SBS Lao - SBS ພາ​ສາ​ລາວ artwork

SBS Lao - SBS ພາ​ສາ​ລາວ

1,465 episodes - Lao - Latest episode: 10 days ago - ★★★★ - 8 ratings

Independent news and stories from SBS Audio, connecting you to life in Australia and Lao-speaking Australians. - ຂ່າວທີ່ມີອິສຣະພາບແລະເຣື່ອງທີ່ເອົາທ່ານໃສ່ຊີວິດໃນອອສເຕຼເລັຍແລະຄົນອອສເຕຼລຽນທີປາກພາສລາວ.

News
Homepage Apple Podcasts Google Podcasts Overcast Castro Pocket Casts RSS feed

Episodes

ການໂອ້ລົມກັນຄັ້ງແລະຣະຫ່ວາງນາຍົກອອສເຕຼເລັຍແລະປະທານາບໍດີສະຫະຣັດ

February 10, 2021 23:15 - 6 minutes - 8.52 MB

ສະກອກ ມໍຣິຊັນ ນາຍົກອອສເຕຼເລັຍໂອ້ລົມປຶກສາຫາລືກັນກັບ ໂຈ ບີເດິນ ປະທານາທິບໍດີສະຫະຣັດອະເມຣິກາແລ້ວ. ນັ້ນນເປັນຄັ້ງປະຖົມມະເລີກ ໂດຍທາງໂທຣະສັບແລະຕໍ່ແຕ່ ບີເດັນຂຶ້ນຄອງ ຕ່ຳແໜ່ງເປັນຜູ້ນຳສູງສຸດຂອງສະຫະຣັດອະເມຣິກາ... ມີຫຼາຍເຣື່ອງທີທທັງສອງໄດ້ສົນທະນາປຶກສາຫາລືກັນ ດັ່ງ ການຣັຖປະຫານ ໃນປະເທດພະມ້າ, ການປ່ຽນແປງຂອງອາກາດ, ວິກິດໂຄວິດ-19, ຕລອດ ເຖິງ ສປຈີນ ດ້ວຍ...

ອອສເຕຼເລັຍຊື້ໄດ້ຢາ ຟາຍເຊີ ວັກຊີນ ເພີ້ມ

February 10, 2021 22:55 - 6 minutes - 14.7 MB

ຢາວັກຊີນກັນ ໂຄວິດ-19 ເປັນສິ່ງທີ່ບັນດາປະເທດຂອງໂລກນີ້ຕ້ອງ ການຢ່າງມາກມາຍແລະຮຽບດ່ວນ. ນີ້ພາໃຫ້ຂາດເຂີນມັນຢູ່ໃນເວລານີ້... ອອສເຕຼເລັຍຊື້ໄດ້ຢາວັກຊີນກັນ ໂຄວິດ-19 ຂອງບໍຣິສັດ ຟາຍເຊີ- ບາຍອອນເຕັກ ໄດ້ຕື່ມອີກ 10 ລ້ານ ໂດສ໌. ຣັຖບານອອສເຕຼເລັຍໃຫ້ສັນຍາວ່າຈະສັກຢາວັກຊີນກັນ ໂຄວິ-19 ໃຫ້ທຸກໆຄົນໃນອອສເຕຼເລັຍ ຮວມດ້ວຍຄົນທີ່ຖືວີຊາຕ່າງໆນາໆ... ເຖິງເວລານີ້ຣັຖບານອອສເຕຼເລັຍຢຶດໜັ້ນກັບການຊື້ໃຫ້ໄດ້ຢາວັກຊີນ ກັນ ໂຄວິດ-19 ໃຫ້ໄດ້ 150 ໂດສ໌ຈາກຫຼາຍບໍຣິສັດ ...

ຂ່າວຄາວຂົງເຂດແມ່ນ້ຳຂອງສຳຮັບຣະຍະ 06-02-21

February 10, 2021 22:27 - 17 minutes - 39 MB

ຂ່າວຄາວຂົງເຂດແມ່ນ້ຳຂອງມີຫັຍງແດ່ທີ່ເປັນອັນສົນໃຈ?

ຂ່າວໃນຣະຍະ 06-02-21

February 10, 2021 22:16 - 13 minutes - 18.4 MB

ຂ່າວທົ່ວໄປສຳຮັບຣະຍະ 06-02-21

ການກັບຄືນສູ່ໂຮງຮຽນໂດຍປອດພັຍຈາກ ໂຄວິດ-19

February 04, 2021 04:26 - 8 minutes - 11.1 MB

ໃນຫ່ວາງນຶ່ງກ່ອນນີ້ນາຍຄູແລະລູກສິດກັບເຂົ້າໂຮງຮຽນທົ່ວ ອອສເຕຼເລັຍ ອັນເປັນການເລີ້ມຕົ້ນການເຂົ້າໂຮງຮຍນສຸດ ສົກປີ 21-22. ໂຮງຮຽນສະໄດ້ຮັບຜົນສະທ້ອນແນວໃດຈາກແຜນການທີ່ ຣັຖບານອອສເຕຼເລັຍຈະລົງມືສັກຢາປ້ອງກັນ ໂຄວິດ-19 ໃຫ້ແກ່ຄົນໃນອອສເຕຼເລັຍໃນເວລາອັນໃກ້ໆຂ້າງໜ້ານີ້?

