SBS Lao - SBS ພາ​ສາ​ລາວ artwork

SBS Lao - SBS ພາ​ສາ​ລາວ

1,461 episodes - Lao - Latest episode: 5 days ago - ★★★★ - 9 ratings

Independent news and stories from SBS Audio, connecting you to life in Australia and Lao-speaking Australians. - ຂ່າວທີ່ມີອິສຣະພາບແລະເຣື່ອງທີ່ເອົາທ່ານໃສ່ຊີວິດໃນອອສເຕຼເລັຍແລະຄົນອອສເຕຼລຽນທີປາກພາສລາວ.

News
Homepage Apple Podcasts Google Podcasts Overcast Castro Pocket Casts RSS feed

Episodes

ວີຊານັກຮຽນເພື່ອມາຮຽນໃນອອສເຕຼເລັຍ ແມ່ນຫັຍງ?

June 29, 2020 15:05 - 6 minutes - 11.4 MB

ວີຊານັກຮຽນເພື່ອມາຮ່ຳຮຽນຢູ່ໃນອອສເຕຼເລັຍມີໄວ້ ບໍ່ຣິການແກ່ນັກຮຽນຕ່າງປະເທດເພື່ອມາຮຽນທຸກ ຂັ້ນການສຶກ ສາຢູ່ໃນອອສເຕຼເລັຍ.   ທ່ານຮູ້ວິທີການຂໍເອົາວີຊານັ້ນບໍ່? ຂໍ້ຜູກໜັ່ດຕ່າງໆເດ້?...

ສປປລາວ ຮັດແໜ້ນເສຣີພາບການໃຊ້ຊື່ມວນຊົນ

June 29, 2020 11:11 - 14 minutes - 25.7 MB

ໃນຫ່ວາງສອງສາມປີກ່ອນນີ້ ສປປລາວ ຕັ້ງກະຊວງປິນປົວ ຄົນຕິດ ເຟສບຸກ ຂຶ້ນ. ຕົກມາດຽວນີ້ ອອກຄຳສັ່ງໃຫ້ປະຊາ ກອນໃນລາວໄປລົງທະບຽນ ຊີມໂທຣະສັບມືຖືແລະຊິມອິນ ເຕີແນດ.   ມີສຽງວ່າທັງໜົດນີ້ແມ່ນຫັດແໜ້ນເສຣີພາບການໃຊ້ຊືສັງ ຄົມແລະເສຣີພາບໃນດ້ານວາຈາ....  

ຂົງເຂດແມ່ນ້ຳຂອງ ບ້ານເຮັາ ມີຫັຍງເກີດຂຶ້ນແດ່ໃນຫ່ວາງນຶ່ງນີ້?

June 29, 2020 09:49 - 24 minutes - 42.9 MB

ການກໍສ້າງສະພານຂ້າມແມ່ນ້ຳຂອງ ປຶງການ-ບໍຫລິຄຳໄຊ ຈະເລີ້ມຂຶ້ນແລ້ວ. ໃຜເປັນເຈົ້າທຶນແທ້ໆ?   ຈັ່ງວດຊຽງຮາຍມີນັກຮຽນ ສປປລາວ ແລະ ພະມ້າ ໄປຮ່ຳຮຽນ ແຕ່ດຽວນີ້ ເປັນຫັຍງບໍ່ຮັບເອົາພວກນັກຮຽນນັ້ນ?   ເປັນຫັຍງແທ້ ປະເທດຂເມນຮຽກຮ້ອງຕ້ອງການໃຫ້ປະເທດ ໄທຍ໌ເປີດຊາຍແດນ ໄທຍ໌-ຂເມນ ທີ່ ຄອງຣຶ-ປົວງເພັດ?  

ອອສເຕຼເລັຍ-ນີວຊີແລນດ໌ ໄດ້ເປັນເຈົ້າພາບຈັດແຂ່ງຂັນເຕະບານຟີຟາເພດຍິງ 2023 ແລ້ວ !

June 29, 2020 07:05 - 6 minutes - 11.4 MB

ໂຕເກງໃນຂັ້ນສຸດທ້າຍຂອງການແຂ່ງຂັ້ນກັນເປັຍເຈົ້າພາບຈັດການແຂ່ງຂັນ ເຕະບານເພດຍິງຊິງຖ້ວຍສະນະເລີດຂອງຟີຟ່າ ແມ່ນປະເທດ ໂກລົມເບັຍ ແລະອອສເລັຍ-ນີວຊີແລນດ໌...   ແຕ່ໃນທີ່ສຸດອອສເຕຼເລັຍ-ນີວຊີແດນດ໌ໄດ້ເປັນເຈົ້າພາບເພື່ອຈະຈັດ ຟີຟາ ໂວນລ໌ຄັບ ເພດຍິງ 2823 ແລ້ວ ໂດຍໄດ້ສຽງສນັບສນູນຢ່າງຂາດຮອຍ...

ສປປລາວ ຫັດແໜ້ນເສຣີພາບການໃຊ້ຊື່ມວນຊົນ

June 29, 2020 02:19 - 14 minutes - 25.7 MB

ໃນຫ່ວາງສອງສາມປີກ່ອນນີ້ ສປປລາວ ຕັ້ງກະຊວງປິນປົວ ຄົນຕິດ ເຟສບຸກ ຂຶ້ນ. ຕົກມາດຽວນີ້ ອອກຄຳສັ່ງໃຫ້ປະຊາ ກອນໃນລາວໄປລົງທະບຽນ ຊີມໂທຣະສັບມືຖື.   ມີສຽງວ່າທັງໜົດນີ້ແມ່ນຫັດແໜ້ນເສຣີພາບການໃຊ້ຊືສັງ ຄົມແລະເສຣີພາບໃນດ້ານວາຈາ....  

ທ່ານຈະຖຶກລວງຫຼອກຜ່ານ ອິນເຕີແນດ ບໍ່?

