SBS Lao - SBS ພາ​ສາ​ລາວ artwork

SBS Lao - SBS ພາ​ສາ​ລາວ

1,434 episodes - Lao - Latest episode: 19 days ago - ★★★★ - 9 ratings

Independent news and stories from SBS Audio, connecting you to life in Australia and Lao-speaking Australians. - ຂ່າວທີ່ມີອິສຣະພາບແລະເຣື່ອງທີ່ເອົາທ່ານໃສ່ຊີວິດໃນອອສເຕຼເລັຍແລະຄົນອອສເຕຼລຽນທີປາກພາສລາວ.

News
Homepage Apple Podcasts Google Podcasts Overcast Castro Pocket Casts RSS feed

Episodes

ຣັຖບານອອສເຕຼເລັຍໃຫ້ຄົນອອສເຕຼລຽນຂໍການຍົກເວັ້ນເພື່ອຈະກັບບ້ານໃນຕ່າງປະເທດ

August 12, 2021 02:22 - 5 minutes - 7.85 MB

ຣັຖບານອອສເຕຼເລັຍປົກປ້ອງການທີ່ພວກເພີ່ນບັງຄັບໃຫ້ຄົນສັນຊາດອອສເຕຼເລັຍ ທີ່ຢູ່ກິນຢູ່ໃນຕ່າງປະເທດຕ້ອງຮ້ອງໍເອົາອະຍະຍາດເພື່ຶຈະກັບບ້ານເຮືອນຂອງພວກຂະ ເຈົ້າໃນຕ່າງປະເທດ. ນີ້ສັກສິດຂຶ້ນແລ້ວໃນວັນທີ່ 11 ສິງຫາ.

ການປະກັນເອົາຄົນມາຢູ່ອອສເຕຼເລັຍຢ່າງຖາວອນ

August 12, 2021 02:08 - 10 minutes - 14.9 MB

ໃນປີນີ້ ການຍົກຍ້າຍຈາກຕ່າງປະເທດເຂົ້າມາຢູ່ອອສເຕຼເລັຍເລັຍປະຈຳປີ ປະກອບດ້ວຍການຍົກຍ້າຍຖິ່ນຖາຍໂດຍຄອບຄົວເຖິງ 50%. ການເຂົ້າເມືອງອອສເຕຼເລັຍມີຫຼາຍຮູບຫຼາຍແບບ ຫຼາຍວີຊ່າ ໄວ້ບໍ່ຣິ ການທີຫຼາຍຄົນອາດບໍ່ເຂົ້າໃຈນຳຫຼືມີອາການງົງໆເມື່ອສິກສາເບິາງມັນ.

ຂ່າວຄາວໃນຣະຍະ 09-8-21

August 12, 2021 01:52 - 11 minutes - 15.3 MB

ຂ່າວສຳຮັບຣະຍະ 09-8-21

ບໍ່ມີຄວາຍເປັນ ໂຄວິດ-19

August 12, 2021 01:43 - 1 minute - 3.19 MB

ຄວາຍໃນຈັ່ງວັດຊຽງໃໜ່ ປະເທດໄທຍ໌ ເປັນ ໂຄວິດ-19 ບໍ່? ນີ້ຖຶກຊາລືກັນໃນຊື່ງສັງຄົມວ່າມີ. ແຕ່ແລ້ວບໍ່ມີຄວາຍໃດໆເປັນດັ່ງວ່ານອກຈາກທີ່ມັນແມ່ນຂ່າວປອມຊື່ໆ.

ຍີ່ປຸ່ນບໍຣິຈາກຢາວັກຊີນ ໂຄວິດ-9 ແກ່ ສປປລາວ

August 12, 2021 01:22 - 4 minutes - 11.3 MB

ສປປລາວ ໄດ້ຮັບຢາວັກຊີນ ໂຄວິດ-19 ຈາກຫຼາຍນາໆຊາດແລະ ໂຄແວກສ໌ຕລອດເງິນຄຳດ້ວຍ ດັ່ງຫຼາຍກ່ວາ 15 ລ້ານດອນຈາກ ອອສເຕຼເລັຍພ້ອມກັບຢ່າ ອສຕຼຊີນີກາດ້ວຍ. ທັງງສອງນີ້ນັ້ນກໍຖຶກບໍຣິຈາກໃຫ້ໂດຍປະເທດຍີ່ປຸ່ນນຳ.

ສປປລາວ ສັກຢາ ຟາຍເຊີ ເຂັມສອງ

August 12, 2021 00:46 - 4 minutes - 9.62 MB

ສປປລາວ ພະຍາຍາມສັກຢາວັກຊີນ ໂຄວິດໃຫ້ກແກ່ພົລເມຶງລາວຢູ່ສເມີມາ ແຕ່ການກະທຳນັ້ນແມ່ນອາໄສການບໍຣິຈາກຕ່າງໆຈາກຕ່າງຜ່ານເທດແລະ ໂຄແວກສ໌. ໃນຫວ່າງນຶ່ງນີ້ ວຽງຈັນສັກຢາວັກຊີນຍີ່ຫໍ້ຟາຍເຊີເຂັມສອງແລ້ວ.

ຄົນໄທຍ໌ທີ່ຖຶກລາວຈັບບໍ່ຖຶກສັກຢາວັກຊີນ ໂຄວິດ-19 ໃຫ້

August 12, 2021 00:34 - 3 minutes - 9.13 MB

ກ່ອນນີ້ມີຂ່າວຊ່າກັນວ່າຄົນໄທຍ໌ຈຸນຶ່ງຫຼົງປ່າລ່ວງເຂົ້າໄປໃນເຂດແດນ ສປປລາວ ແລ້ວຖຶກຈັບກັກໂຕໄວ້. ນີ້ມີຈິງແຕ່ບໍ່ມີການສັກຢຸກສັກຢາໃດໆໃຫ້ທັງສິ້ນແລະຍັງຖຶກກັກໂຕໄວ້ຢູ່.

ດ້ວຍເຫດໃດແລະຈະເຮັດແນວໃດເພື່ອເຂົ້າຮ່ວມການສຳຫຼວດສັມໂນຄົວອອສເຼຕເລັຍ 2021?

