣັດອະເມຣິກາ ແຕ່ບັດນີ້ສົ່ງເຂົ້າມາກ 2,000 ຕັນໄປຈີນ... ເປັນແນວໃດກັນແທ້?

ສປປລາວ ລົງມືສັກຢາວັກຊີນ ໂຄວິດ-19

March 11, 2021 05:13 - 7 minutes - 16.7 MB

ສປປລາວ ມີຄົນເປັນ ໂຄວິດ-19 ທະວີຂຶ້ນເປັນຂັ້ນໆ ແຕ່ບໍ່ຫຼາຍ ທີ ໃນເວລານີ້ມີຄົນເປັນແລ້ວພຽງແຕ່ 47 ຈາກຫ່ວາງນຶ່ງນີ້ທີເປັນ 45 ຄົນ. ຈາກທັງໜົດນັ້ນບໍ່ມີຕາຍຍ້ອນ ໂດຍທີ່ວ່າຟຶ້ນດີຄືນແລ້ວ 42 ຄົນ. ນີ້ແປວ່າ ສປປລາວ ກໍມີຄວາມສ່ຽງກັບພະຍາດດັ່ງກ່າວ. ບັດນີ້ ສປປລາວ ເລີ້ມສກັຢາວັກຊີນ ໂຄວິດ-19 ຂັ້ນສອງຂຶ້ນແລ້ວ...

ນັກວິທຍາດຫຼາຍຄົນເຫັນວ່າການຈຳຄຸກຍາວນານ ຄາຕຼີນ ໂຟນລ໌ບີກ ເປັນສິງບໍ່ຖຶກຕ້ອງ

March 11, 2021 04:34 - 6 minutes - 8.35 MB

ຄະນະຜູ້ສ່ຽວຊານຄະນະນຶ່ງທີ່ປະກອບດ້ວຍນັກການແພດ 90 ຄົນ ພາກັນເຊັນສານເປີດກ້ວາງຮຽກໃຫ້ມີການປ່ອຍໂຕຍານາງ ຄາຕຼີນ ໂຟນລ໌ບີກ ອອກຈາກຄຸກ ຍ້ອນເຫັນວ່າແລະມີຫຼັກຖານວາ່ການຕັດ ສິນຜູ້ກ່ຽວນັ້ນເປັນການຜິດພາດເປັນປະຫັວດການ...ຄືກ່ຽວກັບຄະ ດີທີ່ວ່າຜູ້ກ່ຽວຂ້າອອກເຖິງສີ່ຄົນ... ບັດນີ້ຫຼັກຖານໃນດ້ານ ດີແອນເອ ພິສູດໃຫ້ເຫັນວ່າລູກນັ້ນຕາຍໄປໃນ ແບບທັມຊາດ.

ການສັກຢາວັກຊີນໃນອອສເຕຼເລັຍຈະເປັນໄປທັນເວລາທີ່ບົ່ງໄວ້

March 11, 2021 04:16 - 4 minutes - 6.67 MB

ການສັກຢາວັກຊີນ ໂຄວິດ-19 ໃນອອສເຕຼເລັຍຍັງບໍ່ທັນການກັນ ຕາຕະຣາງເວລາທີ່ບົ່ງວາງໄວ້ແຕ່ທາງການສາທາຣະນະສຸກອອສເຕຼ ເລັຍມີຄວາມໜັ້ນໃຈກັບທີ່ຈະສຳເຣັດໄດ້ພາຍໃນເດືອນຕຸລາ 2021... ເຖິງເວລານີ້ຄົນເຖິງຫຼາຍກ່ວາ 61,000 ຄົນຖຶກສັກຢານັ້ນໃຫ້ແລ້ວ ແຕ່ມີການມອງເຫັນວ່າການສັກຢານັ້ນຄວນວ່ອງໄວຂຶ້ນຕື່ມ...

ນາຍົກອອສເຕຼເລັຍຖຶກກົດດັນໃຫ້ແກ້ໄຂການກ່າວຫາໃສ່ ຄຼິສຊຽນ ພອກເຕີ

March 11, 2021 04:01 - 7 minutes - 9.79 MB

ຄອບຄົວຂອງຍິງທີ່າວຫາ ຄຼິສຊຽນ ພອກເຕີ ອາຍາການໃຫຍ່ອອສເຕຼເລັຍ ກ່ຽວກັບການຂົ່ມຂຶນສຳເລົາອັນເປັນປະວັດການສນັບສນູນໃຫ້ມີການກວດ ເບິ່ງຂັ້ນແຫ່ງຊາດກ່ຽວກັບການຕາຍຂອງຜູ້ກ່ຽວທ່ີ່ເກີດຂຶ້ນໃນປີການນີ້. ທ່ານ ພອກເຕີ ລາຣາຊການໄປຊົ່ວຣະຍະນຶ່ງພາຍຫຼັງທີ່ອອກມາປະຕິເສດ ບໍ່ຮັບຮູ້ການກ່າວຫານັ້ນ. ທ່ານຈະບໍ່ລາອອກຕ່ຳແໜ່ງຂອງທ່ານ...

