SBS Lao - SBS ພາ​ສາ​ລາວ artwork

SBS Lao - SBS ພາ​ສາ​ລາວ

1,465 episodes - Lao - Latest episode: 26 days ago - ★★★★ - 8 ratings

Independent news and stories from SBS Audio, connecting you to life in Australia and Lao-speaking Australians. - ຂ່າວທີ່ມີອິສຣະພາບແລະເຣື່ອງທີ່ເອົາທ່ານໃສ່ຊີວິດໃນອອສເຕຼເລັຍແລະຄົນອອສເຕຼລຽນທີປາກພາສລາວ.

News
Homepage Apple Podcasts Google Podcasts Overcast Castro Pocket Casts RSS feed

Episodes

ການລົງຄະແນນສຽງໃນການເລືອກຕັ້ງຂອງທ່ານ

May 05, 2022 08:50 - 4 minutes - 4.11 MB

ຊາວ ອອສເຕຣເລັຍ ປະມານ 17 ລ້ານ ຄົນທີ່ອາດຈະລົງຄະແນນ ສຽງ ໃນການເລືອກຕັ້ງທີ່ຈະມາເຖິງນີ້. ອົງການ AEC ກ່າວວ່າ ມັນເປັນສິດ ແລະ ຄວາຮັບຜິດຊອບ ຂອງ ປະຊາຊົນໃນການລົງຄະແນນສຽງ ແລະກໍາລັງຊຸກຍູ້ໃຫ້ທຸກຄົນ ອັບເດດລາຍລະອຽດສ່ວນຕົວຂອງຕົນ ກ່ອນການເລືອກຕັ້ງ ຂອງລັດຖະບານ.

ການລົງຄະແນນສຽງກ່ອນມື້ເລືອກຕັ້ງ

May 05, 2022 07:01 - 4 minutes - 3.7 MB

ການລົງຄະແນນສຽງກ່ອນມື້ເລືອກຕັ້ງ ຈະມີຜົນກະທົບ ຕໍ່ການຫາສຽງຂອງພັກການເມືອງຢ່າງໃດແດ່? ໝີໃຜແດ່ທີ່ສາມາດໃຊ້ບໍລິການນີ້?

ການເລືອກຕັ້ງແບບ “ບູລິມຸສິດ” (Preferential) ແມ່ນຫຍັງ?

May 05, 2022 05:04 - 4 minutes - 4.21 MB

ການເລືອກຕັ້ງແບບບຸລິມະສິດຂອງ ອອສເຕຣເລັຍນັ້ນ ແຕກຕ່າງກັນກັບລະບົບເລືອກຕັ້ງ ຂອງ ອະເມຣິກາ, ສຫະຣາຊອານາຈັກອັງກິດ ຫຼື ອິນເດັຍ. ຄຳອະທິບາຍຢ່າງສັງເຂບ:

ປີໃໝ່ລາວ 2022

May 05, 2022 00:49 - 7 minutes - 6.55 MB

ງານປີໃໝ່ປີນີ້ກໍໄດ້ຜ່ານໄປ ເຖິງແມ່ນວ່າ ຈະບໍ່ຄຶກຄື້ນ ດັ່ງຄວາມຕ້ອງການ ແຕ່ ການສືບຕໍ່ທາງສາສນາ ປະເພນີ ແລະວັທນະທັມກໍຍັງມີ ຢູ່ບໍ່ຂາດສຳຣັບຄົນລາວທຸກຄົນໃນ ອອສເຕຣເລັຍ. ໆາງຊຸມຊົນລາວຕ່າງກໍພາກັນຫວັງວ່າ ປີໜ້າ ບຸນປີໃໝ່ລາວຈະກັບມາ ເປັນຄືຫຼາຍປີກ່ອນໆ ໂດຍບໍ່ມີ ໂຄວິດ ມາເປັນອຸປສັກອີກ.

ນາງໜໍລາວໃນການຕໍ່ສູ້ ໂຄວິດ-19 ໃນ ແມນລ໌ເບີນ

September 09, 2021 04:15 - 8 minutes - 19.1 MB

ສຳພາດຍານາງ ສຸທິດາ ຄຳມີ ກັນຫາລີຄຳ. ການເປັນໜໍເປັນແພດແລະຜູ້ຊ່ວຍວິຊາອາຊີບດັ່ງກ່າວບໍ່ແມ່ນຂອງງາຍດາຍ ທັງອາດພາໃຫ້ເຈັບຢ່ວຍຕາຍຍ້ອນໄດ້ດ້ວຍ ໂດຍສະເພາະກ່ຽວກັນພະຍາໂຄວິດ- ຢຈທີກຳລັງອາຣະວາດຢ່ງບໍ່ເລືອໜ້າໃຜແລະຊັ້ນວັນນະ. ການສຳພາດນັ້ນຈະນຳພາໃຫ້ເຫັນບາງສະພາບການໃນແມນລ໌ເລີນ.

ການຂົນສົ່ງທາງຣົດ ຂຸນໜິງ-ວຽງຈັນ

September 09, 2021 04:00 - 6 minutes - 15.9 MB

ໂຄງການຣົດຟືນຣົດໄຟລາວ-ຈີນກໍໃກ້ຈະສຳເຮັດແລ້ວ ແຕ່ບັນນີ້ ສອງປະເທດ ນັ້ນກຳລັງຈະພັທນາເສັ້ນທາງການຂົນສົ່ງທາງບົກ ຂຸນໜິງ-ວຽງຈນັນ ຢູ່ ແລະ ກຳລັງເຮັດຫຍັງຢູ່ໃນເວລານີ້?