August 12, 2021 00:19 - 8 minutes - 20.2 MB

ການສຳຫຼວດສຳມະໂນຄົວອອສເຕຼເລັຍກະຊິດໃກ້ເຂົ້າມາຢູ່ເລື້ອຍໆ ທີ່ໃນຄືນວັນທີ່ໃນວັນທີ່ 10 ສິງຫາ 2021 ເຮົາຕ້ອງປະກອບໃບ ການສຳຫຼວດນັ້ນ. ດ້ວຍເກດໃດ? ແລະເຮົາຈະປະກອບມັນແບບໃດກັນ?

ຄວາມສ່ຽວກັບກິຈການຊື່ດຽວນີ້ຈ່າຍນຳຫຼັງ

August 11, 2021 23:52 - 6 minutes - 9.04 MB

ກິຈການ "ຊື້ດຽວນີ້ ຈ່ານຈຳຫຼັງ" ຍິ່ງໆຂຶ້ນກັບກາຍເປັນສິ່ງທີ່ຖຶກນະຍົມຊົມຊອບ ສຳຮັບຄົນທີ່ເຄື່ອງຊື້ຂອງຕ່າງໆ ທີ່ຕົກເປັນມູນຄ່າທັງໜົດທີ່ທະວີສູງຂຶ້ນເກີນກ່ວາ ຸ5,600 ລ້ານດອນລາໃນປີ 2018-19. ແຕ່ມີຄວາມເປັນຫ່ວງເປັນຍັຍວ່າກິຈການດັ່ງກ່ວາເຮັດໃຫ້ຜູ້ທີ່ໃຊ້ສອຍມັນຊື້ສິ່ງ ຂອງຕ່າງໆກັບກາຍເປັນຄົນເປັນຄວບຄຸມໜີ້ສິນຂອງພວກຂະເຈົ້າບໍ່ໄດ້ແ້ວລຕົກ ໄປຢູ່ໃນຄວາມຍາກຊາໃນດ້ານການເງິນ.

ຊອກວຽກທີ່ເໜາະສົມກັບຄວາມສ່ຽວຊານແລະສາມາດຂອງທ່ານ

August 11, 2021 23:34 - 9 minutes - 13.1 MB

ໜັງສືລາຍງານອັນນຶ່ງບອກໃຫ້ຮູ້ວ່ານຶ່ງຄົນຈາກສີ່ຄົນທີ່ເປັນຄົນມາຢູ່ອອສເຕຼເລັຍ ເຮັດວຽກໃນໜ້າທີ່ການທີ່ຕ່ຳຕ້ອຍກ່ວາຄວາມສຳນິສຳນານແລະສາມາດຂອງພວກ ຂະເຈົ້າ. ນີ້ເຮັດໃຫ້ເສຖກິດອອສເຕຼເສັຍຫາຍຫຼາຍຮ້ອຍລ້ານດອນລາຕໍ່ປີໃນຖານຄ່າແຮງງານ ປະຈຳປີ. ເຮັດແນວໃດຄົນຕ່າງປະເທດທີ່ມາຢູ່ອອສເຕຼເລັຍຈະຊອກວຽກການງານອັນເໜາະສົມ ສຳຮັບຄວາມສາມາດແລະປະກາດສະນະຍະບັດພວກຂະເຈົ້າໄດ້?

ຂ່າວສຳຮັບຣະຍະ 07-8-21

August 11, 2021 23:17 - 10 minutes - 14.8 MB

ສຳຮັບຣະຍະ 07-8-21 ມີຂ່າວຄາວຫຍັງແດ່ທີ່ຄວນຊາບ?

ອັບເດດ ໂຄວິດ-19 : ທຳເວີກທ໌ ນວີຊາວທ໌ແວນລ໌ ລ໋ອກດາວ ເມື່ອການຕ້ອງຫ້າມໃນຊົນນະບົດວິກຕໍເຣັຍຜ່ອນຜັນລົງ

August 09, 2021 05:59 - 4 minutes - 10.5 MB

ການປົກຄອງຕ່າງໆແລະຂ່າວສານທີ່ໄວ້ວາງໃຈນຳໄດ້ພະຍາຍາມ ປັບໃຫ້ທັນການກ່ຽວກັບ ໂຄວິດ-19 ຢູ່ສເມີມາ ແຕ່ສ່ວນໃຫຍ່ ແມ່ນເປັນພາສາອັງກິດ. ຕໍ່ໄປນີ້ແມ່ນກ່ຽວກັບອັບເດດກ່ຽວກັບໂຄວິດຂັ້ນຫຼ້າສຸດຂອງ ຫວ່າງນຶ່ງນີ້ເປັນພາສາລາວ.

ອັບເດດ ໂຄວິດ-19​ : ທາງການນີວຊາວທ໌ແວນລ໌ຮຽກຮ້ອງໃຫ້ຄົນທັງຫຼາຍໄປໃຫ້ສັກຢາວັກຊີນໂຄວິດຍ້ອນຈຳນວນເປັນໂຄວິດທະວີຂຶ້ນ.

August 07, 2021 05:36 - 4 minutes - 9.83 MB

ຄິດວ່າສະຖານະການ ໂຄວິດ-19 ໃນອອສເຕຼເລັຍຈະໄຄຂຶ້ນ ມາກມານ ແຕ່ແລ້ວມັນບໍ່ເປັນດັ່ງນັ້ນເພາະມັນຍັງອາຣະວາດ ແລະສັງຫານຫຼາຍຜູ້ຫຼາຍຄົນໄດ້ຢູ່ຕໍ່ໄປ. ໃນນີ້ແມ່ນການປັບໃຫ້ທັນການກ່ຽວກັບ ໂຄວິດ-19 ຂອງຮວດ 07-8-21.

ວິກຕໍເຣັຍລ໋ອກດາວເປັນຄັ້ງທີເຈັດ 7 ມື້.

