SBS Lao - SBS ພາ​ສາ​ລາວ artwork

SBS Lao - SBS ພາ​ສາ​ລາວ

1,465 episodes - Lao - Latest episode: 26 days ago - ★★★★ - 8 ratings

Independent news and stories from SBS Audio, connecting you to life in Australia and Lao-speaking Australians. - ຂ່າວທີ່ມີອິສຣະພາບແລະເຣື່ອງທີ່ເອົາທ່ານໃສ່ຊີວິດໃນອອສເຕຼເລັຍແລະຄົນອອສເຕຼລຽນທີປາກພາສລາວ.

News
Homepage Apple Podcasts Google Podcasts Overcast Castro Pocket Casts RSS feed

Episodes

ສອງແຂວງພາກໃຕ້ລາວສ້າງຄຼີນິກແລະສູນກັກໂຄວິດເພີ້ມ.

August 05, 2021 07:18 - 6 minutes - 13.9 MB

ໃນ ສປປລາວ ມີຄົນເປັນ ແດນຕາ ຫຼາຍຂຶ້ນຍ້ອນຄົນລາວທີ່ກັບບ້ານມາ ຈາກປະເທດບ້ານໃກ້ເຮືອນຄຽງ. ນີ້ເປັນພັຍສຳຮັບຄົນໃນລາວ. ບັດນີ້ແຂວງສວັນນະເຂດແລະຈຳປາສັກສ້າງເພີ້ມຄີນິກແລະສູນກັກຄົນທີ່ ກັບສູ່ ສປປລາວ ນັ້ນເພ່ື່ອສະກັດກັ້ນພັຍນັ້ນແລ້ວ..

ບົດອ່ານອັບເດດ ໂຄວິດ-19 ສຳຮັບ 05-8-21.

August 05, 2021 06:58 - 4 minutes - 9.93 MB

ວິກິດ ໂຄວິດ-19 ແດນຕາ ຍັງຮ້ອນວົນທົ່ວອອສເຕຼເລັຍຢູ່ຕໍ່ໄປ. ນີ້ແມ່ນບົດອ່ານອັບເດດສຳຮັບມື້ວັນທີ 05ຫຼ8-21. ສຳຮັບລາຍຣະອຽດຫາອ່ານໄດ່ໃນຫົວຂໍ້ເຮື່ອງ ອັບເດດ ໂຄວິດ-19: ນີວຊາວທ໌ແວນລ໌ປະກາດລ໋ອກດາວໃສ່ ຮັນເຕີ ວານເລ.

ຄົນທັມດາຟ້ອງຮ້ອງເອົາສັນຊາດອອສເຕຼເລັຍຄືນສຳເຮັດແລະໄດ້ຄ່າຊົດເຊີຍພ້ອມ.

August 05, 2021 04:30 - 7 minutes - 10 MB

ຊາຍຄົນນຶ່ງໃຊ້ເວລາເຖິງຫ້າປີຟ້ອງຮ້ອງກະຊວງພາຍໃນອອສເຕຼເລັຍ ຂຶ້ນສານກົດໜາຍເພື່ອເອົາສັນຊາດອອສເຕຼເລັຍຂອງຕົນຄືນສຳເຣັດ. ນອກນັ້ນຜູ້ກ່ຽວກໍໍໄດ້ຄ່າຊົດເຊືອຍມາມາຍດ້ວຍແຕ່ກະຊວງດັ່ງບໍ່ຍອມ ກ່າວວ່າ "ຊໍຣີ".

ບາງເຂດຂອງຣັດຄີວນສ໌ແລນດ໌ກ້າວເຂົ້າສູລ໋ອກດາວ 3 ມື້.

August 05, 2021 04:18 - 8 minutes - 11.4 MB

ພາກໃຕ້ສ່ຽງຕາເວັນອອກຂອງຣັດຄີວນສ໌ແລນດ໌ ລ໋ອກດາວຢ່າງກະທັນຫັນ ສາມສື້ແລ້ວຍ້ອນ ໂຄວິດ-19 ສາຍພັນ ແດນຕາ ອາຣະວາດ. ລ໋ອກດາວນັ້ນກວມເອົາເຈັດຂົງເຂດເທດສະບານ ຍ້ອນມີການກວດ ເຫັນຄົນເປັນ ແດຕາ ໃນທ້ອງຖິ່ນເອງຫົກຄົນ.

ທາງການໄທຍ໌ເຕືອນໃຫ້ຣະວັງນ້ຳຈາກເຂື່ອນສິງຫົງຈີນຈະຖ້ວມ.

August 05, 2021 04:02 - 4 minutes - 10.6 MB

ໃນແມ່ນ້ຳຂອງໃນເຂດນ້ຳແດນດິນ ສປຈີນ ມີເຂື່ອຕ່າງໆມາກມາຍ. ຈາກເຂື່ອນດັ່ງກ່ວານັ້ນມີການປ່ອຍນ້ຳອອກ ຖິ້ມ ແຕ່ນີ້ສ້າງບັນຫາ ແກ່ປະເທດຕ່າງໆໃນແມ່ນ້ຳຂອງພາກລຸ່ມ. ໃນຫວ່າງນຶ່ງນີ້ທາງການໄທຍ໌ແຈ່ງບອກແປດຈັງວັດແມ່ນ້ຳຂອງໃຫ້ ຣະວັງນ້ຳຈະຖ້ວມຈາກເຂຶ່ອນສິງຫົງຈີນຈະປ່ອຍນ້ຳຖິ້ມ.

ມຸກດາຫານໃຫ້ທີ່ພັກເຊົາຊົ່ວຄາວແກ່ແຮງານລາວທີ່ຄາຢູ່ຊາຍແດນ

August 05, 2021 03:11 - 6 minutes - 13.8 MB

ຍ້ອນວິດ ໂຄວິ-19 ຮ້າຍແຮງແຮງງານລາວໃນໄທຍ໌ກັບປະເທດ ສປປລາວ ມາກມາຍ. ບາງຈຸຄາຢູ່ໃນຊາຍແດນແຂວງສວັນນະເຂດ-ຈັ່ງວັດມຸກດາຫານຍອນໄປຮອດຊາຍແດນ ນັ້ນນອກເວລາຣາຊການ. ນີ້ພາໃຫ້ມຸກດາຫານສ້າງທີ່ພັກເຊົາຊົ່ວຄາວຊົດຊ່ວຍໃຫ້ພວກຂະເຈົ້າມີທີ່ພັກເຊົາເພື່ອຈະກັບ ບ້ານໃນມື້ຕໍ່ໄປ.

