SBS Lao - SBS ພາ​ສາ​ລາວ artwork

SBS Lao - SBS ພາ​ສາ​ລາວ

1,465 episodes - Lao - Latest episode: 26 days ago - ★★★★ - 8 ratings

Independent news and stories from SBS Audio, connecting you to life in Australia and Lao-speaking Australians. - ຂ່າວທີ່ມີອິສຣະພາບແລະເຣື່ອງທີ່ເອົາທ່ານໃສ່ຊີວິດໃນອອສເຕຼເລັຍແລະຄົນອອສເຕຼລຽນທີປາກພາສລາວ.

News
Homepage Apple Podcasts Google Podcasts Overcast Castro Pocket Casts RSS feed

Episodes

ໂກວິດ-19 ໃນລາວ. ນ້ຳຖ້ວມເຊໂປນເມືອງບໍ່ຄຳໜັກໜ່ວງ. ໂຣກໜູອາຟຼິກກາ.

October 28, 2020 13:05 - 17 minutes - 21.9 MB

ສປປລາວ ມີຄົນເປັນ ໂກວິດ-19 ໜ້ອຍແທ້ໆ ແຕ່ຄົນທີ 24 ທີ່ເປັນມັນໃນຫ່ວາງນຶ່ງນີ້ໄດ້ແບບ?   ເປັນຫັຍງເມືອງເຊໂປນໃນ ສປປລາວ ຖືກນ້ຳຖ້ວມໜັກ ແລະມີຄວາມປອດພັຍຈາກເຄມີຕ່າງໆບໍ່?   ໂຣກໜູອາຟຼິກກາເຮັດໃຫ້ໜູໃນລາວຕາຍມາກມາຫຼືຖຶກ ທຳຣາຍຖິ້ມ... ແຕ່ຣັຖບານ ສປປລາວ ຊ່ວຍຊາວກະສິກອນ ລ້ຽງໜູແທ້ໆຫັຍງແດ??

ການເລືອກຕັ້ງເອົາປະທານາທິບໍດີສະຫະຣັດເຮັດກັນແບບໃດ?

October 28, 2020 07:28 - 15 minutes - 20 MB

ສະຫະຣັດອະເມຣິກາເປັນປະເທດເສຣີປະຊາທິປະໄຕທີ່ໃຫຍ່ໂຕ ຮອງປະເທດອິນເດັຍ... ການເລືອກຕັ້ງສະຫະຣັດສຳຮັບຮວດນີ້ 2020 ຈະມີຂຶ້ນໃນບັນ ຍາກາດທ່ີເຕັມລົ້ນໄປດ້ວຍພະຍາດ ໂກວິດ-19, ແລະການບໍ່ ພໍໃຈກັບຄົນດຳຖຶກຄົນຂອງທາງການກົດໜາຍຂ້າຕາຍ. ນອກ ນັ້ນກໍແມ່ນທີ່ມີຂ່າວປອມແລະການຂີ້ຕົວະກັນໂດຍທາງ ອອນ ລາຍນ໌ ນຳດ້ວຍ.   ການຢັ້ງເບິ່ງສຽງສເນີວ່າ ໂຈ ບີເດິນ ມີສຽງນຳໜ້າ ໂດໂນນ ທຼັມ ມາກມາຍ ສຳຮັບການເລືອກ6ັງສະຫະຣັດທີ່ຈະມີຂຶ້ນໃນວັນພຸດ  ທີ 4 ເດືອນ 11 ສາກົນ 2020... ແຕ່ການຢັ້ງເບິ່ງສຽງຂອງການເລືອກຕັ້ງຂອງຮວດກ່ອນນີ້ອ່ານ ເບິ່ງສຽງຂອງປະຊາຊົນສະຫະຣັ...

ຜົນສະທ້ອນຂອງ ໂກວິດ-19 ໃສ່ສັນດານການຫຼິ້ນພະນັນ

October 26, 2020 23:14 - 16 minutes - 21 MB

ເມື່ອທ່ີການຕ້ອງຫ້າມບໍ່ໃຫ້ມີການໄປມາບາງຢ່າງເປັນການຂວາງກັ້ນ ບໍ່ໃຫ້ຄົນໄປຫຼິ້ນການພະນັນໂດຍໂຕເອງຢູ່ໃນສະຖານທີ່ແລະໂຮງພະນັນ ຕ່າງໆ ຜົນສະທ້ອນຂອງການຫ້າມບໍ່ໃຫ້ໄປມານັ້ນບໍ່ໄດ້ຍຸຕິຫຼືຫຼຸດລົງສິນ ຄ້າການພະນັນໃນອອສເຕຼເລັຍ.  ການພະນັນຜ່ານທາງ ອອນລາຍນ໌ ທະວີຂຶ້ນແລະງ່າຍຂຶ້ນ ອັນພາໃຫ້ນິ ໄສໃຈຄໍກ່ຽວກັນການພະນັນມີການປ່ຽນແປງມາກມາຍຂຶ້ນ.   ນີ້ກໍພາໃຫ້ມີຄວາມຫ່ວງໄຍກັບຊາວໜຸ່ມກ່ຽວເຖິງການພະນັນດ້ວຍ