ຈະຊົດຊ່ວຍລູກໆປັບເຂົ້າກັບວິກິດ ໂຄວິດ-19 ໄດ້ແບບໃດ?

February 04, 2021 03:25 - 9 minutes - 13.3 MB

ການກັບເຂົ້າໂຮງຮຽນພາຍຫຼັງຍາມພັກຮ້ອນປະຈຳປີ ສາມາດເປັນເວລາອັນຕື່ນເຕັ້ນດີໃຈ ຫຼືເປັນຍາມທີ່ເດັກໆກັງວົນໃນດ້ານຈິດໃຈໄດ້. ເຮົາຄວນເຮັດແນວໃດຊົດຊ່ວຍເດັກມີຄວາມສະດວກບາຍແລະຜ່ອນຄາຍໃນການ ເຂົ້າໂຮງຮຽນ?

ການບອກເຕືອນດ່ວນກ່ຽວກັບ ໂຄວິດ-19 ຣະບາດໃໜ່ໃນຣັດວິກຕໍເຣັຍ

February 04, 2021 00:31 - 2 minutes - 3.81 MB

ໃນບໍ່ເທົ່ໃດມື້ກ່ອນນີ້ ໂຄວິດ-19 ຣະບາດຂຶ້ນໃນແມນລ໌ເບີນ ຈາກໂຮງແຮມແຫ່ງນຶ່ງທີ່ມີຄົນຖຶກັກໂຕໄວ້ເພື່ອການຊອມແລະ ກວດເບິ່ງ ໂຄວິດ-19. ບັດນີ້ມີການຕ້ອງຫ້າມກ່ຽວກັບ ໂຄວິດ-19 ເປັນຄັ້ງໃໜ່ທີ່ ທ່ານຄວນຮູ້. ກະຣຸນາຮຽນຮູ້ວ່າຫັງເປັນຫັຍງແດ່ດ້ວຍ...

ທ່ານ ສົມບັດ ສົມພອນ ຢູ່ໃສໃນເວລານີ້?

February 02, 2021 05:23 - 17 minutes - 41.1 MB

ທ່ານ ສົມບັດ ສົມພອນ ຫົວໃນອັນນຶ່ງຂອງການພັທນາມະນຸດໃນ ສປປລາວ ທັງກໍເປັນຄົນໂດ່ງດັງໃນລາວແລະຕ່າງປະເທດ ທີມີຄຸນງາມຄວາມດີມາກມາຍ ຕໍ່ຄົນໃນລາວແລະປະເທດຊາດບ້ານເມທືງລາວ ໃນວັນທີ1໌ ທັນວາ 2012 ຢູ່ໃນກຳມືແລະຕໍ່ໜ້າບັນດາຕຳຣວດລາວທີ່ສະຖາີນຕຳຣວດໃນຄຸ້ມບ້ານອິນແປງ ຂອງນະຄອນຫຼວງວຽງຈັນ ຖຶກຄົນສາມຄົນນຳໂຕໄປແລ້ວຫາຍສາບສູນໄປໂດຍບໍ່ ມີຮ່ອງຮອຍແລະການສືບສວນຢ່ງແທ້ຈິງຈາກພັກຮັຖ ສປປລາວ. ໃນເວລານີ້ກໍບໍ່ຮູ້ວ່າທານເປັນແນວໃດແລະຢູ່ໃສ. ກ່ຽວກັບເຣື່ອງນີ້ຂ້າພະເຈົ້າມີໂອກາດໄດ້ສຳພາດ ທ່ານ ປອ ເກັນຣີນ ຊີບສ໌ ທີ່ເປັນ ອາຈານໃຫຍ່ໃນດ້ານ ການສຶກສາການພັທນາການ ຢູ່ທີ...

ຕຶກເບັດ, ນ້ຳຖ້ວມ ແລະ ລອຍນ້ຳ : ຈະປອດພັຍແບບໃດໄດ້ເມື່ອຢູ່ໃກ້ນ້ຳ?

