SBS Lao - SBS ພາ​ສາ​ລາວ artwork

SBS Lao - SBS ພາ​ສາ​ລາວ

1,465 episodes - Lao - Latest episode: 10 days ago - ★★★★ - 8 ratings

Independent news and stories from SBS Audio, connecting you to life in Australia and Lao-speaking Australians. - ຂ່າວທີ່ມີອິສຣະພາບແລະເຣື່ອງທີ່ເອົາທ່ານໃສ່ຊີວິດໃນອອສເຕຼເລັຍແລະຄົນອອສເຕຼລຽນທີປາກພາສລາວ.

News
Homepage Apple Podcasts Google Podcasts Overcast Castro Pocket Casts RSS feed

Episodes

ນັກຮຽນພະມາປະເຊີນກັບຄວາມຫຍຸ້ງຍາກຍ້ອນການຍຶດອຳນາດໃນພະມ້າ

April 08, 2021 02:34 - 7 minutes - 10.8 MB

ຈຳນວນຄົນໃນປະເທດພະມ້າທີ່ຖຶກຂ້າຍ້ອນການທີ່ກອງທັບພະມ່າ ຢຶດອຳນາດການປົກຄອງທະວິຂຶ້ນຢ່າງມາກມາຍ. ນອກນັ້ນມັນກໍເຮັດໃຫ້ນັກຮຽນພະມ້າໃນອອສເຕຼເລັຍແລະທີຄາຢູ່ ໃນພະມ້າມີຄວາມຫຍຸ້ງຍາກຕ່າງໆຍ້ອນຊາຍແດນຕ່າງໆປິດຍ້ອນ ໂຄວິດ-19. ພວກຂະເຈົ້າກໍເປັນຫ່ວງເປັນຍັຍກັບສະມາສິກຄອບຄົວຂອງພວກ ຂະເຈົ້ານຳດ້ວຍ.

ຂ່າວສຳຮັບຣະຍະ 03-4-21

April 08, 2021 02:14 - 12 minutes - 28.5 MB

ຂ່າວສຳຮັບ 03-4-21 ມີຫັຍງແດ່ທີ່ຄວນຟັງ.

ໄທຍ໌ຈະປ່ອຍໃຫ້ນັກທ່ອງທ່ຽວເຂົ້າປະເທດໃນໄວໆນີ້.

April 01, 2021 05:47 - 4 minutes - 10.9 MB

ປະເທດໄທຍ໌ຍັງເປັນປະເທດນຶ່ງທີ່ຖຶກ ໂຄວິດ-19 ບຸກຣຸກ. ເຖິງຈະເປັນດັ່ງນັ້ນກໍຕາມ ໃນເວລານີ້ ໃນໄທຍ໌ກຳລັງງມີການເວົ້າວ່າກັນ ໃຫ້ອະນຸຍາດໃຫ້ນັກທ່ອງທ່ຽວເຂົ້າປະເທດ ແຕ່ບັນຫາແມ່ນວ່າຈະເຮັດ ແນວໃດກັນແທ້ທີ່ຈະກະທຳເຊັ່ນນັ້ນ.

ສປປລາວ ກຳລັງກະຕຽມສ້າງເຂື່ອນໄຟຟ້າແມ່ນ້ຳຂອງອັນທີສອງ.

April 01, 2021 05:33 - 5 minutes - 11.5 MB

ແມ່ນ້ຳຂອງຍຶດຍາວເຖິງປະມານ 4700 ກິໂລແມດ ແລະໄຫຼຜ່າຜ່ານ ສປປລາວ. ໃນເວລານີ້ມີເຂ່ືອນໄຟຟ້ານ້ຳຕົກແຮງສູສງໃນແມ່ນ້ຳດັງກ່າວທີ່ແຂວງ ໄຊຍະບູລີ ແລະ ສປປລວ ກຳລັງກະຕຽມຈະສ້າງອີກອັນນຶ່ງຕື່ມຢ່.

ສາທາຣະນະສຸກລາວຮຽກໃຫ້ປະຊາົຊປ້ອງກັນຈາກ ໂຄວິດ-19 ຢູ່ຕໍ່ໆໄປ.

April 01, 2021 05:19 - 4 minutes - 9.52 MB

ໃນ ສປປລາວ ບໍ່ຄ່ອຍມີຄົນເປັນ ໂຄວິດ-19 ແລະສາທາຣະນະສຸກລາວ ກໍຕໍ່ສູ້ພະຍາຍດນັ້ນຢູ່ຕລອດມາ. ແຕ່ເຖິງເປັນເຊັ່ນນັ້ນກໍຕາມ ປະຊາຊົນໃນລາວຖຶກຮຽກຮ້ອງໃຫປະຕິ ບັດຕາມມາດຕການການປ້ອງກັນຈາກ ໂຄວິດ-19 ຢູ່ຕໍ່ໆໄປ.

ມີການຕ້ອງການຢາວັກຊີນ ໂຄວິດ-19 ຫຼາຍຂຶ້ນເມື່ອບາງປະເທດປະເຊີນກັບ ໂຄວິດ-19 ສາຍພັນໃໜ່.

April 01, 2021 04:36 - 6 minutes - 8.83 MB

ປະເທດອັງກິດແລະສະຫະພັນຢູໂລບເວົ້າວ່າພວກເພີ່ນຊອກຫາວວິທີ່ທາງ ເພ່ືອປະສານກັນຜ່ອນຄາຍຄວາມເຄັ່ງຕຶງກັນກ່ຽວກັບການບໍ່ຣິການຢາ ວັກຊີນ ໂຄວິດ-19 . ຄວາມຕ້ອງການຢານັ້ນທະວີຂຶ້ນໃນບາງປະເທດຂອງຢູໂລບທີ່ມີການປະ ສົບກັບການແຜາຣະບາດຂອງ ໂຄວິດ-19. ໃນພ້ອມດຽວກັນນັ້ນ ໂຄວິດ-19 ກໍປ່ຽນຕົນປ່ຽນໂຕໄປເປັນສາຍພັນໃໜ່ ໂດຍມີນັກວິທຍາສາດກວດເບິ່ງວ່າຢາວັກຊີນ ໂຄວິດ-19 ຕໍ່ຕ້ານສາຍພັນ ໃໜ່ໄດ້ບໍ່?