August 06, 2021 07:18 - 2 minutes - 4.87 MB

ຍ້ອນສະຖານະການທີ່ໃນວິກຕໍເຣັຍມີຄົນເປັນ ແດນຕາ ໃໜ່ ທີ່ເປັນ ກໍຣະນີທ່ີ່ຢ້ານກົວນຳ ບັດນີ້ ວິກຕໍເຣັຍຖຶກລ໋ອກດາວໄວ້ແລ້ວເຈັດມື້ ໂດຍມີຂໍ້ຕ້ອງຫ້າມອັນເຄັ່ງຄັດແທ້ໆຫຼາຍຢ່າງ.

ອັບເດດ ໂຄວິ-19 : ທາງການນີວຊາວທ໌ແວນລ໌ຮຽກຮ້ອງໃຫ້ຄົນທັງຫຼາຍໄປໃຫ້ສັກຢາວັກຊີນໂຄວິດຍ້ອນຈຳນວນເປັນໂຄວິດທະວີຂຶ້ນ.

August 06, 2021 06:26 - 4 minutes - 10.6 MB

ໂຄວິດ-19 ແດນຕາ ຍັງແຜງລິດເດດຢູ່ຕໍ່ໄປ ໂດຍສະເພາະໃນນີວຊາວທ໌ແວນລ໌ ຄວີນສ໌ແລນດ໌ ແລະວິກຕໍເຣັຍ ຈົນວ່າມີລໍ່ອກດາວກັນຢູ່. ໂຄວິດ-19 ມັນບໍ່ທໍ້ຖອຍເທື່ອແລະທາງການຮຽກຮ້ອງໃຫ້ສາທາຣະນະຊົນທັງ ຫຼາຍຈົ່ງພາກັນໄປໃຫ້ຊີດຢາວັກຊີນ ໂຄວິດ-19.

ຂ່າວສຳຮັບຣະຍະ 02-8-21

August 05, 2021 10:29 - 11 minutes - 27.1 MB

ໃນນີ້ມີຂ່າວຄາວມາກມາຍທີ່ທ່ານຄວນຟັງສຳຮັບຣະຍະ 08-6-21.

ຂ່າວສຳຮັບຣະຍະ 31-7-21

August 05, 2021 10:21 - 11 minutes - 26.1 MB

ໃນຣະຍະ 31-7-21 ມີຂ່າວຄາວທີ່ທ່ານຄວນຊາບ. ເຊີນກົດຟັງ.

ສປຈີນ ປ່ຽນເວລາການປ່ອຍນ້ຳຂອງຈາກເຂື່ອນໄຟຟ້າ ສິງຫົງ.

August 05, 2021 07:44 - 4 minutes - 10.8 MB

ໃນຫວ່າງກ່ອນນີ້ ສປຈີນ ແຈ້ງບອກປະເທດໄທຍ໌ວ່າຈະປ່ອຍນ້ຳຂອງອອກຈາກ ເຂື່ອນໄຟຟ້ານ້ຳຕົກແຮງສູງ ສິງຫົງ ແຕ່ບັດນີ້ສຳຜັດບອກວ່າການປ່ອຍນ້ຳນັ້ນ ຖຶກເລື່ອນໄປມື້ໃໜ່ເວລາໃໜ່ຍ້ອຍເຫດຜົນໃນດ້ານເຕັກຕິກ ແຕ່ບໍ່ບອກວ່າແມ່ນ ຍ້ອນຫຍັງແທ້ໃຫ້ຮູ້ນຳ.

ມຸກດາຫານ ບໍຣິຈາກອຸປກອນການແພດແກ່ ສວັນນະເຂດ.

August 05, 2021 07:32 - 4 minutes - 9.77 MB

ຈັ່ງວັດມຸກດາຫານແລະແຂງສວັນນະເຂດ ແຕ່ໃດໆມາ ເປັນແດນແດນ ບ້ານພີ່ເມືອງນ້ອງກັນທັງກໍມີວັທນະທັມປະເພນີເກືອບຈະຄ້າຍກັນທຸກຢ່າງ. ໃນບໍ່ນານແລ້ວມີມຸດກາຫານໄດ້ມອບອຸປກອນການແພດບໍ່ຕ່ຳກ່ວາ 30 ຢ່າງ ແກ່ສວັນນະເຂດເພື່ອນຳໄປໃຊ້ໃນການປິ່ນປົວແລະຕ້ານທານ ໂຄວິດບ19.

ສອງແຂວງພາກໃຕ້ລາວສ້າງຄຼີນິກແລະສູນກັກໂຄວິດເພີ້ມ.

August 05, 2021 07:18 - 6 minutes - 13.9 MB

ໃນ ສປປລາວ ມີຄົນເປັນ ແດນຕາ ຫຼາຍຂຶ້ນຍ້ອນຄົນລາວທີ່ກັບບ້ານມາ ຈາກປະເທດບ້ານໃກ້ເຮືອນຄຽງ. ນີ້ເປັນພັຍສຳຮັບຄົນໃນລາວ. ບັດນີ້ແຂວງສວັນນະເຂດແລະຈຳປາສັກສ້າງເພີ້ມຄີນິກແລະສູນກັກຄົນທີ່ ກັບສູ່ ສປປລາວ ນັ້ນເພ່ື່ອສະກັດກັ້ນພັຍນັ້ນແລ້ວ..

ບົດອ່ານອັບເດດ ໂຄວິດ-19 ສຳຮັບ 05-8-21.

August 05, 2021 06:58 - 4 minutes - 9.93 MB

ວິກິດ ໂຄວິດ-19 ແດນຕາ ຍັງຮ້ອນວົນທົ່ວອອສເຕຼເລັຍຢູ່ຕໍ່ໄປ. ນີ້ແມ່ນບົດອ່ານອັບເດດສຳຮັບມື້ວັນທີ 05ຫຼ8-21. ສຳຮັບລາຍຣະອຽດຫາອ່ານໄດ່ໃນຫົວຂໍ້ເຮື່ອງ ອັບເດດ ໂຄວິດ-19: ນີວຊາວທ໌ແວນລ໌ປະກາດລ໋ອກດາວໃສ່ ຮັນເຕີ ວານເລ.

ຄົນທັມດາຟ້ອງຮ້ອງເອົາສັນຊາດອອສເຕຼເລັຍຄືນສຳເຮັດແລະໄດ້ຄ່າຊົດເຊີຍພ້ອມ.