February 02, 2021 04:55 - 10 minutes - 25 MB

ຍາມຣະດູຮ້ອນໃນອອສເຕຼເລັຍ ເປັນເວລາທີ່ຄົນທັງຫຼາຍຊົມຊື່ນກັບຫາຍຊາຍທະເລ, ຫ້ວຍນ້ຳລຳເຊບືງໜອງຕ່າງໆ ແຕ່ຄົນຕ່າງປະເທດທີ່ມາຍັງອອສເຕຼເລັຍໃໜ່ໆບໍ່ຄ່ອຍ ຈະລື້ງແກນກັບກົດເກນຄວາມປອດພັຍກ່ຽວກັບນ້ຳ. ນີ້ສາມາດເຮັດໃຫ້ພວກຂະເຈົ້າ ມີຄວາມສ່ຽງໃ່ສຊີວິດຂອງພວກຂະເຈົ້າ. ຄວາມແນະນຳກ່ຽວກັບຄວາມປອດພັຍສຳຮັບການລອຍນ້ຳ, ຂີ່ເຮືອແລະຫາປາສາມາດ ຊົດຊ່ວຍຈາກການຕາຍດິກນ້ຳໄດ້ແລະປະຢັດເງິນຄຳໄວ້ຈາກການຖຶກປັບໄໜດ້ວຍ...

ຣັດນີວຊາວແວນລ໌ຜ່ອນຄາຍການຕ້ອງຫ້າມກ່ຽວກັບ ໂຄວິດ-19

February 02, 2021 04:08 - 7 minutes - 10.8 MB

ຣັດນີວຊາວແວນລ໌ປະກາດຜ່ອນຜັນການຕ້ອງຫ້າມຕ່າງໆກ່ຽວັກບ ໂຄວິດ-19 ອອກມາແລ້ວສຳຮັບຕັ້ງແຕ່ວັນທີ 29 ກຸມພາ 2021 ເປັນຕົ້ນໄປ ພາຍຫຼັງ່ີທຈຳ ນວນຄົນເປັນພະຍາດດັ່ງກ່າວໃນນີວຊາວແລນລ໌ຖຶກຄວບຄຸມໄວ້ໄດ້ແລ້ວ... ຂ່າວດັ່ງກ່າວມີຂຶ້ນເມື່ອທ່ີຣັຖບານອອເຕຼເລັຍລົງມືໂຄສະນາການທີຈະມີການສັກ ຢາປ້ອງກັນພະຍາດດັ່ງກ່າວຂຶ້ນໃນຣະຍະບໍ່ດົນນານຂ້າງໜ້ານີ້.

ຂ່າວຄາວແມ່ນ້ຳຂອງສຳຮັບ 30-01-21

February 02, 2021 03:42 - 21 minutes - 49.3 MB

ຂ່າວຄາວແມ່ນ້ຳຂອງສຳຮັບຣະຍະ 30-01-21.

ຂ່າວສຳຮັບ 30-01-21

February 02, 2021 03:32 - 11 minutes - 16.1 MB

ຂ່າວທົ່ວໄປຮັບຮັບ 30-01-20 ມີຫັງແດ໋?

ກິຈການການແພດໂດຍບໍ່ຄິດຄ່າຫັຍງສຳຮັບຄົນທີມີຄວາມລ້ຳບາກ

January 28, 2021 13:04 - 4 minutes - 5.6 MB

ຄົນໃນສັງຄົມຂອງຊຸມຊົນທັງຫຼາຍໃນອອສເຕຼເລັຍບາງຜູ້ບາງຄົນມີບັນຫາ ກັບການປິ່ນປົວສຸຂພາບ ໂດຍສະເພາະຄົນທີບໍ່ສາມາດຢຶດຢື້ເຖິງສາທາຣະ ນະສຸກຕ່າງໆ... ພວກດັ່ງກ່າວຫຼາຍຜູ້ຫຼາຍຄົນໄປເພີ່ງພາອາໃສຄວາມເຫັນອົກເຫັນໃຈ ແລະເໜດຕາຂອງທ່ານໜໍຄົນນຶ່ງທີ່ຢູ່ໃນເຂດພາກພາເວັນຕົກຂອງນະ ຄອນ ຊິດນີ ທີ່ໃຫ້ການດູແລະປິ່ນປົວໂດຍຟຼີ້ໆ...

ຂ່າວຄາວຂົງເຂດແມ່ນ້ຳຂອງໃນຣະຍະ 25-01-21

January 28, 2021 01:23 - 19 minutes - 45.4 MB

ຂ່າວຄາວຂົງເຂດແມ່ນ້ຳຂອງສຳຮັບຣະຍະ 25-01-21.

ຂ່າວສຳຣັບຣະຍະ 25-01-21

January 28, 2021 01:01 - 10 minutes - 14.9 MB

ຂ່າວຄ່າວສຳຮັຍຣະຍະ 25-01-21

ຈົ່ງມີຄວາມຕຽມພ້ອມດີໆໃສ່ຍາມໄຟປ່າໃນອອສເຕຼເັລຍ

January 28, 2021 00:17 - 9 minutes - 20.8 MB

ໄຟປ່າໃນອອສເຕຼເລັຍມັກຈະມີຂຶ້ນເປັນປະຈຳໃນອອສເຕຼເລັຍແລະມັນຮ້າຍແຮງຫຼາຍ... ໃນເວລາທີ່ຜ່ານມາມັນເຮັດໃຫ້ຄົນທີ່ມີເລືອດລາວຕາຍຍ້ອນແລ້ວ. ຖ້າທ່ານປະສົບກັນໄຟຢ່າ ທ່ານຈະເຮັດແນວໃດ? ກັນດີກ່າວແກ່ເພາະຖ້າແຢ້ແລ້ວຈະແກ່ບໍ່ທັນ... ຈົ່ງຕຽມໂຕໃສ່ມັນດີໆ... ຈະເຮັດແນວໃດແດ?