ຢູໂຣບເຂັ້ມຮວດກົດເກນຍ້ອນຄົນເປັນ ໂກວິດ-19 ມາກມາຍໂພດ

October 26, 2020 22:34 - 5 minutes - 7.63 MB

ໂກວິດ-19 ທີ່ຖຶກສ້າງຂຶ້ນຢູ່ໃນ ສປຈີນ ແລ້ວລາມໄປຈີບຫາຍທົ່ວໂລກ ນີ້ ກໍອາຣະວາດ ຢູໂຣບ ແຕ່ໃນເວລານີ້ສະຖານະການນະພາບໃນຂົງເຂດ ດັ່ງກ່າວເຮີະຮ້າຍຫຼາຍແລະເຖິງຂັ້ນຮ້າຍແຮງແທບຈະຄວບຄຸມໄວ້ບໍ່ໄດ້...   ບໍ່ວ່າໃນປະເທດອັງກິດ, ຝຣັ່ງເສດແລະອື່ນໆ ມີການເຄັ່ງຄັດແລະເຜີ້ມ ກົດເກນການຕ້ອງຫ້າມມາກມາຍເພື່ອຕໍ່ສູ້ ໂກວິດ-19 ແລ້ວ ...

ຂ່ າ ວ 2 6 - 1 0 - 2 0

October 26, 2020 22:05 - 9 minutes - 12.4 MB

ຂ່າວຄາວ 26-10-20

ຂ່າວ 24-10-20

October 25, 2020 08:36 - 9 minutes - 21 MB

ຂ່າວ ຄາວ 24-10-20

ມີຄົນ ຈອບສິກເກີ້ ຫຼາຍກ່ວາວຽກເຮັດງານທຳ

October 24, 2020 13:50 - 5 minutes - 6.68 MB

ດຽວນີ້ມັນມີຄົນ ຈອບຊິກເປກີ້ ທີ່ມີຄວາມສຳນິສຳນານກ່ວາຄົນອື່ນ ສຳຮັບວຽກຫ່ວາງທຸກອັນທີ່ມີໃຫ້ເຮັດ ແລະຍ້ອນ ໂກວິດ-19 ນັ້ນ ເຮັດໃຫ້ມີຄົນມາກມາຍຖຶກແຕະຕ້ອງ...   ທ່ານເປັນຄົນນຶ່ງນັ້ນບໍ່?

ຢາ ຮາຍໂທຼຊີໂກຼໂຣຄີວນປົວ ໂກວິດ-19 ໄດ້ຜົນບໍ່?

October 23, 2020 13:50 - 5 minutes - 7.63 MB

ເກືອບປີແລ້ວທີ່ພະຍາດຮ້າຍແຮງ ໂກວິດ-19 ລາມບຖກຣຸກໂລກນີ້ ແຕ່ມະນຸດຍັງບໍ່ມີຫັຍງແທ້ທີ່ຈະປົວມັນໄດ້ເທື່ອ.   ໃນຫ່ງາງນຶ່ງນີ້ມີການທົດລອງເບິ່ງຢາ ຮາຍໂທຼຊີໂກຼໂຣຄີວນ  ວ່າມັນປົວ ໂກວິດ-19 ໄດ້ຜົນດັ່ງຊ່າກັນບໍ່?   ປາກົດວ່າຢານັ້ນ...

ຂ່ າ ວ ຄ າ ວ 1 9 - 1 0 - 2 0

October 23, 2020 08:16 - 9 minutes - 19.1 MB

ຂາວຄາວ 19-10-20

ຄົນໃນອອສເຼເລັຍໜັ້ນຍືນກ່ວາເກົາແຕ່ມີຄຸນນະພາບຊີວິດບໍ່ດີ.

October 22, 2020 13:20 - 6 minutes - 7.63 MB

ເປັນທີ່ຮູ້ກັນວ່າຄົນໃນອອສເຕຼເລັຍມີຊີວິດຍືນຍາວກ່ວາເກົ່າ ແຕ່ຄຸນນະພາບຂອງຊີວິດນັ້ນຕ່ຳຕ້ອຍລົງ...   ດ້ວຍເຫດໃດ?

ຄົນລາວໃນຊົນນະບົດອອສເຕຼເລັຍຢູ່ກິນແບບໃດພາຍໃຕ້ ໂກວິດ-19 ?

October 22, 2020 02:00 - 11 minutes - 14.3 MB

ການສຳພາດທ່ານ ໂອໄດ ສີຫາຣາຊ ກ່ຽວກັນການເປັນຢູ່ໃນຊົນ ນະບົດອອສເຕັຍເລັຍໃນຍາມວິກິດ ໂກວິດ-19 ເປັນແນວໃດ?   ເຊີນກົດຟັງ.

ການທ່ອງທ່ຽວໂດຍບໍ່ຕ້ອງໄປໃສ

October 21, 2020 13:05 - 11 minutes - 14.3 MB

ໃນການທຽບເທົ່າກັບປີ 2019 ຂະແໜງການທ່ອງທ່ຽວພາຍໃນ ອອສເຕຼເລັຍຕົກຕ່ຳລົງເກືອບ 22ພັນລ້ານ ໂດລາ... ເຫດຜົນຫຼັກໆກ່ຽວກັບເຣື່ອງນີ້ ແມ່ນຍ້ອນການຕ້ອງຫ້າມຕ່າງໆ ກ່ຽວກັບ ໂກວິດ-19 .   ແຕ່ບັດນີ້ມີເຕກໂນໂລຊີ ໃໜ່ທີ່ຊົດຊ່ວຍເຮົາໄປທ່ອງທ່ຽວໃນທຸກ ຫົນແຫ່ງໄດ້ໂດຍບໍ່ຕ້ອງໄປໃສຊ້ຳ...

ຜົວເມັຍແຕກແຍກກັນໃນວິກິດ ໂກວິດ-19 ເັປນແນວໃດ?