ໃນວັນຜູ້ຍິງສາກົນ : ຕ້ອງການຫັຍງປ່ຽນແປງໃນຮີດໃນສະພາອອສເຕຼເລັຍ?

March 11, 2021 03:44 - 8 minutes - 12.1 MB

ຮີດການກະທຳຫຼາຍສິ່ງຫຼາຍຢ່າງໃນສະພາຜູ້ແທນຣາຊດອນອອສເຕຼເລັຍ ດັ່ງທີ່ ກະທຳຕໍ່ຜູ້ຍິງກຳລັງຖຶກວິພາກວິຈານຢ່າງກ້ວາງຂວາງໂດຍສະເພາະໃນຣະຍະ ວັນຜູ້ຍິງສາກົນ... ມີຫັຍງແດ່ທີ່ເຫັນວ່າຄວນປ່ຽນແປງ?

ຂ່າວສຳຮັບ 06-3-21

March 11, 2021 03:29 - 12 minutes - 17.3 MB

ຂ່າວສຳຮັບຣະຍະ 06-3-21 ທີ່ເປັນແນວສົນໃຈນຳມີຫັຍງແດ່?

ຣັຖບານພະຣາຊອາຈາຈັກລາວປະຕິຮູບເພື່ອລາວທຸກທົ່ວໜ້າ (ສຳພາດນາຍົກ)

March 04, 2021 02:10 - 21 minutes - 49.7 MB

ຕໍ່ແຕ່ພະຣາຊອານາຈັກນລາວຖຶກອົມເອົາໃນປີ 1975 ເປັນຕົ້ນມາ ການຕໍ່ສູ້ພັກຣັຖສັງຄົມນິຍົມຄອມມຸຍນິສຕ໌ໃນຜື້ນແຜ່ນດິນລາວມີ ມາຢ່າງບໍ່ຫຼົດຣະ. ໃນນັ້ນຣັຖບານພະຣາຊນາຈັກລາວຜັດຖິ່ນ ຢ່າງຂະຫັຍນໄດ້ກະທຳ ດັ່ງນັ້ນເພື່ອເດີນໜ້າໃຫ້ໄດ້ຜົນຢູ່ຕໍ່ໆໄປ ທີ່ໃນບໍ່ຊ້ານີ້ຈະມີກອງປະ ຊຸມໃຫຍ່ອັນນຶ່ງຂຶ້ນເພື່ອປະຕິຮູບແລະວາງແຜ່ນຕ່າງໆນາໆອອກມາ...

ອະນຸຍາດຢູ່ອອສເຕຼເລັຍຢ່າງຖາວອນຖຶກມອບໃຫ້ຄົນຮົງກົງຫຼາຍຂຶ້ນ

March 04, 2021 00:19 - 3 minutes - 7.7 MB

ຈຳນວນວີຊາເພື່ອຢູ່ອອສເຕຼເລັຍຢ່າງຖາວອນຖຶກມອບໜາຍໃຫ້ແຫ່ຄົນ ຮົງກົງຫຼາຍຍິ່ງຂຶ້ນມາກມາຍຕໍ່ແຕ່ຣັຖບານຮົງກົງບັນຍັດກົດຽາຍຄວາມ ໜັ້ນຄົງແຫ່ງຊາດ ສປຈີນຂຶ້ນໃນຮົງກົງໃນເດືອນກໍຣະກະດາປີ 2020 ເປັນຕົ້ນມາ. ຂໍ້ມູນທີ່ ແອສບີແອສ ໄດ້ມາພາຍໃຕ້ກົດໜາຍຂໍ້ມູນເສຣີແລະຈາກ ຜູ້ສ່ຽວຊານຕ່າໆ ບອກໃຫ້ຮູ້ວ່າແນວໂນ້ມຂອງການທະວີຫຼາຍຂຶ້ນນັ້ນ ຈະມີຢູ່ຕໍ່ໄປ...

ຈອບສິກເກີ ປ່ຽນແປງ

March 04, 2021 00:03 - 6 minutes - 8.74 MB

ເບັ້ຍ ຈອບສິກເກີ ຖຶກຂຶ້ນໃຫ້ຢ່າງຖາວອນ $50 ຕໍ່ 2 ສັບປະດາແລ້ວ. ນີ້ຈະສັກຊິດຂຶ້ນພາຍຫຼັງເງິນການຄ້ຳຈູນ ໂຄວິດ-19 ຈົລສິ້ນລົງແລ້ວໃນ ເດືອນໜ້າ, ມີນາ 2021. ແຕ່ຄະນະຊຸມຊົນຕ່າງໆເວົ້າວ່າຣັຖບານອອສເຕຼເລັຍປະລະຄົນທີ່ມີຄວາມ ອ່ອນແອ ທີ່ພວກຂະເຈົ້າບາງຄົນມີຄວາມຍາກຊາທີ່ຈະຄວບຄຸມຄ່າຄອງຊີບ ອັນຈຳເປັນໄວ້ໄດ້...