August 05, 2021 04:30 - 7 minutes - 10 MB

ຊາຍຄົນນຶ່ງໃຊ້ເວລາເຖິງຫ້າປີຟ້ອງຮ້ອງກະຊວງພາຍໃນອອສເຕຼເລັຍ ຂຶ້ນສານກົດໜາຍເພື່ອເອົາສັນຊາດອອສເຕຼເລັຍຂອງຕົນຄືນສຳເຣັດ. ນອກນັ້ນຜູ້ກ່ຽວກໍໍໄດ້ຄ່າຊົດເຊືອຍມາມາຍດ້ວຍແຕ່ກະຊວງດັ່ງບໍ່ຍອມ ກ່າວວ່າ "ຊໍຣີ".

ບາງເຂດຂອງຣັດຄີວນສ໌ແລນດ໌ກ້າວເຂົ້າສູລ໋ອກດາວ 3 ມື້.

August 05, 2021 04:18 - 8 minutes - 11.4 MB

ພາກໃຕ້ສ່ຽງຕາເວັນອອກຂອງຣັດຄີວນສ໌ແລນດ໌ ລ໋ອກດາວຢ່າງກະທັນຫັນ ສາມສື້ແລ້ວຍ້ອນ ໂຄວິດ-19 ສາຍພັນ ແດນຕາ ອາຣະວາດ. ລ໋ອກດາວນັ້ນກວມເອົາເຈັດຂົງເຂດເທດສະບານ ຍ້ອນມີການກວດ ເຫັນຄົນເປັນ ແດຕາ ໃນທ້ອງຖິ່ນເອງຫົກຄົນ.

ທາງການໄທຍ໌ເຕືອນໃຫ້ຣະວັງນ້ຳຈາກເຂື່ອນສິງຫົງຈີນຈະຖ້ວມ.

August 05, 2021 04:02 - 4 minutes - 10.6 MB

ໃນແມ່ນ້ຳຂອງໃນເຂດນ້ຳແດນດິນ ສປຈີນ ມີເຂື່ອຕ່າງໆມາກມາຍ. ຈາກເຂື່ອນດັ່ງກ່ວານັ້ນມີການປ່ອຍນ້ຳອອກ ຖິ້ມ ແຕ່ນີ້ສ້າງບັນຫາ ແກ່ປະເທດຕ່າງໆໃນແມ່ນ້ຳຂອງພາກລຸ່ມ. ໃນຫວ່າງນຶ່ງນີ້ທາງການໄທຍ໌ແຈ່ງບອກແປດຈັງວັດແມ່ນ້ຳຂອງໃຫ້ ຣະວັງນ້ຳຈະຖ້ວມຈາກເຂຶ່ອນສິງຫົງຈີນຈະປ່ອຍນ້ຳຖິ້ມ.

ມຸກດາຫານໃຫ້ທີ່ພັກເຊົາຊົ່ວຄາວແກ່ແຮງານລາວທີ່ຄາຢູ່ຊາຍແດນ

August 05, 2021 03:11 - 6 minutes - 13.8 MB

ຍ້ອນວິດ ໂຄວິ-19 ຮ້າຍແຮງແຮງງານລາວໃນໄທຍ໌ກັບປະເທດ ສປປລາວ ມາກມາຍ. ບາງຈຸຄາຢູ່ໃນຊາຍແດນແຂວງສວັນນະເຂດ-ຈັ່ງວັດມຸກດາຫານຍອນໄປຮອດຊາຍແດນ ນັ້ນນອກເວລາຣາຊການ. ນີ້ພາໃຫ້ມຸກດາຫານສ້າງທີ່ພັກເຊົາຊົ່ວຄາວຊົດຊ່ວຍໃຫ້ພວກຂະເຈົ້າມີທີ່ພັກເຊົາເພື່ອຈະກັບ ບ້ານໃນມື້ຕໍ່ໄປ.

ສປຈີນ-ສປປລາວ ຮ່ວມມືກັນຫຼຸດຜ່ອນການປັ່ນຄວັນ ແກສ໌ຊີໂອທູ ແທ້ບໍ່?

August 05, 2021 02:50 - 5 minutes - 13.1 MB

zໂລກມະນຸດພະຍາມຫຼຸດຜ່ອນກັນປັ່ນຄວັນ ຊີໂອທູ ລົງມາກມາຍເພື່ອ ປົວແປງອາການຮ້ອນຂຶ້ນເມື່ອໜ້າຢູ່. ສປຈີນ-ສປປລາວ ີມໂຄງການອັນນຶ່ງບໍຣິຈາກຣົດໄຟຟ້າແກ່ທາງການ ລາວເພື່ອນຳໃຊເພື່ອເປັນການຫຼຸດຜ່ານແກສນັ້ນ.

ຄະນະຣັຖບານອອສເຕຼເລັຍຕົກລົງກັນເອົາເປົ້າການສັກຢາວັກຊີນ ໂຄວິດ-19 ແຫ່ງຊາດແລ້ວ.

August 05, 2021 02:33 - 7 minutes - 10.7 MB

ຄະນະຣັຖບານອອສເຕຼເລັຍຕົງລົງກັນໃນດ້ານແນວຄິດຮັບເອົາເປົ້າຂອງການ ສັກຢາວັກຊີນ ໂຄວິດ-19 ສຳຮັບປະເທດຊາດບ້ານເມືອງອອສເຕຼເລັຍແລ້ວ ເມື່ອທີ່ຣັດນີວຊາວທ໌ແວນລ໌ທີ່ຖຶກລ໋ອກດາວຢູ່ຍັງມີຄົນເປັນໂຄວິດຫຼາຍຂຶ້ນຕື່ມຢູ່.

ນັກທ່ອງທ່ຽວເພື່ອຢາວັກຊີນໄປສະຫະຣັດເພື່ອໃຫ້ຖຶກສັກຢາວັກຊີນໂຄວິດໃຫ້.

