ພະຍາດ ໂຄໂຣນາໄວຣັດ ໂກວິດ-19 ທີ່ແຜ່ຜາຍໄປທົວໂລກນີ້ຢ່າງວ່ອງ

ໄວໂດຍບໍ່ໄວ້ໜ້າໃຜ ບັດນີ້ມັນຖຶກປະກາດວ່າເປັນພະຍາດທີ່ຣະບາດຂຶ້ນ

ຂາມແດນໄປທົ່ວໂລກນີ້...

 

 

ມັນເປັນພະຍາດທີ່ຕິດແປດກັນໄດ້ງ່າຍແລະວ່ອງໄວ ທັງກໍເສັຍສຸຂ

ພາບແລະທຳຣາຍຊີວດຂອງມະນຸດດ້ວຍ.

ນອກນັ້ນມັນກໍເສັຍຫານຫຼືຫຼົ້ມຈົມເສຖກິດການຄ້ານຳ.

 

ອອສເຕຼເລັຍເປັນປະເທດນຶ່ງທີ່ືຖຶກແຕະຕ້ອງໂດຍ ໂກວິດ-19 ຢ່າງ

ແຮງ ແຕ່ຣັຖບານອອສເຕຼເລັຍກໍວ່ອງໄວໃນການສະກັດກັ້ນມັນໄວ້

ຕລອດເຖິງຊອກຫາວີທາງປ້ອງກັນມັນແລະປິ່ນປົວມັນກະທັ້ງທີ່ບໍ່ມີ

ຫົນແຫ່ງໃດກະທຳດັ່ງນັ້ນສຳເຣັດເທ່ື່ອກໍຕາມແຕ່.

 

ຣັຖບານອອສເຕເລັຍກໍວ່ອງໄວໃນການເທຖອກເງິນຄຳອອກມາຊົດ

ຊ່ວຍປວງຊົນ ທຸຣະກິດການຄ້າ ເສຖກິດ ແລະອື່ນໆຕ່າງໆນາໆແລ້ວ

ຈົນຕົກເປັນເງິນຫຼາຍໆພັນລ້ານໂດລາແລ້ວ...