ຂ່າວຄາວແມ່ນ້ຂອງສຳຮັບ 23-01-21

January 27, 2021 23:36 - 21 minutes - 48.4 MB

ຂ່າວຄາວຈາກຂົງເຂດແມ່ນ້ຳຂອງສຳຮັບຮວດ 23-01-21

ຂ່າວສຳຮັບຣະຍະ 23-01-21

January 27, 2021 23:17 - 11 minutes - 16.5 MB

ຂ່າວຄາວສຳຮັບຣະຍະ 23-01-21

ປທນທບດ ໂຈ ບີເດີນ ບໍ່ເສັຍເວລາ ເລີ້ມວຽກເຮັດໂລດ

January 27, 2021 23:06 - 8 minutes - 12.3 MB

ປະທານາທິບໍດີ ໂຊ ບີເດິນ ຜູ້ນຳຂັ້ນສູງສຸດຂອງສະຫະຣັດອະເມຣິກາບໍ່ສິ້ນເປືອງເວ ລານາທີແຕ່ຢ່າວໃດ ຟ້າວຝັງເຮັດວຽກເຮັດການໃນທັນທີທັນໃດທີ່ຖຶກສະບານໂຕຂຶ້ນ ຄອງຕ່ຳແໜ່ງດັ່ງກາວຈາກ ໂດໂນນ ທຼັມ. ທ່ານເລີ້ມຕົ້ນຂຶ້ນໂດຍການປ່ຽນແປງນະໂຍບາຍສອງສາມອັນຂອງ ໂດໂນນ ທຼັມ...

ວັນຊາດອອສເຕຼເລັຍ 2021 : ຄົນລາວຮູ່ສຶກແນວໃດ?

January 26, 2021 07:33 - 19 minutes - 45.6 MB

ດອນໃຫຍ່ຈິ່ງໂຈກແຫ່ງນີ້ເກົ້່າແກ່ບໍ່ຫຼຸດສິບພັນປີມາແລ້ວແຕ່ກັບ ກາຍເປັນປະເທດອອສເຕຼເລັຍແຕ່ປີ 1788 ເປັນຕົ້ນມາ ແລະ ມີຄົນລາວ ທີ່ໂຕນໜີຈາກອຳນາດການປົກຄອງຂອງພັກຣັຖຄອມ ມຸຍນິສຕ໌ ມາຢູ່ຢ່າງຖາວອນແຕ່ໃນວັນທີ 19 ມີນາ 1976 ເປັນ ຕົ້ນມາ. ຄົນລາວນັ້ນມີຄວາມຮູ້ສຶກແນວໃດກັບວັນຊາດອອສເຕຼເລັຍ?

ຄວາມຄືບໜ້າຂອງຢາວັກຊີນຈະແກ້ໄຂ ໂກວິດ-19 ໃນອາຊີ

January 22, 2021 09:00 - 12 minutes - 16.8 MB

ຄະນະນັກວິທຍາສາດຄະນະນຶ່ງກຳັລງຢູ່ໃນ ສປຈີນ ຄົ້ນໄຕ່ຕາມຫາກ່ຽວກັບ ໂກວິດ-19 ທີ່ລາມອອກມາຈາກຫັ້ນ... ພ້ອມໆກັນັ້ນຢາວັກຊີນກັນ ໂກວິດ-19 ກໍກ້າວເຂົ້າສູ່ພາກພື້ນອາຊາຕ່າງໆ ດັ່ງອິນໂດ ນີເຊັຍເລີ້ມສັກຢາວັກຊີນຂອງ ຊີໂນວັກ ຂຶ້ນແລ້ວ...

ອົງການສາທາຣະນະສຸກໂລກ ບັດນີ້ ສຶບເບິ່ງ ໂຄໂຣນາໄວຣັສ ຢູ່ໃນ ສປຈີນ ຢູ່

January 22, 2021 07:42 - 6 minutes - 9.07 MB

ແມ່ພະຍາດ ໂຄໂຣນາໄວຣັສ ທີ່ອາຣະວດໂລກນີ້ເປັນເວລາຍາວນານເຕີບແລ້ວ ບັດນີ້ ຄະນະກັມການຜູ້ສ່ຽວຊານຂອງອົງການສາທາຣະສຸກໂລກກຳັລງສຶບສວນກ່ຽວກັບແມ່ ພະຍາດນັ້ນຢູ່ໃນ ສປຈີນ ຢູ່. ພັກຣັຖ ສປຈີນ ຕ້ອງຫ້າມບໍ່ໃຫ້ຄະນະກັມການນັ້ນເຂົ້າໄປຈີນແຜ່ນດິນໃຫຍ່ໃນເວ ລາກ່ອນນີ້. ສອງປີຜ່ານພົ້ນໄປແລ້ວ ຈະຮູ້ຈະເຫັນຫັຍງຍ້ອນບໍ່?

