ຕໍາຫລວດຣັຖບານກາງ ແລະສະຖາບັນການເງິນ ຂອງອອສເຕຣເລັຍກ່າວວ່າ ມີກຸ່ມອາຊະຍາກັມ ຈຳນວນຫລາຍຂຶ້ນ ກຳລັງແນເປົ້າຫມາຍໃຫ້ນັກສຶກສາໃຫ້ກາຍເປັນ 'ຜູ້ຂົນຖ່າຍເງິນ (Money Mules)' ຊຶ່ງແມ່ນຄວາມຜິດຮ້າຍແຮງ ຖານຟອກເງິນ ຢ່າງຮ້າຍແຮງ ແລະມີລົງໂທດລະຫວ່າງ 12 ເດືອນ ເຖິງຕິດຄຸກຕລອດຊີວິດ.