ໂຄວິດ-19 ຍັງດຸໜັ່ນໃນການບຸກຣຸກຣັດນີວຊາວທ໌ແວນລ໌ຢູ່ແລະ ຣັຖບານຣັດນີວຊາວໆ໌ແວນລ໌ກໍບໍ່ຫຼົດລະໃນການພະຍາຍາມສັກຢາ ວັກຊີນປ້ອງກັນພະຍາດດັ່ງກ່ຽວໃຫ້ແກສາທາຣະນະຊົນ. ເຂດເທດສະບານ ແຟຟຽນດ໌ ເປັນແຫ່ງນຶງຂອງຂົງແຄ້ວນ ຊິດນີທີຖຶກລ໋ອກດາວຢ່າງແຮງຍ້ອນມີຄົນເປັນ ໂຄວິດ-19 ຫຼາຍ. ໃນເທດສະບານນັ້ນແລະເຂດໃກ້ຄຽງມີຄົນເລືອດລາວຢູ່ກິນ ມາກມາຍແລະມີສູນກາງວັທນະທຳລາວດ້ວຍ. ໃນຫວ່າງນຶ່ງນີ້ ໂດຍການຊ່ວຍເຫຼືອຂອງສະມາຄົມ ສສຊລ ສູນກາງວັທນະທຳຂອງສະມາຄົມສົ່ງເສີມຊຸມ ຊົນຊາວລາວໃນຣັດນີວຊາວທ໌ແວນລ໌ (ສສຊລ) ນັ້ນຖຶກຈັດ ເປັນສູນກາງອັນນຶ່ງຂອງກະຊວງສາທາຣະນະສຸກນີວຊາວທ໌ ແວນລ໌ເພື່ອສັກຢາວັກຊີນ ໂຄວິດ-19 ແກປວງຊົນ ໃນແບບ ບໍ່ຕ້ອງນັດໜາຍເວລາກັນ ຄືຍ່າງເຂົ້າໄປໂລດແລ້ວກໍຈະຖຶກຊີດ ໃຫ້ໃນທັນທີໂດຍບໍ່ຄິດຄ່າຫຍັງແລະເລືອກໜ້າແລະສອບຖາມ ຫຍັງຫຼາຍໜັກ. ການສັກຢາດັ່ງກ່າວແມ່ນມີແຕ່ໃນວັນພຸດເທົ່ານັ້ນແລະຊົ່ວ ຣະຍະນຶ່ງ.