ຫ່ວງໄຍນຳຊີວິຂອງຄົນວຽດອອສເຕຼລຽນໃນຄຸກວຽດນາມ

January 22, 2021 07:08 - 6 minutes - 8.99 MB

ມີຄວາມເປັນຫ່ວງມາກມາຍກັບໂຊກສະຕາຂອງຄົນອອສເຕຼເລັຍສາຍເລືືອດວຽນາມ ທີ່ຕິດຄຸກຍາວນານແລະຕ້ອງເຮັດວຽກໜັກເປັນເວລາຍາວນານໃນແຕ່ຣະມື້ທັງກໍ ຂາດເຂີນອາຫານອັນສົມບຸນ. ມີພີຍານຫຼັກຖານເຫັນຜູ້ກ່ຽວເປັນດັ່ງນັ້ນໃນຄຸກນັ້ນ ຍ້ອນຜູ້ກ່ຽວເປັນສະມາຊິກ ຂອງອົງການຈັດຕັ້ງ ວຽດທັ້ງ ທີ່ພັກຣັຖວຽດນາມບົ່ງວາເປັນອົງການຈໍຣະຈົນ...

ຫຼາຍປະເທດກວດເບິ່ງ ໂຄໂຣນາໄວຣັສ ໃນຄົນໂດຍສານກ່ອນອອກບິນ

January 22, 2021 06:51 - 11 minutes - 16 MB

ຫຼາຍປະເທດຍິ່ງຂຶ້ນ ດັ່ງ ສະຫະຣັດອະເມຣິກາແລະນີວຊີແດນດ໌ ເຮັດຄືອອສວເຕຼເລັຍ ກວດເບິ່ງຄົນໂດຍສານກ່ອນໃຫ້ຂຶ້ນຍົນບິນໄປມາຍ້ອນ ໂກວິດ-19 ຍັງແຜ່ຜາຍຢູ່ຕໍ່ໄປຢູ່....

ຂ່າວຄາວຂົງເຂດແມ່ນ້ຳຂອງໃນຣະຍະ 16-01-21

January 21, 2021 10:47 - 18 minutes - 41 MB

ຂ່າວຄາວຂົງເຂດແມ່ນຳຂອງໃນຣະຍະ 126-81-21.

ຂ່າວໃນຣະຍະ 16-01-21

January 21, 2021 09:59 - 11 minutes - 14.3 MB

ຂ່າວຄາວທົ່ວໄປສຳຮັບຮວດ 16-01-21.

ທ່ານຈະໃຫ້ສັກຢາວັກຊີນກັນ ໂກວິດ-19 ໃສ່ທານບໍ່?

January 21, 2021 06:53 - 20 minutes - 44.8 MB

ຢ່າວັກຊີນກັນ ໂກວິດ-19 ມີຫຼາຍຢ່າງແລະຫຼາຍຊະນິດ ທີຖຶກມອງເຫັນວ່າ ມີສະມັຕພາບດີແລະປອດພັຍທີ່ຈະໃຫ້ສັກໃຫ້ເພື່ອປ້ອງກັນແລະຕໍ່ຕ້ານພະ ຍາດດັ່ງກ່າວ...   ແຕ່ທ່ານຈະຍິນຍອມໃຫ້ສັກໃສ່ທ່ານບໍ່?

ຣັດຄີວນສ໌ແລນດ໌ ປິດໂຮງແຮມສະກັດກັ້ນ ໂກວິດ-19

January 21, 2021 06:37 - 9 minutes - 11.4 MB

ການສະກັດກັ້ນ ໂກວິດ-19 ໃນໂຮງແຮມແຫ່ງນຶ່ງໃນຣັດ ຄີວນສ໌ແລນດ໌ ອອສເຕຼເລັຍຖຶກປິດພາຍຫຼັງທີ່ມີຄົນ 6 ຄົນຕິດແປດເປັນ ໂກວິດ-19 ສາຍພັນອັງກິດ.   ແລະເນື່ອງຈາກມີຄວາມເປັນຫ່ວງເປັນໄຍກ່ຽວກັບສະມັຕພາຍຢາວັກຊີນ ກັນໂກວິດ-19 ຂອງບໍຣິສັດ ອັສທຼາຊີນີກາ ທ່ານ ໂປນ ແຄນຣີ ຜູ້ນຳພະ ການແພດອອສເຕຼເລັຍອອກມາພະຍາຍາມຜ່ອນຄາຍຄວາມຫ່ວງໄຍນັ້ນຢູ່...