ສປຈີນ-ສປປລາວ ຮ່ວມມືກັນຫຼຸດຜ່ອນການປັ່ນຄວັນ ແກສ໌ຊີໂອທູ ແທ້ບໍ່?

August 05, 2021 02:50 - 5 minutes - 13.1 MB

zໂລກມະນຸດພະຍາມຫຼຸດຜ່ອນກັນປັ່ນຄວັນ ຊີໂອທູ ລົງມາກມາຍເພື່ອ ປົວແປງອາການຮ້ອນຂຶ້ນເມື່ອໜ້າຢູ່. ສປຈີນ-ສປປລາວ ີມໂຄງການອັນນຶ່ງບໍຣິຈາກຣົດໄຟຟ້າແກ່ທາງການ ລາວເພື່ອນຳໃຊເພື່ອເປັນການຫຼຸດຜ່ານແກສນັ້ນ.

ຄະນະຣັຖບານອອສເຕຼເລັຍຕົກລົງກັນເອົາເປົ້າການສັກຢາວັກຊີນ ໂຄວິດ-19 ແຫ່ງຊາດແລ້ວ.

August 05, 2021 02:33 - 7 minutes - 10.7 MB

ຄະນະຣັຖບານອອສເຕຼເລັຍຕົງລົງກັນໃນດ້ານແນວຄິດຮັບເອົາເປົ້າຂອງການ ສັກຢາວັກຊີນ ໂຄວິດ-19 ສຳຮັບປະເທດຊາດບ້ານເມືອງອອສເຕຼເລັຍແລ້ວ ເມື່ອທີ່ຣັດນີວຊາວທ໌ແວນລ໌ທີ່ຖຶກລ໋ອກດາວຢູ່ຍັງມີຄົນເປັນໂຄວິດຫຼາຍຂຶ້ນຕື່ມຢູ່.

ນັກທ່ອງທ່ຽວເພື່ອຢາວັກຊີນໄປສະຫະຣັດເພື່ອໃຫ້ຖຶກສັກຢາວັກຊີນໂຄວິດໃຫ້.

August 05, 2021 02:04 - 7 minutes - 10.8 MB

ການມີຢາວັກຊີນ ໂຄວິດ-19 ແລະການສັກຢາດ່ັງກ່າວໃຫ້ປວງຊົນໃນແຕ່ລະ ປະເທດໃນໂລກນີ້ບໍ່ສເມີພາບກັນແລະແຕກຕ່າງກັນມາກມາຍ. ໃນເວລານີ້ຫຼາຍແຫ່ງຫົນຂອງໂລກນີ້ຂາດເຂີນຢາວັກຊີນນັ້ນຢູ່ແລະມີການລ້າຊ້າ ໃນການສັກມັນໃຫ້ແກ່ສາທາຣະນະຊົນ ເຊັ່ນໃນຫຼາຍປະເທດໃນທະວີບອາຟຼິກາ ແລະອາຊີຕລອດເຖິງອາຊີຕາເວັນອອກສ່ຽງໃຕ້ດ້ວຍ. ຫຼາຍຄົນບິນໄປສະຫະຣັດອະເມຣິເພ່ື່ອຈະຖຶກສັກຢ່ວັກຊີນ ໂຄວິດ-19 ດັ່ງໃຈ ປາຖາໃຫ້.

ຜູ້ນຳຕ່າງໆຂັ້ນໂລກຮຽກຮ້ອງໃຫ້ທຸກຄົນໄປໃຫ້ສັກຢາວັກຊີນກັນ ໂຄວິດ-19.

August 04, 2021 23:55 - 11 minutes - 15.2 MB

ເມື່ອໂລກທັງໂລກກຳລັງຟ້າວຫຼີກລຽງ ໂຄວິດ-19 ຮອບສາມຍ້ອນສາຍພັນ ແດນຕາ ຢູ່ ມັນກໍມີນາໆສາເຫດທີ່ຊ່ອງດຶງການສັກຢານັ້ນໄວ້ໂດຍນາໆວິທີການ. ບັດນີ້ຜູ້ນຳຕ່າງໆຂັ້ນໂລກກຳລັງຮຽກຮ້ອງໃຫ້ສາທາຣະນະຊົນຈົ່ງໄປໃຫ້ສັກຢາວັກ ຊີນ ໂຄວິດບ19 ເພາະມອງໄກແລ້ວຄົງເຫັນວ່າວັກຊີນກັນໂຄວິດຄືທາງອອກໃຫ້ ພົ້ນຈາກວິກິດ ໂຄວິດ-19.

ໂຄວິດ-19 ຣາປິດ ແອນຕີແຊນ ເຕສຕ໌ ແມ່ນຫຍັງ :​ ອອສເຕຼເລັຍຄວນນຳມັນມາໃຊ້ບໍ່?

August 04, 2021 23:39 - 5 minutes - 6.9 MB

ຂົງແຄ້ວນຊິດນີຍັງຖຶກລ໋ອກດາວຢູ່ຕໍ່ໄປຍ້ອນການບູດຣຸກຂອງ ໂຄວິດ-19 ຍັງບໍ່ຍອມທໍ້ຖ້ອຍ. ໃນການຕໍ່ສູ້ ໂຄວິດ-19 ບັດນີ້ມີສິ່ນຶ່ງທີ່ຮຽກວ່າ ຣາປິດ ແອນຕີແຊນ ເຕສຕ໌. ມັນແມ່ນຫຍັງແລະຄວນນຳມັນມາໃຊ້ໃນອອສເຕຼເລັຍຫຼືບໍ່?