October 21, 2020 13:05 - 12 minutes - 16.2 MB

ເລື້ອຍໆໄປການທີ່ຜົວເມັຍແຕກລ້າວແລ້ວຢ່າຮ້າງກັນ ເປັນສິ່ງ ສະເທືອນຈິດໃຈມາກມາຍ. ນີ້ແຮງເຕັກຂຶ້ນໃນຍາມ ໂກວິດ-19. ຖ້າຫາກມີລູກເຕົ້າເກາະຫ້ອຍໃສ່ນຳມັນແຮງລ້ຳບາກແລະສັບສົນ ເຂົ້າຕື່ມ...

ຢາ ວັກຊີນ ກັນວັນນະໂຣກຊ່ວຍປ້ອງກັນ ໂກວິດ-19 ໄດ້ບໍ່?

October 21, 2020 13:05 - 8 minutes - 11.4 MB

ແພດ ໜໍ ກຳລັງຂະຫຍາຽກ້ວາງຂວາງອອກການທົດລອງຢາ ວັກຊີນ  ກັນວັນນະໂຣກ ເພື່ອເບິ່ງວ່າມັນຊົດຊ່ສຍຕ້ານມານ ໂກວິກ-19 ໄດ້ຫຼືບໍ່?   ຢາວັນຊີນນັ້ນທີມີມາແຕ່ເມື່ອ 100 ປີທີ່ຜ່ານມາຖືກນຳມາທົດລອງດັ່ງນັ້ນ ຢູ່ໃນຢູໂຣບແລະອອສເຕຼເລັຍຢູ່...

ລາວຮ່ວມກັນກ່ຽວເຂົ້າຖຶກຜົນ. ຄວາມກ້າວໜ້າສ້າງວັງວຽງ. ເຂົ້າພັນໃໜ່ລາວ-ໄທຍ໌.

October 21, 2020 02:33 - 16 minutes - 21 MB

ພະຍຸຝົນຕົກແຮງເສັຍຫາຍເຂົ້າໃນແຂວງສວັນນະເຂດ. ເຂົ້າດັ່ງກ່າວກຳລັງຈະຖືກເກັບກ່ຽວແຕ່ຝົນທຳລາຍເສັຍກ່ອນ. ນີ້ພາໃຫຊຸມຊົນແລະກົມກອງຕາງໆຊ່ວຍກັນກ່ຽວເຂົ້າຊ່ອຍຊາວນາ...   ຈີນກຳລັງສ້າງເມືອງວັງວຽງແຫ່ງໃໜ່. ນີ້ກຳລັງເປັນໄປຕາມຂັ້ນຕອນຢູ່, ແຕ່...   ລາວ-ໄທຍ໌ຮ່ວມກັນສຳເຣັດພັທນາເຂົ້າພັນຊະນິດໃໜໄດ້ແລ້ວ. ມັນເປັນພັນເຂົ້າໜຽວທີ່ມີຄຸນນະພາບດີແທ້ໆ...

ແຮງງານພະມ້າເປັນ ໂກວິດ-19. ຫຼວງພະບາງບໍຣິການການທ່ອງທ່ຽງຣາຄາຖຶກ. ຣົດໄຟລາວສາຍໃຕ້.

October 20, 2020 13:05 - 16 minutes - 21 MB

ທາງການໄທຍ໌ກວດເຫັນຄອບຄົວແຮງງານພະມ້າໃນຈັ່ງຕຼາດເປັນ ໂກວິດ-19  ແລະລົງມືປ້ອງກັນສາທາຣະນະຊົນຂຶ້ນແລ້ວ.   ໂກວິດ-19 ເສັຍຫາຍເສຖກິດ ສປປລາວ ຈົນວ່າບັດນີ້ ລົງໄມ້ລົງມືໂຄສະນາ ໃຫ້ລາວທ່ອງທ່ຽວລາວ ແລະຫຼວງພະບາງກໍຫຼຸດຣສຄາຕ່າງໆໃຫ້ແກນັກທ່ອງ ທ່ຽວແລ້ວ...   ໄທຍ໌ແລະລາວຈະສ້າງເສັ້ນທາງຣົດໄຟລາວສາຍໃຕ້. ການສຳຫຼວດເບິ່ງເສັ້ນທາງດັ່ງກ່ວາຈະເປັໄປໄດ້ບໍ່ເລີ້ມຂຶ້ນແລ້ວ...    

ຂ່າວ 17-10-20

October 20, 2020 10:23 - 9 minutes - 11.4 MB

ຂ່ າ ວ  ຄ າ ວ  1 7  -  1 0  -  2 0

ຄົນໄທຍ໌ທີ່ປະທ້ວງຕ້ອງການຫັຍງ?

October 20, 2020 10:04 - 5 minutes - 6.68 MB

ໃນກຸງເທບພະມະຫານະຄອນແຫ່ງປະເທດໄທຍ໌ ປະຊາຊົນໄທຍ໌ປະທ້ວງ ການປົກຄອງໄທຍ໌ຢ່າງໃຫຍ່ໂຕແລະກ້ອງດັງ.   ນີ້ເປັນດັ່ງນັ້ນຕິດໆຕໍ່ກັນຫຼາຍມື້ຫຼາຍວັນມາແລ້ວແລະກໍຍັງຈະຝົດຝື້ນ ແບບນັ້ນຢູ່ຕໍໄປຢູ່...   ແຕ່ການປະທ້ວງນັ້ນຕ້ອງການຫັຍງແທ້???