August 05, 2021 02:04 - 7 minutes - 10.8 MB

ການມີຢາວັກຊີນ ໂຄວິດ-19 ແລະການສັກຢາດ່ັງກ່າວໃຫ້ປວງຊົນໃນແຕ່ລະ ປະເທດໃນໂລກນີ້ບໍ່ສເມີພາບກັນແລະແຕກຕ່າງກັນມາກມາຍ. ໃນເວລານີ້ຫຼາຍແຫ່ງຫົນຂອງໂລກນີ້ຂາດເຂີນຢາວັກຊີນນັ້ນຢູ່ແລະມີການລ້າຊ້າ ໃນການສັກມັນໃຫ້ແກ່ສາທາຣະນະຊົນ ເຊັ່ນໃນຫຼາຍປະເທດໃນທະວີບອາຟຼິກາ ແລະອາຊີຕລອດເຖິງອາຊີຕາເວັນອອກສ່ຽງໃຕ້ດ້ວຍ. ຫຼາຍຄົນບິນໄປສະຫະຣັດອະເມຣິເພ່ື່ອຈະຖຶກສັກຢ່ວັກຊີນ ໂຄວິດ-19 ດັ່ງໃຈ ປາຖາໃຫ້.

ຜູ້ນຳຕ່າງໆຂັ້ນໂລກຮຽກຮ້ອງໃຫ້ທຸກຄົນໄປໃຫ້ສັກຢາວັກຊີນກັນ ໂຄວິດ-19.

August 04, 2021 23:55 - 11 minutes - 15.2 MB

ເມື່ອໂລກທັງໂລກກຳລັງຟ້າວຫຼີກລຽງ ໂຄວິດ-19 ຮອບສາມຍ້ອນສາຍພັນ ແດນຕາ ຢູ່ ມັນກໍມີນາໆສາເຫດທີ່ຊ່ອງດຶງການສັກຢານັ້ນໄວ້ໂດຍນາໆວິທີການ. ບັດນີ້ຜູ້ນຳຕ່າງໆຂັ້ນໂລກກຳລັງຮຽກຮ້ອງໃຫ້ສາທາຣະນະຊົນຈົ່ງໄປໃຫ້ສັກຢາວັກ ຊີນ ໂຄວິດບ19 ເພາະມອງໄກແລ້ວຄົງເຫັນວ່າວັກຊີນກັນໂຄວິດຄືທາງອອກໃຫ້ ພົ້ນຈາກວິກິດ ໂຄວິດ-19.

ໂຄວິດ-19 ຣາປິດ ແອນຕີແຊນ ເຕສຕ໌ ແມ່ນຫຍັງ :​ ອອສເຕຼເລັຍຄວນນຳມັນມາໃຊ້ບໍ່?

August 04, 2021 23:39 - 5 minutes - 6.9 MB

ຂົງແຄ້ວນຊິດນີຍັງຖຶກລ໋ອກດາວຢູ່ຕໍ່ໄປຍ້ອນການບູດຣຸກຂອງ ໂຄວິດ-19 ຍັງບໍ່ຍອມທໍ້ຖ້ອຍ. ໃນການຕໍ່ສູ້ ໂຄວິດ-19 ບັດນີ້ມີສິ່ນຶ່ງທີ່ຮຽກວ່າ ຣາປິດ ແອນຕີແຊນ ເຕສຕ໌. ມັນແມ່ນຫຍັງແລະຄວນນຳມັນມາໃຊ້ໃນອອສເຕຼເລັຍຫຼືບໍ່?

ຊຸມຊົນລາວຊົດຊ່ວຍຣັດ ນີວຊາວທ໌ແວນລ໌ ສັກຢາປ້ອງກັນ ໂຄວິດ-19

August 04, 2021 23:07 - 13 minutes - 30.1 MB

ໂຄວິດ-19 ຍັງດຸໜັ່ນໃນການບຸກຣຸກຣັດນີວຊາວທ໌ແວນລ໌ຢູ່ແລະ ຣັຖບານຣັດນີວຊາວໆ໌ແວນລ໌ກໍບໍ່ຫຼົດລະໃນການພະຍາຍາມສັກຢາ ວັກຊີນປ້ອງກັນພະຍາດດັ່ງກ່ຽວໃຫ້ແກສາທາຣະນະຊົນ. ເຂດເທດສະບານ ແຟຟຽນດ໌ ເປັນແຫ່ງນຶງຂອງຂົງແຄ້ວນ ຊິດນີທີຖຶກລ໋ອກດາວຢ່າງແຮງຍ້ອນມີຄົນເປັນ ໂຄວິດ-19 ຫຼາຍ. ໃນເທດສະບານນັ້ນແລະເຂດໃກ້ຄຽງມີຄົນເລືອດລາວຢູ່ກິນ ມາກມາຍແລະມີສູນກາງວັທນະທຳລາວດ້ວຍ. ໃນຫວ່າງນຶ່ງນີ້ ໂດຍການຊ່ວຍເຫຼືອຂອງສະມາຄົມ ສສຊລ ສູນກາງວັທນະທຳຂອງສະມາຄົມສົ່ງເສີມຊຸມ ຊົນຊາວລາວໃນຣັດນີວຊາວທ໌ແວນລ໌ (ສສຊລ) ນັ້ນຖຶກຈັດ ເປັນສູນກາງອັນນຶ່ງຂອງກະຊວງສາທາຣະນະສຸກນີວຊາວທ໌ ແວນ...

ປັບໃຫ້ທັນການ ໂຄວິດ-19​: ທາງການນີວຊາວທ໌ແວນລ໌ແລະ ຄີວນສ໌ແລນດ໌ຮຽກຮ້ອງໃຫ້ຢູ່ເຮືອນ.

August 03, 2021 06:28 - 4 minutes - 9.7 MB

ໂຄວິດ-19 ໃນອອສເຕຼເລັຍ ມັນຍັງດື້ດ້ານບຸກເມືອໜ້າຢູ່. ບັດນີ້ມີຄາດຄະເນວ່າຈະສັກຢາວັກຊີນ ໂຄວິດ-19 ໄດ້ຫຼາຍຂຶ້ນ ໃນນີວຊາວທ໌ແວນລ໌. ຄີວນສ໌ແລນດ໌ມີຄົນເປັນພະຍາດດັ່ງກ່າວຫຼາຍຂຶ້ນຕື່ມເປັນ 47 ຄົນແລ້ວບັດນີ້. ໂຄວິດ-19 ໃນຣັດວິກຕໍເຣັຍມັນກໍສາມາດດັກເຮັດໃຫ້ອີກສີ່ຄົນ ເປັນມັນດ້ວຍ. ປາກົດວ່າສະຖະນະການຍັງບໍ່ໃຫ້ຄວາມປອດພັຍໄດ້ເທ່ືອ.