June 28, 2020 15:05 - 12 minutes - 21 MB

ອິນເຕີແນດເປັນບ່ອນທີ່ມີພັຍອັນຕະຣາຍມາກມາຍ. ຖ້າບໍ່ຮະວັງກໍຈະຕົກເປັນເຍື່ອຂອງນັກຕົວະຕົ້ມລວງຫຼອກ ຕ່າງໆນາໆ. ພວກເຫຼົ່ານີ້ມີຄວາມສຳນິສຳນານສູງ...   ຜູ້ເຖົ້າຜູ້ແກ່ ເປັນບາງສ່ວນ ທີ່ມັກຈະຶຖກພວກເຂົ້ານັ້ນ ຕົວະຫຼອກເອົາເງິນຄຳກຳແກ້ວໄດ້ງ່າຍໆ.   ພວກຂະເຈົ້າພວນຮເຮັດແນວໃດປ້ອງກັນ?

ເປັນຫັຍງສົງຄາມເກົ້າລີບໍ່ຈົບສິ້ນຈັກເທື່ອ?

June 28, 2020 02:41 - 11 minutes - 20 MB

ສົງຄາມເກົ້າຫຼືເລີ້ມຂຶ້ນຈາກການທີ່ກຳລັງຄອມມຸຍນິສຕ໌ ເກົ້າຫຼີເໜືອບຸກໂຈມຕີລົງໄປໃນພາກໃຕ້ເກົ້າຫຼີເມື່ອຄາວ 70 ກ່ອນນີ້ ແຕ່ສົງຄາມນັ້ນມາມັນຍັງບໍ່ຈົບສິ້ນເທື່ອ.   ການເປັນມາຂອງມັນເປັນແບບໃດກັນແທ້?

ອັບເດດ ຂໍ້ມູນ ໂກວິດ-19 (24-6-20)

June 28, 2020 02:03 - 3 minutes - 4.77 MB

Covid-19 Update (24-6-20).

ຮັດວິກຕໍເຣັຍໂຈະໂຈງໃສ່ບ່ອນເປັນ ໂກວິດ-19 ຫຼາຍ

June 28, 2020 01:57 - 7 minutes - 12.4 MB

ຣັດວິກຕໍເຣັຍກຳລັງປະເຊີນໜ້າກັບການອາດມີ ໂກວິດ-19ຮອບສອງ ຣະບາດຂຶ້ນ. ນີ້ກໍເພາະວ່າບາງຄຸ້ມຂອງນະຄອນ ແມນລ໌ເບີນ ມີແນວໂນ້ມທີ່ມີຄົນເປັນ ພະຍາດດັ່ງກ່ວາຫຼາຍຂຶ້ນຢ່າງວ່ອງໄວແລະວິຕົກ.   ບັດນີ້...

ຂ່າວຄາວຂົງເຂດແມ່ນ້ຳຂອງ 25-6-20

June 27, 2020 14:37 - 30 minutes - 52.5 MB

ສປປລາວ ວ່າບໍ່ມີຄົນເປັນ ໂກວິດ-19 ແລ້ວ ແຕ່ຍັງຣະມັດ ຣະວັງຢູ່. ນີ້ແມ່ນພັກຣັຖຮຽກຮ້ອງໃຫ້ປະຊາຊົນຈົ່ງປະຕິບັດຕາມ ກົດເກນການຕໍ່ຕ້ານພະຍາດດັ່ງກ່າວຢູ່ຕໍ່ໆໄປ. ການສ້າງເສັ້ນທາງຣດໄຟຄວາມໄວສູງສຳເຣັດເປັນຂັ້ນມາຫຼາຍ ແລ້ວ.ບັດນີ້ມີການຊີ້ແຈງວ່າສຳເຮັດຕໍ່ລາງຣົດໄຟນັ້ນໂດຍບໍ່ມີ ຮອຍຕໍ່.ນີ້ເປັນໄປໄດ້ບໍລະ? ນ້ຳໃນແມ່ນ້ຳຂອງຂຶນແຕ່ເໜືອ ຕລອດໃຕ້...ມັນສ້າງບັນຫາແລະຫັຍງດີໃຫ້ແດ່?

ວ່າ ສປປຈີນ ລັກເຈາະເຂົ້າຣະບົບຄອມປຸຍເຕີອອສເຕຼເລັຍ

June 27, 2020 04:31 - 11 minutes - 19.1 MB

ທາງການອອສເຕຼເລັຍຊີ້ວ່າ ສປປຈີນ ເປັນຜູ້ລັກເຈາະເຂົ້າຣະບົບຄອມປຸຍເຕີ ອອສເຕຼເລັຍຫຼາຍເສັ້ນສາຍ. ນີ້ເກີດຂຶ້ນພາຍຫຼັງນາຍົກຣັຖມົນຕີອອສເຕຼເລັຍເປີຍເຜີຍວ່າຣະບົບຄອມປຸຍ ເຕີອອສເຕຼເລັຍຖຶກລັກເຈາະເຂົ້າໂດຍຄວາມສຳນິສຳນານໂສງແລະເປັນການ ບຸກຣຸກອັນເປັນຖັນແຖວ.   ນີ້ພາໃຫ້ຄວາມສຳພັນຈີນ-ອອສເຕຼເລັຍເຮີະຮ້າຍຂຶ້ນຕືມອີກ...

ສໍ້ຣັຖບັງຫຼວງໃນຂົງເຂດ ປະຊີຟິກ

June 22, 2020 20:05 - 6 minutes - 10.5 MB

ສະຫະປະຊາຊາດບອກເຕືອນວ່າຄົງມີສໍ້ຣັຖບັງຫຼວງໃນບັນດາ ປະເທດຂົງເຂດມະຫາສະມຸດປະຊີຟິກ... ຍ້ອນຫັຍງ? ສຳຮັບບັນດາປະເທດດັ່ງກ່າວແລ້ວເຫັນວ່າການຊ່ວຍເຫຼືອຂອງ ອອສເຕຼເລັຍ ບາງຄັ້ງ ມັນແມ່ນອອສເຕຼເລັຍຊ່ວຍເຫຼືອໂຕເອງ...