ໃຫ້ຣະມັດຣະວັງການຕົວະຕົ້ມໃນຍາມສັກຢາວັກຊີນ ໂຄວິດ-19

March 03, 2021 22:57 - 7 minutes - 10.7 MB

ຍາມການສັກຢາວັກຊີນ ໂຄວິດ-19 ເປັນເວລາທີ່ທາງການອອສເຕຼເລັຍ ໂດຍສະເພາະສາທາຣະນະສຸກມີຄວາມຂຸ້ນຂ້ຽວຫຼາຍແທ້ໆແລະຄົນທັງຫຼາຍກໍ ມີຄວາມສັບສົນກ່ຽວການການສັກຢານັ້ນ. ນອກນັ້ນກໍມີຄົນບໍ່ດີມາສວຍໂອກາດມາຕົວະຕົ້ມຄົນທງຫຼາຍໂດຍອາໃສການ ສັກຢານັ້ນເປັນຄັນຕາຣະບັດບັງໜ້າ... ກະຣຸນາຣະວັງນຳແທ້ໆ.

ການສັກຢາວັກຊີນ ໂຄວິດ-19 ດຳເນິນຕໍ່ໄປແຕ່ຄົນຊະຣາ 2 ຄົນຖຶກສັກໃຫ້ເກີນໄປເຖິງ 4 ເທື່ອ

March 03, 2021 22:28 - 6 minutes - 9.1 MB

ເຄຼກ ຮານຕ໌ ຣັຖມົນຕຼີສາທາຣະນະສຸກອອສເຕຼເລັຍເວົ້າວ່າຄົນທີ່ ຢູ່ກິນໃນການດູແລຄົນຊະຣາສອງົຄນທີ່ຖຶກສັກຢາວັກຊີນ ໂຄວິດ-19 ໃຫ້ໂດຍບໍ່ຖຶກຕ້ອງບໍ່ສະແດງອາການອັນບໍ່ດັກບໍ່ດີໃດໆໃຫ້ຮູ້ເຫັນ. ຜູ້ເຖົ້າສອງຄົນນັ້ນຖຶກສານັ້ນໃຫ້ເກີນໄປເຖິງສີ່ເທື່ອ... ການຊີ້ແຈງແຈງນັ້ນມີຂຶ້ນເມື່ອການສັກຢາວັກຊີນ ໂຄວິດ-19 ມີຢູ່ ຕໍ່ໆໄປຢູ່ທົ່ວປະເທດອອສເຕຼເລັຍ.

ເຟສບຸກເປີດຮັບຂ່າວອອສເຕຼເລັຍຄືນ

March 03, 2021 22:09 - 4 minutes - 11.4 MB

ມາກ ສຸກກາເບີກ ຜູ້ນຳຂອງເຟສບຸກແລະ ໂຈດ ຟາຍແດນເບີກ ນາຍຄັງໃຫຍ່ອອສເຕຼເລັຍໂອ້ລົມປຶກສາຫາລືກັນແລ້ວ່ກຽວກັບທີ່ ເຟສບຸກປິດ ແວບໄຊຕ໌ ຂອງວົງການຂ່າວສານແລະບາງອົງການ ຈັດຕັ້ງໃນອອສເຕຼເລັຍ. ເຟສບຸກເປີດຄືນແວບໄຊຕ໌ຕ່າງໆນັ້ນແລ້ວພາຍຫຼັງທີ່ຣັຖບານອອສ ເຕຼເລັຍຕົກລົງຈະດັດແປງກົດໜາຍການຕໍ່ລອງກັນກ່ຽວກັບຂ່າວ ສານໃນອອສເຕຼເລັຍ...

ຂ່າວຄາວຂົງເຂດແມ່ນ້ຳຂອງ 01-3-21

March 03, 2021 21:53 - 16 minutes - 37.7 MB

ຂ່າວຄາວແມ່ນ້ຳຂອງໃນຣະຍະ 01-3-21 ທີ່ເປັນທີ່ສົນໃຈມີຫັຍງແດ່?

ຂ່າວຄາວສຳຮັບຣະຍະ 01-3-21

March 03, 2021 21:42 - 11 minutes - 15.1 MB

ຂ່າວຄ່າວໃນຣະຍະ 01 ມີນາ 2021 ມີຫັຍງເປັນທີ່ສົນໃຈແດ່?

ທ່ານຈະໄປບຳນານຢູ່ໃສ?

March 02, 2021 13:13 - 6 minutes - 8.6 MB

ໃນວັນນຶ່ງຄົນທີ່ເຮັດວຽກເຮັດການຢູ່ໃນອອສເຕັຼຍເລັຍຈະເຖິງ ກະສຽນບຳນານຢ່າງແນ່ນອນ. ການບຳນານຢູ່ໃນອອສເຕຼເລັຍຕ້ອງມີການວາງແຜນ ເຊັ່ນວ່າ ຈະໄປຢູກິນຢູ່ໃນຫົນແຫງໃດໃນດອນໃຫຍ່ຈິ່ງໂຈກຂອງໂລກນີ້. ທ່ານຈະໄປບຳນານຢູ່ໃສໃນອອສເຕຼເລັຍ?

ຂ່າວຄາວຂົງເຂດແມ່ນ້ຳຂອງສຳຮັບ 27-02-21

March 01, 2021 05:58 - 21 minutes - 48.4 MB

ຂ່າວຄາວແມ່ນ້ຳຂອງທີ່ເປັນທີ່ສົນໃຈມີຫັຍງແດ່ໃນຣະຍະ 27-02-21?