ມີການດັນຄືນໃໜ່ໃຫ້ປະຕິຮູບກົດເກນການສ້າງສາໃນທົ່ງຮາບທີ່ມີນ້ຳຖ້ວມ

April 01, 2021 04:10 - 6 minutes - 8.94 MB

ຜູ້ສ່ຽວຊານໃນດ້ານການອອກແບບບ້ານເມືອງເວົ້າວ່າຊີວິດມີຄວາມສ່ຽງພັຍ ຍ້ອນມີການຂາດເຂີນການວາງແຜນໃສ່ເຂດຕຳ່ີທມີນ້ຳຖ້ວມ. ພວກເພີ່ນຮຽກຮ້ອງໃຫ້ມີການປ່ຽນແປງສຳຮັບທົ່ງຮາບທີ່ມີນ້ຳຖ້ວມ. ພວກເພີ່ນນັ້ນຮຽກໃຫ້ກະທຳບາດກ້າວຕ່າງໆເພື່ອເຮັດໃຫ້ແນ່ວ່າການ ສ້າງສາຕ່າງໆໃນອານາຄົດຈະຖຶກປ້ອງກັນຈາກນ້ຳຖ້ວມໄດ້.

ຄ່າສານສຳຮັບເຣື່ອງການເຂົ້າເມືອງອອສເຕຼເລັຍປູດຂຶ້ນ

April 01, 2021 03:52 - 8 minutes - 11.3 MB

ສະພາຜູ້ແທນຣາຊດອນອອສເຕຼເລັຍລົ້ມເຫຼວໃນການປ້ອງກັນບໍ່ໃຫ້ ຣັຖບານອອສເຕຼເລັຍຮ້ອງຂໍຂຶ້ນການເກັບຄ່າສານ ເຟເດໂຣນ ເຊີກກຶດ ຄ໋ອກ ມາກມາຍ. ຄ່າສານນັ້ນທະວີຂຶ້ນປະມານເກືອບ 400% ອັນໜາຍເຖິງວ່າການຂຶ້ນ ສານດັ່ງກ່າວ ຈາກແຕ່ວັນທີ 1 ມັກກະຣາ 2021 ເປັນຕົ້ນມາຕ້ອງໄດ້ ປະເຊີນກັບໄດ້ເສັຍຄ່ານັ້ນເຖິງ 3,330 ດອຮລາ. ກ່ອນນີ້ເກັບຄ່າພຽງແຕ່ 690 ດອນລາ. ນີ້ຈະມີຜົນສະທ້ອນຫຼາຍຢ່າງຫຼາຍແນວຍ້ອນ.

ມີເວົ້າວ່າລາວໃນຣັດວິກຕໍເຣັຍຍັງນອນບໍ່ເຕື່ອນເທ່ືອ.

April 01, 2021 03:19 - 14 minutes - 33 MB

ຈາກການສຳພາດທ່ານ ມີໄຊຍ໌ ຈິດຕະພົງ ອະດີດຜູ້ນຳລາວ ໃນຣັດວິກຕໍເຣັຍຫຼາຍສະໃໜມີການຮຽນຊາບວ່າຄົນລາວ ໃນຣັດດັ່ງກ່າວຍັງນອນຫຼັບຢູ່ ບໍ່ເຕື່ອນເທື່ອ.

ຂ່າວສຳຮັບຣະຍະ 29-3-21

April 01, 2021 03:04 - 10 minutes - 23.4 MB

ຂ່າວທີ່ຄິດວ່າສຳຄັນສຳຮັບຣະຍະ 29-3-21.

ລາວຊ່ວຍນັກທ່ອງທ່ຽວໄທຍ໌ໄດ້ແຕ່ມີຕາຍສອງ

April 01, 2021 02:45 - 5 minutes - 13.5 MB

ເຮືອໄທຍ໌ລຳນຶ່ງທີ່ນຳເອົານັກທ່ອງທ່ຽວໄທຍ໌ເລາະແມ່ນ້ຳຂອງ ຖຶກລົມແຮງ ຂ້ອມຊົມນ້ຳແຕ່ຝ່າຍລາວຊົດຊ່ວຍກູ້ພັຍໄວ້ໄດ້ ປອດພັຍໂດຍມີສອງຄົນຕາຍດິກນ້ຳຍ້ອນ.

ສ່ວນໃຫຍ່ຂອງຄົນໃນອອສເຕຼເເລັຍມັກຊອບນະໂຍບາຍການໃຫ້ເຂົ້າເມືອງແລະນາໆວັທນະທຳ

April 01, 2021 01:59 - 6 minutes - 8.29 MB

ກະທັ້ງມີການຢ້ານກົວຈະມີຄວາມຫຸ້ວນວາຍເກີດຂຶ້ນຍ້ອນ ໂຄວິ-19 ສ່ວນໃຫຍ່ຂອງຄົນໃນອອສເຕຼເລັຍຍັງມັກຊອບການໃຫ້ເຂົ້າເມືອງແລະ ນະໂຍບາຍນາໆວັທນະທັມຢູ່ຕໍ່ໄປຢູ່. ແຕ່ການຂົນຂວາຍປະຈຳປີ ມອງເບິ່ງຊຸມຊົນກໍເຫັນວ່າມີແນວຄິອັນບໍ່ດີ ໃສ່ຄົນອອສເຕຼເລັຍສາຍເລືອດ ອາຊີ ອາຟຼິກກາ ແລະອາຊີພາກກາງ ຢູ່.