ຊຸມຊົນລາວຊົດຊ່ວຍຣັດ ນີວຊາວທ໌ແວນລ໌ ສັກຢາປ້ອງກັນ ໂຄວິດ-19

August 04, 2021 23:07 - 13 minutes - 30.1 MB

ໂຄວິດ-19 ຍັງດຸໜັ່ນໃນການບຸກຣຸກຣັດນີວຊາວທ໌ແວນລ໌ຢູ່ແລະ ຣັຖບານຣັດນີວຊາວໆ໌ແວນລ໌ກໍບໍ່ຫຼົດລະໃນການພະຍາຍາມສັກຢາ ວັກຊີນປ້ອງກັນພະຍາດດັ່ງກ່ຽວໃຫ້ແກສາທາຣະນະຊົນ. ເຂດເທດສະບານ ແຟຟຽນດ໌ ເປັນແຫ່ງນຶງຂອງຂົງແຄ້ວນ ຊິດນີທີຖຶກລ໋ອກດາວຢ່າງແຮງຍ້ອນມີຄົນເປັນ ໂຄວິດ-19 ຫຼາຍ. ໃນເທດສະບານນັ້ນແລະເຂດໃກ້ຄຽງມີຄົນເລືອດລາວຢູ່ກິນ ມາກມາຍແລະມີສູນກາງວັທນະທຳລາວດ້ວຍ. ໃນຫວ່າງນຶ່ງນີ້ ໂດຍການຊ່ວຍເຫຼືອຂອງສະມາຄົມ ສສຊລ ສູນກາງວັທນະທຳຂອງສະມາຄົມສົ່ງເສີມຊຸມ ຊົນຊາວລາວໃນຣັດນີວຊາວທ໌ແວນລ໌ (ສສຊລ) ນັ້ນຖຶກຈັດ ເປັນສູນກາງອັນນຶ່ງຂອງກະຊວງສາທາຣະນະສຸກນີວຊາວທ໌ ແວນ...

ປັບໃຫ້ທັນການ ໂຄວິດ-19​: ທາງການນີວຊາວທ໌ແວນລ໌ແລະ ຄີວນສ໌ແລນດ໌ຮຽກຮ້ອງໃຫ້ຢູ່ເຮືອນ.

August 03, 2021 06:28 - 4 minutes - 9.7 MB

ໂຄວິດ-19 ໃນອອສເຕຼເລັຍ ມັນຍັງດື້ດ້ານບຸກເມືອໜ້າຢູ່. ບັດນີ້ມີຄາດຄະເນວ່າຈະສັກຢາວັກຊີນ ໂຄວິດ-19 ໄດ້ຫຼາຍຂຶ້ນ ໃນນີວຊາວທ໌ແວນລ໌. ຄີວນສ໌ແລນດ໌ມີຄົນເປັນພະຍາດດັ່ງກ່າວຫຼາຍຂຶ້ນຕື່ມເປັນ 47 ຄົນແລ້ວບັດນີ້. ໂຄວິດ-19 ໃນຣັດວິກຕໍເຣັຍມັນກໍສາມາດດັກເຮັດໃຫ້ອີກສີ່ຄົນ ເປັນມັນດ້ວຍ. ປາກົດວ່າສະຖະນະການຍັງບໍ່ໃຫ້ຄວາມປອດພັຍໄດ້ເທ່ືອ.

ອັບເດດ ໂຄວິດ-19​ : ນີວຊາວທ໌ແວນລ໌ນຳກອງທັບມາປະຈຳການ, ຄີວນສ໌ແລນດ໌ຕໍ່ອອກລ໋ອກດາວຂອງຕົນ

August 02, 2021 05:58 - 8 minutes - 11.4 MB

ປານໃດ ໂຄວິດ-19 ຈະໜີ? ມັນຍັງອາຣະວາດອອສເຕຼເລັຍຢູູ່. ສິ່ງທ່ານຈະໄດ້ຍິນຕໍ່ໄປນີ້ ແມ່ນການອ່ານບົດຂຽນ "ອັບເດດ ໂຄວິດ-19 : ນີວຊາວທ໌ແວນລ໌ນຳກອງທັບມາປະຈຳການ, ຄີວນສ໌ແລນດ໌ຕໍ່ອອກລ໋ອກດາວຂອງຕົນ" ທີ່ທ່ານກົດເບີ່ງ ກົດເອົາລາຍຣະອຽດໄດ້.

ອັບເດດ ໂຄວິດ-19​:​ຄີວນສ໌ແລນດ໌ມີຄົນເປັນ ໂຄວິດ-19 ໃໜ່ຫຼາຍສຸດ

August 01, 2021 09:32 - 4 minutes - 10.3 MB

ມື້ເກົ່າປ່ຽນໄປ ມື້ໃໜ່ມາແທນ ແຕ່ ໂຄວິດ-19 ຍັງດື້ດ້ານດັນທະວິຂຶ້ນຢູ່. ບັດນີ້ຣັດຄີວນສ໌ແລນດ໌ມີຄົນເປັນ ແດນຕາ ຫຼາຍຂຶ້ນທີ່ສຸດຂອງການທະ ວີຂຶ້ນໃນຣັດດັ່ງກ່າວ. ວິກຕໍເຣັຍກໍເປັນອີກ 18 ລາຍ. ດີແດ່ແມ່ນມີຄົນມາກມາຍຂຶ້ນທີ່ຖຶກສັກຢາວັກຊີນ ໂຄວິດ-19 ເຂັມທີ ນຶ່ງໃຫ້ແລ້ວ.

ອັບເດດ ໂຄວິດ-19​: ສອງສ່ວນສາມຂອງກໍຣະນີເປັນ ໂຄວິດ-19 ໃນນີວຊາວແວນລ໌ມີອາຍຸອ່ອນກ່ວາ 40.

July 31, 2021 09:20 - 3 minutes - 7.96 MB

ໂຄວິດ-19 ຍັງບໍ່ທໍ້ຖອຍໃນການບຸກໜຸກອອສເຕຼເລັຍໂດຍສະເພາະຣັດນີວຊາວແວນລ໌ ແລະທາງການສາທະຣະນະສຸກກໍພະຍາມຮັບມືແລະຕໍ່ສູ້ກວາດລ້າງມັນສຸດຢຽດຢູ່. ອັບເດດຕໍ່ໄປນີ້ເປັນສິ່ງສຳຄັນທີ່ຈະຮູ້ແລະຕິດຕາມ.

ອັບເດດ ໂຄວິດ-19​: ນາຍົກນີວຊາວແວນລ໌ຮຽກຮ້ອງໃຫ້ກຳໜົດການພົວພັນກັນ

July 30, 2021 07:42 - 3 minutes - 8.69 MB

ບັນຫາກ່ຽວກັບ ໂຄວິດ-19 ຍັງມີຢູ່ໃນອອສເຕຼເລັຍທັງກໍມີການຕ້ອງຫ້າມຕ່າງໆນຳ. ອັບເດດກ່ຽວກັບ ໂຄວິດ-19 ເປັນຂໍ້ມູນແລະຂ່າວຄາວທີ່ສຳຄັນແລະຄວນຮູ້ຄວນຊາບ ໃຫ້ທັນເວລານາທີ. ໃນບົດອ່ານນີ້ແມ່ນອັບເດດ ໂຄວິດ-19 ຮວດ 30-7-21. ສ່ວນລາຍຣະອຽດທີ່ຄົນຄົ້ນຫາຂໍ້ມູນຕ່າງໆໄດ້ແມ່ນຕ້ອງທ່ານເອົາໃນຫົວຂໍ້ "ອັບເດດ ໂຄວິດ-19: ນາຍົກນີວຊາວແວນລ໌ຮຽກຮ້ອງໃຫ້ກຳໜົດການພົວພັນກັນ".