ຄົນຮົງກົງລົບໜີໄປຍັງປະເທດໄຕ້ຫັວນ

June 22, 2020 19:20 - 8 minutes - 15.3 MB

ການປະທ້ວງເອົາເສຣີປະຊາທິປະໄຕຍ໌ໃນຮົງກົງມີມາຢ່າງເຂັ້ມແຂງ ແລະກ້ອງດັງໄປທົ່ວໂລກນີ້ມາໄດ້ບໍ່ຫຼຸດປີນຶ່ງແລ້ວແລະຍັງມີຢູ່ຕໍ່ໄປຢູ່...   ແຕ່ເປັນຫັຍງພວກຂະເຈົ້າຈຶ່ງຢາກໜີໄປຢູ່ປະເທດໄຕ້ຫັວນ?

ຂ່າວຄາວຂົງເຂດແມ່ນ້ຳຂອງ 22-6-20

June 22, 2020 10:40 - 26 minutes - 44.8 MB

ລາວ-ໄທຍ໌ເຫັນສຸຣິຍະຄາດສັດເຈນໃນເວລາປະມານທ່ຽງວັນ...   ຣັຖບານໄທຍ໌ສນັບສນູນການຄ້າໃນຊາຍແດນໄທຍ໌ ຍ້ອນຫັຍງ?   ໄຟໃໜ້ເທດສະບານໜອງຄາຍຈົນເປັນຂີ້ເທົ່າ 3 ຫຼັງ ແລະເສັຍ ຫາຍໜັ່ກ 5 ຫຼັງ. ນອກນັ້ນປອດພັຍ. ບໍ່ມີລົ້ມຫາຍຕາຍເຈັບ ແຕ່ຢ່າງໃດ.   ຈັ່ງວັດອູດອນຣາຊທານີເປີດ ຄຳສະໂນດ ໃຫ້ຄົນໄປຊົມເບິ່ງ ແລະກາບຫ່ວາຍແລ້ວແຕ່ຕ້ອງຈອງທີ່ເພາະມີຄົນຫຼາຍໄປ ເບິ່ງໄປຊົມຫຼາຍໂພດແລ້ວ...

ຈຳນວນ ໂກວິດ-19 ໃນຣັດວິກຕໍເຣັຍປູດຂຶ້ນມາກມາຍຈົນມີການຕ້ອງຫ້າມໃໜ່

June 22, 2020 01:02 - 4 minutes - 8.58 MB

ໃນກ່ອນໆນີ້ຣັດວິກຕໍເຣັບບັນຍັດມາຕການເຄັ່ງຄັດຕໍ່ຕ້ານການຕິດແປດ  ໂກວິດ-19 ຈົນໄດ້ຜົນທັນການ ແຕ່ໃນຫ່ວາງນຶ່ງນີ້ຈຳນວນຄົນທີ່ເັປນພະ ຍາດດັງກ່າວໃນຣັດວິຕໍເລັຍທະວີຂຶ້ນຢ່າງວ່ອງໄວແລະມາກມາຍ...   ນີ້ພາໃຫ້ມີການຢ້ານກົວ່ວາຈະມີ ໂກວິດ-19 ຮອບ 2 ຂຶ້ນ ເມື່ອທີວິກຕໍ ເຣັຍຫຼຸດຜ່ອນການຕ້ອງຫ້າມຕ່າງໆລົງຕລອດມາຢູ່.   ເມື່ອເປັນດັງນັ້ນ ວິກຕໍເລັຍ ບັດນີ້ເຄັ່ງຄັດກົດເກນຕ່າງໆຂຶ້ນຕື່ມອີກໃໜ່ແລ້ວ...  

ຂ່າວຄາວຂົງເຂດແມ່ນ້ຳຂອງ 20-6-20

June 21, 2020 02:30 - 25 minutes - 43.9 MB

ອາຊຽນ ຕາງໜາ 10 ປະທເໃນພາກພຶ້ນ ອາຊີຕາເວັນອອກສ່ຽງໃຕ້ ທີມີປະຊາກອນໜາອໜ້ນທັງກໍເແັນຕຣາດການຄ້າອັນໃຫຍ່ໂຕດ້ວຍ.   ອາຊີຕາເວັນອອກສ່ຽງໃຕ້ມີວິກິດ ໂກວິດ-19 ແລະມີຫຼາຍປະເທດໄປ ຊ່ວຍແກ້ໄຂບັນຫານັ້ນ... ບັດນີ້ ຣັດເຊັຍກໍຫັນໜ້າເຂົ້າຈັບມືຖືແຂນກັນແກ້ໄຂມັນນຳດ້ວຍ ແຕ່ ກອດຄໍກັນຫຼືບໍ່ນັ້ນມັນເປັນເຣຶ່ອງນຶ່ງອີກ...

ຄົນຮົງກົງເລີ້ມໜີໄປຢູ່ຕ່າງປະເທດແລ້ວບັດນີ້

June 20, 2020 21:50 - 7 minutes - 13.4 MB

ພາຍຫຼັງທີ່ພັກຣັຖ ສປຈີນ ໂດນການຮ່ວມມືກັບຜູ້ປົກຄອງຮົງກົງ ຫັດແໜ້ນ ຮົງກົງເຂົ້າຕື່ມໃນຫ່ວາງນຶ່ງນີ້ ເປັນການເຮັດໃຫ້ຄົນຮົງກົງເລີ້ມໜີໄປຢູ່ຕ່າງປະ ເທດຂຶ້ນແລ້ວ...   ຈະມີພວກດັ່ງກ່າວມາຢູ່ອອສເຕຼເລັຍຫຼາຍບໍ່?

ອິນເດັຍ-ຈີນປະທະກັນກັບກາຍເປັນສົງຄາມປະລຳມະນູໄດ້ບໍ່?

June 20, 2020 12:20 - 6 minutes - 11.4 MB

ອິເດັຍແລະສ ສປຈີນ ເປັນປະເທດທີ່ໃຫຍ່ໃນດ້ານດິນແດນທັງກໍມີ ພົນລະເມືອງມາກມາຍຫຼາຍແທ້ໆ... ແລະມີອາວຸດປະລຳມະນູດ້ວຍ.   ໃນຫ່ວາງນີ້ທັງສອງນັ້ນປະທະກັນຂຶ້ນຈົນວ່າເສັຍຊີວິໄປປະມານ 70 ຄົນ.   ເຫດການດັ່ງກ່າວເກີດຂຶ້ນໃນເຂດ ລາດັກ ທີ່ເປັນຊາຍແດນຣະຫ່ວາງ ສອງປະເທດນັ້ນ. ໃນປັດຈຸບັນນີ້ໃນເຂດຊາຍແດນທີ່ແຕ່ຣະຝ່າຍຍາດແຍງກັນເອົານັ້ນຍັງມີ ຄວາມເຄັ່ງຕຶງການຢູ່ມາກມາຍ... ອັນທີຈິງແລາວໜັນມີມາແຕ່ດົນານແລ້ວ.   ຖ້າແກ້ໄຂບັນຫາຊາຍແດນນັ້ນບໍ່ໄດ້ໂດຍສັນຕິວິທີ ມັນຈະກັບກາຍເປັນ ເສີກຫຼືສົງຄາມປະລຳມະນູກັນຂຶ້ນຍ້ອນບໍ?