ສະຖານະພາບ ໂກວິດ-19 ໃນບາງປະເທດຂອງໂລກນີ້

January 21, 2021 06:02 - 4 minutes - 8.58 MB

ນັບຕັ້ງແຕ່ ໂກວິດ-19 ລາມອອກມາຈາກ ສປຈີນ ມັນບໍ່ຢຸດຢັ້ງ ໃນການສ້າງຄວາມເສັຍຫາຍຮອບດ້ານໃສ່ໂລກນີ້.   ບາງປະເທດມີຄົນເປັນມັນມາກມາຍໂດຍບໍ່ເທົ່າທຽມກັນ...

ຂ່າວຄາວຂົງເຂດແມ່ນ້ຳຂອງ 16-01-21

January 21, 2021 05:35 - 17 minutes - 39.1 MB

ຂ່າວຄາວຂົງເຂດແມ່ນ້ຳຂອງຮວດ 16-01-21

ຂ່າວຮວດ 16-01-21

January 21, 2021 05:15 - 12 minutes - 15.3 MB

ຂ່າວສຳຮັບຮວດ 16-01-21

ຂ່າວຮວດ 02-01-21

January 08, 2021 13:11 - 10 minutes - 13.4 MB

ຂ່າວຂອງຮວດ 02-01-12

ຂ່າວຄາວຂົງເຂດແມ່ນ້ຳຂອງ 02-01-21

January 07, 2021 13:13 - 20 minutes - 44.8 MB

ຂ່າວຄາວຂົງເຂດແມ່ນ້ຳຂອງ ຮວດ 02-01-21

ຈະເຮັດແນວໃດເມື່ອມີໄຟປ່າຂຶ້ນ?

January 06, 2021 13:02 - 9 minutes - 11.4 MB

ອອສເຕຼເລັຍມີໄຟປາເລື້ອຍໆແຕ່ໃດໆມາ...   ຖ້າຫາກທ່ານຕົກຢູ່ໃນວິກິດໄຟປ່າ ທ່ານຄວນເຮັດຫັຍງແດ່?

ລາຍການພາສາລາວ ແອສບີແອສ ຍຸຕິຊົ່ວຄາວ

January 04, 2021 06:58 - 24 seconds - 916 MB

ລາຍການພາສາລາວຈາກ ແອສບີແອສ ເຣດີໂອ ຢຸດອອກອາກາດຊົ່ວຄາວ 3 ລາຍການ...

ປີ 2020 ໜາຍເຖິງຫັຍງ? ພອນປີໃໜ່ 2021 ຈາກຄົນດັງ

January 02, 2021 14:57 - 17 minutes - 22.9 MB

ປີ 2020 ທີ່ຫາກໍຜ່ານພົ້ນໄປໃນຫ່ວາງນຶງນີ້ ເປັນປີພິເສດອັນນຶ່ງ ... ແຕ່ມັນເປັນປີແນວໃດສຳຮັບທ່ານ?   ຈັ່ງໃດກໍຕາມຄົນໃນອອສເຕຼເລັຍທີຮູ້ກັນດີເຕີບ ສົ່ງພອນປີໃໜ່ 2021  ມາວ່າ...

ການມີລູກໃນອອສເຕຼເລັຍຕົກຕ່ຳເຖິງຕ່ຳສຸດ

January 01, 2021 13:01 - 5 minutes - 7.63 MB

ອອສເຕຼເລັຍຖຶກບອກເຕືອນວ່າອາດຈະໄດ້ປະເຊີນກັບວິກິກດ້ານພົນລະເມືອງຍ້ອນ ຣະດັບການມີລູກມີເຕົ້າໃນອອສເຕຼເລັຍຕົກຕ່ຳທີ່ສຸດມາແລ້ວດົນນານ.   ຜູ້ສ່ຽວຊານດ້ານການເກີດການຕາຍຮຽກໃຫ້ຣັຖບານອອສເຕຼເລັຍຈົ່ງບໍຣິການການ ຊ່ວຍເຫຼືອຫຼາຍຂຶ້ນຕື່ມແກ່ຄອບຄົວທັງຫຼາຍເພາະຄ່າຄອງຊີບເປັນສາເຫດເຮັດໃຫ້ຄົນ ບໍ່ເອົາລູກເອົາເຕົ້າ...

ຄ່າປະກັນພັຍສຸຂພາບສ່ວນໂຕທະວີຂຶ້ນ

December 31, 2020 13:00 - 7 minutes - 8.58 MB

ຄົນໃນອອສເຕຼເລັຍປະມານ 14ລ້ານ ຄົຍຈະຖຶກແຕະຕ້ອງໂດຍຄ່າປະກັນພັຍ ສຸຂພາບສ່ວນໂຕທີ່ທະວີຂຶ້ນ. ຣາຄາທີ່ຂຶ້ນນັ້ນຈະສັກວິດຂຶ້ນໃນເດືອນເມສາ 2021...   ເຫດຜົນວ່ານັ້ນເປັນການຂຶ້ນບໍ່ຫຼາຍຍ້ອນຄ່າຕ່າງໆກ່ຽວກັນກັບດ້ານສຸຂພາບ ທະວີຂຶ້ນມາກມາຍ...