ການຕ້ອງຫ້າມບໍ່ໃຫ້ໄລ່ຄົນອອກທີ່ເຊົ່າຈົບສິ້ນລົງໄປແລ້ວ.

April 01, 2021 01:42 - 7 minutes - 9.94 MB

ການຕ້ອງຫ້າມບໍ່ໃຫ້ໄລ່ຄົນອອກທີ່ເຊົ່າຈົບສິ້ນລົງໄປແລ້ວໂດຍທີ່ຣັດ ນີວຊາວແວນລ໌, ວິກຕໍເຣັຍ, ແລະແວສເຕີນອອສເຕຼເລັຍຍຸຕິການ ຕ້ອງຫ້າມນັ້ນແລ້ວ. ແຕ່ມີການບອກເຕືອນວ່າໂດຍມີການປ່ຍໜແປງໂຄງການ ຈອບຄີບເປີ ແລະ ຈອບສິກເກີ ມັນອາດສາມາດພາໃຫ້ມີການໄລ່ຄົນອອກທີ່ເຊົາຫຼາຍ ຂຶ້ນຍ້ອນ.

ການບໍ່ເຮັດຫັຍງໂຕ້ການປ່ຽນແປງຂອງອາກາດອາດເຮັດໃຫ້ອອສເຕຼເລັຍເສັຍຫາຍຫຼາຍພັນລ້ານດອນລາ.

April 01, 2021 01:23 - 6 minutes - 8.4 MB

ໜັງສືລາຍງານໃໜ່ອັນນຶ່ງບອກເຕືອນວ່າການປ່ຽນແປງຂອງອາກາດ ທີ່ເຮັດໃຫ້ມີເຫດການຕ່າງໆເກີດຂຶ້ນສາມາດເຮັດໃຫ້ອອສເຕຼເລັຍເສັຍ ຫາຍຫຼາຍກ່ວາ 100 ລ້ານດອນລາພາຍໃນປີ ຟຂໂຕ. ນີ້ຖຶກບອກເຕືອນອອກມາເມື່ອທີ່ຜູ້ແທນຣາຊດອນບາງຄົນຂອງພັກ ນາຊົນນານ ອອສເຕຼເລັຍ ດັນໃຫ້ໂຮງໄຟຟ້າຖ່ານຫີນເປັນສິ້ນສ່ວນຶ່ງ ຂອງປະເທດອອສເຕຼເລັຍຍ.

ການສະກັດກັ້ນ ໂຄວິດ-19 ທີ່ໂຮງແຮມ ວິກຕໍເຣັຍ ເລີ້ມຂຶ້ນໃໜ່ແລ້ວ.

April 01, 2021 01:06 - 5 minutes - 7.74 MB

ຣະບົບການກັກຄົນໄວ້ໃນໂຮງແຮມເພື່ອສະກັດກັ້ນ ໂຄວິດ-19 ທີ່ຢຸຕິໄປໃນກ່ອນນີ້ ບັດນີ້ຖຶກນຳມາປະຕິບັດໃໜ່ໂດຍມີກົດເກນ ອັນເຄັ່ງຄັດຂຶ້ນຕື່ມເພື່ອບໍ່ໃຫ້ພະຍາດດັ່ງກ່ວາຮົ່ວໄຫຼອອກໄປຫາ ຊຸມຊົນທັງຫຼາຍ. ນອກນັ້ນວິກຕໍເຣັຍກໍປ່ອຍໃຫ້ຄົນໃນຕ່າງປເທດເຂົ້າມາຍັງດິນ ແດນຂອງຕົນໄດ້ຄືນໃໜ່ດ້ວຍ.

ຜົນສະທ້ອນທີ່ປ່ອຍໃຫ້ ວີຊາ ໜົດອາຍຸ

April 01, 2021 00:38 - 9 minutes - 13.1 MB

ຖ້າຫາກໃຜທີຢູ່ໃນອອສເຕຼເລັຍປະປ່ອຍໃຫ້ປະປ່ອຍໃຫ້ ວີຊາ ຂອງຕົນໜົດອາຍຸໄປ ຜົນສະທ້ອນຈະມີຫັຍງແດ່? ອອສເຕຼເລັຍມີນາໆຊະນິດ ວີຊາ ໄວ້ບໍຣິການໃຫ້ຄົນທັງຫຼາຍ ແລະກໍມີກົດເກນຕ່າງໆຢ່ງເຂັ້ມຮວດດ້ວຍ.

ຂ່າວສຳຮັບ 27-3-21

March 31, 2021 23:53 - 12 minutes - 29.6 MB

ຂ່າວສຳຮັບຣະຍະ 25-3-21 ທີ່ເປັນທີ່ສົນໃຈມີຫັຍງແດ່?

ໂລກນີ້ກຳລັງປະເຊີນກັບທີ່ຈະຍຸບລົງທຸກສິ່ງທຸກຢ່າງ

March 25, 2021 04:06 - 5 minutes - 7.62 MB

ທ່ານ ເຊີ ເດວິດ ອັດຕັນໂບຣາຟ ກະຕວງວ່າໂລກມະນຸດກຳລັງເຊີນ ກັບທີ່ທຸກສິ່ງທຸກຢ່າງຈະເພພັງຍຸບລົງ. ທ່ານຊີ້ແຈງດັ່ງນັ້ນຕໍ່ຄະນະກັມການຄວາມໜັ້ນຄົງສະຫະປະຊາຊາ ເມື່ອທີ່ຄະນະກັມການນັ້ນພິຈາຣະນາເບິ່ງຜົນສະທ້ອນຂອງການ ປ່ຽນແປງຂອງອາກາດທີ່ມີຕໍ່ສັນຕິພາບສາກົນແລະຄວາມໜັ້ນ ຄົງຂອງໂລກນີ້.