ຂ່າວສຳຮັບຣະຍະ 27-02-21

March 01, 2021 05:18 - 11 minutes - 15.1 MB

ຂ່າວທົ່ວໄປສຳຮັບຣະຍະ 27-02-21 ທີ່ເປັນອັນສົນໃຈ.

ການສັກຢາປ້ອງກັນ ໂຄວິດ-19 ຈະບໍ່ສຳເຣັດໄດ້ພາຍໃນ 6 ປີ

February 28, 2021 13:13 - 6 minutes - 8.7 MB

ຜູ້ສ່ຽວຊານຄະນະນຶ່ງກະຕວງວ່າການສັກຢາວັກຊີນກັນ ໂຄວິດ-19 ຂອງໂລກນີ້ ຈະບໍ່ສຳເຮັດໄດ້ພາຍໃນຫົກປີຂ້າງໜ້າແລະກໍເຫັນວ່າ...

ຄົນສອງສັນຊາດໃນຮົງກົງຖຶກຕັດສິດການໄດ້ການຊ່ວຍເຫຼືອດ້ານການທູດ

February 25, 2021 13:13 - 5 minutes - 6.99 MB

ຄົນສັນຊາດອອສເຕຼລຽນເລືອດຈີນໃນຮົງກົງມີຄວາມເປັນຫ່ວງເປັນໄຍແລະກຫັງວົນ ກັບການບັງຄັບໃໜ່ຂອງ ສປຈີນ. ນັ້ນແມ່ນຄົນຈີນສອງສັນຊາດບໍ່ມີສິດໄດ້ຮັບການຊ່ວຍເຫຼືອດ້ານການທູດໃດໆຈາກສັນ ຊາດອັນທີສອງຂອງພວກຂະເຈົ້າ...

ຂ່ວຄາວຂົງເຂດແມ່ນ້ຳຂອງສຳຮັບຣະຍະ 22-02-21

February 25, 2021 02:55 - 21 minutes - 48.1 MB

ຂ່າວຄາວຂົງເຂດແມ່ນ້ຳງໃນຣະຍະ 22-02-21 ທີ່ເປັນທີ່ສົນໃຈງມີຫັຍງແດ່?

ຂ່າວສຳຮັບ 22-02-21

February 25, 2021 02:43 - 11 minutes - 14.3 MB

ຂ່າວທົ່ວໄປສຳຮັບຣະຍະ 22-02-21

ນັກວິທຍາສາດຕິດຕາມເບິ່ງ ໂຄວິດ-19 ສາຍພັນໃໜ່ໄດ້ແບບໃດກັນ?

February 25, 2021 01:51 - 5 minutes - 7.92 MB

ໂຄວິດ-19 ທີ່ປ່ຽນຕົນປ່ຽນໂຕເປັນສາຍພັນໃໜ່ກຳລັງປາກົດໂຕຂຶ້ນ ໃນໂລກນີ້. ນັ້ນມີເຊັ່ນສາຍພັນ ບຼາຊຽນ, ອາຟຼິກກາໃຕ້ ແລະອັງກິດ. ນັກວິທຍາສາດຕິດຕາມຮູ້ເຫັນພວກມັນໄດ້ແບບໃດກັນ?

ຂ່ວຄາວຂົງເຂດແມ່ນ້ຳຂອງສຳຮັບຣະຍະ 20-02-21

February 25, 2021 01:08 - 19 minutes - 45.2 MB

ຂ່າວຄາວທີ່ສຳຄັນໃນຂົງເຂດແມ່ນ້ຳຂອງມີຫັຍງແດ່?

ຄົນພະມ້າອອສເຕຼເລັຍຮຽກໃຫ້ອອສເຕຼເລັຍກົດດັນນາຍພົນພະມ້າ

February 25, 2021 01:01 - 5 minutes - 7.22 MB

ຊຸມຊົນພະມ້າໃນອອສເຕຼເລັຍຮຽກຮ້ອງໃຫ້ຣັຖບານອອສເຕຼເລັຍຈົ່ງ ກົດບັນນາຍພົນຂອງກອງທັບພະມ້າຈົ່ງປ່ອຍໂຕຜູ້ນຳຕ່າງໆຂອງພັກ ແອນແລນລ໌ດີ ພະມ້າ ແລະຄືນປະຊາທິປະໄຕແກ່ປະເທດພະມ້າ. ຄົນພະມ້າໃນປະເທດພະມ້າແລະໃນທົ່ວໂລກນີ້ກຳັລງຕໍ່ສູ້ເອົາປະຊາ ທິທີ່ກອງັກບພະມ້າຢຶດເອົາໃນຫ່ວາງນຶ່ງກ່ອນນີ້...