ບຸນເຂົ້າພັນສາລາວ 2021 ງຽບເຫົງາ

July 30, 2021 00:57 - 6 minutes - 13.7 MB

ບຸນເຂົ້າພັນສາລາວເປັນບຸນອັນນຶ່ງທີ່ສຳຄັນໃນດ້ານສານາແລະສຳຮັບ ສ່ວນໃຫຍ່ຂອງຄົນລາວທົ່ວໄປ. ໃນແຕ່ຣະປີ ໃນແຜ່ນດິນລາວມີບຸນເຂົ້າພັນສາຢ່າງມີຊີວິດຊີວາ ແຕ່ປີນີ້ ບຸນນັ້ນງຽບເຫົງາ. ຍ້ອນຫັຍງ?

ເຂື່ອນນ້ຳອູ 1 ປ່ອຍນ້ຳຖິ້ມ

July 30, 2021 00:36 - 7 minutes - 16.1 MB

ສປປລາວ ມີເຄື່ອນໄຟຟ້ານ້ຳຕົກແຮງສູງມາກມາກທັງກໍມີອັນອື່ນໆ ທີ່ເປັນເຂື່ອນຂັ້ນກາງແລະນ້ອຍນຳ ແລະເຂື່ອນໃນ ສປປລາວ ຫຼາຍອັນ ແຕກພັງມາແລ້ວ ທີ່ຮ້າຍແຮງສຸດແມ່ນຝາເຂື່ອນເຊປຽນ-ເຊນ້ຳນ້ອຍ ແຕກຈົນວ່າຈິບຫາຍນາໆສິ່ງນາໆຢ່າງແລະນາໆຊີວິດແລະຈິດໃຈ. ໃນຫວ່າງນຶ່ງນີ້ເຂື່ອນນ້ຳອູ 1 ຕືນຈະປ່ອຍນ້ຳຍ້ອນຟ້າຝົນຕົກນັກໃນ ພາກເໜືອ ສປປລາວ.

ແດນຕາ ຈັບແໜ້ນໃນ ສປປລາວ

July 30, 2021 00:17 - 6 minutes - 14.6 MB

ສປປລາວ ຍັງເປັນແຫ່ງໃນທີ່ຖືໄດ້ວ່າມີຄົນເປັນ ໂຄວິດ-19 ໜ້ອຍຢູ່. ແຕ່ນີ້ມີແນວໂນ້ມທີ່ເປັນຄ້າຍກັບວ່າຄົງບໍ່ເປັນດັ່ງນັ້ນອິກແລ້ວແລະກະ ທັ້ງທີ່ມີຫຼາຍປະເທດເອົາຢາວັກຊີນກັນ ໂຄວິດ-19 ມາໃຫ້ຟຼີໆຫຼາຍແທ້ໆ ກໍຕາມ. ໃນຫວ່າງບໍ່ນານແລ້ວຈຳນວນຄົນເປັນ ໂຄວິດ-19 ໃໜ໋ໃນລາວສຳ ຮັບແຕ່ຣະມື້ມີເຖິງມາກມາຍທີ່ສຸດເຖິງ 254 ຄົນ ແລະຈຳນວນຄົນຕາຍ ກໍມີຫຼາຍຂຶ້ນໄປນຳ.

ຈັ່ງວັດໜອງຄາຍຕຽມໂຕໃສ່ຣົດໄຟຄວາມໄວສູງຈີນ-ລາວ.

July 30, 2021 00:01 - 5 minutes - 11.5 MB

ໃນອີກບໍ່ເທົາໃດໂຄງການຣົດໄຟຄວາມໄວສູງຈີນ-ລາວກໍຈະເປີດຂຶ້ນເປັນທາງການແລ້ວ. ນັ້ນຈະມີພະລັງວັງຊາມາກມາຍຕໍ່ຊີວິດຊີວາແລະເສຖກິດຂອງຈັ່ງວັດໜອງຄາຍ. ດ້ວຍເຫດນີ້ເອງໜອງຄາຍກຳລັງຕຽມເນື້ອຕຽມໂຕໃສ່່ໂຄງການຣົດໄຟນັ້ນຢູ່.

ນາຍົກ ສປປລາວ ຮຽກຮ້ອງໃຫ້ແຮງງານລາວຈົ່ງກັບບ້ານຢ່າງຖຶກຕ້ອງ

July 30, 2021 00:00 - 6 minutes - 16 MB

ໃນໄທຍ໌ມີແຮງງານລາວນັບເປັນຫຼາຍແສນຄັນບໍ່ວ່າເປັນລ້ານ. ພວກດັ່ງກ່າວປະກອບດ້ວຍພວກທີ່ຖຶກຕ້ອງຕາມກົດໜາຍແລະຜິດກົດໜາຽ. ໂຄວິດ-19 ໃນໄທຍ໌ດັນໃຫ້ພວກຂະເຈົ້າຕ້ອງກັບສູ່ບ້ານໃນ ສປປລາວ ໂດຍນາໆ ວິທີການ. ນີ້ພາໃຫ້ທາງການລາວມີບັນຫາໜັກຢູ່ ຈົນນາຍົກປະໂລອອກມາສົ່ງສຽງດັງກ້ອງ ຂໍໃຫ້ທຸກໆຄົນນັ້ນຈົ່ງກັບບ້ານຢ່າງຖຶກຕ້ອງຕາມກົດໜາຍ.

ສປປລາວ ຕໍ່ລ໋ອກດາວອອກຮອດ 3 ສິງຫາ 2021.

July 30, 2021 00:00 - 8 minutes - 18.8 MB

ສປປລາວ ລ໋ອກດາວມາແລ້ວດົນນານເຕີບແຕ່ບັດນີ້ສຳຜັດຕໍ່ລ໋ອກດາວ ຄັ້ງຫຼ້າສຸດອອກເິຖງ ໂ ສິງຫາ 2021. ນີ້ບອກໃຫ້ຮູ້ວ່າສະຖານະການນະພາບ ໂຄວິດ-19 ໃນລາວລາວຍັງບໍ່ປົກ ກະຕິໄດ້ເທື່ອ.

