ການສັກຢາວັກຊີນ ໂຄວິດ-19 ຕາມປົກກະຕິສັກກັນສອງເຂັມ. ຣະຍະເວລາສັກຣະຫວ່າງເຂັມທີນຶ່ງແລະສອງນັ້ນແມ່ນບໍ່ຄືກັນ. ສຳຮັບບາງຢາ ຕ້ອງສັກຫ່າງກັນ 14 ມື້ ແຕ່ບາງແນວແມ່ນ 8 ສັບປະດາ. ແຕ່ ບັດນີ້ ນາຍົກຣັຖມົນຕີແລະທາງການອອສເຕຼເລັຍຮຽກຮຽກ ຮ້ອງໃຫ້ຄົນໄປສັກກ່ອນເວລາສຳຮັບບາງຍີ່ຫໍ້ຢາ. ດ້ວຍເຫດໃດ?