ມະເຮງລຳໄສໃຫຍ່ຮ້າຍແຮງເຖິງຕາຍ

June 20, 2020 11:35 - 10 minutes - 18.1 MB

ມະເຮງລຳໄສໃຫຍ່ເປັນອາການອັນນຶ່ງທີ່ທັງຍິງແລະຊາຍເປັນກັນມາກມາກ.   ມັນເປັນອາກາທີ່ຖຶກຄວບຄຸມໄວ້ໄດ້ແລະປິ່ນປົວໄດ້ ຖ້າຫາກບໍ່ຫຼ້າບໍ່ສວຍໄປແລ້ວ...   ເຮັດແນວຈຶ່ງຈະຮູ້ໄດ້ວ່າເຮົາເປັນມະເອງລຳໄສໃຫ່ຍ?

ເປັນຫັງເກົ້າຫຼີເໜືອທຳລາຍຕຶກຄວາມສຳພັນເກົ້າຫຼື?

June 20, 2020 11:05 - 6 minutes - 11.4 MB

ການທີ່ພັກຣັຖເກົ້າຫຼີເໜືອວາງຣະເບີດທຳລາຍຖິ້ມຕຶກສູນກາງຄວາມ ສຳພັນເກົ້າຫຼີໃຕ້ແລະເໜືອ ຖຶກວິຈານທົ່ວໂລກທັງກໍສ້າງຄວາມຫ່ວງໄຍ ໃນດ້ານການເມືອແລະທະຫານຂຶ້ນດ້ວຍ...   ແຕ່ດ້ວຍເຫດໃດແທ້ເກົ້າຫຼີເໜືອຈຶງກະທຳດັ່ງນັ້ນ?

ອັບເດດຫຼ້າສຸດ 17-6-20 ໂກວິດ-19

June 20, 2020 02:00 - 5 minutes - 8.58 MB

Covid-19 : 17-6-20 update

ເຮັດແນວໃດຈຶ່ງຈະປອດພັຍຈາກຫົວໃຈວາຍແລະສະໂທຼກໄດ້?

June 18, 2020 18:35 - 14 minutes - 24.8 MB

ໂຣກພັຍໄຂເຈັບກັບມະນຸດມັນໄປນຳກັນ. ຖ້າເຮົົາບໍ່ຮະວັງພວກມັນ ເຮົາອາດໄດ້ຮັບຄວາມເສັຍຫາຍແລະຕາຍຍ້ອນໄດ້.   ຫົວໃຈວາຍແລະສະໂທຼກເປັນເພັດສະຄາດໃຫຍ່ໃນອອສເຕຼເລັຍ...   ຈະເຮັດຈະກະທຳແນວໃດເພື່ອຫຼີກເວັນຫົວໃນວາຍແລະສະໂທຼກໄດ້?

ທ່ານຈະເອົາພໍ່ແມ່ມາຢູ່ອອສເຕຼເລັຍໄດ້ແບບໃດ ບັດນີ້?

June 16, 2020 20:50 - 6 minutes - 10.5 MB

ໃນຍຸກປັດຈຸບັນນີ້ ທ່ານຈະເອົາພໍ່ແມ່ມາຢູ່ໃນອອສເຕຼເລັຍໄດ້ແບບໃດ? ການເຂົ້າເມືອງອອສເຕຼເລັຍ ປ່ຽນແປງ ໜູນວຽນໄປຢູ່ເລື້ອຍໆ. ໃນເວລານີ້ການຈະເອົາພໍໍ່ແມ່ມາຢູ່ໃນອອສເຕຼເລັຍນັ້ນມີດ້ວຍກັນຫຼາຍແບບ. ທ່ານຄວນຮຽນຮູ້ຈາກໃນນີ້....

ວິທີທີ່ນັກຮຽນສາມາດຮຽນແພດໄດ້ງ່າຍໆ

June 16, 2020 18:50 - 6 minutes - 11.4 MB

ການຈະຮຽນແພດສາດຕ່າງແມ່ນຕ້ອງເດີນໄປຕາມບາງເສັ້ນທາງຕໍ່ແຕ່ ການສຶກສາໃນຕອນຕົ້ນພຸ້ນ.   ບັດນີ້ມີໂຄງການ ແຮນອອນແຮນທ໌ ເພື່ອຊົດຊ່ວຍອົພຍົບ ຄົນທີ່ບໍ່ ປາກເວົ້າພາສາອັງກິດເປັນພາສາເຄົ້າ ຜູ້ຂໍລີ້ພັຍ ແລະຄົນທຸກໄດ້ລອງ ຊີມເບິ່ງລົດຊາດຂອງການຮຽນເປັນໜໍ.   ເຮັດແນວໃດຈຶ່ງຈະເຂົ້າໂຄງການນັ້ນໄດ້?

ຊີວິດອັນຍາກຊາພາຍໃຕ້ວີຊາຊົ່ວຄາວໃນອອສເຕຼເລັຍ

June 15, 2020 21:35 - 12 minutes - 21.9 MB

ການໄປຢູ່ໃນຕ່າງປະເທດເປັນສິ່ງທີ່ຍາກຊາຢູ່ແລ້ວ...   ໃນອອສເຕຼເລັຍມີຄົນຫຼາຍປະເພດມາຢູ່ ດັ່ງ ອົພຍົບ ຜູ້ຂໍ້ລີ້ພັຍ ຄົນທີ່ມາເຮັດວຽກ ຊົ່ວຄາວ ແລະອື່ນໆ. ທັງໜົດນີ້ ເວົ້າຮວມໆແລ້ວ ແມ່ນຖືວີຊາຊົ່ວຄາວ.   ພວກເຫຼົານີ້ ໃນອອສເຕຼເັລຍ ໄດ້ຮັບການຊ່ວຍເຫຼືອຈາກຣັຖບານຂັ້ນຣັດແລະແຫ່ງ ຊາດໃນແບບຈຳກັດຫຼາຍ.   ຊີວິດຂອງພວກຂະເຈົາຍາກຊາປານໃດ?