ອັບເດດ ໂຄວິດ-19​ : ນີວຊາວທ໌ແວນລ໌ນຳກອງທັບມາປະຈຳການ, ຄີວນສ໌ແລນດ໌ຕໍ່ອອກລ໋ອກດາວຂອງຕົນ

August 02, 2021 05:58 - 8 minutes - 11.4 MB

ປານໃດ ໂຄວິດ-19 ຈະໜີ? ມັນຍັງອາຣະວາດອອສເຕຼເລັຍຢູູ່. ສິ່ງທ່ານຈະໄດ້ຍິນຕໍ່ໄປນີ້ ແມ່ນການອ່ານບົດຂຽນ "ອັບເດດ ໂຄວິດ-19 : ນີວຊາວທ໌ແວນລ໌ນຳກອງທັບມາປະຈຳການ, ຄີວນສ໌ແລນດ໌ຕໍ່ອອກລ໋ອກດາວຂອງຕົນ" ທີ່ທ່ານກົດເບີ່ງ ກົດເອົາລາຍຣະອຽດໄດ້.

ອັບເດດ ໂຄວິດ-19​:​ຄີວນສ໌ແລນດ໌ມີຄົນເປັນ ໂຄວິດ-19 ໃໜ່ຫຼາຍສຸດ

August 01, 2021 09:32 - 4 minutes - 10.3 MB

ມື້ເກົ່າປ່ຽນໄປ ມື້ໃໜ່ມາແທນ ແຕ່ ໂຄວິດ-19 ຍັງດື້ດ້ານດັນທະວິຂຶ້ນຢູ່. ບັດນີ້ຣັດຄີວນສ໌ແລນດ໌ມີຄົນເປັນ ແດນຕາ ຫຼາຍຂຶ້ນທີ່ສຸດຂອງການທະ ວີຂຶ້ນໃນຣັດດັ່ງກ່າວ. ວິກຕໍເຣັຍກໍເປັນອີກ 18 ລາຍ. ດີແດ່ແມ່ນມີຄົນມາກມາຍຂຶ້ນທີ່ຖຶກສັກຢາວັກຊີນ ໂຄວິດ-19 ເຂັມທີ ນຶ່ງໃຫ້ແລ້ວ.

ອັບເດດ ໂຄວິດ-19​: ສອງສ່ວນສາມຂອງກໍຣະນີເປັນ ໂຄວິດ-19 ໃນນີວຊາວແວນລ໌ມີອາຍຸອ່ອນກ່ວາ 40.

July 31, 2021 09:20 - 3 minutes - 7.96 MB

ໂຄວິດ-19 ຍັງບໍ່ທໍ້ຖອຍໃນການບຸກໜຸກອອສເຕຼເລັຍໂດຍສະເພາະຣັດນີວຊາວແວນລ໌ ແລະທາງການສາທະຣະນະສຸກກໍພະຍາມຮັບມືແລະຕໍ່ສູ້ກວາດລ້າງມັນສຸດຢຽດຢູ່. ອັບເດດຕໍ່ໄປນີ້ເປັນສິ່ງສຳຄັນທີ່ຈະຮູ້ແລະຕິດຕາມ.

ອັບເດດ ໂຄວິດ-19​: ນາຍົກນີວຊາວແວນລ໌ຮຽກຮ້ອງໃຫ້ກຳໜົດການພົວພັນກັນ

July 30, 2021 07:42 - 3 minutes - 8.69 MB

ບັນຫາກ່ຽວກັບ ໂຄວິດ-19 ຍັງມີຢູ່ໃນອອສເຕຼເລັຍທັງກໍມີການຕ້ອງຫ້າມຕ່າງໆນຳ. ອັບເດດກ່ຽວກັບ ໂຄວິດ-19 ເປັນຂໍ້ມູນແລະຂ່າວຄາວທີ່ສຳຄັນແລະຄວນຮູ້ຄວນຊາບ ໃຫ້ທັນເວລານາທີ. ໃນບົດອ່ານນີ້ແມ່ນອັບເດດ ໂຄວິດ-19 ຮວດ 30-7-21. ສ່ວນລາຍຣະອຽດທີ່ຄົນຄົ້ນຫາຂໍ້ມູນຕ່າງໆໄດ້ແມ່ນຕ້ອງທ່ານເອົາໃນຫົວຂໍ້ "ອັບເດດ ໂຄວິດ-19: ນາຍົກນີວຊາວແວນລ໌ຮຽກຮ້ອງໃຫ້ກຳໜົດການພົວພັນກັນ".

ບຸນເຂົ້າພັນສາລາວ 2021 ງຽບເຫົງາ

July 30, 2021 00:57 - 6 minutes - 13.7 MB

ບຸນເຂົ້າພັນສາລາວເປັນບຸນອັນນຶ່ງທີ່ສຳຄັນໃນດ້ານສານາແລະສຳຮັບ ສ່ວນໃຫຍ່ຂອງຄົນລາວທົ່ວໄປ. ໃນແຕ່ຣະປີ ໃນແຜ່ນດິນລາວມີບຸນເຂົ້າພັນສາຢ່າງມີຊີວິດຊີວາ ແຕ່ປີນີ້ ບຸນນັ້ນງຽບເຫົງາ. ຍ້ອນຫັຍງ?