ອັບເດດ ໂຄວິດ-19​ : ມີຄົນເປັນ ໂຄວິດ-19 ຫຼາຍເປັນປະຫວັດການແລະມີການຕ້ອງຫ້າມເຄັ່ງຄັດກ່ວາ

July 29, 2021 05:55 - 4 minutes - 10.4 MB

ນີ້ແມ່ນບົດອ່ານກ່ຽວກັບການປັບໃຫ້ທັນການກ່ຽວັກບ ໂຄວິດ-19 ສຳຮັບ 29 ກໍຣະກະດາ 2021. ສຳຮັບລາຍຣະອຽດໃຫ້ເຂົ້າເບິງເຣື່ອງໃນຫົວຂໍອັນດຽວກັນຂອງໃນນີ້ ເພື່ອຄົ້ນຫາສິ່ງທີ່ຢາກຮູ້ຕື່ມ.

ໂຄໂຣນາໄວຣັສຈະບໍ່ຢຸດຍັ້ງການສຳຫຼວດສັມໂນຄົວ 2021 ໄດ້.

July 29, 2021 02:42 - 6 minutes - 8.54 MB

ການສຳຫຼວດສັມໂນຄົວອອສເຕຼເລັຍສົກປີ 2021 ກະຊິດໃກ້ເຂົ້າມາຢູ່ເລື້ອຍໆ ເມື່ອທີ່ ໂຄວິດ-19 ອາຣະວາດເຂດແດນຕ່າງໆຂອງແຜ່ນດິນອອສເຕຼເລັຍຢູ່ ແຕ່ມັນຈະບໍ່ເຮັດໃຫ້ແຜນການການສຳຫຼວດນັ້ນລ້າຊ້າລົງຫຼືຖຶກຢຸດຢັ້ງໄວ້ໄດ້. ຫ້ອງການສະຕິທິອອສເຕຼເລັຍເວົ້າວ່າຕົນມີຄວາມໜັ້ນໃຈວ່າຕົນມີວິທີການ ອັນຖຶກຕ້ອງໄວ້ແລ້ວເພື່ອຈະກະທຳການສຳຫຼວດສັມໂນຄົວອອສເຕຼເລັຍທີ່ ໃຫຍ່ໂຕທີ່ສຸດກະທັ້ງທີ່ມີ ໂຄວິດ-19 ຣະບາດຢູ່ແລະມີລ໋ອກດາວຕ່າງຢູ່ກໍຕາມ.

ນີວຊາວແວນລ໌ພິຈາຣະນາວ່າການທີ່ ໂຄວິດ-19 ແຜ່ທະວິຂຶ້ນ ເປັນເຫດການ "ສຸກເສີນແຫ່ງຊາດ".

July 29, 2021 02:22 - 10 minutes - 13.9 MB

ເຖິງປັດຈຸບັນນີ້ ນີວຊາວແວນລ໌ມີຄົນເປັນ ໂຄວິດ-19 ມາກມາຍທີ່ສຸດ ໂດຍມີລາຍນຶ່ງຕາຍຍ້ອນ. ບັດນີ້ນີວຊາວແວນລ໌ພິຈາຣະນາວ່າວິກິດທີ່ທະວີຂຶ້ນນັ້ນເປັນເຫດການ "ສຸກເສີນແຫ່ງຊາດ" ແລະຮຽກຮ້ອງໃຫ້ເອົາຢາວັກຊີນ ໂຄວິດ-19 ຍີ່ຫໍ້ ຟາຍເຊີ ຫຼາຍຕື່ມ ໃຫ້ຕົນໂດຍຮີບດ່ວນ.

ຂ່າວສຳຮັບຣະຍະ 26 ກໍຣະກະດາ 2021.

July 29, 2021 01:50 - 7 minutes - 10.9 MB

ຂ່າວຄາວທີ່ເປັນທີ່ສົນໃຈໃນຣະຍະ 26-5-21 ມີອັນໃດແດ່?

ເປັນຫຍັງ ແຟ່ຟຽນດ໌ ຖຶກກະທົບຢ່າງແຮງໂດຍ ໂຄວິດ-19?

July 29, 2021 01:37 - 5 minutes - 7.04 MB

ເທດສະບານ ແຟ່ຟຽນດ໌ ກັບກາຍເປັນທີ່ຖຶກໂຈະໂຈງໃສ່ຍ້ອນວິກິດ ການແຜ່ຣະບາດຄັ້ງຫຼ້າສຸດຂອງ ໂຄວິດ-19 ໃນຂົງແຄ້ວນຊິດນີ. ນັ້ນແມ່ຍ້ອນສາເຫດແນວໃດທີປະປ່ອຍໃຫ້ພະຍາດດັ່ງກ່າວຢຶດໜັ້ນ ຢູ່ຂົງເຂດແຟ່ຟຽນດ໌ໄດ້?

ແຮງງານຮູ້ສຶກຖຶກແຕະຕ້ອງໂດຍໂຄໂຣນາໄວຣັສ

July 29, 2021 01:18 - 4 minutes - 6.68 MB

ການຂົນຂວາຍໃໜ່ອັນນຶ່ງເຫັນວ່າພະນັງງານທັງຫຼາຍຮູ້ສຶກເຖິງຜົນສະທ້ອນ ໃນດ້ານປະສາດຂອງວິກິດ ໂຄວິດ-19 ອັນມີດ້ວຍຄວາມເຄັ່ງຕຶງກ່ຽວກັບ ການກັບຄືນໄປເຣັດວຽກໃນບ່ອນເຮັດວຽກເຮັດການ. ແຕກໍຮູ້ວ່າຫຼາຍຄົນມີຄວາມຫ່ວງໄຍກັບຜົນສະທ້ອນຂອງການກັບໄປເຮັດວຽກ ໃນບ່ອນເຣັດການຈະກະທົບກະແທກຊີວິດໃນບ້ານເຮືອນຂອງພວກຂະເຈົ້າດ້ວຍ.

ຄວາມຮູ້ສຶກຂອງຄີວນສ໌ແດນດ໌ກ່ຽວກັບການໄດ້ເປັນເຈົ້າພາບຈັດ ໂອແລມປິກ 2032.