ເສັຍຫາຍຫັຍງແດ່ໃນການບໍຣິໂພກຢາການແພດຫຼາຍຢ່າງ?

June 15, 2020 20:05 - 6 minutes - 11.4 MB

ຢາການແພດວິເສດວິໂສຊົດຊ່ວຍເຮັາຫາຍດີຈາກພະຍາດບາດເຍົາ ແລະອາການຕ່າງໆໄດ້...   ບໍ່ວ່າເຖົ້າແກ່ສະຣາຫຼືໜຸ່ມນ້ອຍບໍ່ຣິພກຢຸກຢາໄດ້... ແຕ່ສຳຮັບຄົນແກ່ສະຣາທີ່ບໍ່ຮິໂພກຢາການແພດຫຼາຍຢ່າງເ້ດ ມັນມີຜົນສະທ້ອນແນວໃດ?

ຄົນ ຮົງກົງ ຕໍ່ສູ້ເອົາເສຣີພາບຢູ່ຕໍ່ໆໄປພາຍຫຼັງປີນຶ່ງມາແລ້ວ

June 14, 2020 23:52 - 5 minutes - 8.58 MB

ຄົນ ຮົງກົງ ບາກບັ່ນແລະບໍ່ຢ້ານບໍ່ກົວຫັຍງປະທ້ວງເອົາເສຣີປະຊາທິປະໄຕ ມາແລ້ວໄດ້ປີນຶ່ງ ແຕ່ກໍຍັງກະທຳເຊັ້ນນັ້ນຢູ່ຕໍ່ໆໄປຢູ່...   ແຕຣັຖບານ ຮົງກົງ ກໍບໍ່ລົງຄໍຫຼາຍໜັ່ກ...   ມັນຈະຫົວຄາກັນໄປຮອດໃສ?

ຜິດກັບສິດທິມະນຸດບໍ່ ຖ້າຫາກລ່ວງຣະເມີດຄົນແກ່ສະຣາ?

June 14, 2020 19:20 - 6 minutes - 11.4 MB

ຄົນແກ່ສະຣາເປັນຄົນອ່ອນແອທຸກຢ່າງແລະບາງຄົນຕ້ອງການການດູແລ ຫຼາຍກ່ວາປົກກະຕິ...   ການລ່ວງຣະເມີດພວກເພ່ີນນັ້ນມີຫຼາຍຮູບຫຼາຍແບບແລະຫຼາຍວິທີການ ຮວມດ້ວຍໂດຍກົງແລະໂດຍທາງອ້ອມ ແລະເປັນບາງຄັ້ງບາງຄາວແລະ/ຫຼື ສເມີໄປ...   ການກະທຳຕ່າງໆນັ້ນຜິດກົດໜາຍແລະສິດທິມະນຸດຊົນບໍ່?

ມະເຮງເລືອດປັສຈາກການບໍຣິຈາກເລືອດບໍ່ໄດ້ ທ່ານຈະໃຫ້ເລືອດບໍ່?

June 13, 2020 11:05 - 14 minutes - 24.8 MB

ເລືອດເປັນສິ່ງຈຳເປັນຂອງຮ່າງກາຍຂອງມະນຸດທັງປວງ ຂາດເຂີນມັນບໍໄດ້.   ມະເຮງເລືອດມີດ້ວຍກັນສາມຊະນິດ.  ພວກມັນຕ້ອງການເລືອດເພາະເລືອດທີ່ບໍ່ຣິຈາກຖຶກນຳໄປດັດແປງ ເພື່ອປິ່ນປົວພວກມັນທັງສາມຢ່າງໄດ້ຜົນຕາມທີ່ຄວນ.   ທ່ານຈະເປັນຄົນໃຈບຸນ ບໍຣິຈາກເລືອດຫຼືບໍ່?

ສປປລາວ ສະນະ ໂກວິກ-19 ແທ້ບໍ່? ຣົດໄຟລາວ-ຈີນສຳເຣັດປານໃດແລ້ວ? ໄທຍ໌ສຳເຣັດປາບຢາເສບຕິດຫຼືບໍ່?

June 13, 2020 07:17 - 23 minutes - 40.1 MB

ສປປລາວ ປະກາດອອກມາວ່າ ຕົນເອົາສະນະການແຜ່ຜາຍຂອງພະຍາດ ໂກວິດ-19 ໄດ້ແລ້ວ.  ນີ້ແມ່ນແທ້ບໍ່?   ເສັ້ນທາງຣົດໄຟຄວາມໄວສູງ ຈີນ-ລາວ ທີ່ກຳລັງສ້າງຢູ່ສຳເຣັດຫຼາຍເຕີບ ແລ້ວ ເຊັນຫາກໍສ້າງແລ້ວຖ້ຳໃຫ້ຣົດໄຟລອດພູຜາໄດ້ ໃນຫ່ວາງນິ່ຶງນີ້ເອັງ. ໂດຍໂຮມໆແລ້ວສຳເຮັດໄດ້ປານໃດແລ້ວ? ໄທຍ໌ຖແລງວ່າຕົນສຳເຣັດປາບປາມຢາເສບຕິດໂດຍມີການຮ່ວມມື ຂອງບັນດາປະເທດແມ່ນ້ຳຂອງພາກລຸ່ມ... ແຕ່ເປັນຫັຍງຈຶ່ງມີຢາເສບຕິດຫຼາຍແທ້ຢູ່?  