ອົງການສາທາຣະນະສຸກໂລກຫ່ວງຍັຍກັບ ໂຄວິ-19 ຮອບສາມໃນຂເມນ

March 25, 2021 03:47 - 4 minutes - 9.88 MB

ທາງການຂເມນເລີ້ມສັກຢາວັກຊີນ ໂຄວິດ-19 ມາຊົ່ວຣະຍະ ນຶ່ງແລ້ວແລະກໍກຳລັງພະຍາຍາມກະທຳດັ່ງນັ້ນຢູ່ ແຕ່ປາກົດ ວ່າບັດນີ້ປະເທດຂເມນມີຄົນເປັນ ໂຄວິດ-19 ຮອບສາມຫຼາຍ ຍິ່ງຂຶນຈົນວ່າອົງການສາທາຣະນະສຸກໂລກເປັນຫ່ວງເປັນຍັຍນຳ.

ອູດົມສຶກສາອາດເປັນສິ່ງທີ່ຄົນຮຽນເກ່ງອາດຢືດຢື້ເຖິງບໍ່ໄດ້

March 25, 2021 03:23 - 8 minutes - 12.2 MB

ຍານາງ ບາທູນ ແລະ ຟາຕີມາ ປົບລົບໜີຈາກເສິກສົງຄາມ ອັຟການິສຖານແລະຊີເຣັຍ. ພາຍຫຼັງມາຮອດມາເຖິງອອສເຕຼເລັຍແປດປີ ທັງສອງເອື້ອຍ ນ້ອງນັ້ນໄດ້ຮັບທີ່ຮຽນໃນດ້ານວິທຍາສາດການແພດກ້າວໜ້າ ໃນມະຫາວິທຍາລັຍແຕ່ກໍຮຽນວິຊາຊີບດັ່ງກ່າວບໍ່ໄດ້.

77 ຄົນໃນສູນກັກຄົນເຂົ້າເມືອງໄທຍ໌ເປັນ ໂຄວິດ-19 ອີກໃໜ໋

March 25, 2021 03:01 - 5 minutes - 13 MB

ປະເທດໄທຍ໌ເປັນດິນແດນແຫ່ງນຶ່ງໃນອາຊີຕາເວັກອອກສ່ຽງໃຕ້ທີ ມີຄົນເປັນ ໂຄວິດ-19 ແລະປະເທດໄທຍ໌ກໍພະຍາມາຍາມກຳຈັດບັນ ຫາດັ່ງກ່ວາຢູ່ຕລອດມາຢູ່ ແຕ່ໃນຫ່ວານຶ່ງນີ້ປາກົດວ່າທາງການໄທຍ໌ກວດເຫັນ 77 ຄົນທີ່ຖຶກ ກັກໂຕໄວ້ຢູ່ໃນສູນກັນຄົນເຂົ້າເມືອງແຫ່ງນຶ່ງທີ່ຢູ່ບໍ່ົໄກຈາກນະຄອນ ຫຼວງບາງກອກ.

ຍຸທສາດໃໜ່ຕໍ່ຕ້ານການກຽດຊັງກັນໃນດ້ານເຊື້ອພັນເມື່ອມີການທຳຮ້າຍດ້ານເຜົ່າພັນ

March 25, 2021 02:37 - 3 minutes - 5.15 MB

ຮ່າງຍຸທສາດຕໍ່ຕ້ານການກຽດຊັງກັນໃນດ້ານເຊື້ສາຍພົງຖຶກເປີດ ເຜີຍອອກມາແລ້ວໂດຍຫັວງວ່າມັນຈະແກ້ໄຂການທີມາການບຸກ ຣຸກທີ່ອີງໃສ່ພົງພັນຕ່າງໆຫຼາຍຂຶ້ນຢູ່. ຣັຖບານອອສເຕຼເລັຍດີໃຈກັບຂໍ້ສເນີຕ່າງໆນັ້ນ ແຕ່ຜູ້ນຳທາງ ການຕໍ່ຕ້ານການກຽດຊັງກັນໃນດ້ານເຊື້ອສາຍພົງພັນຢາກໃຫ້ ກະທຳຫຼາຍກ່ວານັ້ນອີກແລະວບັນຍັດແຜນການອອກມາ.

ຣັຖມົນຕີການເຂົ້າເມືອງອອສເຕຼເລັຍຕ້ອງການນັກທ່ອງທ່ຽວແລະຄົນໄມແຄຼນໂດຍໄວ

March 25, 2021 02:17 - 6 minutes - 8.74 MB

ອາເລັກສ໌ ຮົກ ທີ່ຫາກໍໄດ້ເປັນຣັຖມົນຕີການເຂົ້າເມືອງອອສເຕຼເລັຍໃໜ່ໆເວົ້າວ່າ ຣັຖບານອອສເຕຼເລັຍກຳລັງວາງແຜນໃຫ້ຄົນ"ໄມແຄຼນ"ແລະນັກທ່ອງທ່ຽວມາ ຍັງອອສເຕຼເລັຍຄືນໂດຍໄວເທົ່າທີ່ຈະໄວໄດ້. ທ່ານກໍໄດ້ສົນທະນາປຶກສາຫາລືກັນກ່ຽວກັບຜົນສະທ້ອງຂອງ ໂຄວິດ-19 ທີ່ມີ ຕໍ່ເມື່ອພາຍຫຼັງວິກິດ ໂຄວິ-19.