July 29, 2021 00:58 - 6 minutes - 8.96 MB

ນະຄອນບິສເບນ, ຄີວນສ໌ແລນດ໌,ອອສເຕຼເລັຍໄດ້ເປັນເຈົ້າພາບຈັດ ການແຂ່ງຂັນກິລາໂອແລມປິກປີ 2032 ແລ້ວ. ນັ້ນເປັນຄັ້ງທີສາມທີ່ອອສເຕຼເລັຍໄດ້ຈັດກິຈກັມດັ່ງກ່າວແລະຖຶກກະ ຕວງວ່າມັນຈະເປັນການກະຕຸກກະຕຸ້ນໃຫ້ສູງຂຶ້ນເສຖກິດອອສເຕຼເລັຍ ແລະຄີວນສ໌ແລນດ໌ທີ່ມີຄວາມເສັຍໜັກຈາກວິກິດ ໂຄວິດ-19.

ຂ່າວສຳຮັບຣະຍະ 24 ກໍຣະກະດາ 2021

July 29, 2021 00:07 - 14 minutes - 20.6 MB

ໃນຣະຍະວັນທີ ຟ24 ກໍຣະກະດາ 2021 ມີຂ່າວຄາວຫຍັງແດເປັນທີ່ສົນໃຈ ທີ່ຄວນຊາບ? ຢ່າພາດກໍແລ້ວກັນ.

ຕຳຣວດນີວຊາວແວນລ໌ຕ້ອງການການຊ່ວຍເຫຼືອຈາກຊຸມຊົນ ແຟ່ຟຽນ ເພື່ອຢຸດຢັ້ງ ແດນຕາ

July 28, 2021 23:36 - 15 minutes - 36.1 MB

ຂົງເຂດ ແຟ່ຟຽນ ຖຶກລ໋ອກດາວຢາງເຄັ່ງຄັດຍ້ອນວິກິດ ແດນຕາ ແຜ່ຣະບາດ. ແຟ່ຟຽນ ເປັນເຂດແດນນຶ່ງທີ່ມີຄົນເລືອດລາວຢູ່ກິນແລະເຮັດວຽກເຮັດການຫຼື ຜ່າຜ່ານໄປມາ. ໃນການພະຍາຍາມຢຸດຢັ້ງການແຜ່ຣະບາດນັ້ນສະມາຄົມສົ່ງເສີມຊຸມຊົນລາວແລະ ອື່ນໆຈຳນວນນຶ່ງຖຶກຮຽກໄປຮ່ວມປະຊຸມກັບຕຳຣວດນີວຊາວແວນລ໌ເພາະຕຳຣວດ ນັ້ນຕ້ອງການການຊ່ວຍເຫຼືອຈາກຊຸມຊົນນັ້ນ. ຄວາມຊ່ວຍເຫຼືອທີ່ຕ້ອງການນັ້ນມີຫຍັງແແດ? ສຳພາດທ່ານ ບຸນທັມ ວົງໄຍຍາ, ປະທານ ສະມາຄົມ ສສຊລ.

ອັບເດດ ໂຄວິດ-19 : ຂົງແຄ້ວນຊິດນີລ໋ອກດາວຕໍ່ສີ່ສັບປະດາ

July 28, 2021 06:52 - 4 minutes - 9.74 MB

ຊິດນີຍັງຢູ່ໃນວິກິດ ໂຄວິດ-19 ດແນຕາ ຢູ່ຕໍ່ໄປ. ນີ້ພາໃຫ້ຂົງແຄ້ວນຊິດນີຈຳຕ້ອງຖຶກລ໋ອກດາວຕໍ່ອີກຈົນຮອດ 28 ສິງຫາ 2021. ໃນຣັດອື່ນນັ້ນປະກົດວ່າໄຄແດແຕ່ກໍມີບັນຫາກັບໂຄໂຣນາໄວຣັສຢູ່.

ອັບເດດ ໂຄວິດ-19 : ຊິດນີເປີດໃໜ່ ຄຼີນິກຍ່າງເຂົ້າ ເພື່ອສັກຢາວັກຊີນ

July 27, 2021 07:43 - 4 minutes - 9.68 MB

ມີຫຍັງແດ່ເປັນໜ້າຄວນຮູ້ແລະຊາບກ່ຽວກັບ ໂຄວິ-19 ຂອງຫວ່າງນຶ່ງນີ້? ຮູ້ບໍ່ວ່າຊິດນີເປີນຂຶ້ນໃໜ່ແລ້ວ ບ່ອນຍ່າງເຂົ້າໄປສັກຢາວັກຊີນ ໂຄວິດ-19?

ຢາວັກຊີນ ໂຄວິດ-19 ຈອນຊັນ ແອນ ຈອນຊັນ ຮອດ ສປປລ ແລ້ວ.

July 27, 2021 04:54 - 8 minutes - 20.4 MB

ເກືອບຕະຫຼອດມາ ສປປລ ໄດ້ຮັບຢາວັກຊີນ ໂຄວິດ-19 ຈາກຊາໆຊາດ ແລະ ໂຄແວກສ໌ ມາກມາຍມາແລ້ວ ແຕ່ບັດນີ້ ຢາດັ່ງກ່າວຍີ່ຫໍ້ ຈອນຊັນ ແອນ ຈອນຊັນ ກໍໄປຮອດແຜ່ນດິນລາວແລ້ວ. ຢານັ້ນມີຫຼາຍກ່ວານຶ່ງລ້ານໂດສ໌ ທີ່ເປັນການຊ່ວຍເຫຼືອຂອງສະຫະຣັດອະ ເມຣິກາຜ່ານ ໂຄແວກສ໌.

ການປັບໃຫ້ທັນການກ່ຽວກັບ ໂຄວິດ-19 ຂອງຫວ່າງນຶ່ງນີ້

July 26, 2021 08:57 - 4 minutes - 11.1 MB

ໂຄວິດ-19 ໜູນປ່ຽນໄປຢູ່ຕະຫຼອດແລະຂ່າວຄາວຂໍ້ມູນກ່ຽວກັບມັນ ແລະເຫດການຂອງມັນກໍຝິນໄປເລື້ອຍໆ. ທ່ານຮູ້ທັນການກັບເຣື່ອງລາວ ໂຄວິດ-19 ໃນອອສເຕຼເລັຍບໍ່? ໃນນີ້ແມານອັບເດດກ່ຽວກັບ ໂຄວິດ-19 ໃນຄາວຫຼ້າສຸດ !