ນາຍົກອອສເຕຼເລັຍຣະດົມການສນັບບສນູນໂລກດັນ ເຟສບຸຸກ

February 25, 2021 00:41 - 7 minutes - 10.8 MB

ສະກອດ ມໍຣິຊັນ ນາຍົກຣັຖມົນຕີອອສເຕຼເລັຍຣະດົມເອົາການຊ່ວຍເຫຼືອຂັ້ນໂລກ ເມ່ືອທີ່ຣັຖບານຂອງທ່ານຢ່າງແໜ້ນໜຽວຕໍ່ສູ້ ເຟສບຸກ... ໃນຫ່ວາງນຶ່ງກອນນີ້ ເຟສບຸກ ບໍ່ໃຫ້ວົງການຂ່າວແລະບາງສິ່ງ ບາງຢາງຂອງອອສເຕຼເລັຍໃຊ້ ເຟສບຸກ ຍ້ອນທີ່ທີ່ຣັຖບານ ອອສເຕຼເລັບຈະໃຫ້ ເຟສບຸກ ເສັຍຄ່າການທີ່ ເຟສບຸກ ໃຊ້ສອຍ ຂ່າວສາອອສເຕຼເລັຍ...

ຂ່າວສຳຮັບຣະຍະ 20-02-21

February 25, 2021 00:02 - 11 minutes - 15.5 MB

ຂ່າວທົ່ວໄປສຳຮັບຣະຍະ 20-02-21 ມີຫັຍງແດ່ທີ່ຄວນຊາຍ?

ລາວນອກໂຮມກັນຕໍ່ສູ້ພັກ-ຣັຖບານ ສປປລາວ

February 24, 2021 23:29 - 16 minutes - 38.7 MB

ສຳພາດ:ທ່ານ ຄຳແຜວ ຣັດທະມະນີ. ເປັນເວລາດົນນານແສນນານມາແລ້ວທີ່ລາວນອກພະຍາຍາມ ນຳເອົາສັນຕິພາບແລະປະຊາທິປະໄຕໄປສູ່ຜື້ນແຜນດິນລາວແລະ ປະຊາົຊນໃນລາວແຕ່ບໍ່ສຳເຮັດ. ບັດນີ້ຄວາມບໍ່ສຳເຮັດນັ້ນເປັນທີ່ຮຽນຊາບກັນແລ້ວແລະກຳລັງ ມີການກອດຄໍແລະຈັບມືຖືແຂນກັນໂຮມພະລັງໂຮມຈິດໂຮມໃຈ ກັນຂຶ້ນແລ້ວເພື່ອຈະກຳທຳເຊັນນັ້ນໃຫ້ໄດ້ຜົນ...

ເຮັດແນວໃດຈຶ່ງຈະຄວບຄຸມໜີ້ສິນໄວ້ໄດ້ໃນວິກິດ ໂຄວິດ-19?

February 24, 2021 23:06 - 8 minutes - 11.8 MB

ເປັນເວລາດົນນານມາຊົ່ວຣະຍະນຶ່ງແລ້ວທີ່ຄົນທັງຫຼາຍຄາຢູ່ໃນວິກິດ ໂຄວິດ-19 ທີ່ລາມອອກມາຈາກ ສປຈີນ ຈົນວາຄົນໃຮນອອສເຕຼເລັຍມາກມາຍຕົກຢູ່ໃນວົງ ໜີ້ສິນຕ່າງໆທີ່ທະວີຂຶ້ນເມື່ອທີ່ລູກນີ້ອາໃສການຢືມເງິນສ່ວນໂຕຫຼາຍອັນເພື່ອການ ໃຊ້ຈ່າຍຄ່າຄອງຊີບປະຈຳວັນແລະໃບບິນຕ່າງໆນາໆ... ຖ້າຫາກນໜີ້ສິນຂອງທ່ານເປັນສິ່ງທີ່ຄວບຄຸມໄວ້ບໍ່ໄດ້ໃຫ້ຊາບໄວ້ວ່າມີການຊ່ວຍ ເຫຼືອໂດຍບໍ່ຄິຄ່າຫຍັງແລະບໍ່ເປີດເຜີຍເຣື່ອງລາວແລະຊື່ສຽງໄວ້ແກ່ທ່ານສຳຮັບ ການໃຊ້ໜີ້ຄືນ...

ການຫຼິ້ນເກມສາມາດສົ່ງເສີມສາຍສຳພັນແໜ້ນແກ່ນຂຶ້ນຕື່ມກັບຫຼານເຫຼັນຂອງທ່ານໄດ້ແບບໃດ?

February 24, 2021 22:35 - 8 minutes - 11.3 MB

ໃນຣະຍະວິກິດ ໂຄວິດ-19 ການພົວພັນກັນກັບຍາດຕິພີ້ນອງຂອງ ພວກເຮົາໂດຍຮ່າງກາຍຖຶກຂວາງກັ້ນໂດຍການຕ້ອງຫ້າມໃນການ ໄປມາຫາສູ່ກັນ. ຜູ້ສ່ຽວຊານທັງຫຼາຍສເນີວ່າ ວີດີໂອເກມ ສາມາດເປັນສິ່ງທີ່ຈະຊ່ວຍ ເຮັດໃຫ້ພວກເຮົາມີສາຍສຳພັນກັບຫຼານເຫຼັນຂອງພວກເຮົາກະທັ້ງ ຢູ່ເຫີນຫ່າງຈາກກັນກໍຕາມແຕ່...