ຣະບົບສາຍໄຟຟ້າແຮງສູງລາວ-ຈີນ

March 25, 2021 01:58 - 4 minutes - 10.4 MB

ສປຈີນ ລົງທຶນແລະໜູນເງິນໜູນຄຳຢູ່ໃນລາວມາກມາຍ ເຊັ່ນໃນ ຂະແໜງໄຟຟ້າ ແລະໃນຫ່ວາງນຶ່ງນີ້ລາວຊ-ຈີນກໍວາງໂຄງການຕິດ ຕັ້ງສາຍໄຟຟ້າແຮງສູງທົ່ວຜືນແຜ່ນດິນລາວດ້ວຍ.

ຂ່າວສຳຮັບຣະຍະ 22-3-21

March 25, 2021 01:18 - 10 minutes - 13.8 MB

ສຳຮັບຣະຍະ 22-3-21 ມີຂ່າວຄາວຫັຍງແດ່ທີ່ທ່ານຄວນຊາບ?

ການຕ້ອງຫ້າມໃນການສເລີມສລອງປີໃໜ່ໄທຍ໌-ລາວ 2564.

March 25, 2021 01:09 - 4 minutes - 10.7 MB

ການສເລີມສລອງປີໃໜ່ໄທຍ໌-ລາວມັກຈະມີບັນຫາໃນດ້ານຄວາມ ປອດພັຍຂອງສາທາຣະນະຊົນດັ່ງອຸປຕິເຫດຕ່າງໆ. ດ້ວຍເຫດນີ້ແລະຍ້ອນ ໂຄວິດ-19 ທາງການໄທຍ໌ຕ້ອງຫ້າມບາງ ສິງບາງຢ່າງກຽວກັນ/ບການສເລີມສລອງປີໃໜ່ 2564.

ສປປລາວ ຈະສັກຢາວັກຊີນ ໂຄວິດ919 ໃຫ້ແລ້ວພາຍໃນ 20-3-21

March 25, 2021 00:38 - 4 minutes - 10.4 MB

ສປປລາວ ເປັນປະເທດທີ່ມີຄົນເປັນ ໂຄວິດ-19 ໜ້ອຍ ກະທັ້ງທີ່ ປະເທດບ້ານໃກ້ເຮືອນຄຽງບໍ່ເປັນດັ່ງນັ້ນກໍຕາມແຕ່. ເຖິງຈະເປັນແນວນັ້ນກໍຕາມ ສປປລາວ ຈະສັກຢາວັກຊີນໃຫ້ແລ້ວ ພາຍໃນວັນທີ 20-3-21.

ເຮັດແນວໃດຈະປອດພັຍຈາກ ໂຄວິດ-19 ບາດກັບໄປເຮັດວຽກຕາມເດີມ?

March 25, 2021 00:21 - 6 minutes - 8.63 MB

ການຄົ້ນຄ້ວາໃໜ່ອັນນຶ່ງເປີດເຜີຍວ່າຄົນໃນອອສເຕຼເລັຍ 2 ຄົນຈາກແຕລະ 5 ຄົນ ມີຄວາມຫ່ວງຍັຍກ່ຽວກັບສຸກຂະອານາມັຍໃນບ່ອນເຮັດວຽກຂອງພວກຂະເຈົ້າເມື່ອ ທີ່ຫຼາຍກ່ວາ 1/4 ມີຄວາມກັງວົນໃຈກ່ຽວກັບແມ່ພະຍາດຕໍ່ແຕ່ທີ່ມີວິກິດ ໂຄວິດ-19 ຂຶ້ນມາ. ໂດຍທີ່ຄົນງານຍິ່ງຂຶ້ນກັບໄປເຮັດວຽກຢູ່ໃນສະຖານທີ່ເຮັດວຽກ ທ່ານຫ່ວງຍັຍກັບການ ເດີນທາງໄປມາແລະໃຊ້ຮ່ວມກັນບ່ອນສ່ວນຮວມບໍ?

ຄົນຕ່າງປະເທດທີ່ໄປລາວຈຳຕ້ອງໃສ່ປອກອັດສະຣິຍະແລະເສັຍຄ່າປະກັນພັນ ໂຄວິດ-19

March 24, 2021 23:40 - 4 minutes - 10.4 MB

ບັດນີ້ ສປປລາວ ມີກົດເກນໃໜ່ໃຫ້ຄົນຕ່າງປະເທດທີ່ເຂົ້າໄປ ໃນຜືນແຜ່ນດິນລາວຈຳຕ້ອງໃ່ສ່ປອກອັດສະຣິຍະ (ແທຼກເກີ) ແລະຈ່າຍຄ່າປະກັນພັຍ ໂຄວິດ-19 ຂອງທາງການ ສປປລາວ.

ຂ່າວສຳຮັບຣະຍະ 20-3-21

March 24, 2021 22:35 - 11 minutes - 16.1 MB

ຂ່າວສຳຮັບທີ່ທ່ານຄວນຮູ້ !

ມອງຄືນຫຼັງ 45 ປີທີ່ຄົນລາວມາຢູ່ອອສເຕຼເລັຍ

March 20, 2021 11:12 - 20 minutes - 47.9 MB

ພາຍຫຼັງທີ່ແນວລາວຮັກຊາດກືນກິນພະຣາຊອານາຈັກລາວສຳເຣັດ ໃນສະໃໜ 75 ຄົນໃນລາວມາກມາຍສ່ຽງຕາຍຂ້າມຊາຍແດນອັນ ກັນດານເຂົ້າໄປເພິ່ງປະຣະມີຂອງປະເທດໄທຍ໌. ຈາກອົພຍົບເຫຼົ່ານັ້ນ ຄົນລາວຈາກສູນ ຕ ຊ ດ ຂອງເມືອງໜອງ ຄາຍປະເທດໄທຍ໌ຖຶກອອສເຕຼເລັຍໄປຮັບມາຕັ້ງຊີີວິດໃໜ່. ໃນນັ້ນ ຈຸແລກໆ ປະມານ 150 ຄົນຖຶກນຳບິນມາຮອດນະຄອນ ແມນເບີນ. ພວກເຫຼົ່ານີ້ແມ່ນໜໍ່ແນວທີ່ກຳເນີດສັງຄົມລາວເຮົາໃນດອນໃໜ່ ຈິ່ງໂຈກ.