ອັບເດດ ໂຄວິດ-19 ສຳຮັບ 25 ກໍຣະກະດາ 2021

July 25, 2021 07:16 - 4 minutes - 10.5 MB

ນີ້ແມ່ນບົດອ່ານການປັບໃຫ້ທັນການກ່ຽວກັບ ໂຄວິດ-19 ໃນອອສເຕຼເລັຍ. ສຳຮັຍບົດຂຽນທີ່ຣະອຽດກ່ວາໃຫ້ເຂົ້າເບິ່ງຫົວຂໍ້ເຣື່ອງດຽວກັນແລ້ວກົດເບິ່ງແລະ ຄົ້ນຫາສິ່ງທີ່ທ່ານຢາກຮູ້. ມັນສຳຄັນທີ່ຈະຮູ້ທັນການກ່ຽວກັບ ໂຄໂຣນາໄວຣັສ.

ອັບເດດກ່ຽວກັບ ໂຄວິດ-19 : ກໍຣະນີເປັນ ໂຄວິດ ໃນນີວຊາວແວນລ໌ທະວີຂຶ້ນ, ເຊົາທ໌ອອສເຕຼເລັຍເດີນໄປຕາມເສັ້ນທາງເພື່ອຍຸຕິລ໋ອກດາວ

July 24, 2021 07:26 - 4 minutes - 10.7 MB

ໃນນີ້ແມ່ນເພື່ອຟັງອັບເດດກ່ຽວກັບ ໂຄວິດ-19 ສຳຮັບຮວດ 24 ກໍຣະກະດາ 2021. ໃນນັ້ນມີຫຼາຍສິ່ງຫຼາຍຢ່າງທີ່ເປັນໂຫຍດ ແຕ່ດີກ່ວານັ້ນໃຫ້ເຂົ້າອ່ານເບິ່ງໃນຫົວຂໍ້ດຽວກັບ ທີ່ແວບໄຊຕ໌ພາກລາຍການພາສາລາວນີ້ທີ່ທ່ານຈະກົດອ່ານແລະຄົ້ນຫາໄດ້ຕື່ມມາກມາຍ.

ອັບເດ ກ່ຽວກັບ ໂຄວິດ-19​ ນີວຊາວແວນລ໌ປະດາດ "ແຜນການສຸກເສີນແຫ່ງຊາດ"

July 23, 2021 08:33 - 4 minutes - 10.8 MB

ບົດອ່ານອັບເດດກ່ຽວກັບໂຄວິດ-19 ສຳຮັບ 23-7-21.

ອັບເດດ ໂຄວິດ-19 ຮວດ 22 ກໍຣະກະດາ 2021

July 22, 2021 11:28 - 3 minutes - 8.63 MB

ອັບເດດແຕ່ລະຄັ້ງລະຮວດກ່ຽວກັບ ໂຄວິດ-19 ໃຫ້ຂໍມູນ ຄວາມແນະນຳ ແລະຫຼາຍສິ່ງຫຼາຍຢ່າງທີສຳຄັນແທ້ແລະທັນການ. ກະຣຸນາຢ່າພາດມັນ !

ສານ ສປປລວ ລົງໂທດສາຫັດໃສ່ຫົກຄົນທີ່ລ່ວງລ້ຳກົດເກນການຕ້ອງຫ້າມ ໂຄວິດ-19

July 22, 2021 06:31 - 5 minutes - 12 MB

ຄົນໃນລາວຫົກຄົນຖຶກສານກົດໜາຍ ສປປລາວ ຕັດສິນຈຳຄຸກ ຍາວນານທັງຖຶກປັບໃໜນຳດ້ວຍໃນຄະດີການເຂົ້າເມືອງລາວແລະ ກ່ຽວກັບ ໂຄວິດ-19. ນີ້ກຳລັງເປັນຂ່າວລືກັນນາໆແບບຢູ່ໃນເວລານີ້.

ສປປລາວ ບໍ່ເອົາຜິດກັບແຮງງານລາວທີ່ກັບຈາກໄທຍ໌ໃນຣະຍະ ໂຄວິດ-19

July 22, 2021 06:13 - 8 minutes - 19 MB

ປະເທດໄທຍ໌ມີແຮງງານລາວມາກມາຍແທ້ ແຕ່ຍ້ອນວິກິດ ໂຄວິດ-19 ແລະຊາຍແດນລາວປິດ ພວກດັ່ງກ່າວກັບບ້ານບໍ່ໄດ້ ໂດຍສະເພາະພວກ ທີ່ອອກໄປເຮັດວຽກຢູ່ໄທຍ໌ໂດຍບໍ່ມີອະນຸຍາດ. ແຮງງານບໍ່ມີອຸຍາດນັ້ນ ສຳຮັບ ສປປລາວ ແມ່ນຜິດົກດຽໜາຍ. ບັດນີ້ ສປປລາວ ຍິນດີຮັດເອົາແຮງງານທັງສອງນັ້ນນໂດຍໂດຍຈະບໍ່ຜິດໃດໆ ໃນຣະຍະ ໂຄວິດ-19.

ໄທຍ໌ບໍຣິຈ່ກຣົດຄຼີນິກ ໂຄວິດ-19 ເຄື່ອນທີ່ແກ່ແຂວງຄຳມ່ວນ

July 22, 2021 05:55 - 8 minutes - 19.7 MB

ປະເທດໄທຍ໌ກຳລັງປະສົບກັບບັນຫາ ໂຄວິດ-19 ລົ້ນມືຢູ່ແຕ່ໄດ້ ບໍຣິຈາກຄີຼນິກກວດ ໂຄວິດ-19 ເຄື່ອນທີ່ໃຫ້ແກ່ແຂງຄຳມ່ວນ ສປປລາວ ຄັນນຶ່ງ ມູນຄ່າປະມານຫ້າແສຮບາດ. ແຂວງຄຳມ່ວນຢູ່ຕົງກັນກັບຈັງວັດນະຄອນພະນົມ.