ເຂື່ອນນ້ຳອູ 1 ປ່ອຍນ້ຳຖິ້ມ

July 30, 2021 00:36 - 7 minutes - 16.1 MB

ສປປລາວ ມີເຄື່ອນໄຟຟ້ານ້ຳຕົກແຮງສູງມາກມາກທັງກໍມີອັນອື່ນໆ ທີ່ເປັນເຂື່ອນຂັ້ນກາງແລະນ້ອຍນຳ ແລະເຂື່ອນໃນ ສປປລາວ ຫຼາຍອັນ ແຕກພັງມາແລ້ວ ທີ່ຮ້າຍແຮງສຸດແມ່ນຝາເຂື່ອນເຊປຽນ-ເຊນ້ຳນ້ອຍ ແຕກຈົນວ່າຈິບຫາຍນາໆສິ່ງນາໆຢ່າງແລະນາໆຊີວິດແລະຈິດໃຈ. ໃນຫວ່າງນຶ່ງນີ້ເຂື່ອນນ້ຳອູ 1 ຕືນຈະປ່ອຍນ້ຳຍ້ອນຟ້າຝົນຕົກນັກໃນ ພາກເໜືອ ສປປລາວ.

ແດນຕາ ຈັບແໜ້ນໃນ ສປປລາວ

July 30, 2021 00:17 - 6 minutes - 14.6 MB

ສປປລາວ ຍັງເປັນແຫ່ງໃນທີ່ຖືໄດ້ວ່າມີຄົນເປັນ ໂຄວິດ-19 ໜ້ອຍຢູ່. ແຕ່ນີ້ມີແນວໂນ້ມທີ່ເປັນຄ້າຍກັບວ່າຄົງບໍ່ເປັນດັ່ງນັ້ນອິກແລ້ວແລະກະ ທັ້ງທີ່ມີຫຼາຍປະເທດເອົາຢາວັກຊີນກັນ ໂຄວິດ-19 ມາໃຫ້ຟຼີໆຫຼາຍແທ້ໆ ກໍຕາມ. ໃນຫວ່າງບໍ່ນານແລ້ວຈຳນວນຄົນເປັນ ໂຄວິດ-19 ໃໜ໋ໃນລາວສຳ ຮັບແຕ່ຣະມື້ມີເຖິງມາກມາຍທີ່ສຸດເຖິງ 254 ຄົນ ແລະຈຳນວນຄົນຕາຍ ກໍມີຫຼາຍຂຶ້ນໄປນຳ.

ຈັ່ງວັດໜອງຄາຍຕຽມໂຕໃສ່ຣົດໄຟຄວາມໄວສູງຈີນ-ລາວ.

July 30, 2021 00:01 - 5 minutes - 11.5 MB

ໃນອີກບໍ່ເທົາໃດໂຄງການຣົດໄຟຄວາມໄວສູງຈີນ-ລາວກໍຈະເປີດຂຶ້ນເປັນທາງການແລ້ວ. ນັ້ນຈະມີພະລັງວັງຊາມາກມາຍຕໍ່ຊີວິດຊີວາແລະເສຖກິດຂອງຈັ່ງວັດໜອງຄາຍ. ດ້ວຍເຫດນີ້ເອງໜອງຄາຍກຳລັງຕຽມເນື້ອຕຽມໂຕໃສ່່ໂຄງການຣົດໄຟນັ້ນຢູ່.

ນາຍົກ ສປປລາວ ຮຽກຮ້ອງໃຫ້ແຮງງານລາວຈົ່ງກັບບ້ານຢ່າງຖຶກຕ້ອງ

July 30, 2021 00:00 - 6 minutes - 16 MB

ໃນໄທຍ໌ມີແຮງງານລາວນັບເປັນຫຼາຍແສນຄັນບໍ່ວ່າເປັນລ້ານ. ພວກດັ່ງກ່າວປະກອບດ້ວຍພວກທີ່ຖຶກຕ້ອງຕາມກົດໜາຍແລະຜິດກົດໜາຽ. ໂຄວິດ-19 ໃນໄທຍ໌ດັນໃຫ້ພວກຂະເຈົ້າຕ້ອງກັບສູ່ບ້ານໃນ ສປປລາວ ໂດຍນາໆ ວິທີການ. ນີ້ພາໃຫ້ທາງການລາວມີບັນຫາໜັກຢູ່ ຈົນນາຍົກປະໂລອອກມາສົ່ງສຽງດັງກ້ອງ ຂໍໃຫ້ທຸກໆຄົນນັ້ນຈົ່ງກັບບ້ານຢ່າງຖຶກຕ້ອງຕາມກົດໜາຍ.

ສປປລາວ ຕໍ່ລ໋ອກດາວອອກຮອດ 3 ສິງຫາ 2021.

July 30, 2021 00:00 - 8 minutes - 18.8 MB

ສປປລາວ ລ໋ອກດາວມາແລ້ວດົນນານເຕີບແຕ່ບັດນີ້ສຳຜັດຕໍ່ລ໋ອກດາວ ຄັ້ງຫຼ້າສຸດອອກເິຖງ ໂ ສິງຫາ 2021. ນີ້ບອກໃຫ້ຮູ້ວ່າສະຖານະການນະພາບ ໂຄວິດ-19 ໃນລາວລາວຍັງບໍ່ປົກ ກະຕິໄດ້ເທື່ອ.

ອັບເດດ ໂຄວິດ-19​ : ມີຄົນເປັນ ໂຄວິດ-19 ຫຼາຍເປັນປະຫວັດການແລະມີການຕ້ອງຫ້າມເຄັ່ງຄັດກ່ວາ

July 29, 2021 05:55 - 4 minutes - 10.4 MB

ນີ້ແມ່ນບົດອ່ານກ່ຽວກັບການປັບໃຫ້ທັນການກ່ຽວັກບ ໂຄວິດ-19 ສຳຮັບ 29 ກໍຣະກະດາ 2021. ສຳຮັບລາຍຣະອຽດໃຫ້ເຂົ້າເບິງເຣື່ອງໃນຫົວຂໍອັນດຽວກັນຂອງໃນນີ້ ເພື່ອຄົ້ນຫາສິ່ງທີ່ຢາກຮູ້ຕື່ມ.

ໂຄໂຣນາໄວຣັສຈະບໍ່ຢຸດຍັ້ງການສຳຫຼວດສັມໂນຄົວ 2021 ໄດ້.