ວຽງຈັນຍົກຣະດັບການຕ້ອງຫ້າມກ່ຽວກັບ ໂຄວິດ-19

September 09, 2021 03:46 - 6 minutes - 15.4 MB

ໂຄວິດ-19 ອາຣະວາດເພີ້ມຂຶ້ນເຮັດໃຫ້ຄົນເປັນມັນຫຼາຍຂຶ້ນຢູ່ຕລອດມາຢູ່ ແຕ່ທາງການລາວກໍຕໍ່ຕ້ານມັນໂດຍໆນາວິທີການຢູ່ສເມີມາ. ບັດນີ້ວຽງຈັນຍົກຣະດັບການຕໍ່ຕ້ານນັ້ນຂຶ້ນຕື່ມເພື່ອຈະເອົາສະນະມັນໃຫ້ໄດ້.

ພະຍາດ ໂຄວິ-19 ມີຄວາມສ່ຽງມາກມານຕໍ່ການເປັນໜັນກ່ວາຢາວັກຊີນໂຄວິດ

September 09, 2021 03:36 - 7 minutes - 9.69 MB

ຢາວັກຊີນ ໂຄວິດ-19 ເຮັດໃຫ້ເປັນໜັນບໍ່? ທາງການສາທາຣະນະສຸກອອສເຕຼເລັຍກຳລັງພະຍາຍາມທັບມ້າງຂໍ້ມູນ ອັນບໍ່ຖຶກຕ້ອງຕ່າໆທີ່ເວົ້າວ່າຢາວັກຊີນ ໂຄວິດ-19 ສາມາດແຕະຕ້ອງ ການມີລູກມີເຕົ້າຂອງຄົນເຮົາ ເມື່ອທີ່ຜູ້ຍິງຜູ້ໜຸ່ມນ້ອຍມາກມາຍລັ່ງເລໃຈ ທີ່ຈະໄປໃຫ້ສັກຢາວັກຊີນດັ່ງກ່າວ. ຣັຖມົນຕີສາທາຣະນະສຸກນີວຊາວທ໌ແວນລ໌ບອກເຕືອນວ່າຜົນສະທ້ອນອັນ ຍືນຍາວຈາກ ໂຄວິດ-19 ຄົງຈະພາໃຫ້ມີບັນຫາໃນດ້ານການມີລູກມີເຕົ້າ.

ຈົ່ງເອົາການດູແລໂຕເອງໃສ່ວຽກງານປະຈຳວັນຂອງທ່ານ

September 09, 2021 03:19 - 8 minutes - 11.2 MB

ອີງຕາມສາທາຣະນະສຸກອອສເຕຼເລັຍ ຜູ້ຍິງມີໂອກາດເຖິງ 1.6 ຄັ້ງທີ່ຈະມີ ບັນຫາໃນດ້ານປະສາດແລະຫ່າງກາຍຫຼາຍກ່ວາຜູ້ຊາຍ. ໜີພາໃຫ້ມີຄວາມເປັນຫ່ວງເປັນຍັຍຂຶ້ນຍ້ອນອັນເນື່ອງມາຈາກນາໆເຫດຜົນ.

ຂ່າວສຳຮັບຣະຍະ 06-9-21

September 09, 2021 03:04 - 12 minutes - 16.9 MB

ຂ່າວຄາວທີ່ໜ້າສົນໃຈສຳຮັບຣະຍະ 06-9-21

ເຂດເສຖກິດພິເສດລາວ-ຈີນ-ວຽດນາມ

September 09, 2021 02:57 - 2 minutes - 6.07 MB

ສປປລາວ-ສປຈີນ ຄ້າຂາຍຕໍ່ກັນແລະັກນຢ່າງມາມາຍມານານເຕີບແລ້ວ ແຕບັດນີ້ໃນເຂດຊາຍແດນສາມແຜນດິນຕິດກັນ ຄືຣະຫວ່າງ ສປປລາວ ສປຈີນ ແລະວຽດນາມ ຈະມີເສຖກິດພິເສດອັນນຶ່ງຂຶ້ນ.

ສປປລ ສັກຢາວັກຊີນໂຄວິດໃຫ້ພົນລະເມືອງເກີນ 50% ແລ້ວ

September 09, 2021 02:35 - 6 minutes - 15.1 MB

ສປປລາວ ມີໂຄງການສັກຢາວັກຊີນ ໂຄວິດ-19 ໃຫ້ແກ່ພົນລເມືອງໃນລາວ ມາຊົ່ວຣະຍະນຶ່ງແລ້ວໂດຍອາໄສຢານັ້ນຈາກການບຣິຈາກໂດຍຕ່າງປະເທດ. ບັດນີ້ປາກົດວ່າ ສປປລາວ ສຳເຣັດວຽກງານດັ່ງກ່າວໄດ້ຫຼາຍກ່ວາ 50% ແລ້ວ.