ຄົນລາວທີ່ ຈີລອງ ຈະສຳເຣັດສ້າງວັດບໍ່?

December 31, 2020 01:09 - 14 minutes - 31.5 MB

ຊຸມຊົນຊາວລາວທີ່ເມືອງ ຈີລອງ ຣັດວິກຕໍເຣັຍ ອອສເຕຼເລັຍ ຈະສຳເຣັດສ້າງວັດ ສາສນາພຸທອັນນຶ່ງບໍ່?   ຄົນລາວໃນ ຈີລອງ ມີບໍ່ຫຼາຍ ແຕ່ການສ້າງວັດນັ້ນກໍມີສະທາຂອງຄົນລາວອິສານ ສນັບສນູນດ້ວຍ.  

ປີ 2020 ເປັນປີແຫ່ງການຕໍ່ສູ້

December 31, 2020 01:04 - 15 minutes - 20 MB

ປິ 2020 ເປັນປີແຫງການຕໍ່ສູ້ -ບໍ່ວ່າຈະແມ່ນກ່ຽວກັບ ໂກວິດ-19 ທີ່ລາມ ອອກມາຈາກ ສປຈີນ ຫຼືການຂ້າກັນຕ່າງໆນາໆຢ່າງນອງເລືອດກໍຕາມ...   ມັນແນວໃດ 2020?

ຄົນຍົກຍ້າຍຖິ່ນຖານປົບຈາກໄຟໃໜ້ສູນໃນປະເທດ ບອສເນັຍ

December 30, 2020 13:09 - 10 minutes - 13.4 MB

ໃນວັນເວລາປະມານ 7 ໂມງຄ່ຳ ຂອງສຸກ ທີ15 ກຸມພາ 1980 ໄຟອັນຮ້າຍກາດ ເຜົາຜ່ານສູນອົພຍົບໃນເມືອງໜອງຄາຍ ປະເທດໄທຍ໌ ໂດຍທີ່ເຖິງທຸກໆມື້ນີ້ກໍຍັງ ບໍ່ຮູ້ສາເຫດອັນແທ້ຈິງ ນອກການຊາກັນແລະກ່າວຫາຕ່າງໆເທົ່ານັ້ນ...   ນີ້ກໍເປັນດັງນັ້ນກັບສູນຂອງຄົນຍົກຍາຍຖິ່ນຖານໃນປະເທດ ບອສເນັຍ...  ຕ່າງແຕ່ມີການສຶບສ່ວນຢູ່...

ຢາວັກຊີນຈະປ້ອງກັນ ໂກວິດ-19 ທີ່ປ່ຽນຕົນໂຕໄດ້ບໍ່?

December 30, 2020 04:45 - 10 minutes - 14.3 MB

ໂກວິດ-19 ແຜ່ຜາຍຕລອດມາໄປທົ່ວໂລກນີ້ ກະທັ້ງຂວັນໂລກໃຕ້ກໍມີ ຄົນເປັນມັນແລ້ວຫຼາຍສິບ.   ຢາວັກຊີນມີມີໃນເວລານີ້ຈະໄດ້ຜົນບໍ່ໃນການຕໍ່ຕານມັນໄວ້?   ໃນໂລກນີ້ຍັງບໍ່ມີຢຸກຢາໃດໆວ່າຈະວິເສດປິ່ນປົວມັນໄດ້ເທື່ອ...

ໂກວິດ919 ສາຍພັນໃໜ່ບຸກແຫຼກ

December 30, 2020 04:33 - 6 minutes - 7.63 MB

ໂກວິດ-19 ເມ່ືອມັນລາມອອກມາຈາກ ສປຈີນ ແລ້ວມັນກໍສ້າງຄວາມ ຈີບຫາຍວາຍວອດຮອບດ້ານໃສ່ໂລກນີ້... ຫຼັງຈາກນັ້ນມັນກໍເກ່ງຂຶ້ນໄປເລື້ອຍໆແຕ່ໃນຫວ່າງນຶ່ງນີ້ມັນກໍປຽນຕົນປ່ຽນ ໂຕເປັນສາຍພັນໃໜ່ຂຶ້ນໃນປະເທດ ເຊົາອາຟຼິກກາໃຕ້ ເປັນສາຍພັນໃໜ່່ທີ່ ເກ່ງຂຶ້ນຕືມແລ້ວລາມໄປຍັງປະເທດອັງກິດ. ບັດນີ້ ອອສເຕຼເລັຍກໍມີຄົນເປັນມັນແລ້ວແຕ່ເປັນຄົນທີ່ຖຶກກັກໂຕ 14 ມື້ ເພື່ອປ້ອງກັນ ໂກວິດ-19... ໃນປະເທດອັງກິດນັ້ນມັນເຮັດໃຫ້ມີການຕ້ອງຫ້າມຢ່າງໜັກໜ່ວງຂຶ້ນຕື່ມ  ຈົນວ່າຮ້ານຄ້າເກືອບຈະບໍ່ມີຫັຍງບໍຣິການແ້ບວ... ແລະຫຼາຍປະເທດກໍປິດ ປະຕູປະຕ່າງໃສ່ອັງກິດດ້ວຍແລ້ວ...