ອັບເດດຫຼ້າສຸດກ່ຽວກັບ ໂກວິດ-19 ໃນຣັດນີວຊາວແວນລ໌

October 20, 2020 09:44 - 2 minutes - 2.86 MB

ນີວໍາວແວນລ໌ເປັນແຫ່ງນຶ່ງທີມີຄົນເປັນ ໂກວິດ-19 ຫຼາຍ. ຣັຖບານນີວຊາວແວລ໌ບໍ່ທໍ້ຖອຍຫັຍງໃນການຕໍ່ສູພະຍາດດັ່ງກາວ ແລະປົກປ້ອງສາທາຣະນະຊົນ.   ຣັຖບານນັ້ນຕ້ອງການຫັຍງແດ່ຈາກຄົນໃນນີວຊາວແວນລ໌?

ຄັນບໍ່ໄດ້ພາສາອັງກິດດີໆຈະໄດ້ມາຢູ່ໃນອອສເຕຼເລັຍຫຼືບໍ່?

October 17, 2020 23:20 - 24 minutes - 46.7 MB

ອອສເຕຼເລັຍມີນະໂບາຍການເຂົ້າເມືອງອັນເຄັ່ງຄັດ ແຕ່ບັດນີ້ຊຳຜັດ ກຳລັງຈະມີກົດເກນໃໜ່ອອກມາທີ່ຄົນຢ່າງມາກມາຍວິພາກວິຈານ ປະນາມໂຈຕີຢ່າງກ້ວາງຂວາງ.   ນັ້ນແມ່ນໂຈມຕີຫັຍງແດ່?

ຂໍ້ມູນ ໂກວິດ-19 ເພື່ອຊົດຊ່ວຍຄົນເປັນໂຣກຈິດເຊື່ອມແລະຄອບຄົວ

October 16, 2020 13:50 - 5 minutes - 11.4 MB

ວິກິດ ໂກວິດ-19 ສາມາດເປັນສິ່ງສັບສົນຕໍ່ຄົນທີ່ເປັນໂຣກຈິເຊື່ອມ ຍ້ອນວ່າຢ່າງກະທັນສັນຂະເຈົ້າເຫັນສະມາສິກຄອຍຄົວໜ້ອຍລົງ.   ບັດນີ້ມີເຈັ້ຍຂໍ້ມູນເປັນ 38 ພາສາເພື່ອຊົດຊ່ວຍຄົນທີ່ດູແລພວກຂະ ເຈົ້າເຂົ້າຈິດເຂົ້າໃຈອາການດັ່ງກ່າວ...

ອອສເຕຼເລັຍສ່ຽງເອົາຄົນຕ່າງປະເທດມາພັທນາເສຖກິດ

October 15, 2020 13:35 - 6 minutes - 14.3 MB

ຣັຖບານປ່ຽນແປງນະໂຍບາຍການເຂົ້າເມືອງອອສເຕຼເລັຍໂດຍການໂຈະ ໂຈງໃສ່ການດຶງດູດເອົາຜູ້ສ່ຽວຊານໃນຕ່າງປະເທດມາຊ່ວຍຟຶ້ນຟູ່ເສຖກິດ ທີ່ຄຸກພື້ນຢູ່ ຍ້ອນລິດເດຂອງ ໂກວິດ-19 ທີ່ມາຈາກ ສປຈີນ.   ແຜນການນັ້ນມີຂຶ້ນກະທັ້ງທີ່ອອສເຕຼເລັຍຮັບເອົາຄົນຕ່າງປະເທດມາຢູ່ໃນ ອອສເຕຼເລັຍໜ້ອຍ.

ແຜນການເສັງພາສາອັງກິດເພື່ອຈະໄດ້ວີຊາເປັນຄູ່ຄອງມາຢູ່ອອສເຕຼເລັຍ

October 15, 2020 13:05 - 8 minutes - 17.2 MB

ຣັຖບານອອສເຕຼມີແຜນໃຫ້ຄູ່ຊີວິດຂອງຄົນໃນອອສເຕຼເລັຍເສັງ ຜ່ານພາສາອັງກິດຈຶ່ງຈະໄດ້ມາຢູ່ໃນອອສເຕຼເລັຍໄດ້. ນີ້ຖຶກວິພາກວິຈານມາກມາຍຈົນວ່າຣັຖບານນັ້ນປະໂລອອກມາໃຫ້ ຄວາມໜັ້ນໃຈແກ່ປວງຊົນແລ້ວ.   ແຕ່ທ່ານຄິດວ່າແນວໃດ?

ຂ່ າ ວ ຄ າ ວ 12 - 1​0​​ - ​​20

October 14, 2020 13:50 - 9 minutes - 21 MB

ຂ່າວຄາວ 12-10-28

ໄທຍ໌ຈະເປັນສູກກາງການຄ້າໄຟຟ້າ. ໄທຍ໌ຕາມຈັບເປັນເສືອປ່າ.

October 14, 2020 13:35 - 15 minutes - 32.4 MB

ປະເທດໄທຍ໌ຕຽມພ້ອມແລ້ວທີ່ຈະເປັນສູກກາງການຄ້າໄຟຟ້າ ຂອງພູມມີພາກອາຊຽນ... ແຕ່ມັນຈະເປັນໄດ້ບໍ?   ເສື້ອຕາໂຕນຶ່ງໃນປ່າໃກ້ລ້ານປະຊາຊົນໜອງຄາຍຖຶກຕາມຈັບແຕ່ຍັງ ຈັບມັນບໍ່ໄດ້ເທ່ືອ... ທາງການໄທຍ໌ແລະປະຊາຊົນທີ່ມັນນາບຄຂູ່ຈະເຮັດແນວຈຶ່ງຈະຈັບມັນໄດ້?   ທາງການໄທຍ໌ຈັບໄດ້ຂະບວນການຢາເສບຕິດລາວຈຸນ່ຶງແລະຍັງຂະຫຍາຍ ຜົນຕໍ່ໄປຢູ່...