ອາດມີວິທີການໃໜ່ເພື່ອເຮັດການໂດຍປອດພັຍ

June 11, 2020 21:35 - 3 minutes - 4.77 MB

ຍ້ອນ ໂກວິດ-19 ບາງແຫ່ງໃນອອສເຕຼເລັຍໃຊ້ວິທີການຕ່າງໆປ້ອງກັນບໍ່ໃຫ້ພະນັກງານ ຕິດ ໂກວິດ-19 ເຊັ່ນວັດແທກເບິ່ງອຸ່ນນະພູມຂອງຮ່າງກາຍກ່ອນເຮັດວຽກເຮັດການ.   ນີ້ຈະເປັນວິທີການໃໜ່ສຳຮັບຂັ້ນຕໍ່ໄປຫຼືບໍ?

ເສຖກິດອອສເຄຼເລັຍຄຸງພື້ນຫຼາຍປານໃດກັນແທ້?

June 10, 2020 23:24 - 4 minutes - 7.63 MB

ເສຖກິດໃນໂລກນີ້ຕົກຕ່ຳມາກມາຍ ອັນມີດ້ວຍເຖກິດຂອງອອສເຕຼເລັຍ.   ໃນຫ່ວາງບໍ່ນານແລ້ວນີ້ເສຖກິດອອສເຕຼເລັຍຫົດຫຸ້ນ 0.3%...   ດ້ວຍເຫດໃດກັນແທ້? ແລະບັດນີ້ ນັ້ນນຄຸງພື້ນຫຼາຍປານໃດ?  

ຂ່າວຄາວຂົງເຂດແມ່ນ້ຳຂອງ 08-6-20

June 10, 2020 23:10 - 20 minutes - 36.2 MB

ສປປລາວ ຍຸຕິການຖ່າຍທອດອອກຂ່າວກ່ຽວກັບ ໂກວີດ-19 ຍ້ອນຫັຍງ?   ໄທຍ໌ມີວຽກການງານອັນຈຳກັດສະເພາະໃຫ້ແຮງງ່ານລາວເຮັດ​​ : ດ້ວຍເຫດໃດ?   ໜຸ່ມລາວຖຶກໄທຍ໌ດັກຈັບໄດ້ເມື່ອກຳລັງຂົນຂື້ນຝັ່າງຢາເສດຕິດມາກມາຍ​!!!!

ບັນດາຜູ້ນຳໃນໂລກນີ້ຮຽກໃຫ້ສມັກຄີກັນກະຕຸ້ນເສຖກິດໃຫ້ດີຂຶ້ນ

June 10, 2020 22:20 - 9 minutes - 16.2 MB

ເສຖິດຕ່າງໆໃນໂລກນີ້ຕົກຕ່ຳເຫຼືອຮ້າຍແລ້ວ.   ບັດນີ້ໃນຂັ້ນປະຊຸມຂັ້ນໂລກ ບັນດາປະເທດຕ່າງໆທັງຫຼາຍຮຽກໃຫ້ມີການເປັນກ້ອນ ເປັນໜ່ວຍກັນກະຕຸຸກກະຕຸ້ນການຟື້ນດີຄຶນໃນດ້ານເສຖກິດ...

ໜັງສືິພິມຊົນເຜົ່າໃນອອສເຕຼເລັຍພູນຂຶ້ນດີ

June 09, 2020 21:50 - 6 minutes - 10.5 MB

ເມື່ອທີ່ໜັງສືິພມຕ່າງໆໃນອອສເຕຼເລັຍກຳລັງດັບສູນໄປຈາກວົງການຂ່າວ ໜັງືສິພມ ຕ່າງໆຂອງຊົນເຜົ່າສຳພັດວ່າພູນດີຂຶ້ນມາກມາຍ...     ດ້ວຍເຫດໃດກັນແທ້?

ເປັນຫັຍງສະຫະຣັດຕັດຄວາມສຳພັນກັບອົງການສາທາຣະນະສຸກໂລກ?

June 08, 2020 21:35 - 3 minutes - 5.72 MB

ອົງການສາທາຣະນະສຸກໂລກເປັນຜູ້ດູແລະສຸຂພາບຂອງພົນເມືອງຊາວໂລກ. ນີ້ຕ້ອງການງົບປະມານມາກມາຍ. ສະຫະຣັດອະເມຣິກາເປັນໂຕເກງໃນການຄ້ຳຈູນອົງການສາທາຣະນະສຸກໂລກຮອບດ້ານ.   ແຕ່ດ້ວຍເຫດໃດ ບັດນີ້ຕັດຂາດຈາກມັນໄປ?

ຄວາມຍາກແຄນພາຍໃຕ້ການຖືວີຊາຊົ່ວຄາວ

June 08, 2020 21:35 - 12 minutes - 21.9 MB

ອອສເຕຼເັລຍມີວີຊານາໆຊະນິດສຳຮັບຄົນຕ່າງປະເທດ ດັ່ງ ວີຊາຊົ່ວຄ່ວ ທີ່ໃຫ້ສິດ ຢູ່ໃນອອສເຕຼເລັຍໄດ້ຕໍ່ໆໄປເພື່ອລໍຖ້າເບິ່ງຜົນຂອງການຂໍ່ຢູ່ໃນປະເທດນີ້ໃນຖານ ເປັນອົພຍົບ... ແຕ່ວີຊາຊົ່ວຄາວຕjາງໆເຮັດໃຫ້ຜູ້ທີ່ຖືມັນມີບັນຫາໃນການຢູ່ ກິນໃນອອສເຕຼເລັຍເມ່ືອທີ່ ໂກວິດກ-19 ຍັງມີຊີວິດຊີວາຢູ່...