ໂກວິດ-19 ສາຍພັນໃໜ່ບຸກແຫຼກ

December 30, 2020 04:33 - 6 minutes - 7.63 MB

ໂກວິດ-19 ເມ່ືອມັນລາມອອກມາຈາກ ສປຈີນ ແລ້ວມັນກໍສ້າງຄວາມ ຈີບຫາຍວາຍວອດຮອບດ້ານໃສ່ໂລກນີ້... ຫຼັງຈາກນັ້ນມັນກໍເກ່ງຂຶ້ນໄປເລື້ອຍໆແຕ່ໃນຫວ່າງນຶ່ງນີ້ມັນກໍປຽນຕົນປ່ຽນ ໂຕເປັນສາຍພັນໃໜ່ຂຶ້ນໃນປະເທດ ເຊົາອາຟຼິກກາໃຕ້ ເປັນສາຍພັນໃໜ່່ທີ່ ເກ່ງຂຶ້ນຕືມແລ້ວລາມໄປຍັງປະເທດອັງກິດ. ບັດນີ້ ອອສເຕຼເລັຍກໍມີຄົນເປັນມັນແລ້ວແຕ່ເປັນຄົນທີ່ຖຶກກັກໂຕ 14 ມື້ ເພື່ອປ້ອງກັນ ໂກວິດ-19... ໃນປະເທດອັງກິດນັ້ນມັນເຮັດໃຫ້ມີການຕ້ອງຫ້າມຢ່າງໜັກໜ່ວງຂຶ້ນຕື່ມ  ຈົນວ່າຮ້ານຄ້າເກືອບຈະບໍ່ມີຫັຍງບໍຣິການແ້ບວ... ແລະຫຼາຍປະເທດກໍປິດ ປະຕູປະຕ່າງໃສ່ອັງກິດດ້ວຍແລ້ວ...

ຂ່າວຄາວຂົງເຂດແມ່ນ້ຳຂອງ ຮວດ 28-12-20

December 29, 2020 10:16 - 15 minutes - 33.4 MB

ຂ່າວຄາວຂົງເຂດແມ່ນ້ຳຂອງ ຮວດ 28-12-20.

ຂ່າວຮວດ 28-12-28

December 29, 2020 10:06 - 10 minutes - 13.4 MB

ຂ່າວຮວດ 28-12-20

ພາກລາຍການພາສາລາວຈາກ ແອສບີແອສ ເຣດີໂອ ປິດຊ່ົ່ວຄາວ ສັ້ນໆ

December 27, 2020 16:19 - 29 seconds - 977 KB

ພາກລາຍການພາສາລາວຈາກ ແອສບີແອສ ເຣດີໂອ ຈະປິດເປັນເວລາສັ້ນໆ ຊົ່ວຄາວ...

ຂ່າວ ຮວດ 26-12-20

December 27, 2020 05:38 - 12 minutes - 16.2 MB

ຂ່າວຂອງຮວດ 12 ທັນວາ 2020

ຂ່າວຄາວຂົງເຂດແມ່ນ້ຳຂອງ 26-12-20

December 26, 2020 05:04 - 14 minutes - 30.5 MB

ຂ່າວຄາວຂົງເຂດແມ່ນ້ຳຂອງ ຮວດ 26-12-20.

ເຮົາຮູ້ກ່ຽວກັບຢາວັກຊີນກັນ ໂກວິດ-19 ຫຼາຍປານໃດ?

December 25, 2020 13:10 - 10 minutes - 13.4 MB

ໃນໂລກນີ້ມີການຄົ້ນຄ້ວາຢາວັກຊີນກັນ ໂກວິດ-19 ມາກມາຍໂດຍທີ່ ບໍ່ລຸດຫຼາຍກ່ວາ 200 ໂຄງການລົ້ມເຫຼວຢ້ອນມັນຍາກຊາທີ່ຈະສຳເຣັດ.   ອອສເ6ູເລັຍຈະເລີ້ມສັກຢາດັ່ງກ່າວໃຫ້ຄົນໃນອອສເຕຼເລັຍເມ່ືອໃດ? ຢານັ້ນມີຊະນິດໃດແດ່? ດີບໍ່? ປອດພັນບໍ່?...