ເຮົາຫາເອົາໄດ້ຜູ້ສ່ຽວຊານທີ່ເຂົ້າໃຈເຮົາເພ່ື່ອປິ່ນປົວຊົດຊ່ວຍເຮົາ

October 14, 2020 13:05 - 9 minutes - 21 MB

ບັດນີ້ເຮົາສາມາດຫາເອົາຜູ້ສ່ຽວຊານຕ່າງໆທີ່ປາກພາ, ຖຶສາສນາ,  ມີຮີດຄອງວັທນະທັມປະເພນີມາ ປິ່ນປົວ ດູແລ ເຮົາໄດ້...   ແຕ່ຈະຕິດຕໍ່ຫາາເອົາຄວາມຕ້ອງການຂອງເຮົາໄດ້ແບບໃດ?

ຄີວນສ໌ແລນດ໌ຈະບໍ່ເປີດຊາຍແດນໃຫ້ ນຊວ ຖ້າຫາກວ່າ...

October 13, 2020 13:20 - 5 minutes - 12.4 MB

ຣັດຄີວນສ໌ແລນດ໌ຖືວ່າຕົນປອດຈາກ ໂກວິດ-19 ແລະປິດຊາຍແດນ ຂອງຕົນບໍ່ໃຫ້ຄົນໃນຣັດນີວຊາວແວນລ໌ເຂົ້າໄປຫາ. ນອກນັ້ນກໍຈະບໍ່ເປີດມັນໄວ້ສຳຮັບນີວຊາວແວນລ໌ຖ້າຫາກວ່າຣັດ ນີວຊາວແວນລ໌ຍັງບໍ່ປອດພັຍຈາກພະຍາດທີ່ມາຈາກ ສປຈີນ ນັ້ນເທື່ອ.

ໂອບໂມງຣົດໄຟລາວ-ຈີນແລ້ວໜົດແລ້ວ. ທ່າເຮືອນ້ຳຂອງຈີນໃນລາວ. ຖ້ຳພະຍານາກເປີດໃໜ່ແລ້ວ.

October 12, 2020 09:09 - 12 minutes - 32.4 MB

ຖ້ຳເສັ້ນທາງຣົດໄຟລາວຫຼຈີນ ຄວາມໄວສູງ ລອດພູລອດຜາຖຶກ ສ້າງສຳເຣົດໜົດແລ້ວ. ທັງໜົດນັ້ນມີຈັກຖ້ຳແລະຍຶດຍາວປານໃດ?   ບໍ່ຣິສັດຈີນສ້າງທ່າເຮືອທີ່ບ້ານມ່ອມເມືອງບໍ່ແກ້ວຫວຍຊາຍ ແຂວງບໍ່ແກ້ວຢູ່ຕລອດແລະເປັນຂັ້ນໆ... ໃນ ສປປລາວ ມີທ່າເຮືອຈີນຈັກແຫ່ງ?   ຖ້ຳພະຍານາກໃນຈັງວັດບຶງການປະເທດໄທຍ໌ຖຶກປັບປຸງສຳເຣັດ ແລະເປີດຄືນໃໜ່ແລ້ວ. ແຕ່ມີກົດເກນຕ້ອງຫ້າມຫັຍງແດ່?

ງົບປະມານອອສເຕຼເລັຍ : ໃຜດີໃຈນຳ?

October 12, 2020 07:32 - 11 minutes - 23.8 MB

ນະໂຍບາຍອອສເຕຼເລັຍຖຶກປະກາດອອກມາແລ້ວ.   ໃນນັ້ນມີອັນໄດ້ມີອັນເສັຍ ! ແຕ່ໃຜເສັຍໃຈຫຼືດີໃຈນຳ?

ຂ່າວຄາວ 10-10-20

October 12, 2020 04:34 - 9 minutes - 19.1 MB

ຂ່າວຄາວ 10-10-20

ກະເສດຂາດແຮງງານຣະດູການຢ່າງມາກມາຍ

October 10, 2020 14:05 - 6 minutes - 13.4 MB

ຍາມຣະດູໃບໄມ້ປົ່ງໃນອອສເຕຼເລັຍເປັນເວລາທີ່ຂຸ້ນຂ້ຽວສຳຮັບ ກະເສດຕະກອນ.   ນີ້ແຮງເຕັກເຂົ້າໄປຕື່ມສຳຮັບພາກສ່ວນກະເສດທີ່ຖຶກພັຍແຫ້ງ ແລງແລະໄຟປ່ານອັນສາຫັດ ແຕ່ກະເສດນັ້ນກໍມີວິທີຟື້ນໂຕໄດ້...

ໂທຣສັບມື້ຖືສາມາດກວກຮູ້ການຈະເປັນ ສະໂຕຼກ

October 10, 2020 13:05 - 4 minutes - 9.54 MB

ບັດນີ້ເຕກໂນໂລຊີໃໜ່ ຄືໂທຣສັບມືຖື ສາມາດຮູ້ເຫັນການຈະເປັນ ສະໂຕຼກ ຄືນໃໜ່ໄດ້ຢ່າງໄດ້ຜົນ...   ໂຮງພະຍາບານໃນອອສເຕຼເລັຍພິສູດເຊັ້ນນັ້ນອອກມາແລ້ວ...