ຣັຖບານອອສເຕຼເລັຍຖຶກໄຈ້ກ່ຽວກັບຄວາມແຈ້ງຂາວຂອງເບັ້ຍ ຈອບຄີບເປີ

September 09, 2021 02:21 - 5 minutes - 6.9 MB

ຣັຖບານອອສເຕຼເລັຍກຳລັງດັນກັບຄວາມກົດດັນໃຫ້ນຳເອົາເບັ້ຍ ຈອບຄີບເປີ ຄືນຈາກບໍຣິສັດທີ່ມີກຳໄລ. ນີ້ເປັນດັ່ງນັ້ນເມື່ອມີການເປີດເຜີຽວ່າທຸຣະກິດຫຼາຍພັນຍບໍຣິສັດໄດ້ກຳໄລທະວີຂຶ້ນ ເຖິງສອງສາມເທົ່າເມ່ື່ອໄດ້ເງິນ ຈອບຄິບເປີ.

ນາຍົກຄີວນສ໌ແລນດ໌ຢາກໄດ້ຂໍ້ມູນອັນທັນການກ່ຽວກັບໂຄວິດແລະເດັກໆ

September 09, 2021 01:59 - 9 minutes - 13.7 MB

ນາຍົກຣັຖມົນຕີຣັດຄີວນສ໌ແລນດ໌ກຳລັງປະເຊີນກັບການສິພາກວິຈານ ສຳຮັບທີ່ໄດ້ຮ້ອງຂໍເອົາຜົນການຄົ້ນຄ້ວາອັນທັນການກ່ໜວກັບຜົນສະທ້ອນ ຂອງ ໂຄວິດ-19 ທີ່ມີຕໍ່ເັດກໆທີ່ອ່ອນກ່ວາ 12 ປີ. ນາຍົກນັ້ນຕ້ອງການແບບແຜນອັນທັນການຂອງສະຖາບັນ "ໂດເຮີກຕີ ອິນສ໌ຕີຕູດ" ທີ່ຍານາງຈະສາມາດໃຊ້ກັບຖັນແຖວຂອງຍານາງແລະຄົນໃນ ຄີວນສ໌ແລນດ໌ເພື່ອການຕັດສິນໃຈກ່ຽວກັບເປີດຣັດຄີວນສ໌ແລນດ໌ຄືນໃໜ່. ຄວາມຕ້ອງການຂອງນາຍົກນັ້ນເຮັດໃຫ້ຄະນະຣັຖບານອອສເຕຼເລັຍໃຈຮ້າຍຂຶ້ນຍ້ອນ.

ຊີວິດປະຈຳວັນໃນ ອັຟການິສຕ໌ຖານ ກັບກາຍເປັນສິ່ງຍາກຊາຂຶ້ນ

September 09, 2021 01:38 - 6 minutes - 9.21 MB

ຄົນ ອັຟການິສຕ໌ຖານ ມີຄວາມຍາກຊາທີ່ຈະຢືດຢື້ເຖິງເງິນຂອງພວກຂະເຈົ້າໄດ້ ແລະສິ່ງຂອງອາຫານທີ່ຈຳເປັນເມື່ອສະຫະຣັດອະເມຣິກາປະກາດວ່າຕົນສຳເຣັດໃນ ການຖອນໂຕອອກໄປຈາກ ອັຟການິສຕ໌ຖານ ແລ້ວ. ຄວາມຍາກຊາດັ່ງກ່າວມີຂຶ້ນເມື່ອທີ່ສະຫະປະຊາຊາດບອກເຕືອນວ່າເດັກໆໃນ ອັຟ ການິສຕ໌ຖານ ທີ່ມີອາຍຸອ່ອນກ່ວາຕົກຢູ່ໃນສະພາບການຂາກເຂີນອາຫານອັນສົມ ບຸນຢ່າງສາຫັດ.

ຂ່າວສຳຮັບຣະຍະ 04-9-21

September 09, 2021 01:21 - 12 minutes - 16.7 MB

ຂ່າວຄາວສຳຮັບ 04-9-21 ທີ່ເປັນອັນສົນໃຈມີຫຍັງແດ່?

ອັບເດດ ໂຄວິດ-19 ສຳຮັບ 06-9-21

September 06, 2021 06:08 - 5 minutes - 11.6 MB

ເຫັນປາກົດວ່າສະຖານະພາບໂຄວິດໃນຫຼາຍແຫ່ງອອສເຕຼເລັຍໄຄຂຶ້ນແດ່ຫຼືບໍ່?

ອັບເດດ ໂຄວິດ-19 ຮວດ 04-9-21

September 04, 2021 06:18 - 5 minutes - 11.5 MB

ຕົກມາຮອດວັນທີ 4 ກັນຍາ 2021 ສະຖານະພາບໂຄວິດໃນນີວຊາວທ໌ແວນລ໌ ແລະວິກຕໍເຣັບເຮີະຮ້າຍຂຶ້ນ. ໃນນີ້ທ່ານສາມາດມອງເບິ່ງວ່າມັນແນວໃດກັນແລ້ວ.

ອັບເດດ ໂຄວິດ-19​: ນາຍົກ NSW ເຕືອນວ່າສິ່ງທີ່ເຮີະຮ້າຍທີ່ສຸດຍັງຈະມີມາຢູ່

September 03, 2021 08:02 - 5 minutes - 11.4 MB

ນີວຊາວທ໌ແວນລ໌ມີຄົນເປັນໂຄວິດທະວີຂຶ້ນຕື່ມ. ວິກຕໍເຣັຍຮັບຈອງເອົາການໃຫ້ສັກຢາອັສຕຼາຊີນີກາ 50ຄົນໄດ້. ເອຊີທີບໍ່ໃຫ້ໄລ່ຄົນອອກທີ່ເຊົ່າ 12 ສັບປະດາຍ້ອນການສູນເສັຍຣາຍໄດ້ຫຼືຊົ່ວໂມງເຮັດວຽ.