ມີອັນໃດແທ້ທີ່ເກີດຂຶ້ນໃນປະເທດພະມ້າ?

March 18, 2021 05:18 - 13 minutes - 30.7 MB

ກອງທັບພະມ້າຢຶດອຳນາດການປົກຄອງພະມ້າກ່ອນໜ່າທີ່ປະເທດພະມ້າ ຈະມີຣັຖບານຊຸດໃໜ່ພາຍຫຼັງການເລື້ກອຕັ້ງໃນວັນທີ 8-11-2020. ນີ້ແປວາ່ນັ້ນບໍ່ແມ່ນຣັຖປະຫານຫຼືປະຕິວັດ. ແຕ່ມີຫັຍງແທ້ໆແດ່ເກີດຂຶ້ນ?

ຄົນພະມ້າໃນອອສເຕຼເລັຍຮຽກໃຫ້ຣັຖບານອອສເຕຼເລັຍຂວາງກັ້ນຍາດພີ່ນ້ອງຜູ້ນຳຕ່າງໆຂອງການຢຶດອຳນາດປົກຄອງພະມ້າ

March 18, 2021 04:40 - 5 minutes - 7.05 MB

ໃນປະເທດອອສເຕຼເລັຍຄົນມ້າມີປາກມີສຽງຂຶ້ນຮຽກໃຫ້ຣັຖບານອອສເຕຼ ເລັຍຈົ່ງຂີດກັ້ນຍາດພີ່ນ້ອງຂອງຜູ້ນຳຕ່າງໆຂອງກອງທັບພະມ້າທີ່ຢຶດອຳ ນາດປການປົກຄອງພະມ້າ. ບາງປະເທດໄດ້ກະທຳດັ່ງນັ້ນແລ້ວ ດັ່ງສະຫະຣັດອະເມຣິກາ.

ມີການຮຽກຮ້ອງໃຫ້ໄຈ້ເບິ່ງວ່າເປັນຫັຍງແລະແບບໃດອອສເຕຼເລັຍໄປເຮັດສົງຄາມໃນ ອາບຟ໌ການິສຖານ

March 18, 2021 04:21 - 9 minutes - 13.5 MB

ສົງຄາມອາບຟ໌ການິສຖານເປັນອັນຢຶດຍາວທີ່ສຸດຂອງອອສເຕຼເລັຍ ແລະທີ່ມີທະຫານອອສເຕຼເລັຍຖຶກຕັດສິ້ນມີຄວາມຜິດກັບການຣະເມີດ ກົດໜາຍເສິກສົງຄາມ. ແຕ່ມີທະຫານນັ້ນເວົ້າວ່າສົງຄາມນັ້ນບໍ່ມີຄຸນຄ່າສຳຮັບທີ່ຈະໄປກະທຳ. ບັດນີ້ ທະຫານຄົນນຶ່ງນັ້ນຮຽກໃຫ້ມີການໄຈ້ເບິ່ງວ່າດ້ວຍເຫດໃດອອສ ເຕຼເລັຍຈຶ່ງໄປຮວມສົງຄາມດັ່ງກ່າວ.

ຂ່າວສຳຮັບຣະຍະ 15-3-21

March 18, 2021 04:03 - 12 minutes - 17.8 MB

ຂ່າວຄາວອັນໃດແດ່ເປັນທີ່ສົນໃຈສຳຮັບຣະຍະ 15-3-21?

ໜອງຄາຍຈັບຢ່າເສບຕິດໄດ້ມາກມາຽແທ້ໆ

March 18, 2021 03:48 - 7 minutes - 16.7 MB

ເມືອງໜອງຄາຍ ປະເທດໄທຍ໌ຕິດກັບຊາຍແດນລາວ ຄືີມີແມ່ນ້ຳຂອງ ບົ່ງຊີ້ເຂດແດນ. ໃນຫວ່າງບບໍ່ນານແລ້ວນີ້ໜອງຄາຍຈັບຢາບ້າໄດ້ເຖິງຫຼາຍກ່ວາຫົກລ້ານ ເໜັດກັບຢາໄອສ໌ປະມານ 12 ກິໂລນຳກັນ.

ທາງການລາວເປີດເຜີຍວ່າລາວຍັງອາສັຍ ສປຈີນ ມາກມາຍຢູ່.

March 18, 2021 03:32 - 7 minutes - 16.6 MB

ສປປລາວ ເປັນປະເທດບ້ານໃກ້ເຮືອນຄຽງກັນກັບ ສປຈີນ ແລະມາຄວາມສຳພັນກັນ ຫຼາຍດ້ານຫຼາຍແນວ ໃນດ້ານເສຖກິດ, ວິທຍາສາດແລະເທິກໂນໂລຊີ. ໃນຫ່ວາງບໍ່ນານແລ້ວນີ້ທາງການລາວເປີດເຜີຍວ່າ ສປປລວ ຍັງເພີ່ງພາອາສັຍ ສປຈີນ ຢ່າງມາກມາຍຢູ່.