ຜູ້ຍິງແລະຄົນພິການອາໄສສວັດດີການດົນນານກ່ວາ

October 09, 2020 13:50 - 7 minutes - 17.2 MB

ໃຜໃນອອສເຕຼເລັຍເພິງພາອາໄສການສວັດດີການສັງຄົມດົນນານ ກວ່າດພີ່ນ?   ບັດນີ້ຕອບຄຳຖາມນັ້ນໄດ້ແລ້ວ ຄືວ່າ...

ຊາວສວນໜາກ ແຊຣີ ມອງເບິ່ງແຮງງານກະເສດທີ່ບໍ່ເຄີຍໃຊ້ເພື່ອແກ້ໄຂບັນຫາ

October 08, 2020 13:35 - 7 minutes - 16.2 MB

ກະເສດຕະກອນຂອງອຸສຫະກັມການປູກຝັງໃນອອສເຕຼເລັຍ ຂາດເຂີນແຮງານຢ່າງມາມາຍ ໂດຍສະເພາະໃນຍາມເກັບກ່ຽວ ຜົນຜະລິດ.   ບັດນີ້ຊາວສວນກັລງຫັນໄປໜູນໃຊແຮງງານທີ່ ກ່ອນນີ້ ຖຶກມອງ ຂ້າມໄປ ດັ່ງນັກຮຽນປີທີ 12...

ອາວຸໂສລາວໃນຣັດຄີວນສ໌ແລນດ໌ປ້ອງກັນການຕາຍຈາກ ໂກວິດ-19 ແບບໃດ?

October 08, 2020 01:09 - 16 minutes - 36.2 MB

ສຳພາດ : ທ່ານ ຄຳສິງ ຄຳມະນີວົງ ອາວຸໂສລາວ ໃນຣັດ ຄີວນສ໌ແລນດ໌ ທ່ານ ຄຳສິງ ຄຳມະນີວົງ ເປັນຂ້າຣາຊການຊັ້ນສູງຄົນນຶ່ງໃນອະດິດແລະມາ ຢູ່ອອສເຕຼເລັຍໃນຖານເປັນອົພຍົບມານານແລ້ວ. ໃນອອສເຕຼເລັຍທ່ານກໍເປັນບຸກຄົນນຶ່ງທີ່ຖຶກເຄົາລົບນັບຖືຈົນເຖິງທຸກວັນນີ້.   ໃນການສຳພາດນີ້ນັ້ນ ທ່ານເລົາຫັຍງສູ່ຟັງແດ?

ຂ່ າ ວ ຄ າ ວ 05 - 10 - 20

October 07, 2020 00:50 - 9 minutes - 19.1 MB

ຂ່າວຄາວ 05-10-20.

ສປປລາວ ຕໍ່ຣະຍະການຕ້ອງຫ້າມ ໂກວິດ-19. ບັ້ງໄຟພະຍານາກຄຶກຄື້ນ. ຊຽງຮາຍກູ້ເຮືອນົມນ້ຳໄດ້ແລ້ວ.

October 07, 2020 00:27 - 19 minutes - 42 MB

ສປປລາວ ອ້າງແລະປະກາດວ່າໃນຜື້ນແຜ່ນດິນລາວມີຄົນ ເປັນ ໂກວິດ-19 ພຽງແຕ່ 23 ຄົນໂດຍບໍ່ຕາຍຈັກລາຍ ແຕ່ໃນຫ່ວາງນຶ່ງນີ້ຕໍຍາວອອກຣະຍາການຕ້ອງຫ້າມຕ່າງໆ ກ່ຽວກັບພະຍາຍາດດັ່ງກ່າວ...   ການຊົມເບິ່ງບັ້ງໄຟພະຍານາກໃນຈັງວັດໜອງຄາຍແຫ່ງ ປະເທດໄທຍ໌ ໃນປີນີ້ຄືກຄື້ນເປັນປະຫັວດການ...   ເຮືອເຫຼັກການທ່ອງທຽວໄທຍ໌ທີຈົມນ້ຳຂອງທ່ີເມືອງຊຽງແສນ ຈັງວັດຊຽງຮາຍຖຶກກູ້ພັຍຂຶ້ນຈາກພື້ນ້ຳໄດ້ສຳເຣັດແລ້ວ...

ການຊື້ຂາຍເຄຫະສະຖານໃນຍາມ ໂກວິດ-19

October 06, 2020 22:52 - 7 minutes - 17.2 MB

ແຜນການໄປບຳນານກ່ຽວເຖິງເຄຫະສະຖານແລະທີ່ຢູ່ກິນ ຂອງຄົນບຳນານປ່ຽນແປງໄປຕາມສະພາບການ ໂກວິດ-19 ແລະການຕ້ອງຫ້າມກ່ຽວກັບພະຍາດດັ່ງກ່າວ. ນີ້ພາໃຫ້ຕລາດເຄຫະສານຖານປ່ຽນແປງໄປນຳດ້ວຍ.   ດ້ວຍເຫດການດັ່ງກ່າວ ຕລາດເຄຫະສະຖານສຳຮັບຄົນບຳ ນານ ໃນເວລານີ້ເປັນແບບໃດກັນ?

ການໂຕ້ວາທີຂັ້ນປະທານາທິບໍດີສະຫະຣັດເຮີະຮ້າຍທີ່ສຸດກ່ວາເມື່ອໃດໆ.