ຈາກຄວາມບາກບັ້ນ ລາວອົພຍົບກັບກາຍເປັນທະນາຍຄວາມກົດໜາຍອອສເຕຼເລັນຈົນໄດ້

September 02, 2021 07:57 - 19 minutes - 44.4 MB

ສຳພາດ ທ່ານ ບຸນຈັນ ແສງພູມີ ນັກກົດໜາຍອອສເຕຼເລັຍ. ເກົ້າອົກເກົ້າເຍື້ອນຫາກຊິໄດ້ທ່ອນຄຳ ເພີນພາກັນເວົ້າໄວ້ວ່າ ແຕ່ນີ້ກໍ ບໍ່ເປັນໄປດັ່ງນັ້ນສເມີໄປ. ທັມດາແລ້ວ ຊີວິອັນຍາກຈົນລ້ຳບາກຍາກແຄນມັກຈະນຳພາໃຫ້ເດີນ ໄປບໍ່ຮອດບໍ່ເຖິງເຖິງຄວາມສຳເຣັດໄດ້. ແຕ່ທ່ານ ບຸນຈັນ ແສນພູມີ ສາມາດດັນຮ່ຳຣຽນຈົນໄດ້ເປັນນັກກົດ ໜາຍອອສເຕຼເລັຍຈົນໄດ້ ໂດຍເລີ້ມຂຶ້ນໂດຍການໄດ້ມາຢູ່ອອສເຕຼ ເລັຍໃນຖານເປັນອົພຍົກກັບພໍ່ແມ່ໃນເມ່ື່ອຍັງໜຸ່ມນ້ອຍຢູ່. ຊີວິດແລະວຽກງານຂອງທ່ານມີຢູ່ວ່າ :

ກອງທັບ ສປຈີນ ມອບວັກຊີນໂຄວິດສີ່ແສນໂດສ໌ແກ່ກອງທັບ ສປປລາວ

September 02, 2021 07:33 - 4 minutes - 10.8 MB

ສປປລາວ ຊົ່ວຣະຍະນຶ່ງມາແລ້ວໄດ້ການບໍຣິຈາກຢາວັກຊີນ ໂຄວິດ-19 ມາມາຍຈາກ ສປປຈີນ. ນີ້ຖືດໄດ້ວ່າເປັນເຫດການອັນບໍ່ທັມດາກະວ່າໄດ້ ແຕ່ໃນຫວ່າງນຶ່ງນີ້ກອງ ທັບປົດປ່ອຍປະຊາຊົນຈີນກໍນຳເອົາຢາວັກຊີນ ຊີໂນຟາມ ມາມອບໃຫ້ກອງ ທັບປົດປ່ອຍປະຊາຊົນລາວມາກມາຍດ້ວຍ. ເປັນຫຍັງຈຶ່ງເປັນແນວນັ້ນ?

ແຂງບໍແກ້ວມີກົດເກນເຄັ່ງຄັດຂຶ້ນຕື່ມສຳຮັບການຈ້າງແຮງງານ

September 02, 2021 07:18 - 4 minutes - 11.1 MB

ເຂດເສຖກິດພິເສດບໍ່ແກ້ວເປັນແຫ່ງໃນໃນລາວທີເກືອບຄັບອັ່ງໄປດ້ວຍ ທຸຣະກິດຈີນ. ໃນສະຖານທີ່ດັ່ງກ່າວມີຄວາມຕ້ອງການແຮງງານມາກມາຍ. ໃນຫວ່າງນຶ່ງນີ້ທາງການບໍ່ແກ້ວເຄັ່ງຄັດກົດເກນການຈ້າງແຮງງານຕ່າງໆ ຂຶນ - ດ້ວຍເຫດໃດ?

ໂຄວິດ-19 ຣະບາດຕິດແປດນັກໂທດລາວມາກມາຽ

September 02, 2021 07:02 - 5 minutes - 11.9 MB

ຄຸກເປັນບ່ອນພິເສດອັນນຶ່ງເພື່ອກັກຂັງຄົນທີ່ຖຶກສານຕັດສິ້ນໃຫ້ນຳໄປ ກັກຂັງໄວ້ໃນຄຸກແຕ່ບໍ່ມີການໃຫ້ເອົາ ໂຄວິດ-19 ເຂົ້າໄປແຜ່ຣະບາດໃນ ສະຖານທີ່ດັ່ງກ່າວ ແຕ່ດ້ວຍເຫດໃດນັກໂທດລາວຖຶກຕິດແປດເປັນໂຄ ວິດມາມາຽໄດ້?