July 29, 2021 02:42 - 6 minutes - 8.54 MB

ການສຳຫຼວດສັມໂນຄົວອອສເຕຼເລັຍສົກປີ 2021 ກະຊິດໃກ້ເຂົ້າມາຢູ່ເລື້ອຍໆ ເມື່ອທີ່ ໂຄວິດ-19 ອາຣະວາດເຂດແດນຕ່າງໆຂອງແຜ່ນດິນອອສເຕຼເລັຍຢູ່ ແຕ່ມັນຈະບໍ່ເຮັດໃຫ້ແຜນການການສຳຫຼວດນັ້ນລ້າຊ້າລົງຫຼືຖຶກຢຸດຢັ້ງໄວ້ໄດ້. ຫ້ອງການສະຕິທິອອສເຕຼເລັຍເວົ້າວ່າຕົນມີຄວາມໜັ້ນໃຈວ່າຕົນມີວິທີການ ອັນຖຶກຕ້ອງໄວ້ແລ້ວເພື່ອຈະກະທຳການສຳຫຼວດສັມໂນຄົວອອສເຕຼເລັຍທີ່ ໃຫຍ່ໂຕທີ່ສຸດກະທັ້ງທີ່ມີ ໂຄວິດ-19 ຣະບາດຢູ່ແລະມີລ໋ອກດາວຕ່າງຢູ່ກໍຕາມ.

ນີວຊາວແວນລ໌ພິຈາຣະນາວ່າການທີ່ ໂຄວິດ-19 ແຜ່ທະວິຂຶ້ນ ເປັນເຫດການ "ສຸກເສີນແຫ່ງຊາດ".

July 29, 2021 02:22 - 10 minutes - 13.9 MB

ເຖິງປັດຈຸບັນນີ້ ນີວຊາວແວນລ໌ມີຄົນເປັນ ໂຄວິດ-19 ມາກມາຍທີ່ສຸດ ໂດຍມີລາຍນຶ່ງຕາຍຍ້ອນ. ບັດນີ້ນີວຊາວແວນລ໌ພິຈາຣະນາວ່າວິກິດທີ່ທະວີຂຶ້ນນັ້ນເປັນເຫດການ "ສຸກເສີນແຫ່ງຊາດ" ແລະຮຽກຮ້ອງໃຫ້ເອົາຢາວັກຊີນ ໂຄວິດ-19 ຍີ່ຫໍ້ ຟາຍເຊີ ຫຼາຍຕື່ມ ໃຫ້ຕົນໂດຍຮີບດ່ວນ.

ຂ່າວສຳຮັບຣະຍະ 26 ກໍຣະກະດາ 2021.

July 29, 2021 01:50 - 7 minutes - 10.9 MB

ຂ່າວຄາວທີ່ເປັນທີ່ສົນໃຈໃນຣະຍະ 26-5-21 ມີອັນໃດແດ່?

ເປັນຫຍັງ ແຟ່ຟຽນດ໌ ຖຶກກະທົບຢ່າງແຮງໂດຍ ໂຄວິດ-19?

July 29, 2021 01:37 - 5 minutes - 7.04 MB

ເທດສະບານ ແຟ່ຟຽນດ໌ ກັບກາຍເປັນທີ່ຖຶກໂຈະໂຈງໃສ່ຍ້ອນວິກິດ ການແຜ່ຣະບາດຄັ້ງຫຼ້າສຸດຂອງ ໂຄວິດ-19 ໃນຂົງແຄ້ວນຊິດນີ. ນັ້ນແມ່ຍ້ອນສາເຫດແນວໃດທີປະປ່ອຍໃຫ້ພະຍາດດັ່ງກ່າວຢຶດໜັ້ນ ຢູ່ຂົງເຂດແຟ່ຟຽນດ໌ໄດ້?

ແຮງງານຮູ້ສຶກຖຶກແຕະຕ້ອງໂດຍໂຄໂຣນາໄວຣັສ

July 29, 2021 01:18 - 4 minutes - 6.68 MB

ການຂົນຂວາຍໃໜ່ອັນນຶ່ງເຫັນວ່າພະນັງງານທັງຫຼາຍຮູ້ສຶກເຖິງຜົນສະທ້ອນ ໃນດ້ານປະສາດຂອງວິກິດ ໂຄວິດ-19 ອັນມີດ້ວຍຄວາມເຄັ່ງຕຶງກ່ຽວກັບ ການກັບຄືນໄປເຣັດວຽກໃນບ່ອນເຮັດວຽກເຮັດການ. ແຕກໍຮູ້ວ່າຫຼາຍຄົນມີຄວາມຫ່ວງໄຍກັບຜົນສະທ້ອນຂອງການກັບໄປເຮັດວຽກ ໃນບ່ອນເຣັດການຈະກະທົບກະແທກຊີວິດໃນບ້ານເຮືອນຂອງພວກຂະເຈົ້າດ້ວຍ.

ຄວາມຮູ້ສຶກຂອງຄີວນສ໌ແດນດ໌ກ່ຽວກັບການໄດ້ເປັນເຈົ້າພາບຈັດ ໂອແລມປິກ 2032.

July 29, 2021 00:58 - 6 minutes - 8.96 MB

ນະຄອນບິສເບນ, ຄີວນສ໌ແລນດ໌,ອອສເຕຼເລັຍໄດ້ເປັນເຈົ້າພາບຈັດ ການແຂ່ງຂັນກິລາໂອແລມປິກປີ 2032 ແລ້ວ. ນັ້ນເປັນຄັ້ງທີສາມທີ່ອອສເຕຼເລັຍໄດ້ຈັດກິຈກັມດັ່ງກ່າວແລະຖຶກກະ ຕວງວ່າມັນຈະເປັນການກະຕຸກກະຕຸ້ນໃຫ້ສູງຂຶ້ນເສຖກິດອອສເຕຼເລັຍ ແລະຄີວນສ໌ແລນດ໌ທີ່ມີຄວາມເສັຍໜັກຈາກວິກິດ ໂຄວິດ-19.

ຂ່າວສຳຮັບຣະຍະ 24 ກໍຣະກະດາ 2021

July 29, 2021 00:07 - 14 minutes - 20.6 MB

ໃນຣະຍະວັນທີ ຟ24 ກໍຣະກະດາ 2021 ມີຂ່າວຄາວຫຍັງແດເປັນທີ່ສົນໃຈ ທີ່ຄວນຊາບ? ຢ່າພາດກໍແລ້ວກັນ.