October 06, 2020 22:35 - 6 minutes - 14.3 MB

ການໂຕ້ວາທີກັນໃນຫ່ວາງ 29 ກັນຍາ 2020 ຣະຫ່ວາງ ປະທານາທິບໍດີ ໂດໂນນ ຕຼັມ ແລະ ໂຈ ບີເດີນ ຜູ້ນຳພັກ ເດໂມແກຼດ ເຕັມໄປດ້ວຍຄວາມດຸເດືອດແລະເຮີະຮ້າຍ ທີ່ສຸດແລະເປັນປະຫັວດການ...

ໄທຍ໌ມອບອຸປກອນການແພດແກ່ລາວ. ອັງກິດ-ອາຊຽນ ຕໍ່ສູ້ ໂກວິດ-19. ບຶງການ ຈັບຢາບ້າມາກມາຍ

October 06, 2020 22:22 - 16 minutes - 36.2 MB

ສປປລາວ ແຕ່ໃດມາຂາດເຂີນອຸປກອນການແພດ. ໄທຍ໌ເປັນປະເທດນຶ່ງ ທີ່ໃນຫ່ວາງນຶ່ງນີ້ມອບອຸປກອນ ການກວດແລະຕໍ່ຕ້ານ ໂກວິດ-19 ໃຫ້ແກ່ ສປປລາວ...   ອາຊຽນແລະປະເທດອັງກິດກຳລັງຮ່ວມມືຮ່ວມໃຈໃຈກັນຕໍ່ ສູ້ ໂກວິດ-19...   ຈັງວັດບຶງການ ປະເທດໄຍ໌ສຳເຣັດຈັບໄດ້ຢາເສບຕິດມາກ ມາຍທີ່ເຂົ້າໄປໃນພື້ນທີ່ຂອງຕົນຈາກ ສປປລາວ ແຕ່...

ຣັດເຊົາທ໌ອອສເຕຼເລັຍຕຽມພ້ອມແລ້ວທີ່ຈະຮັບເອົານັກຮຽນຕ່າງປະເທດ.

October 06, 2020 21:57 - 5 minutes - 11.4 MB

ຣັຖບານອອສເຕຼເລັຍປ່ອຍໃຫ້ຈຳນວນຄົນໃນຕ່າງປະເທດ ທີ່ເຂົ້າມາຍັງອອສເຕຼເລັຍທະວີຂຶ້ນແລ້ວ ແລະບັດນີ້ກຳລັງ ຖຶກກົດດັນໃຫ້ທົດລອງເອົານັກຮຽນຕ່າງປະເທດເຖິງ 300​ ຄົນເຂົ້າໄປຮ່ຳຮຽນຢູ່ໃນຢູ່ໃນຣັດ ເຊົົາທ໌ອອສເຕຼເລັຍເບິ່ງ ວ່າ ຈະຄວບຄຸມ ໂກວິດ-19 ໄດ້ບໍ່ແລະກະຕຸກກະຕຸ້ນຄືນຂະ ແໜງອຸສຫະກັມການສຶກສາອອສເຕຼເລັຍ...

ຂ່ າ ວ ຄ າ ວ 03 - 10 -​ 20

October 06, 2020 21:26 - 8 minutes - 18.1 MB

ຂ່າວຄາວ 03-18-20.

ແຜນການອອສເຕຼເລັຍ 18ພັນລ້ານ ດອນເພື່ອຫຼຸດຜ່ອນການປັ່ນຄັວນ

October 03, 2020 14:50 - 5 minutes - 11.4 MB

ຣັຖບານອອສເຕຼເລັຍເປີດເຜີຍນະໂຍບາຍ 18ພັນລ້ານ ດອນອອກມາແລ້ວ ໂດຍຈະໃຊ້ວິທີການໃໜ່ທີ່ກ້າວໜ້າເພື່ອຫຼຸດຜ່ອນການປັ່ນຄັວນ ຄາກເບີນ ໃຫ້ໄດ້ 0% ພາຍໃນປີ 2050. ນິີ້ບໍເອົາວິທີການທີ່ປັ່ນໄຟຟ້າອອກມາໂດຍທັມຊາດເປັນວຽກງານອັນ ສຳຄັນ...    

ມີການຮຽກຮ້ອງບໍ່ໃຫ້ ສປຈີນ ຈັດ ໂອແລມປິກ ຍ້ອນການຣະເມີດຊິດທິມະນຸດຊົນ

October 02, 2020 14:50 - 5 minutes - 12.4 MB

ສປຈີນ ປະຕິເສດບໍ່ຮັບຮູ້ການຮຽກຮ້ອງບໍ່ໃຫ້ຕົນຈັດການແຂ່ງ ຂັນກິລາໂອແລມປິກຍາມໜາວສຸດສົກປີ 2022 ຍ້ອນທີ່ວ່າ ສປຈີນ ລ່ວງຣະເມີດສິດທີມະນຸດຊົນຢູ່ເລື້ອຍໆ ດັ່ງທີ່ ສປຈີນ ຂະຫຍາຽແຮງງານແບບບັງຂັບຢູ່ໃນ ຕີເບດ...   ສປຈີນ ຕີຢຶດເອົາ ຕີເບດ ໃນຍຸກສະໃໜ​50.

