ປະເທດອອສເ6ູເລັຍເປັນປະເທດນຶ່ງຈາກປະເທດຈຳນວນນຶ່ງທີ່ໃຫ້ຄຳໜັ້ນສັນຍາ ໃຫ້ເງິນແກ່ໂຄງການ "ໂຄແວກ" ່ ທີ່ມີຈຸດປະສົງບໍຣິການຢາວັກຊີນ ໂຄວິດ-19 ແກ່ປະເທດທີ່ທຸກຍາກລ້ຳບາກຍາກແຄນ. ຣັຖບານອອສເຕັຍເລັຍໃຫ້ສັນຍາວ່າຈະໃຫ້ເງິນນັ້ນເຖິງຫ້າສິບບລ້ານດອນລາແກ່ ໂຄແວກ. ກ່ອນນີ້ອອເຕຼເລັຍກໍໃຫ້ແກ່ ໂຄແວກ ໄປແລ້ວແປດສິບລ້ານດອນ. ນອກນັ້ນອອສເຕັຼຍກໍໃຫ້ເງິນເຖິງຫຼາຍກ່ວາສິບຫ້າລ້ານແກ ສປປລາວ ເພືອຝຶກຫັດພະນັກງານສັກຢາວັກຊິນນັ້ນແລະເພື່ອໄປຊື້ຢາວັກຊີນ ໂຄວິດ-19 ຍີ່ຫໍ໊ ຟາຍເຊີ ນຶ່ງລ້ານເຂັມດ້ວຍ.