ຂົງແຄ້ວນ ຊິດນີ ຣັດ ນີວຊາວແວນລ໌ ໃນອອສເຕຼເລັຍຖຶກ ລ໋ອກດາວໄວ້ມາຊົ່ວຣະຍະ ນຶ່ງແລ້ວ ແລະແທນທີນັ້ນຈະຖຶກຍຸຕິົລງພາຍຫຼັງວັນເວລາທີ່ບົ່ງໄວ້ ສຳຜັດຕໍ່ມັນດົນນານ ອອກຕື່ມ ຍ້ອນ ໂຄວິດ-19 ສາຍັພນໃໜ່ ແດນຕາ ຍັງບຸກແຫຼກຢູ່ຢ່າງບໍ່ຫຼົດຣະແລະບໍ່ ໄວ້ໜ້າໃຜ. ຂົງແຄ້ວນຊິດນີມີຄົນລາວດຳລົງຊີວິດຢູ່ຢ່າງມາກມາຍມາແຕ່ວັນທີ 19-3-76. ໃນອອສເຕຼເລັຍຄົງບໍ່ມີໃຜບໍ່ຖຶກແຕະຕ້ອງຍ້ອນ ໂຄວິດ-19 ແລະກົດເກນການ ຕ້ອງຫ້າມຕາງໆ ດັ່ງລ໋ອກດາວຂອງປັດຈຸບັນນີ້ທີ່ຖຶກບັນຍັດໃນຂົງແຄ້ວນຊິດນີ, ບາງຊົນນະບົດນີວຊາວແວນລ໌, ຣັດວິກຕໍເຣັຍແລະຣັດເຊົາອອສເຕຼເລັຍ. ຣັດທັສມາເນັຍ, ຄີວນສ໌ແລນດ໌ແລະແວດສ໌ເຕີນອອສເຕຼເລັຍກໍມີການຕ້ອງຫ້າມ ກ່ຽວກັບພະຍາດດັ່ງກ່າວດ້ວຍ. ແຕ່ຊຸມຊົນລາວເຮົາໃນຂົງແຄ້ວນຊິດນີແລະຊົນນະບົດນີວຊາວແວນລ໌ເປັນແນວໃດ ແລະຢູ່ກັນແນວໃດໃນລ໋ອກດາວໃນຣັດນີວຊາວແວນລ໌? ການສຳພາດຕ່າງໆໃນນີ້ຄົງໃຫ້ວີ້ແວວບາງຢ່າງກ່ຽວກັບຄຳສອບຖາມນັ້ນ!