ວັນເດືອນປີເກີດສຳຮັບບາງຄົນອາດບໍ່ສຳຄັນເພາະມັນເປັນໂຕເລກ

ທີ່ບົ່ງບອກອາຍຸຊື່ໆແຕ່ສຳຮັບຄົນໂລກຕາເວັນຕົກແລະອອສເຕຼເລັຍ

ແລ້ວມັນສຳຄັນທັງກໍອຳມັນໄວ້ເພາະບໍ່ຢາກໃຫ້ຜູ້ອື່ນຮູ້ວ່າໂຕເອງເຖົ້າ

ແກ່ປານໃດ.

ນອກນັ້ນມັນກໍເປັນຂໍ້ມູນສ່ວນໂຕທີ່ສຳຄັນເພາະມັນບົ່ງບອກວ່າເຮົາ

ແມ່ນໃຜ. ຕົວຢ່າງເມື່ອເຮົາໄປໂຮງໜໍຫຼືໂຮງພະຍາບານເຮົາຈະຖຶກ

ຖາມເອົາວັນເດືອນປີເກີດ.

ນີ້ກໍເພື່ອຢັ້ງຢຶນໃຫ້ແນ່ແທ້ວ່າເຮົາແມ່ນໃຜຢ່າງຕົງທ່ຽງແນ່ນອນ.

 

ແນ່ນອນລາວນອກບາງທີຜານ ຕ.ມ. ມາກ່ອນອາດມີວັນເດືອນປີ

ເກີດບໍ່ຖຶກຕ້ອງ. ບາງຄົນກໍຖຶກແຕ່ງໃຫ້ເພາະບໍ່ຮູ້ວ່າຕົນເກີດເມື່ອໃດ.

ບາງຄົນຫົວດີ ຢ້ານບໍ່ໄດ້ໄປຢູ່ປະເທດທີ່ສາມກໍຫຼຸດອາຍຸລົງ.

ນີ້ພາໃຫ້ມີບັນຫາໃນການໄປບຳນານເພາະໂຕເອງອ່ອນລົງຫຼາຍປີແຕ່

ອາຍຸແທ້່ີທເຖົ້າສູ້ກັບວຽກງານແລະອາການໃນດ້ານສຸຂພາບບໍ່ໄດ້...

 

ໃນອອສເຕຼເລັຍມີອົພຍົບຄົນ ຕີເບັດ ມາກມາຍເປັນດັ່ງທີ່ເວົ້າມາ

ນັ້ນແລະກຳລັງພາກັນໄປແປງລາຍຣະອຽດສ່ວນໂຕຂອງພວກຂະ

ເຈົ້າໃຫ້ຖຶກຕ້ອງກັບອາຍຸອັນຈິງແທ້ຂອງພວກຂະເຈົ້າ...

 

ແຕ່ລາວເຮົາເດ້?...