ໄທຍ໌ຖແລງຄວາມຫ່ວງຍັຍເຖິງການຢຶດອຳນາດໃນພະມ້າ

March 18, 2021 03:14 - 6 minutes - 14.5 MB

ກອງທັບພະມ້າຢຶດອຳນາດການປົກຄອງພະທ້າພາຍຫຼັງບໍ່ນານທີ່ການເລືອກ ຕັ້ງພະມ້າຂອງຫ່ວາງເືດອນ 11 ສາກົນ 2020 ຫາກໍແລ້ວ. ການກະທຳນັ້ນພາໃຫມີບັນຫຼາຍຢ່າງເກີດຂຶ້ນ. ບັດນີ້ຣັຖບານໄທຍ໌ອອກມາຊີ້ແຈງແລະຮຽກຮ້ອງບາງຢ່າງກ່ຽວກັບການ ເມືອງໃນພະມ້າຂຶ້ນແລ້ວ.

ຣະດັບນ້ຳຂອງຕ້ຳເອົາແທ້ເອົາວ່າ.

March 18, 2021 02:54 - 2 minutes - 5.05 MB

ເປັນປະຫັວດການນ້ຳຂອງແຫ້ງເອົາແທ້ເອົາວ່າ! ດ້ວຍເຫດໃດ?

ຄົນງານລາວໃນໄທຍ໌ກັບບ້ານສລອງປີໃໜ່ບໍ່ໄດ້

March 18, 2021 02:27 - 8 minutes - 19.3 MB

ສຳຮັບີປໃໜ່ລາວ 2564 ຄົນລາວທີ່ເຮັດວຽກຢູ່ໃນປະເທດໄທຍ໌ ກັບບ້ານເມ/ພື່ອສເລີມສລອງບໍ່ໄດ້. ຍ້ອນຫັຍງແທ້ໆ?

ການເລືອກຕັ້ງຣັດ ແວສເຕີນອອສເຕຼເລັຍ ໃນສາຍຕາຄົນລາວຂອງຣັດດັ່ງກ່າວ

March 18, 2021 01:57 - 3 minutes - 8.29 MB

ສຳພາດ: ທ່ານ ທານຕາວັນ ແສງສຸຣິໂຍ. ຄົນເລືດອລາວໃນຣັດ ແວສເຕີນ ອອສເຕຼເລັຍ ມີບໍ່ຫຼາຍແຕ່ຢູາໃນ ທີ່ນັ້ນມານານປີເຕີບແລ້ວ. ໃນຫ່ວາງນຶ່ງກ່ອນນີ້ຣັດນັ້ນມີການເລືອກຕັ້ງຂຶ້ນ. ຄົນລາວນັ້ນສົນໃຈນຳບໍ່?

ນັກການເມືອງປະຊາທິປະຕັຍ ໂຮງກົງ ມາຮອດອອສເຕຼລັຍແລ້ວ.

March 18, 2021 01:43 - 7 minutes - 10.5 MB

ທ່ານ ເຕັດ ຮຸຍ ທີ່ປົບຣົບໜີຈາກ ໂຮງກົງ ກັບກາຍເປັນນັກການເມືອງ ່ທີ່ເຂົ້າຂ້າງປະຊາທິປະຕັຍ ໂຮງກົງ ມາຮອດອອສເຕຼເລັຍແລ້ວໂດຍໄດ້ຮັບ ວີຊາອັນອັນນຶ່ງເພື່ອຢູ່ຊົ່ວຄາວ. ການມາຮອດມາເຖິງນັ້ນພາໃຫ້ສະຖານທູດອອສເຕຼເລັຍໃນອອສເຕຼເລັຍ ອອກມາຮຽກໃຫ້ອອສເຕຼເລັຍຈົ່ງຍຸຕິການເຂົ້າໄປກ່ຽວຂ້ອງກັບວຽກງານ ຂອງ ສປຈີນ.

ການລ້າຊ້າສັກຢາວັກຊີນ ໂຄວິດ-19 ຂອງອອສເຕຼເລັຍຖຶກໄຈ້ເບິ່ງ

March 18, 2021 01:16 - 5 minutes - 8.09 MB

ສ່ວນໃຫຍ່ຂອງທາງການດ້ານສຸຂພາບໃນອອສເຕຼເລັຍບໍ່ໜັ້ນໃຈກັບ ໂຄງການສັກຢາວັກຊີນ ໂຄວິດ-19 ຂອງຣັຖບານອອສເຕຼເລັຍ. ຄົນໃນອອສເຕຼເລັຍເຖິງຫຼາຍກ່ວານຶ່ງແສນຄົນຖຶກສັກຢາເຂັມທຳອິດ ນັ້ນໃຫ້ແລ້ວແຕ່ຕົວເລກດັ່ງກ່າວຕ່ຳກ່ວາ່ີທໄດ້ບົ່ງວາງໄວ້.

ຂ່າວສຳຮັບຣະຍະ 13-3-21

March 17, 2021 21:58 - 8 minutes - 20.5 MB

ມີຂ່າວອັນໃດແດ່ທີ່ທ່ານຄວນຮູ້ໃນຣະຍະ 13-3-21?

ແມ່ນ້ຳຂອງແຫ້ງຈົນວິກິດສາຫັດ

March 11, 2021 13:15 - 8 minutes - 19.4 MB

ຊົ່ວຫຼາຍຊົ່ວຄົນບໍ່ມີໃຜເຫັນແມ່ນ*ຂອງແຫງຈົນວິກິດແບບໂພດລ້*ໂພດເຫຼືອ ແລະວິຕົກນຳຢ່າງມາກມາຍ. ນັກອະນຸຮັກແວດລ້ອມແມ່ນນ້ຳຂອງເຫັນວ່ານັ້ນແມ່ນຍ້ອນ ສປີຈນປິດ ເຂື່ອນ ແຕ່ມັນກໍແມ່ນຍ້ອນເຂື່ອນອັນມາກມາຍໃນສອງກ້ຳສາຂາແມ່ນ້ຳ ຂອງນຳຫຼືບໍ່?