ບຸນອາຫານທະເລໄທຍ໌ໃນ ສປປລ

September 02, 2021 06:46 - 5 minutes - 12.8 MB

ສປປ ລາວອ້າງເຫດຜົນກ່ຽວກັບ ໂຄວິດ-19 ຕ່າງໆນາໆຕ້ອງຫ້າມບໍ່ໃຫ້ ອາຫານທະເລໄທຍ໌ເຂົາໄປໃນລາວໄດ້ ແຕ່ພາຍຫຼັງມີການເຈຣະຈາກັນຍືດຍາວ ອາຫານນັ້ນກໍລັ່ງໄຫຼເຂົາໄປໃນລາວໄດ້ໃໜ່. ດ້ວຍເຫດໃດແທ້ໃນຫວ່າງນຶ່ງນີ້ທາງການ ສປປລາວ ຈ່ຶງຈັດບຸນຫານທະເລໄທຍ໌ ຂຶ້ນໃນນະຄອນຫຼວງວຽງຈັນ?

ສປປລ ບໍ່ສົ່ງນາງງາມເຂົ້າປະກວດນາງງາມມິສຢູນີີເວີກສ໌ ຍ້ອນຫຍັງແທ້ໆ?

September 02, 2021 06:32 - 3 minutes - 8.7 MB

ສປປ ລາວຈະບໍ່ສົ່ງນາງງາມຂອງຕົນໄປປະກວດນາງງາມ ມິສຢູນີເວີກສ໌ ໂດຍມີເຫດຜົນບາງຈິ່ງບາງຢ່າງ. ແຕ່ເຫດຜົນຕ່າງໆນັ້ນເປັນຕາເຊື່ອນຳຫຼືບໍ່?

ໂຄງການຣົດໄຟຄວາມໄວສູງລາວ-ຈີນຄັດເລືອດເອົາພະນັກງານ

September 02, 2021 06:16 - 3 minutes - 9.03 MB

ໂຄງການຣົດໄຟຄວາມໄວສູງລາວ-ຈີນເດີນກ້າວໄປເປັນຂັ້ນໆທີ່ໃນປັດຈຸບັນກໍຢູ່ໃນຂັ້ນ ເກືອບຈະຈົບສິ້ນແຜນການແລ້ວ ຄືໃຫ້ທັນກັບວັນທີ່ 2 ທັນວາ 2021. ບັດນີ້ໂຄງການດັ່ງກ່ວາກຳລັງຮັບເອົາຜູ້ສມັກໜ້າທີ່ຕ່າງຂອງໂຄງການດັ່ງກ່າວຢູ່.

ອັບເດດ ໂຄວິດ-19 : ນີວຊາວທ໌ແວນລ໌ເຖິງຂັ້ນເປົ້າສັກວັກຊີນເຂັມທຳອີິໄດ້ແລ້ວ 70% ແລ້ວຜ່ອນຄາຍການຕ້ອງຫ້າມການອອກກຳລັງກາຍ

September 02, 2021 05:35 - 4 minutes - 11.4 MB

ບັດນີ້ສະຖານະການ-ນະພາບ ໂຄວິດ-19 ໃນອອສເຕຼເລັຍມີການປ່ຽນແປງ ແດ່ແລ້ວຈົນວ່ານີວຊາວທ໌ແວນລ໌ຜ່ອນຄາຍບາງສິ່ງບາງຢ່າງຍ້ອນ. ໂຄວິດ-19 ເປັນແນວໃດໃນເວລານີ້?

ການຮຽນພາສາເຄົ້ານຳພາໄປເຖິງແນວຄິດ້ານທຸຣະກິດ

September 02, 2021 02:47 - 5 minutes - 7.97 MB

ໂດຍການຮ່ຳຮຽນພາສາຂອງບັນພະບຸລຸດ ຍິງນາງນຶ່ງຂອງເຊື້ສາຍຄົນ ຊາມົວ ນຳພາໃຫ້ຜູ້ກ່ຽວມີແນວຄິດໃນດ້ານທຸຣະກິດຂຶ້ນ. ຍານາງມີຈຸດປະສົງດູແລລູກໆຂອງຍານາງໃຫ້ມີຄວາມໃກ້ຊິດກັບຮີດຄອງ ປະເພນະແລະວັທນະທັມຂອງຍານາງ ແຕ່ດັນໄປຮູ້ເຖິງການຄ້າຂັ້ນນ້ອນ.

ຂ່າວຂອງຣະຍະ 30-8-21

September 02, 2021 01:50 - 13 minutes - 18 MB

ຂ່າວຄາວທີຄວນຊາບຂອງຣະຍະ 30-8-21.

ຣັດຊາວທ໌ອອສເຕຼເລັຍທົດລອງການສະກັດກັ້ນພະຍາດໂຄວິດຢູ່ເຮືອນ

September 02, 2021 01:44 - 9 minutes - 13.6 MB

ໃນສັບປະດາແລ້ວນີ້ຣັດຊາວທ໌ອອສເຕຼເລັຍເຫຼົມທົດລອງເບິ່ງໂຄງການການສະກັດກັ້ນ "ຄາວຣັງຕິນ" ໂຄວິດ-19 ຢູ່ເຮຶອນ. ຖ້າຫາກວ່ານັ້ນໄດ້ຜົນດີ ມັນຄົງຖຶກນຳມາໃຊ້ສຳຮັບອອສເຕຼເລັຍທັງໜົດ. ລອງຄິດເບິ່ງດູ້ວ່າໂຄງການນັ້ນຈະພາໃຫ້ມີຫັຍງເກີດຂຶ້ນຕາມມາ.