ຣັຖບານ ສປປລາວ ລົງຄໍໃຫ້ແຮງງານທີປະທ້ວງແລ້ວ (ສຳພາດ)

June 08, 2020 10:03 - 21 minutes - 36.2 MB

ຍ້ອນຄວາມທຸກຍາກລ້ຳບາກຍາກແຄນທີທົນບໍ່ໄດ້ ແຮງງານໃນລາວມາກ ມາປະທ້ວງຂຶ້ນໃນນະຄອນຫຼວງວຽງຈັນໃນຫ່ວາງກ່ອນໆນີ້...   ຫຼັງຈາກນັ້ນຊົ່ວຣະຍະນຶ່ງແຮງງານນັ້ນໄດ້ຮັບຄຳໜັ້ນສັນຍາຈາກທາງຂອງ ພັກຣັຖວ່າຈະຊົດຊ່ວຍສວັດດີການພວກຂະເຈົ້າ ແຕ່ນີ້ເປັນພຽງແຕ່ສັນຍາ ທີໃຫ້ໄປ ແລະເຖິງປັດຈຸບັນນີ້ປາກົດວ່າ... (ເຊີນຟັງການສຳພາດໃນນີ້)

ຄົນຮົງກົງບໍ່ຢ້ານຫັຍງໄປໄວ້ອາລັຍແລະຈາລຶກເຖິງການປະທ້ວງທີ່ເດີ່ນຕຽນນາແມ໋ນ

June 08, 2020 07:20 - 6 minutes - 10.5 MB

ພັກຣັຖ ສປຈີນ ແລະຣັຖບານ ຮົງກົງ ຕ້ອງຫ້າມບໍ່ໃຫ້ຄົນຈີນຈາລຶກແລະໄວ້ອາໄລ ການປະທ້ວງອັນຍິ່ງໃຫຍ່ໃນ ສປຈີນ ໃນວັນທີ 15 ເມສາ1989 ທີ່ພັກຣັຖ ສປຈີນ ຍິງຂ້າຖິ້ມຢ່າງໂຫດຮ້າຍແລະປາມປາມໃຫ້ກ້ຽງຫຼ້ອນ.   ຄົນ ຮົງກົງ ພາກັນໄປໄວ້ອາລັຍແລະຈາລຶກນັ້ນຢ່າງອົງອາດກ້າຫ້ານ...

ຢາກໄດ້ເງິນ ຟຼີໆ 25,000 ດອນ ເພື່ອຊົດຊ່ວຍແປງບ້ານເຮືອນບໍ່?

June 08, 2020 07:05 - 5 minutes - 9.54 MB

ໃນເວລານີ້ຣັຖບານອອສເຕຼເລັຍໃຫ້ເງິນ $25,000 ຟຼີໆແກ່ຄົນທັງຫຼາຍ ແຕ່ມີຂໍ້ຜູກໜັດເກາະໃສ່?  ທ່ານູຮູ້ວ່າໂຄງການ "ໂຮມບູນດິງ" ແມ່ນຫັຍງບໍ່?   ຄວນໄປເອົາເງິນນັ້ນເມ່ື່ອໃດ?  

ອົງການສາທາຣະນະສຸກໂລກປາຖນາປະສານກັນກັບສະຫະຣັດອະເມຣິກາຢູ່ຕໍ່ໆໄປ

June 08, 2020 01:35 - 3 minutes - 5.72 MB

ສະຫະຣັດປະກາດດັງອອກມາແລ້ວວ່າຈະຕັດຄວາມສຳພັນແລະການໃຫ້ເງິນແກ່ ອົງການສາທາຣະນະສຸກໂລກຍ້ອນສະຫະຣັດເຫັນວ່າອົງການສາທາຣະສຸກໂລກບໍ່ ເປັນພື້ນໃນການຄວບຄຸມ ໂກວິດ-19 ໄວ້ໃຫ້ໄດ້ ທັງກໍເຫັນວ່າອົງການສາທາຣະ ນະສຸກໂລກຕົກໄປຢູ່ໃນກຳມືຂອງສປຈີນແລ້ວ.   ແຕ່ອົງການສາທາຣະນະສຸກໂລກຢາກຈະ...

Free $25,000 to help home renovations

June 07, 2020 23:51 - 5 minutes - 9.54 MB

ໃນເວລານີ້ຣັຖບານອອສເຕຼເລັຍໃຫ້ເງິນ $25,000 ຟຼີໆແກ່ຄົນທັງຫຼາຍ ແຕ່ມີ/ຂໍ້ຜູກໜັດເກາະໃ່ສ?  ໂຄງການ ໂຮມສ້າງເຮຶອນ ເດ້ທ່ານູຮູ້ວ່າແມ່ນຫັຍງບໍ່?   ຄວນໄປເອົາເງິນນັ້ນເມ່ືອໃດ?  

ບໍ່ແກ້ວຖອນປ້າຍໂຄສະພາການຄ້າ. ໄທຍ໌ອະນຸໂຣມໃຫ້ລາວ-ຂເມນ-ພະມ້າເຮັດວຽກຕໍ່ເລີຍໄດ້. ໄທຍ໌-ພະມ້າຈະເປີດຊາຍແດນ.

June 07, 2020 22:45 - 26 minutes - 45.8 MB

ເປັນເວລານານມາແລ້ວແຕ່ດົນທີ່ປະຊາົຊນລາວບໍ່ດີໃຈກັບປ້າຍຕ່າງໆໃນ ສປປລາວ ທີ່ຖືເອົາພາສາຕ່າງດ້າວເປັນສ່ວນໃຫຍ່ແລະສຳຄັນກ່ວາ. ບັດນີ້ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ເລີ້ມຖອນປ້າຍນັ້ນນແລ້ວ... ແຕ່ວ່າ...   ໃນໄທຍ໌ມີແຮງງານລາວ-ພະມ້າ-ຂເມນມາກມາຍແທ້ໆ. ໃນຫ່ວາງນຶ່ງຄົນງານດັງກ່າວກັບຖິ່ນຖານເດີມຂອງຕົນບໍ່ໄດ້ ເຊັ່ນຄົນລາວທີ່ກັບບໍ່ທັນ ກໍຖຶກຊາຍແດນລາວ-ໄທຍຸປິດຂວາງກັ້ນຈົນຮອດປັດຈຸບັນນີ້. ບັດນີ້ ຍ້ອນເຫດຜົນຫຼາຍຢ່າງໄທຍ໌ປ່ອຍໃຫ້ພວກດັ່ງກ່າວເຮັດວຽກຢູ່ໃນໄທຍ໌ໄດ້ກະ ທັ້ງວີຊາເຮັດວຽກຈະໜົດແລ້ວກໍຕາມ...   ໄທຍ໌ພະຍາຍາມເປີດຊາຍແດນພະມາ{ໄທຍ໌ເພື່ອ...

ເປັນຫັຍງຣາຄານ້ຳມັນຈຶ່ງຖຶກລົງຫຼາຍແທ້?