ມີແນວທາງໃດເພື່ອຟື້ນເສຖກິດເມື່ອ ຈອບຄີບເປີ ໃກ້ຈະຍຸຕິແລ້ວ?

February 18, 2021 03:51 - 3 minutes - 4.56 MB

"ຈອບຄີບເປີ" ຖຶກວາດແຕ່ງຂຶ້ມາເພື່ອພຽງແຕ່ຮະຍະຫົກເດືອນ ແຕ່ພາຍຫຼັງເກືອບປີນຶ່ງແລ້ວ ບັດນີ້ ຣັຖບານອອສເຕຼເລັຍຈະຍຸຕິ ມັນລົງໃນເດືອນມີນາ 2021... ແຕ່ມີການຮຽກຮ້ອງໃຫ້ຕໍ່ມັນອອກເພື່ອເປັນການຊົດຊ່ວຍຟື້ນຄືນ ເສຖກິດອອສເຕຼເລັຍ...

ມີຄວາມຫ່ວງໄຍກັບນັກຂ່າວອອສເຕຼເລັຍໃນ ສປຈີນ ຖຶກຈັບໂດຍເປັນທາງການແລ້ວ

February 18, 2021 03:33 - 7 minutes - 10.9 MB

ພາຍຫຼັງເກືອບຫົກເດືອນທີ່ຍານາງ ເຈັນ ເລ ຄົນສັນຊາດອອສເຕຼເລັຍ ຖຶກຈັບກັກຂັງໄວ້ໃນ ສປຈີນ ບັດນີ້ຜູ້ກ່ຽວຖຶກຈັບໂດຍເປັນທາງການແລ່້ວ. ໃນຣະຍະຫົກເດືອນນັ້ນຜູ້ກ່ຽວບໍ່ຖຶກອະນຸຍາດໃຫ້ຢືດຢື້ເຖິງນັກກົດໜາຍໄດ້ ຫຼືຖຶກກ່າວຫາໃດໆ... ກ່ອນຖຶກຈັບຍານາງເຮັດວຽກກັບຊ່ອງທໍຣະພາບຂອງທາງການ ສປຈີນ ອັນນຶ່ງ. ຜູ້ກ່ຽວຖຶກຈັບໄວ້ໃນຖານວ່າຖຶກຣະແວງສົງໃສວ່າໄດ້ສົ່ງຄວາມລັບແຫ່ງຊາດແກ່ ຕ່າງປະເທດ...

ຫຼັກຖານຊີ້ວ່າຣັຖບານ ສປປລາວ ເປັນຜູ້ຮັບຜິດຊອບທີ່ ສົມບັດ ສົມພອນ ຫາຍສາບສູນ

February 17, 2021 10:30 - 17 minutes - 22.9 MB

ທ່ານ ປອ. ສົມບັດ ສົມພອນ ຫາຍສາບສູນໄປແຕໃນເດືອນທັນວາປີ 2012 ໂດຍບໍ່ໃຜຮູ້ວ່າໃນປັດຈຸບັນນີ້ທ່ານຍັງມີຊີວິດຢູ່ຫຼືບໍ່...   ແຕ່ຫຼັກຖານມາກມາຍຊີ້ວ່າພັກຣັຖ ສປປລາວ ຄົງເປັນຜູ້ຮັບຜິດຊອບ...

ຂ່າວຄາວຂົງເຂດແມ່ນ້ຳຂອງສຳຮັບຣະຍະ 15-02-21

February 17, 2021 09:33 - 16 minutes - 37.8 MB

ຂ່າວຄ່າວຂົງເຂດແມ່ນ້ຳຂອງໃນຣະຍະ 15-02-21 ອັນເປັນທີ່ສົນໃຈແມ່ຫັຍງແດ່?

ຂ່າວທົ່ວໄປສຳຮັບຣະຍະ 15-02-21

February 17, 2021 09:25 - 10 minutes - 14.5 MB

ຂ່າວຄາວທົ່ວໄປອັນເປັນທີ່ສົນໃຈໃນຣະຍະ 15-02-21 ມີຫັຍງແດ່?

ການເຊື່ອການຊ່າອັນບໍ່ຖຶກຕ້ອງກ່ຽວກັບຢາ ວັກຊີນ ກັນ ໂຄວິ-19

February 16, 2021 07:54 - 9 minutes - 12.6 MB

ການສັກຢາ ວັກຊີນ ກັນ ໂຄວິດ-19 ໃນປະເທດອອສເຕຼເລັຍ ຈະເລີ້ມຂຶ້ນໃນເວລາປະມານທ້ານເືດອນກຸມພາປີ 2021... ແຕ່ ຫຼາຍຜູ້ຫຼາຍຄົນເຊື່ອຫຼືງົງກ່ຽວກັບການຊ່າຕ່າງໆນາໆກ່ຽວກັບຢາ ວັກຊີນ ກັນ ໂຄວິດ-19... ແຕ່ຜູ້ສ່ຽວຊານໃນອອສເຕຼເລັຍແລະຕ່າງປະເທດຊີ້ແຈງວ່າຢາ ວັກຊີນ ກັນ ໂຄວິດ-19 ມີຄວາມປອດພັຍ...