ສປປລາວ ຫ່ວງຍັຍກັບນາຄົດເສຖກິດພິເສດສາມຫຼ່ຽມທອງຄຳ

March 11, 2021 13:15 - 7 minutes - 18.2 MB

ເຂດເສຖກິດສາມຫຼ່ຽມທອງຄຳໃນແຂວງບໍ່ແກ້ວ ສປປລາວ ຖຶກທາງການ ພັກຣັຖຫ່ວງຍັຍນຳຈົນວ່າມີທາງການຂັ້ນຣັຖມົນຕີໄປເບິ່ງໃນຫ່ວາງນຶ່ງນີ້. ວ່າທຸກສິ່ງດີໜົດແຕ່ເປັນຫັຍງຈຶ່ງຫ່ວງຍັຍນຳ? ບ່ອນໃດມີຄວັນ ບ່ອນຫັນມີໄຟ !

ຊຸມຊົນລາວໃນອອສເຕຼເລັຍສນັບສນູນການຕໍ່ສູ້ເອົາປະຊາທິປະຕັຍເພື່ອປະເທດພະມ້າ

March 11, 2021 13:15 - 13 minutes - 31.9 MB

ກອງທັບພະມ້າຢຶດອຳນາດການປົກຄອງປະເທດພະມາໃນວັນທີ 1 ກຸມພາ 2021 ສຳເຣັດແລະໃຊ້ອຳນາດປາຍປຶນກຳຫັ່ດແໜ້ນທຸກສິ່ງທຸກຢ່າງໃນເຂດນ້ຳແດນດິນ ພະມ້າໂດຍບໍ່ຍອມມອບອຳນາດການປົກຄອງທີ່ປະຊາົຊພະມ້າຕ້ອງການຄືນໃຫ້ພົນລະ ເມືອງພະມ້າ... ນີ້ພາໃຫ້ປະຊາຊົນພະມ້າໃນປະເທດພະມ້າແລະໃນຕ່າງປະເທດຕໍ່ຕ້ານກອງກັບພະມ້າ ແລະປະທ້ວງຂຶ້ນຢ່າງມາກມາຍໄປໃນທຸກຫົນແຫ່ງ... ໃນອອສເຕຼເລັຍກມີການປະທ້ວງນັ້ນທີ່ຊຸມຊົນລາວພາກັນໄປເຂົ້າຮ່ວມແລະສນັບສນູນ ດັ່ງການສຳພາດທ່ານ ເດດ ສີແສງຫຼົດ ປະທານ ອົງການໂຮມລາວເພ່ືອສັນຕິພາບປະຊາ ທິປະຕັຍ ສາຂາອອສເຕຼເລັຍທີ່ທ່ານຄວນສຶກສາເບິ່ງໃນຂັ້ນຕໍ່ໄປນີ້.

ໄທຍ໌ຕັ້ງເປົ້າທະວີການຄ້າໄປລາວໃຫ້ໄດ້ພາຍໃນ 6% ໃນປີ 2021

March 11, 2021 13:15 - 6 minutes - 15.5 MB

ໂຄວິດ-19 ທີ່ອາຣະວດໄປທົ່ວໂລກນີ້ຈາກ ສປຈີນ ກໍເຮັດໃຫ້ລາວ-ໄທຍ໌ ຈຳຕ້ອງປິດຊາຍແດນໃຫ້ແຈບເພື່ອເປັນການສະກັດກັ້ນບໍ່ໃຫ້ພະຍາດດັ່ງ ກ່າວລາມຫາກັນຣະຫ່ວາງລາວ-ໄທຍ໌. ນີ້ມີຜົນຂ້າງຄຽງອັນບໍ່ດັກບໍ່ດີຕໍ່ເສຖກິດຂອງສອງປະເທດບ້ານໃກ້ເຮືອນ ຄຽງກັນນັ້ນ ຄືມັນຕົກຕ່ຳລົງມາກມາຍ. ບັດນີ້ປະເທດໄທຍ໌ຈະຟື້ນຟູເສຖກິດການຄ້າໃນຊາຍແດນໄທຍ໌-ລາວໃຫ້ ໄດ້ພາຍໃນ 6% ໃນປີນີ້, 2021.

ຈະຫາເອົາວີຊາເຮັວດວຽກໃນອອສເຕຼເລັຍໄດ້ແບບໃດພາຍຫຼັງຮຽນຈົບແລ້ວ?

March 11, 2021 06:34 - 6 minutes - 9.28 MB

ຣັຖບານອອສເຕຼເລັຍປ່ຽນແປງຫຼາຍຢ່າງຫຼາຍແນວສຳຮັບການຮ້ອງຂໍຢູ່ ໃນອອສເຕຼເລັຍສຳຮັບນັກສຶກສາຕ່າງປະເທດ ເຊັ່ນ ວີຊາ 485... ໃນນັ້ນຄວນເຮັດຫັຍງແດ່ແລະແນວໃດ?

ອິດຕາລີ ຫ້າມສົ່ງຢາວັກຊີນ ໂຄວິດ-19 ມາຍັງອອສເຕຼເລັຍ

March 11, 2021 06:14 - 7 minutes - 10.6 MB

ຢາວັກຊີນ ໂຄວິດ-19 ຍີ່ຫໍ້ ອັສ6າຊີນີກາ ມາກມາຍທີ່ອອສເຕຼເລັຍ ຊື້ໄວ້ແລ້ວຖຶກປະເທດ ອິດຕາລີ ຂ້ວາງກັ້ນບໍ່ໃຫ້ສົ່ງມາ... ນີ້ຈະກະທົບກະແທກໂຄງການສັກຢາປ້ອງກັນ ໂຄວິດ--19 ໃນອອສ ເຕຼເລັຍແບບໃດແດ່? ເປັນຫັຍງ ອິດຕາລີ ຈຶ່ງກະທຳແບບນັ້ນໄດ້?