![SBS Lao - SBS ພາສາລາວ artwork](https://is4-ssl.mzstatic.com/image/thumb/Podcasts113/v4/f8/ef/f4/f8eff41f-6113-a905-4802-4109f947f985/mza_37833661458035114.jpg/100x100bb.jpg)
ການໃຊ້ Opioids ຕາມໃບສັ່ງແພດ (Prescription) ໃນອອສເຕຣເລັຍ.
SBS Lao - SBS ພາສາລາວ
Lao - April 02, 2024 06:38 - 9 minutes - 8.36 MB - ★★★★ - 8 ratingsNews Homepage Download Apple Podcasts Google Podcasts Overcast Castro Pocket Casts RSS feed
Previous Episode: ການເຂົ້າເຖິງການຂົນສົ່ງສາທາຣະນະ ສໍາລັບຄົນພິການອອສເຕຣເລັຍ
Next Episode: ປັນຫາອາຫານເສີມ ໃນປະເທດຍີ່ປຸ່ນ
Opioids ແມ່ນຢາແກ້ປວດປະເພດນຶ່ງ ຊຶ່ງຜລິດມາຈາກ ຫຼືຄ້າຍຄື ສານທໍາມະຊາດທີ່ພົບໃນຕົ້ນຝິ່ນ (Opium poppy). Opioids ທີ່ຖືກສັ່ງໂດຍນາຍໝໍ ເພື່ອຮັກສາອາການປວດປານກາງ ເຖິງຂັ້ນຮຸນແຮງ. ແຕ່ກໍຍັງອາດມີຄວາມສ່ຽງ ແລະຜົນຂ້າງຄຽງທີ່ຮ້າຍແຮງ. Opioids ປະເພດທົ່ວໄປແມ່ນ oxycodone (OxyContin), hydrocodone (Vicodin), morphine, ແລະ methadone. ໃນອອສເຕຣເລັຍ, ການໃຊ້ Opioids ຕາມໃບສັ່ງແພດ (Prescription) ໃນທາງທີ່ຜິດ ໄດ້ເປັນບັນຫາມາດົນແລ້ວ. ໃນຈຸດຫນຶ່ງ, ອອສເຕຣເລັຍ ໄດ້ບັນທຶກການບໍຣິໂພກ ຕໍ່ຫົວທີ່ສູງສຸດເປັນອັນດັບເກົ້າຂອງໂລກ.