ແຜນການປັບປຸງ ໋ ແອນບີແອນ ່ ຂຶ້ນໃໜ່ຖຶກຕິຕຽນ

October 02, 2020 14:20 - 4 minutes - 10.5 MB

ພາຍໃຕ້ແຜນປັບປຸງ ່ ແອນບີແອນ ່ ຂຶ້ນໃໜ່ ຄົນໃນອອສເຕຼ ເລັຍຫຼາຍຕື່ມຈະສາມາດໃຊ້ ອິນເຕີແນດຕ໌ຄວາມໄວຫຼາຍໄດ້.   ຮັຖບານອອສເຕຼເລັຍຖຶກຕິຕຽນໃນຖານປ່ຽນການຕັດສິນໃຈ ຂອງກ່ອນນີ້ທີ່ໃຊ້ສາຍທອງແທນທີ່ຈະໃຊ້ສາຍໄຍແກວຕາມການ ສເນີຂອງພັກ ່ ເລເບີ ່ ອອສເຕຼເລັຍ...

ຕ້ອງການອາສາສມັກມາກມາຍຕື່ມເພື່ອຄົ້ນຄ້ວາປົວການເບື້່ອໜ່າຍອາຫານ

October 02, 2020 03:05 - 3 minutes - 7.63 MB

ນັກຄົ້ນຄ້ວາອອສເຕຼເລັຍກຳລັງຊອກຫາເອົາອາສາສມັກຕື່ມ 3500 ຄົນທີ່ມີການປະສົບກັບການເບື່ອໜ່າຍການກິນອາ ຫານການກິນເພື່ອທຳການຄົ້ນຄ້ວາກ່ຽວກັບ ຈີນ ທີເຮັດໃຫ້ ເປັນອາການດັ່ງກ່າວ.   ການຮູ້ແລະຊາຍກ່ຽວກັບ ຈີນ ນັ້ນຈະເປັນການຊົດຊ່ວຍປິນປົວ ແລະປ້ອງກັນອາການນັ້ນໄດ້.

ຜູ້ນຳຂັ້ນໂລກຮຽກໃຫ້ປະສານກັນຍ້ອນຢ້ານສະຫະປະຊາຊາດອາດແຕກແຍກກັນ

October 01, 2020 14:50 - 5 minutes - 12.4 MB

ທີ່ກອງປະຊຸມຄັ້ງຄົບຮອບປີທີ່ 75 ຂອງສະຫະປະຊາຊາດ ຄວາມເຄັ່ງຕຶງກັນຣະຫ່ວາງ ສະຫະຣັດອະເມຣິກາ ແລະ ສປຈີນ ແລະວິກິດ ໂກວິດຫ-19​ ເປັນເງົາມຶດມົວປົກຫູ້ມ ກອງປະຊຸມດັ່ງກ່າວນັ້ນ.   ມັນເປັນເຊັ່ນນັ້ນເມື່ອທີ່ຈຳນວນຄົນໃນໂລກນີ້ທີ່ເປັນພະ ຍາດ ໂຄໂຣນາໄວຣັສ ມີກາຍ 32ພັນລ້ານ ຄົນແລ້ວ...

ຂ່ າ ວ ຄ າ ວ 28-9-20

October 01, 2020 03:10 - 8 minutes - 18.1 MB

ຂ່າວຄາວ 28-9-20.

ໂຄງການຊອກ 1ລ້ານ ວຽກໃຫ້ຄົນໄທຍ໌ເຮັດ. ການຄ້າ ບຶງການ-ບໍຣິຄຳໄຊ. ຈັບຢາເສດຕິດມາກມາຍໄດ້.

October 01, 2020 03:00 - 18 minutes - 40.1 MB

ຣັຖບານໄທຍ໌ມີຄວາມໜຸ້ງນໜັ້ນຊອກວຽກໃຫ້ຄົນໄທຍ໌ເຮັດ. ນີ້ຖຶກນຳມາສະແດງໃຫ້ເຫັນຜານ ເອັກສະໂປ ອັນນຶ່ງທີ່ຖຶກຈັດ ຂຶ້ນໃນບາງກອກ.   ການຄ້າຣະຫ່ວາງຈັງວັດບຶງການແລະແຂວງບໍຣິຄຳໄຊ ກະທັ້ງມີ ໂກວິດ-19 ມາຂວາງກັ້ນ ມັນກໍເດີນໜ້າໂດຍມີຄວາມສຳເຣັດ ໄດ້ຢູ່ຕໍ່ໆໄປຢູ່...   ໃນຫ່ວາງນຶ່ງນີ້ ຕຳຣວດໄທຍ໌ສາມາດຈັບຢ່າບ້ານແລະອື່ນໆໄດ້ ມາກມາຍເປັນປະຫັວດ. ສິ່ງທີ່ຜິດກົດໜາຍຕ່າງໆນີ້ນັ້ນມາຈາກ ສປປລາວ...

ຄົນລາວໃນພາກຕາເວັນຕົກຂອງ ແມນລ໌ເບີນ ເປັນແນວໃດໃນວິກິດ ໂກວິດ-19?

October 01, 2020 02:15 - 13 minutes - 29.6 MB

ສຳພາດທ່ານ ມີໄຊ ຈິດຕພົງ%   ວິກິດ ໂກວິດ-19 ມັນອາຣະວາດທຸກຫົຍແຫ່ງອອສເຕຼລັຍ ທັງບໍ່ເລືອກໜ້າໃຜດ້ວຍ.   ໃນພາກຕາເວັນຕົກຂອງນະຄອນ ແມຍນລ໌ເບີນ ມີຄົນ ລາວຕັ້ງພູມລຳເນົາຢູ່ມາກມາຍພໍສົມຄວນ.   ພວກຂະເຈົ້າເປັນແນວໃດໃນເວລານີ້?