ຂ່າວສຳຮັບຣະຍະ 28-8-21

September 02, 2021 00:56 - 11 minutes - 15.5 MB

ຂ່າວຄາວທີ່ຄວນຊາບຂອງຣະຍະ 28-8-21.

ອັບເດດ ໂຄວິດ-19​: ນີວຊາວທ໌ແວນລ໌ສັກວັກຊີນໂຄວິດເກີນ 6.8 ລ້ານ ໂດສ໌

August 30, 2021 07:27 - 4 minutes - 9.93 MB

ນີ້ແມ່ນອັບເດດທີ່ສຳຄັນກ່ຽວກັບໂຄໂຣນາໄວຣັສໃນອອສເຕຼເລັຍທີ່ທ່ານຄວບຊາບ.

ອັບເດດ ໂຄວິ-19 : ນີວຊາວທ໌ແວນລ໌ເປີດກ້ວາງສິດການສັກຢາວັກຊີນແລະຜ່ອນຄາຍການຕ້ອງຫ້າມວິວາມົງຄົນ

August 28, 2021 11:43 - 3 minutes - 7.44 MB

ມື້ໃໜ່ມາເຖິງ ກໍມີອັບເດດກ່ຽວກັບ ໂຄວິດ-19 ໂລດເພື່ອຈະຮູ້ຈະຊາບທັນການໄດ້.

ອັບເດດ ໂຄວິດ-19​: ນີວຊາວທ໌ແວນລ໌ປະກາດກັບເຂົ້າໂຮງຮຽນໜ້າ-ຕໍ່-ໜ້າຈາກແຕ່ເດືອນຕຸລາ.

August 27, 2021 11:53 - 4 minutes - 11.1 MB

ໃນອັບເດດ 27-6-21 ມີນາໆຢ່າງທີ່ທ່ານຄວນຊາບ. ກະຣະນາຟັງເບິ່ງດ້ວຍ.

ອັບເດດ ໂຄວິດ-19​: ຈຳນວນເປັນໂຄວິດໃນນີວຊາວທ໌ແວນລ໌ມີເກີນ 1000, ເສຣີພາບຕື່ມຖຶກປະກາດອອກມາສຳຮັບຄົນໃນນີວຊາວທ໌ແວນລ໌

August 26, 2021 06:47 - 4 minutes - 11 MB

ນີ້ແມ່ນອັບເດດໃໜ່ສຳຮັບມື້ນີ້ 26 ສິງສາ 2021. ໃນນັ້ນມີສິ່ງທີ່ທ່ານຄວນຮຽນຊາບໄວ້.

ລາວອາວຸໂສອ້າງວ່າສູນເສັຍເພີ້ມຄວາມຊົງຈຳພາຍຫຼັງຖຶກສັກຢາວັກຊີນໂຄວິດ

August 26, 2021 04:30 - 10 minutes - 24.4 MB

ຂໍສຫງວນຊື່ສຽງຂອງຜູ້ຖຶກສຳພາບໄວ້ຕາມການຮ້ອງຂໍ. ບໍ່ວ່າຢາວັກຊີນ ໂຄວິດ-19 ໃດໆ ມັນມີຜົນຂ້າງຄຽງທັງນັ້ນແລະ ຄວາມໜັກໜ່ວງຂອງຜົນຂ້າງຄຽງນັ້ນແມ່ນຂຶ້ນກັບແຕ່ຣະບຸກຄົນ. ໃນຫວ່າງນຶ່ງນີ້ຄົນລາວທ່ານນຶ່ງອ້າງວ່າອາການຄວາມຊົງຈຳຂອງທ່ານ ເຮີະຮ້າຍຂຶ້ນພາຍຫຼງັຖຶກສັກຢາວັກຊີນໂຄວິດໃຫ້ແລ້ວຊົ່ວຣະຍະນຶ່ງ. ນີ້ເປັນໄປໄດ້ຫຼືບໍ?

ສປປລ ປັບໃໜໄທຍ໌ເຈັດຄົນແລ້ວຜັກດັນກັບບ້ານ

August 26, 2021 04:13 - 5 minutes - 11.5 MB

ຊາວບ້ານໄທຍ໌ເຈັດຄົນທີ່ໄປເກັບເຮັດແລ້ວຫຼົງເຂົ້າໄປໃນເຂດນ້ຳແດນດິນລາວ ຖຶກປ່ອຍໂຕກັບບ້ານໂດຍເປັນທາງການແລ້ວພາຍຫຼັງຖຶກປັບໃໜຢ່າງໜັກໜວງ ແຕ່ຣະຄົນ.

ການລ໋ອກດາວການສຶກສາໃນລາວຖຶກຂະຫຍາຽເພີ້ມຂຶ້ນ

August 26, 2021 03:57 - 5 minutes - 13.2 MB

ຍ້ອນ ໂຄວິດ-19 ແຜ່ຣະບາດເພີ້ມຂຶ້ນໃນ ສປປລາວ ບັດນີ້ການສຶກສາ ໃນແຜ່ນດິນລາວຖຶກລ໋ອກດາວໄວ້ຢ່າງກ້ວາງຂວາງ. ບັດນີ້ການສຶກສານັ້ນຕົກຢູ່ໃນສະພາບແບບໃດກັນ?