June 06, 2020 21:35 - 4 minutes - 6.68 MB

ມາປັບຣາຄານ້ຳມັນລົງ  ແ່ຕມັນແມ່ນດັ່ງນີ້ນບໍ່?   ດ້ວຍເຫດໃດນ້ຳຈຶ່ງມີຣາຄາຖຶກລົງຫຼາຍແທ້ໆໃນຣະຍະນີ້?

ຊີວິດຂອງຄົນດຳມີຄຸນຄ່າ

June 06, 2020 13:05 - 10 minutes - 17.2 MB

ໃນສະຫະຣັດອະເມຣິກາມີການປະທ້ວງນາໆຊະນິດຂຶ້ນທົ່ວປະເທດ ຍ້ອນການທີ່ຕຳ ຣວດຈຳນວນນຶ່ງຈັບຄົນດຳຄົນນຶ່ງ. ການຈັບກຸມນັ້ນສະທ້ອນໃຫ້ຜູ້ຕາຍຄາທີ່...   ການປະທ້ວງນັ້ນກໍມີຂຶ້ນໃນອອສເຕຼເລັຍ ແຕ່ມັນເປັນໄປແບບສັນຕິທິທີ່ອັນຈົບດີ.   ການປະທ້ວງໃນຫຼາຍຫົນແຫ່ງໃນອອສເຕຼເລັຍນັ້ນມີຈຸດປະສົງແນວໃດແທ້ໆ?

ການຟ້ອງຮ້ອງຕຳຣວດກວດຄົນໂດຍໃຫ້ໂປ້ໜົດໂຕ

June 04, 2020 19:35 - 4 minutes - 6.68 MB

ໃນອອສເຕຼເລັຍການກວດຄົນໂດຍໃຫ້ແກ່ເຄື່ອງນຸ່ງອອກໜົດ ຖ້າຫາກຖຶກກະທຳໂດຍ ບໍ່ຖຶກຕ້ອງແມ່ນຜິດກົດໜາຍແລະຖຶກຟ້ອງຮ້ອງຂຶ້ນສານໄດ້...   ບັດນີ້ຄະນະຄົນຈຳນວນນຶ່ງຈະຮວມກັນຟ້ອງຕຳຣວດ ຣັດນີວຊາວແລນລ໌ ທີ່ໄດກະທຳ ເຊັນນັ້ນໃນບຸນສິນລະປິນອັນນ່ຶ່ງໃນເວລາທີ່ຜ່ານມາ...

ອັບເດດ 13 ​(0296928)

June 04, 2020 05:18 - 10 minutes - 8.58 MB

ຈົ່ງຮູ້ທັນການແລະສະພາບການກ່ຽວກັບ ໂກວິດ-19.   ນີ້ແມ່ນເພື່ອຜົນປະໂຫຍດຂອງທຸກໆົຄນ...

ຫຼານເຫຼັນ-ພໍ່ເຖົ້າແມ່ເຖົ້າ-ພໍ່ປູ່ແມ່ຍ່າ ພົວພັນກັນແບບໃດໃນຣະຍະ ໂກວິດ-19)

June 03, 2020 21:35 - 11 minutes - 20 MB

ໃນຣະຍະ ໂກວິດ-19 ມີມາຕການຕ່າງໆແລະກົດເກນຫຼາຍອັນຖຶກບັນຍັດອອກມາ ໃຫ້ປະຕິບັຕາມຢ່າງເຄັງຄັດ. ນີ້ພາໃຫ້ຊີວິອັນປົກກະຕິມີການປ່ຽນແປງຫຼາຍຢ່າງ...   ພໍປູ່ແມ່ຍາ່ ພໍ່ເຖົ້າແມ່ເຖົ້າ ແລະຫຼານເຫຼັນ ຍ້ອນແນວນັ້ນ ພວກຂະເຈົ້າພົວພັນກັນ ແລະກັນແບບໃດ?

ພິທີສານະປະກິດສົບໃນອອສເຕຼເລັຍປຽນແປງແນວໃດຍ້ອນ ໂກວິດ-19?

June 03, 2020 20:20 - 6 minutes - 10.5 MB

ປະເທດອອສເຕຼເລັຍເປັນປະເທດນາໆວັທນະທັມແລະປະເພນີ ມີຫຼາຍຮິດຫຼາຍຄອງ ໃນການສານະປະກິດສົບ.   ຍ້ອນມາຕການຕ່າງໆທີ່ເກີດມາຈາກ ໂກວິດ-19 ກິຈກັມດັ່ງກ່າວປ່ຽນແປງໄປ ຢ່າງມາກມາຍ...   ມີຫັຍງແດ່ຖຶກປ່ຽນແປງ?

ຮຽນຈົບແຕ່ຈະບໍ່ມີວຽກເຮັດ

June 02, 2020 21:35 - 10 minutes - 17.2 MB

ໃນແຕ່ຣະປີນັກຮຽນໃນອອສເຕຼເລັຍຢ່າງມາກມາຍຮຽນຈົບຂັ້ນມະຫາວິທຍາລັຍ  ແຕ່ຄົງຈະບໍ່ມີວຽກເຮັດ.   ສ່ວຍຫຼາຍນາຍຈ້າງມັກຄົນທີມີຄວາມປະສົບການກັບວຽກງານທີ່ພວກຂະເຈົ້າ ມີໃຫ້ເຮັດ...   ໃນເວລານີ້ ໃນອອສເຕຼເລັຍຊາວໜຸາມຫ່ວາງງານຫຼາຍຢູ່ແລ້ວ.   ກ່ຽວກັບວຽກຫ່ວາງທີ່ມີໃຫ້ເຮັດ ບາດວ່າຜູ້ສມັກວຽກມີປະສົບການ ສຳຜັດວ່າຢາກ ໄດ້ຜູ້ທີ່ມີອາຍຸໜຸ່ມແດ່ ແຕ່ບາດວ່າເປັນຄົນໜຸ່ມນ້ອຍມີເຮືອມີແຮງສຳຜັດຢາກໄດ້ ຄົນທີ່ມີປະສັບການ ... ເອົາໄປເອົາມາເຕະຝຸ່ນຕໍ່ໄປ...