ໂດຍບັງເອີນຕຳຣວດ ສປປລາວ ຈັບໄດ້ຢາບ້າມາກມາຍ

July 22, 2021 05:17 - 6 minutes - 15.9 MB

ສປປລາວ ເປັນປະເທດນຶ່ງທີ່ມີບັນຫາມາກມາຍກັບຢາເສບຕິດ ດັ່ງ ຢາບ້າ. ໃນຫວ່າງນຶ່ງນີ້ ທີ່ເມືອງໄຊທານີຂອງນະຄອນວຽງຈັນ ຕຳຣວດລາວ ໂດຍບັງເອີນ ຈັບໄດ້ຣົດຍົກຄັນນ່ຶ່ງກັບຄົນໃນຣົດພ້ອມດ້ວຍຢາບ້າານັບເປັນຫຼາຍໆລ້ານເໜັດ. ໃນເວລານີ້ຍັງມີການສຶກສ່ວນກ່ຽວຢາບ້ານັ້ນຢູ່ຕໍ່ໆໄປຢູ່.

ສປປລາວ ຈະໄດ້ຢາວັກຊີນ ໂຄວິດ-19 ຈາກການບໍຣິຈາກຫຼາຍຕື່ມມາກມາຍ

July 22, 2021 04:20 - 6 minutes - 14.4 MB

ຊົ່ວຣະນະນຶ່ງແລ້ວ ສປປລາວ ໄດຮັບການບໍຣິຈາກຢາວັກຊີນ ໂຄວິດ-19 ຫຼາຍແທ້ໆແລະຍັງຈະໄດ້ອີກມາກມາຍຈາກ ສປຈີນ,ສະຫະຣັດອະເມຣິກາ ແລະຍີ່ປຸ່ນ. ນີ້ເປັນເຊັ່ນນັ້ນກະທັ້ງ ສປປລາວ ມີພົນລະເມືອງປະມານ ຄ7ລ້ານ ປາຍຄົນ ເົ່ທານັ້ນກໍຕາມ.

ອອສເຕຼເລັຍສົ່ງການຊ່ວຍເຫຼືອໄປຍັງ ຟີຊີ ເພື່ອແກ້ໄຂບັນຫາ ໂຄວິດ-19

July 22, 2021 01:02 - 5 minutes - 7.4 MB

ປະເທດ ຟີຊີ ທີ່ເປັນປະເທດບ້ານໃກ້ເຮືອນຄຽງກັນກັບອອສເຕຼເລັຍ ມີບັນຫາໜັກກັບການບຸກຣຸກໂດຍ ໂຖຄວິດ-19. ຄົນໃນ ຟີຊີ ທີ່ເປັນພະຍາດດັ່ງກ່າວທະວີຂຶ້ນໃນແຕ່ຣະມື້ຣະວັນຈົນ ວ່າຄົງບໍ່ຮັບມືກັບສະຖານະການໄດ້ອີກແລ້ວ. ອອສເຕຼເລັຍສົ່ງກາຍຊ່ວຍເຫຼືອ, ຍຸກຢາແລະຄະນະແພດໄປຊ່ວຍ ປະເທດ ຟີຊີ ແລ້ວ.

ການຊ່ວຍເຫຼືການເງິນກ່ຽວກັບ ໂຄວິດ-19 ຖຶກຕໍ່ອອກ

July 22, 2021 00:42 - 7 minutes - 10.8 MB

ໂຄວິດ-19 ອາຣະວາດອອສເຕຼເລັຍທັງຊາດ ສ້າງຄວາມທຸກຍາກ ລ້ຳບາກຍາກແຄນໃສ່ຄົນທັງຫຼາຍແລະເສຖກິດ ບໍ່ວ່ານ້ອຍຫຼືໃຫຍ່ ກໍໄດ້ຮັບຄວາມເສັຍຫາຍຫຼືວາຍວອດຍ້ອນມັນ. ແຕ່ໃນອອສເຕຼເລັຍຣັຖບານຕ່າງໆກໍບໍ່ໄດ້ຫຼົດຣະໃນການສົງເຄາະ ບຸກຄົນສ່ວນໂຕຫຼືບໍຣະສັດຕ່າງໆທັງຫຼາຍ. ບັດນີ້ຣັຖບານນັ້ນຕໍ່ຍາວອອກການຊ່ວຍເຫຼືອການເງິນສຳຮັບ ຄົນທົ່ວໄປແລະທຸຣະກິດຂັ້ນນ້ອຍແລະກາງ.

ຂ່າວສຳຮັບຣະຍະ 19-7-21

July 22, 2021 00:09 - 14 minutes - 19.3 MB

ຂ່າວຄາວທີ່ເຫັນວ່າເປັນທີ່ຄວນຮູ້ສຳຮັບຣະຍະ 19-7-21ມີຫຍັງແດ່?

ອົງການສາທາຣະນະສຸກໂລກເຕືອນວ່າ ແດນຕາ ຕິດແປດກັນໄດ້ໄວທີ່ສຸດ

July 22, 2021 00:02 - 7 minutes - 10.7 MB

ໃນໂລກນີ້ມີນາໆສາຍພັນ ໂຄວິດ-19. ແນວໃດດຸຮ້າຍທີ່ສຸດ? ສະຫະພາບຢູໂຣບເວົ້າວ່າບໍ່ມີຊ່ອງຫວ່າງແນວໃດທີ່ມີຄວາມໜັນໃຈໄດ້ ກ່ຽວກັບພະຍາດດັ່ງກ່າວ ແຕ່ຄົນເດີນທາງທົ່ວທະວິບຢູໂຣບຍັງເດີນທາງ ໄປມາກັນຢູ່ ອັນເປັນເຫດໃຫ້ ໂຄວິດ-19 ແຜ່ຣະບາດໄດ້ຢູ່. ອົງການສາທາຣະນະສຸກໂລກບອກເຕືອນກ່ຽວກັບວ່າຄົນທີ່ບໍ່ຖຶກສັກຢາ ວັກຊີນ ໂຄວິດ-19 ໃຫ້ເທື່ອເປັນຈຸທີ່ມີຄວາມສ່ຽງມາກມາຍທີ່ຈະເຈັບ ປ່ວຍຢ່າງຮ້າຍແຮງ. ຄຳບອກເຕືອນນີ້ສ້າງຄວາມບໍ່ສອດຄ່ອງກັນຂຶ້ນຣະຫວ່າງຣັຖບານຕ່າງໆ ແລະຄົນທີ່ບໍ່ຖຶກສັກຢາວັກຊີນ ໂຄວິດ919 ໃຫ້ເທື່ອ.

ຂ່າວສຳຮັບຣະຍະ 17-7-21

July 21, 2021 23:28 - 12 minutes - 17.2 MB

ຂ່າວຄາວສຳຮັບຣະຍະ 17-7-21 ມີຫຍັງແດ່ເປັນທີ່ສົນໃຈ?