ຈີນຊອກຫາວິທີທາງຜະລິດຢາ ວັກຊີນ-19 ໃນ ສປປລ

August 26, 2021 03:39 - 4 minutes - 9.74 MB

ມາກມາຍມາແລ້ວ ສປຈ ໃຫ້ຢາວັກຊິນ ໂຄວິດ-19 ແກ່ ສປປລ ຟຼີໆ ແຕ່ໃນຫວ່າງເມື່ອກີ້ໜີ້ຜູ້ຕາງໜ້າບໍ່ຣິສັດ ສປຈ ຈຸນຶ່ງໄປ ສປປລ ເພື່ອ ປຶກສາຫາສລືກັບທາງການ ສປປລ ເພື່ອຈະຜະລິດຢາວັກຊີນໂຄວິດຂຶ້ນ ຢູ່ໃນແຜ່ນດິນລາວເພື່ອການບໍ່ຣະໂພກໃນຂົງເຂາດ.

ການຄົ້ນຄວາໃໜ່ເຫັນວ່າຢາວັກຊີນໃດໆສອງໂດສ໌ຈະໃຫ້ການປ້ອງກັນອັນຄ້າຍຄຽງກັນໃນການຕໍ່ຕ້ານ ໂຄວິດ-19

August 26, 2021 03:22 - 7 minutes - 10 MB

ການຄົ້ນຄວາໃໜ່ກ່ຽວກັບຢາວັກຊີນ ໂຄວິດ-19 ຢັ້ງຢືນວ່າຢາດັ່ງກ່າວໃດໆສອງໂດສ໌ ຈະໃຫ້ການປົກປ້ອງຈາກ ໂຄວິດ-19ໄ ດ້ຢ່າງຄ້າຍຄຽງກັນ. ນີ້ເປັນດັ່ງນັ້ນຂຶ້ນມາເມື່ອທີ່ໂລກນີ້ມີ ແດນຕາ ແຜ່ຣະບາດຂຶ້ນມາກມາຍ.

ຣັດນີວຊາວທ໌ແວນລ໌ທັງໜົດຖຶກລ໋ອກດາວເມື່ອກໍຣະນີ ໂຄວິດ-19 ປູດຂຶ້ນຫຼາຍເປັນປະຫວັດການ

August 26, 2021 03:05 - 5 minutes - 7.52 MB

ມີການເປັນ ໂຄວິດ-19 ຈາກກການຕິດແປດກັນເອງໃນທ້ອງຖິ່ນມາກມາຍ ເມື່ອທີ່ທຸກແຫ່ງໃນຣັດນີວຊາວທ໌ແວນລ໌ຖຶກລ໋ອກດາວໄວ້ແລ້ວ. ພ້ອມນັ້ນພາກຕາເວັນອອກຂອງອອສເຕຼເລັຍກໍກະທຳສົງຄາມຕໍ່ຕ້ານທານ ແດນຕາ ດ້ວຍ.

ສາທາຣະນະຊົນອອສເຕຼເລັຍເຊື່ອໜັ້ນນັກວິທຍາສາດ

August 26, 2021 02:48 - 6 minutes - 9.25 MB

ການຂົນຂວາຍຂັ້ນໂລກທີ່ມອງເບິ່ງຄວາມຮູ້ສຶກກ່ຽວກັບນັກວິທຍາສາດ ບອກໃຫ້ຮູ້ວ່າສາທາຣະນະຊົນອອສເຕຼເລັຍໜັ້ນຈິດໜັ້ນໃຈກັບນັກວິທ ຍາສາດ ໂດຍທີ່ວ່າມີເົກົ້າຄົນຈາກແຕ່ຣະສິບຄົນຮັບຮູ້ບົດບາດອັນສຳຄັນ ຂອງພວກຂະເຈົ້າສຳຮັບອານາຄົດທີ່ມີວິກິດ ໂຄວິດ-19. ແລະອີງຕາມການເຜີຍແຜ່ຂອງ ສັບປະດາວິທຍາສາດແຫ່ງຊາດ ໃນຖານ ທຽບເທົ່າກັບໂລກນີ້ ອສສເຕຼເລັຍໜູນເງິນໜູນຄຳໃສ່ວິທຍາສາດຢ່າງມາກມາຍ.

ຂ່າວສຳຮັບຣະຍະ 23-8-21

August 26, 2021 02:11 - 11 minutes - 15.9 MB

ຂ່າວຄ່າວທີ່ຄວນຊາບສຳຮັບຣະຍະ 23-8-21.

ໄທຍ໌ກຳລັງທົດລອງເພື່ອຈະຜະລິດຢາວັກຊີນ ໂຄວິດ-19 ອີກ

August 26, 2021 02:04 - 3 minutes - 8.22 MB

ຢາວັກຊີນ ໂຄວິດ-19 ອັນມີປະສິຕິຜົນສູງສົ່ງຖຶກຜະລິດຢູ່ໃນໄທຍ໌ ມາແລ້ວຊົ່ວຣະຍະນຶ່ງແລ້ວແລະກໍຄົ້ນຄ້ວາແລະກຳລັງຈະຜະລິດຕື່ມຢູ່. ບັດນີ້ວິທຍາສາດໄທຍ໌ກຳລັງຈະຜະລິດຢານັ້ນອອກມາໃນໄວໆນີ້. ມັນເປັນມາແລະແມ່ນຫຍັງກັນແທ້?

ສປປລ ສາມາດປິ່ນປົວ ໂຄວິດ-19 ແທ້ບໍ່?