ການປ່ຽນແປງອາຊີບຍ້ອນ ໂຄວິດ-19

February 16, 2021 07:36 - 9 minutes - 12.4 MB

ກ່ອນໜ້າວິກິດ ໂຄວິດ-19 ກຳລັງແຮງງານໃນອອສເຕຼເລັຍ ມີບັນຫາກັບແຮງງານທີ່ມີອາຍຸແກ່ຢູ່ແລ້ວໂດຍທີ່ 68% ຂອງ ນາຍຊ້າງຊີ້ແຈງວ່າຕົນບໍ່ຍິນດີຈ້າງແຮງງານທີ່ມີອາຍຸແກ່ກ່ວາ 50 ປີ. ນີ້ແມ່ນອີງຕາມການຂົນຂວາຍໂດຍສະຖາບັນແຮງງານມະນຸດ ອອສເຕຼເລັຍຍ.

ຜູ້ນຳການຢຶດອຳນາດການປົກຄອງພະມ້າອອກມາໂອວາດຜ່ານທໍຣະພາບແຫ່ງຊາດ

February 16, 2021 07:16 - 9 minutes - 12.7 MB

ນາຍພົນ ມິນ ອົງ ແລງ ຜູ້ບັນຊາການກອງທັບພະມ້າອອກມາ ຖແລງການເປັນຄັ້ງແລກໆຜ່ານທໍຣະພາບແຫ່ງຊາດພະມ້າກ່ຽວ ກັບການຢຶດອຳນາດການປົກຄອງພະມ້າໃນວັນທີ 81 ກຸມພາ 2821 ແລ້ວນີ້ແລ້ວ. ໃນນັ້ນທ່ານໂຍນໂທດໂຍນກັມໃສ່ນັກການເມືອງພະມ້າແລະ ຄະນະການເລອກຕັ້ນແຫ່ງຊາດພະມ້າທີ່ຖຶກຈັດຂຶ້ນໃນເດືອນ 11ສາກົນ ປີ 2020 ທີ່ພັກທີ່ຢູ່ພາຍມຕ້ການນຳພາຂອງຍາ ນາງ ອັງຊັງ ຊູຈີ ສະນະຢ່າງຂາດຮອຍມາກມາຍ... ທ່ານເວົ້ວາວ່າຫັຍງແດ໋?

ຂ່າວຄາວຂົງເຂດແມ່ນ້ຳຂອງສຳຮັບຣະຍະ 13-02-21

February 16, 2021 06:56 - 17 minutes - 39.6 MB

ຂ່າວຄາວຈາກຂົງເຂດແມ່ນ້ຳຂອງໃນຣະຍະ 13-02-21 ມີຫັຍງແດ່?

ຂ່າວໃນຣະຍະ 13-02-21

February 16, 2021 06:47 - 12 minutes - 17.5 MB

ຂ່າວຄາວທົ່ວໄປສຳຮັບຣະຍະ 13-02-21

ການຍາກຊາໃນການບໍຣິການຢາວັກຊີນກັນ ໂຄວິດ-19 ໃຫ້ແກ່ບ່ອນໂດດດ່ຽວອອສເຕຼເລັຍ

February 13, 2021 13:01 - 5 minutes - 7.49 MB

ອອສເຕຼເປັນດິນແດນອັນກ້ວາງໃຫຍ່ໃນດ້ານໜ້າດິນແລະນ້ຳ ໂດຍມີພົນລະເມືອງກະຈູ້ກະຈາຍກັນຢູ່ໃນທຸກຫົນແຫ່ງ... ຄົນພື້ນເມືອງອອສເຕຼເລັຍ່ີທຢູ່ໃນບ່ອນໄກແລະໂດດດ່ຽວຈະ ເປັນຄະນະຄົນຈຸແລກໆຂອງປະເທດອອສເຕຼເລັຍ່ີທຈະຖຶກ ສັກຢາວັກຊີນກັນ ໂຄວິດ-19 ໃຫ້ເມ່ືອມີການສກັຢານັ້ນຂຶ້ນ. ນີ້ເປັນວຽກງານອັນຍາກຊາແລະລ້ຳບາກທີ່ສຸດ ເພາະ...

ຣັດວິກຕໍເຣັຍ ລ໋ອກດາວ ຢ່າງກະທັນັຫນ

February 13, 2021 03:54 - 2 minutes - 5.37 MB

ເນື່ອງຈາກມີການຢ້ານກົວວ່າພະຍາດ ໂຄວິດ-19 ສາຍພັນໃໜ່ ອັງກິດ ຈະແຜ່ຣະບາດເປັນວິກິດຂຶ້ນໃນຣັດ ວິກຕໍ່ເັບຍ ຣັຖານຂອງຣັດດັ່ງກາວ ລ໋ອກດາວຂັ້ນຣະດັບ 4 ແລ້ວ... ກົດເກນກ່ຽວກັບການ ລ໋ອກດາວ ນັ້ນມີຫັຍງແດ?

ຜູ້ນຳຊຸມຊົນກັບກາຍເປັນຜູ້ສ່ຽວຊານດ້ານໄຟຟ້າເພື່ອຊົດຊ່ວນຄົນຂອງພວກຂະເຈົ້າ

February 11, 2021 13:14 - 4 minutes - 5.94 MB

ໂຄງການໃໜ່ອັນນຶ່ງຖຶກວາດແຕ່ງຂຶ້ນແລ້ວເພື່ອຊົດຊ່ວຍຊຸມຊົນຄົນຕ່າງປະເທດ ທີ່ມາຢ່ອອສເຕຼເລັຍຢ່າງຖາວອນເພື່ອແກ້ໄຂຄ່າໄຟຟ້າອັນມາກມາຍໃນຍາມຮ້ອນ. ໂຄກງດັ່ງກ່າວເຮັດໃຫ້ຜູ້ນຳໃນດ້ານສານາແລະຊຸມຊົນເປັນຜູ້ສ່ຽວຊານໃນດ້ານສັບ ພະຍາກອນພະລັງເພ່ື່ອວ່າພວກຂະເຈົ້າຈະໃຫ້ຄວາມແນະນຳກ່ຽວກັບການປະຢັດ ຄ່າໄຟຟ້າ...

ທ່ານ ສົມບັດ ສົມພອນ ຫາຍສາບສູນໄປພາຍໃຕ້ກຳມືຂອງຕຳຣວດ ສປປລາວ ໄດ້ແບບໃດກັນ?

February 11, 2021 01:41 - 13 minutes - 18.8 MB

ທ່ານ ປອ ສົມບັດ ສົມພອນ ພະນັກງານການພັທນາ ທີ່ມືຊື່ສຽງໂດ່ງດັງກ້ອງໃນ ສປປລາວ ແລສາກົນນາໆຊາດ ຫາຍສາບສູນໄປໃນເດືອນທັນວາ 2012 ແລະ ຍັງບໍ່ຮູ້ໄດ້ວ່າໂຊກສະຕາກັມຂອງທ່ານເປັນແນວໃດໃນປັດຈະບັນີ້... ສຳຄັນຍິ່ງທີ່ສຸດແມ່ນທ່ານຫາຍສາບສູນໄປໄດ້ແລລໃດໃນເມື່ອຢູ່ໃນສູນກາງຕຳຣວດ ສປປລາວ ທີ່ຄຸ້ມບ້ານອິນແປງຂອງນະຄອນຫຼວງວຽງຈັນ? ເຣື່ອງລາວມີຢູ່ວ່າ...

ຈະເປັນແນວໃດພາຍຫຼັງທ່ານຖຶກສັກຢາວັກຊີນກັນ ໂຄວິດ-19 ໃຫ້ແລ້ວ?

February 11, 2021 01:10 - 13 minutes - 18.6 MB

ຄະນະຄົນຈຸທຳອິດໃນອອສເຕຼເລັຍຈະຖຶກສັກຢາວັກຊີນກັນ ໂຄວິດ-19 ໃຫ້ໃນບໍ່ເທົາໃດສັບປະດາຂ້າງໜ້ານີ້ ແ່ຕມັນຈະເປັນແນວໃດພາຍຫຼັງທີ່ເຮົາຖຶກສັກໃຫ້ແລ້ວ? ນີ້ເປັນສິ່ງທີ່ຄວນຮຽນຮູ້ແລະສຶກສາເບິ່ງ...

ຂ່າວຄາວຂົງເຂດແມ່ນ້ຳຂອງໃນຣະຍະ 08-02-21

February 11, 2021 00:27 - 14 minutes - 32.8 MB

ຂ່າວຄາວຂົງເຂດແມ່ນ້ຳຂອງໃນຣະຍະ 08-02-21 ມີຫັຍງແດ?

ຂ່າວສຳຮັບຣະຍະ 08-02-21

February 11, 2021 00:19 - 14 minutes - 19.5 MB

ຂ່າວທົ່ວໄປສຳຮັບຣະຍະ 08-02-21.

ຄົນພະມ້າອອສເຕຼເລັຍຢາກໃຫ້ຂວາງກັ້ນຜູ້ນຳທະຫານພະມ້າ

February 11, 2021 00:11 - 9 minutes - 13.4 MB

ຣັຖບານອອສເຕຼເລັຍຖຶກກົດດັນໃຫ້ລົງໄມ້ລົງມືກະທຳບາງສິ່ງບາງແນວນໃສ່ ຜູ້ນຳທະຫານພະມ້າທີ່ຣັຖປະຫານສຳເຣັດຂຶ້ນໃນປະເທດພະມ້າໃນຫ່ວາງນຶ່ງ ກ່ອນນີ້... ຊຸມຊົນຄົນພະມ້າໃນອອສເຕຼເລັຍແລະຄະນະສິດທິມະນຸດຊົນຕ່າງໆກຳລັງຮຽກ ໃຫ້ມີການຂວາງກັ້ນ ແຊງຊັນ ໃໜ່ໃສ່ບຸກຄົນຜູ້ສຳຄັນຂອງກອງທັບພະມ້າ ຮວມດ້ວຍຜູ້ບັນຊາການກອງທັບພະມ້າທີ່ຢຶດອຳນາດການປົກຄອງພະມ້ານັ້ນ.