August 26, 2021 01:51 - 4 minutes - 9.77 MB

ໃນໂລກນີ້ຍັງບໍ່ມີອັນໃດຈະມາປິ່ນປົວ ໂຄວິດ-19 ໄດ້ເທ່ື່ອກນອກຈາກມີແຕອາໃສ ຢາວັກຊີນກັນ ໂຄວິດ-19 ເປັນເດີມພັນປ້ອງກັນມະນຸດທັງຫຼາຍ. ແຕ່ບັດນີ້ມີການປະໂລຂຶ້ນມາເວົ້າວ່າລາວມີຢຸກຢາປິ່ນປົວພະຍາດ ດັ່ງກ່າວໄດ້ແລະມີໄວ້ບໍຣິການແລ້ວ.

ສປປລ ຮຽກຮ້ອງໃຫ້ໄທຍ໌ຊ່ວຍແຮງງານລາວກັບບ້ານ

August 26, 2021 01:35 - 3 minutes - 9.01 MB

ແຮງງານລາວມາກມາຍຍັງຄ້າງຄາຢູ່ໃນໄທຍ໌ກະທັ້ງທີ່ພວກຂະເຈົ້າຢາກກັບລາວຢ່າງ ຮີບດ່ວນຍ້ອນວິກິດ ໂຄວິຊ19. ນີ້ໄດ້ເຮັດໃຫ້ທາງການຂັ້ນສູງ ສປປລ ຮຽກຮ້ອງໃຫ້ໄທຍ໌ຊ່ວຍພວກດັ່ງກ່າວກັບບ້ານ ແຕ່ທາງການ ສປປລ ເຮັດຫັຍງແດ່ແກ່ພວກຂະເຈົ້ານັ້ນເມື່ອຄາຢູ່ໃນໄທຍ໌ນັ້ນ?

ການຊີ້ແຈງການດູແລເດັກໃນອອສເຕຼເລັຍ

August 26, 2021 00:54 - 9 minutes - 13.7 MB

ໃນອອສເຕຼເລັຍ ຖ້າຫາກທ່ານເຮັດວຽກເຮັດການຫຼືຮ່ຳຮຽນຢູ່ແລະມີລູກຢູ່ບ້ານ ທ່ານສາມາດຢືດຢື້ເຖິງການຄ້ຳຈູນສຳຮັບການດູແລເດັກ. ການຊ່ວຍເຫຼືອນັ້ນມີຫຼາຍຢ່າງຫຼາຍແນວໂດຍຂຶ້ນກັບວ່າທ່ານຖຶກຕ້ອງແລະຖຶກ ຮັບຮູ້ໂດຍຫຼັກການທີ່ມີຢູ່ຫຼືບໍ່ແລະຣະດັບການຊົດຊ່ວຍທ່ານນັ້ນຂຶ້ນກັບລາຍໄດ້ຂອງ ຄອບຄົວຂອງທ່ານ.

ການເຂົ້າໃຈກ່ຽວກັບຄວາມບໍ່ເທົ່າທຽມກັນຂອງຄົນພື້ນເມືອງອອສເຕຼເລັຍ

August 26, 2021 00:38 - 9 minutes - 13.5 MB

ຈາກການມອງເບິ່ງສິ່ງທີ່ຊີ້ບອກເຖິງຄວາມຢູ່ດີກິນດີອູດົມສົມບຸນແລະດ້ານເສຖກິດ ຂອງຄົ້ນພື້ນເມືອງອອສເຕຼເລັຍ ພວກຂະເຈົ້າບໍ່ມີຄວາມສເມີພາບກັນມາກມາຍກັບ ຄົນອື່ນໃດໃນອອສເຕຼເລັຍ. ນີ້ເປັນໄດ້ແບບໃດແລະກໍຍັງເປັນໄປຢູ່?

ອົງການສາທາຣະນະສຸກໂລກຮຽກຮ້ອງໃຫ້ມີຢາວັກຊີນ ໂຄວິດ-19 ສເມີພາບກັນໃນໂລກນີ້

August 26, 2021 00:13 - 7 minutes - 10.1 MB

ອົງການສາທາຣະນະສຸກໂລກຮຽກຮ້ອງເຖິງປະເທດທີ່ຈະສັກຢາວັກຊີນ ໂຄວິດ-19 ເຂັມທີ່ສາມ ຄືເຂັມກະຕຸ້ນ ຈົ່ງພິຈາຣະນາເບິ່ງປະເທດທັງຫຼາຍທີ່ຄວາມຄວາມຍາກ ຊາທີ່ຈະສັກຢາວັກຊີນ ໂຄວິດ-19 ເຂັມທຳອິດ. ອົງການສາທາຣະນະສຸກໂລກຢາກໃຫ້ປະເທດຕ່າງໆມີຢາວກຊີນ ໂຄວິດ-19 ຢ່າງ ສມ່ຳສເມີກັນກ່ອນ. ຫຼາຍປະເທດໃນໂລກນີ້ຂາດເຂີນຢາວັກຊີນນັ້ນ.

ຂ່າວສຳຮັບ 21-8-21

August 25, 2021 23:53 - 9 minutes - 13.5 MB

ສຳຮັບຂ່າວທີ່ຄວນຊາບຂອງຫວ່າງນຶ່ງນີ້ກະຣຸນາກົດຟັງ.